ໂລກ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ບັນ​ຫາ​ມະ​ນຸດ​ສະ​ທຳ

(VOVWORLD) - ສປຊ ໄດ້ເລືອກເອົາວັນທີ 19 ສິງຫາຂອງທຸກໆປີ ເປັນວັນມະນຸດສະທຳໂລກ, ເພື່ອແນ່ໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຕໍ່ບັນດາບັນຫາມະນຸດສະທຳທົ່ວໂລກ. ປີນີ້, ວັນມະນຸດສະທຳໂລກ ໄດ້ດຳເນີນໃນສະພາບການມະນຸດພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍມະນຸດສະທຳຢ່າງຮ້າຍແຮງທີ່ສຸດໃນ 2  3 ທົດສະວັດຜ່ານມາ.

  ໃນບົດລາຍງາຍ “ສະພາບການລວມມະນຸດສະທຳທົ່ວໂລກ” (GHO), ປະກາດໃນວັນທີ 26 ມິຖຸນາ, ສປຊ ໄດ້ໃຫ້ຂໍ້ສັງເກດວ່າ  6 ເດືອນຕົ້ນປີນີ້, ບັນດາການບຸກໂຈມຕີເຂົ້າພື້ນຖານໂຄງລ່າງສາທາລະນະສຸກ, ການສຶກສາ, ສຸຂະອະນາໄມ, ນໍ້າສະອາດຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດ ແລະ ນັບລ້ານຄົນຕົກເຂົ້າສູ່ສະພາບຫຍຸ້ງຍາກທີ່ສຸດ.

ໂລກ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ບັນ​ຫາ​ມະ​ນຸດ​ສະ​ທຳ - ảnh 1ປະຊາຊົນ ຢູ່ຄ້າຍລີ້ໄພ Jabalia, ເຂດ Gaza (ພາບ: THX/TTXVN)

ຈຸດຮ້ອນເຮັ່ງຢູ່ເຂດ ກາຊາ ແລະ ຊູດັງ

        ການປະທະກັນຢູ່ເຂດ ກາຊາ ແລະ ສົງຄາມພາຍໃນ ຊູດັງ ສືບຕໍ່ແມ່ນ 2 ຈຸດຮ້ອນເຮັ່ງດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນທົ່ວໂລກໃນໄລຍະຜ່ານມາ. ຢູ່ເຂດ ກາຊາ, ຕົວເລກສະຖິຕິໂດຍບັນດາອົງການມະນຸດສະທຳຂອງ ສປຊ ເຄື່ອນໄຫວໃນພື້ນທີ່ຕົວຈິງ ໄດ້ຊີ້ໃຫ້ເຫັນວ່າ ພາຍຫຼັງທີ່ການປະທະກັນເກີດຂຶ້ນເກືອບ 1 ປີ, ໄດ້ມີຊາວ ປາແລັດສະຕິນກວ່າ 40.000 ຄົນຢູ່ເຂດ ກາຊາ ເສຍຊີວິດ, ໃນນັ້ນ ປະມານ 2/3 ໃນຈຳນວນດັ່ງກ່າວແມ່ນສາມັນຊົນ, ສ່ວນຫຼາຍແມ່ນຜູ້ເຖົ້າຜູ້ແກ່, ແມ່ຍິງ ແລະ ເດັກນ້ອຍ. ໂດຍບໍ່ຫົວຊາຕໍ່ການແກ້ຄວາມຈາກຫຼາຍຝ່າຍ, ລະດັບການໃຊ້ຄວາມຮຸນແຮງຂອງການປະທະກັນຢູ່ເຂດ ກາຊາ ພວມຮ້າຍແຮງກວ່າເມື່ອທຽບໃສ່ການປະທະກັນອື່ນໆໃນໂລກ ໃນ 3 ທົດສະວັດມໍ່ໆມານີ້. ບໍ່ພຽງແຕ່ມີຈຳນວນຜູູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍສຳລັບປະຊາຊົນທັງສອງຝ່າຍໃນໄລຍະສັ້ນເທົ່ານັ້ນ, ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ຍັງກໍ່ໃຫ້ເກີດວິນາດຕະກຳດ້ານມະນຸດສະທຳອື່ນໆອີກດ້ວຍ. ທ່ານເລຂາທິການໃຫຍ່ ສປຊ, Antonio Guterres, ໃຫ້ຮູ້ວ່າ:

        “ກາຊາ ພວມໃນສະພາບການຫຍຸ້ງຍາກສຳລັບບັນຫານຸດສະທຳ. ເມື່ອສະພາບການ ເບິ່ງຄືວ່າບໍ່ມີຫຍັງທີ່ຈະຊົ່ວຮ້າຍກວ່າສຳລັບປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊານັ້ນ, ກໍແມ່ນຈຸດເວລາທີ່ຄວາມເຈັບປວດເພີ່ມຂຶ້ນ. ໃນຊຸມອາທິດມໍ່ໆມານີ້, ໄວຣັດ ທີ່ກໍ່ໃຫ້ເປັນອຳມະພາດໄດ້ກວດພົບໃນຕົວຢ່າງນ້ຳຢູ່ Khan Younis ແລະ Deir Al Balah ແລະ ການແຜ່ລາມຂອງໄວຣັດນີ້ ພວມເຮັດໃຫ້ເດັກນ້ອຍນັບໝື່ນຄົນຢູ່ເຂດ ກາຊາ ຕ້ອງປະເຊີນໜ້າກັບຄວາມສ່ຽງ”.

        ພ້ອມກັບ ກາຊາ, ວິກິດການມະນຸດສະທຳຢູ່ ຊູດັງ ກໍພວມລື່ນກາຍຂອບຂະໜາດ ເຊິ່ງອົງການມະນຸດສະທຳຂອງ ສປຊ ໄດ້ວາງອອກ. ສົງຄາມພາຍໃນເກີດຂຶ້ນຈາກເດືອນ ເມສາ ປີ 2023 ລະຫວ່າງກຳລັງປະກອບອາວຸດຢູ່ ຊູດັງ ໄດ້ບັງຄັບໃຫ້ປະຊາຊົນກວ່າ 10 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ, 80% ຮາກຖານສາທາລະນະສຸກ ຖືກເປເພຢຸດສະງັກ, ພ້ອມທັງກໍ່ໃຫ້ເກີດໄພອຶດຫິວຄັ້ງໃຫຍ່ສຸດໃນໂລກ ໃນຈຸດເວລາປັດຈຸບັນ. ທ່ານ Leni Kinzli, ໂຄສົກຂອງອົງການອາຫານໂລກ (WFP) ປະຈຳ ຊູດັງ ກ່າວເຕືອນວ່າ:

        “ນີ້ພວມແມ່ນໄພນາບຂູ່ໃຫຍ່ສຸດໃນໂລກ. ມີປະຊາຊົນ 25,6 ລ້ານຄົນ ພວມປະເຊີນໜ້າກັບໄພອຶດຫິວ ຫຼື ອຶດຫິວແບບສຸດໆ. ຕົວເລກດັ່ງກ່າວ ເທົ່າກັບ 54% ຈຳນວນປະຊາກອນຂອງ ຊູດັງ.”

        ໃນເອກະສານອື່ນ ທີ່ໄດ້ປະກາດໃນວັນທີ 19 ສິງຫາ, ກອງທຶນ ເພື່ອເດັກ ສປຊ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີເດັກນ້ອຍ 77 ລ້ານຄົນ, ເທົ່າກັບ 1/3 ຈຳນວນເດັກນ້ອຍຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ຖືກຂາດໂພສະນາການ.

ກະທຳເພື່ອມວນມະນຸດ

        ໄປຄຽງຄູ່ກັບການວິນາດສະກຳດ້ານມະນຸດສະທຳ, ໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈໃນການປະທະກັນຫວ່າງມໍ່ໆມານີ້ ນັ້ນແມ່ນ ນັບມື້ນັບມີພະນັກງານຊ່ວຍເຫຼືອມະນຸດສະທຳຂອງບັນອົງການຕ່າງໆຖືກຄາດຕະກຳ ເມື່ອເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບຢູ່ເຂດປະສົບກັບວິກິດການ. ດ້ວຍທ່າອ່ຽງການໃຊ້ຄວາມຮຸນແຮງເພີ່ມຂຶ້ນໃນໄລຍະຜ່ານມາ, ຈຳນວນພະນັກງານຊ່ວຍເຫຼືອມະນຸດສະທຳເສຍຊີວິດໃນປີນີ້ ໄດ້ລື່ນກາຍປີກາຍ. ນີ້ແມ່ນຕົວເລກໄລ່ສະເພາະໃນການປະທະກັນຢູ່ເຂດ ກາຊາ.

        ບໍ່ພຽງແຕ່ຖືກນາບຂູ່ກ່ຽວກັບດ້ານຊີວິດອິນຊີເທົ່ານັ້ນ, ບັນດາພະນັກງານ ແລະ ບັນດາອົງການຈັດຕັ້ງມະນຸດສະທຳກໍພວມນັບມື້ນັບຕ້ອງເຄື່ອນໄຫວໃນສະພາບທີ່ຫຍຸ້ງຍາກກວ່າ ນັບທັງພື້ນຖານດ້ານວັດຖຸ ແລະ ເງື່ອນໄຂດ້ານການເງິນ. ໃນບົດລາຍງານຂອງ GHO, ສປຊ ໃຫ້ຮູ້ວ່າ ປີນີ້ ບັນດາອົງການມະນຸດສະທຳຂອງ ສປຊ ແລະ ບັນດາຄູ່ຮ່ວມມືຕ້ອງການເງິນຢ່າງໜ້ອຍສຸດ 48,65 ຕື້ USD ເພື່ອຊ່ວຍເຫຼືອໃຫ້ປະຊາຊົນກວ່າ 186 ລ້ານຄົນໃນທົ່ວໂລກ. ເຖິງຢ່າງໃກກໍຕາມ, ໄລ່ຮອດທ້າຍເດືອນ ກໍລະກົດ, ຈຳນວນເງິນ ເຊິ່ງບັນດາອົງການນີ້ໄດ້ຮັບ ພຽງແຕ່ຢູ່ໃນລະດັບກວ່າ 12 ຕື້ USD, ເທົ່າກັບ 25% ເປົ້າໝາຍທີ່ໄດ້ວາງອອກ ແລະ ໜ້ອຍກວ່າ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕໍ່ໜ້າສະພາບການດັ່ງກ່າວ, ໃນວັນມະນຸດສະທຳໂລກ ປີ 2024, ສປຊ ໄດ້ຍົກອອກບັ້ນເຄື່ອນໄຫວທີ່ມີຊື່ວ່າ “ເຄື່ອນໄຫວເພື່ອມວນມະນຸດ”, ດ້ວຍເນື້ອໃນຈຸດສຸມແມ່ນ ກ່າວປະນາມການຫັນບັ້ນບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ສາມັນຊົນເປັນປົກກະຕິ, ລວມທັງບັນດາພະນັກງານມະນຸດສະທຳ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີການລົງໂທດສຳລັບບັນດາການກະທຳນີ້, ອີງໃສ່ບັນດາຂໍ້ກຳນົດຂອງກົດໝາຍມະນຸດສະທຳສາກົນ. ຕາມ ສປຊ ແລ້ວ, ບັນດາການປະທະກັນຫວ່າງມໍ່ໆມານີ້ຢູ່ເຂດ ກາຊາ, ຊູດັງ ຫຼື ຫຼາຍປະເທດອື່ນໆ ໃນໂລກ ພວມສະແດງໃຫ້ເຫັນທ່າອ່ຽງທີ່ໜ້າວິຕົກກັງວົນ ກ່ຽວກັບເລື່ອງບັນດາຝ່າຍເຂົ້າຮ່ວມການປະທະກັນ ມີຄວາມຖືເບົາບັນດາມາດຕະຖານດ້ານມະນຸດສະທຳສາກົນ ແລະ ໂລກ ເຊິ່ງຕ້ອງມີການເຄື່ອນໄຫວບັນຫານີ້ໂດຍດ່ວນ ເພື່ອສະກັດກັ້ນທ່າອ່ຽງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ