ໝວດມາດຕະການຫນູນຊ່ວຍວິສາຫະກິດ.

(vovworld) - ໝວດ​ມາດຕະ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ກ່ຽວ​ກັບ​ນະ​ໂຍບາຍ​ອາກອນ​ດ້ວຍມູນ​ຄ່າ 29.000 ຕື້​ດົ່ງ ຊຶ່ງ​ລັດຖະບານ​ຫາ​ກໍ່ປະກາດ​ໃນ​ອາທິດ​ຜ່ານ​ມາ​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ. ​ເຖິງ​ວ່າ ລັດຖະບານ​ຍັງ​ຕ້ອງສ້າງ​ລະບຽບ​ການ​ໃຫ້​ສົມບູນ​ ​ແບບ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ທີ່​ກອງ​ປະຊຸມ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ​ແຕ່​ຕາມ​ການ​ສັງ​ເກດ​ຈາກ​ບັນດາ​ວິ​ສາ​ຫະກິດ​ກໍ​ຄື​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, ນີ້​ແມ່ນ​ໝວດມາດ​ຕະການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ທີ່​ມີຫລາຍ​ຮູບຫລາຍ​ແບບ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ແລະ ບັນດາ​ມາດ​ຕະການ​ກ່ຽວ​ກັບ​ນະ​ໂຍບາຍ​​ອາກອນ​ແມ່ນຮອບດ້ານ​​ແລະ ​ຖືກ​ກັບ​ເປົ້າ​ໝາຍ.

ໝວດມາດຕະການຫນູນຊ່ວຍວິສາຫະກິດ. - ảnh 1
ຫລຸດຜ່ອນອາກອນຫນູນຊ່ວຍວິສາຫະກິດດຳເນີນທຸລະກິດ

        ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ລັດຖະບານ​ກ່ຽວ​ກັບ​ໝວດ​ມາດ​ຕະການ, ຕໍ່​ກຳນົດ​ເວລາຫລຸດຜ່ອນ​​ອາກອນ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ດ້ວຍ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ ​ແມ່ນ​ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ປະຈຸ​ບັນ. ທ່ານ​ນາງ Nguyen Thi Loan, ສະມາຊິກ​ສະພາ​ບໍລິຫານ ບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ ທັງ​ລອງ, ​ເມືອງ ລອງ​ບຽນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ​ເມື່ອ​ນະ​ໂຍບາຍ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ, ຈຳນວນ​ເງິນ​ຈາກ​ການ​ຫລຸດຜ່ອນ​ອາກອນ ​ແລະ ຕໍ່​ກຳນົດ​ເວລາ​ເກັບ​ອາກອນ​ຈະ​ຊ່ວຍ​​ໃຫ້ວິ​ສາ​ຫະກິດ​ມີ​ແຫ​ລ່ງທຶນ​ຕື່ມ​ອີກ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ການ​ຄິດ​ໄລ່​ແລ້ວ, ດ້ວຍ​ສັນຍາ​ການ​ຄ້າ 2 ສະບັບ ລວມມູນ​ຄ່າ 30 ຕື້​ດົ່ງ​ທີ່​ໄດ້​ລົງ​ນາມ​ໃນ​ໄລຍະ 6 ​ເດືອນ​ຕົ້ນ​ປີ, ​ ​ເມື່ອອາກອນ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ຫລຸດ​ລົງ 30%, ທາງ​ບໍລິສັດ​ສາມາດ​ປະຢັດ​​​ ເງິນໄດ້ປະມານ 550 ລ້ານ​ດົ່ງ. ສຳລັບລາຍ​ຮັບ 30 ຕື້​ດົ່ງ​ນັ້ນ, ບໍລິສັດ​ຕ້ອງ​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ​ປະມານ 3 ຕື້​ດົ່ງ. ​ເມື່ອ​ໄດ້​ຮັບ​ການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​ໃນ​​ໄລຍະ 6 ​ເດືອນ ຈຳນວນ​ເງິນ​​ເຫົຼ່ານີ້ ຈະ​ຖືກນຳ​​ໃຊ້​ໃນ​ການ​ລົງທຶນ​ພັດທະນາ. ທ່ານ​ນາງ Nguyen Thi Loan ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຈຳນວນ​ເງິນ​ຫລາຍ​ພໍ​ສົມຄວນ, ​ເພີ່ມ​ເຕີມ​ໃຫ້​ແກ່​​ແຫ​ລ່ງທຶນທີ່​ມີ​ຢູ່ຂອງ​ວິ​ສາ​ຫະກິດ, ປະ​ກອບ​ສ່ວນ​ຊ່ວຍ​ວິ​ສາ​ຫະກິດ​ຜ່າ​ນຜ່າ​ຄວາມ​ຫຍຸ້ງຍາກ​​ໃນ​ດ້ານ​ທຶນຮອນ. ປະຈຸ​ບັນ ອາ​ກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ 25% ​ແມ່ນ​ລະດັບ​ສູງ​​ໂພດ, ​ເລື່ອງ​ຫລຸດຜ່ອນ​ອາກອນ​ໝາຍ​ຄວາມ​ວ່າຫລຸດຜ່ອນ​ບ້ວງ​ລາຍ​ຈ່າຍ​ຫລາຍ​ພໍ​ສົມຄວນ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ບ້ວງ​ເງິນ​ນັ້ນ​ຈະ​ໄດ້​ຮັບ​ການ​ລົງທຶນ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ​ເລື່ອງ​ຕໍ່​ກຳນົດ​ເວລາ​ເກັບ​ອາກອນ​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ບໍ່​ຕ້ອງ​ເສຍ​ອາກອນ​​ໃນທັນ​ທີ່, ນຳ​ໃຊ້​ແຫ​ລ່ງທຶນ​ນັ້ນ​ເພື່ອ​ເພີ່ມ​ເຕີມ​​ເຂົ້າ       ​ແຫ​ລ່ງທຶນ​ດຳ​ເນີນ​ທຸລະ​ກິດ​ວິ​ສາ​ຫະກິດ.”

        ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຖື​ວ່າ  ໝວດ​ມາດ​ຕະການ​ຂອງ​ລັດຖະບານ​​ໄດ້​ຫນູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຢ່າງ​ທັນ​ການ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ. ທ່ານ Danh Quy ຜູ້ອຳນວຍການ​ແຜນການ ​ແລະ ການ​ລົງທຶນ, ສະຫະພັນ​ສະຫະກອນ​ ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ:

        “ທາງ​ວິ​ສາ​ຫະກິດ​ກໍ​ເຫັນ​ໄດ້​ຄວາມ​ສະດວກ ​ແລະ ການ​ແບ່ງ​ບັນ​ຂອງ​ລັດຖະບານ​ທີ່​ມີ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຄື​ພວກ​ຂ້າພະ​ເຈົ້າ. ທີ​ຫນຶ່ງ​​ ການ​ຫລຸດຜ່ອນ​ອາກອນ, ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​​ແມ່ນ​ການຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ. ທີ​ສອງ ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ​ລັດຖະບານ​ມີ​​ແຜນ​ນະ​ໂຍບາຍ​ຫລຸດຜ່ອນ 50% ຄ່າ​​ເຊົ່າ​ທີ່​ດິນ ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍ​ເຄື່ອຂ່າ​ຍຢ່າງ​ສະດວກ​ກວ່າ.”

        ຕາມ​ຂໍ້​ສະ​ເຫ​ນີຂອງ​ກະຊວງ​ການ​ເງິນ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການຫລຸດຜ່ອນ 30% ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​​ໃນ​ປີ 2012. ອາກອນມູນ​ຄ່າ​ເພີ່ມ ຊຶ່ງ​ວິ​ສາ​ຫະກິດຕ້ອງ​ເສຍ​ໃນ​ໄຕ​ມາ​ດທີ 2 ຈະ​ໄດ້​ແກ່ຍາວ​ຕື່ມ​ອີກ 6 ​ເດືອນ. ກະຊວງ​ການ​ເງິນ​ຍັງ​ສະ​ເຫ​ນີຕໍ່​ສະພາ​ປະຊາຊົນ​ທຸກ​ຂັ້ນ ຫລຸດຜ່ອນ 50% ຄ່າ​ເຊົ່າ​ທີ່​ດິນ​ຂອງ​ບັນດາ​ວິ​ສາ​ຫະກິດ​ການ​ຄ້າ, ການ​ບໍລິການ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ນະ​ຄອນ​ນະຄອນໃນ​ປີ 2012 ນີ້. ທ່ານ​ນາງ Nguyen Thi Cuc ຜູ້​ຊ່ຽວຊານ​ທີ່​ປຶກສາ​ດ້ານ​ການ​ເງິນ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເມື່ອ​ທຽບກັບ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ນະ​ໂຍບາຍ​ອາກອນ​ປີ 2011 ພຽງ​ແຕ່ແກ້​ໄຂ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ເທົ່າ​ນັ້ນ.

 

        “ຄວາມ​ສາມາດ​ຊຶ່ງ​ວິ​ສາ​ຫະກິດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໝວດ​ມາດ​ຕະການ​​ເຊິ່ງກະຊວງ​ການ​ເງິນ​ຍື່ນ​ສະ​ເຫ​ນີຕໍ່​ລັດ​ຖະບານ ​ແລະ ​ໄດ້​ຮັບ​ການ​ຮັບຮອ​ງ​ເອົາ​​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ​ແມ່ນ​ຫລາຍ​ກວ່າ ​ແລະ ມີຄວາມ​ສາມາດ​ປະຕິບັດ​​ໄດ້ຫລາຍ​ກວ່າ​ເມື່ອ​ທຽບ​ໃສ່​ປີ 2011. ຍິ່ງ​​ໄປກວ່າ​ນັ້ນ ຈຳນວນ ອາກອນ​ໃນ​ປີ 2011 ຂອງວິ​ສາ​ຫະກິດ​​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນັ້ນ​ຈະ​ໄດ້​ຮັບ​ການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນຕື່ມ​ອີກ ນີ້​ແມ່ນ​ຄວາມພະຍາຍາມ​ທີ່​ສຸດ​ຂອງ​ກະຊວງ​ການ​ເງິນ. ”

        ທ່ານ​ນາງ Vu Thi Mai ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ໃຫ້​ຮູ້​ວ່າ: ຍອດ​ມູນ​ຄ່າ​ຂອງ​ໝວດ​ມາດ​ຕະການ​ກ່ຽວ​ກັບ​ອາກອນ​ທີ່​ມີ​ຕໍ່​ວິ​ສາ​ຫະກິດ​ແມ່ນ 29.000 ຕື້​ດົ່ງ. ພິ​ເສດ ບັນດາ​ມາດ​ຕະການ​ນີ້​ຈະຫນູນ​ຊ່ວຍ​ຖືກ​ກັບ​ເປົ້າ​ໝາຍ, ຖືກ​ກັບ​ຈຸດໝາຍ ​ແລະ ທັນ​ການ ຕາມ​ລະດັບ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ. ທ່ານ​ນາງ Vu Thi Mai ​ເນັ້ນ​ຫນັກ​ວ່າ: 

“ຈຳນວນວິ​ສາ​ຫະກິດ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ສ່ວນ​ຫລາຍ​ແມ່ນ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ປຸ້ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂົງດົງ, ສິນ​ໃນ​ນ້ຳ, ​ຕຳ​ແຜ່ນ​ຕັດ​ຫຍິບ, ​ເອ​ເລັກ​ໂຕ​ນິກ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ອະສັງຫາລິມະຊັບ. ບ້ວງ​ເງິນ​ຫນູ​ນຊ່ວຍ​ແມ່ນ​ສຸມ​ໃສ່​ອາກອນ, ບໍ່​ພຽງ​ແຕ່​ຫລຸດຜ່ອນ 30% ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​​ໃນ​ປີ 2012 ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ ​ແລະ ຫລຸດຜ່ອນ​ຄ່າ​ເຊົ່າ​ທີ່​ດິນອີກ​ດ້ວຍ. ອາດ​ຈະ​ເວົ້າ​ໄດ້​ວ່າ ບັນດາ​ມາດ​ຕະການ​ທີ່ຍົກ​ອອກ​ມາ ບໍ່​ພຽງ​ແຕ່​ສຳລັບວິ​ສາ​ຫະກິດ​​ທີ່​ດຳ​ເນີນ​ທຸລະ​ກິດ​ມີ​ກຳ​ໄລ​ເທົ່າ​ນັ້ນ ຫາກ​ຍັງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ລວມຂອງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ຂະ​ແຫນງ​ການ​ທີ່​ພວມ​ປະ​ທົບ​ກັບ​ຄວາມ​ຫຍຸ້ງຍາກອີກ​ດ້ວຍ.”

          ​ໃນ​ 4 ​ເດືອນ​ຕົ້ນ​ປີ, ທັງ​ປະ​ເທດ​ມີ​ວິ​ສາ​ຫະກິດ​ເກືອບ 18.000 ​ແຫ່ງ​ຖືກ​ລົ້ມ​ລະລາຍ, ຢຸດຕິ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ຂຶ້ນ​ເກືອບ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ ໝວດ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ ​ແລະ ຫລຸດຜ່ອນ​ອາກອນ ຂອງ​ລັດຖະບານ​ປະຈຸ​ບັນ ​ແມ່ນ​ທັນ​ການ, ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ​ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ກະຕຸກ​ຊຸກຍູ້​ການ​ເຕີບ​ໂຕ, ຮັບປະກັນ​​ໃຫ້ພື້ນຖານ​ເສດຖະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພັດທະນາ​ແບບ​ຍືນ​ຍົງ.

ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ