Haniff VI - ງານມະຫາກຳເຊີດຊູບັນດາຮູບເງົາດີເດັ່ນຂອງ ສາກົນ ແລະ ຫວຽດນາມ

(VOVWORLD) -Haniff VI ແມ່ນງານມະຫາກຳເຊີດຊູບັນດາຜະລິດຕະພັນຮູບເງົາທີ່ດີເດັ່ນຂອງສາກົນ ແລະ ຫວຽດນາມ, ມີຄຸນຄ່າສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ປະດິດຄິດສ້າງໃນຮູບເງົາ; ສົ່ງເສີມບັນດາຜູ້ມີຄວາມສາມາດໃໝ່ຂອງຮູບເງົາສາກົນ ແລະ ຫວຽດນາມ.
 
Haniff VI - ງານມະຫາກຳເຊີດຊູບັນດາຮູບເງົາດີເດັ່ນຂອງ ສາກົນ ແລະ ຫວຽດນາມ - ảnh 1Haniff VI ແມ່ນເຫດການຮູບເງົາລະດັບພາກພື້ນ ແລະ ແມ່ນງານມະຫາກຳໃຫຍ່ຢູ່ພາກພື້ນ ອາຊຽນ
(ພາບ: VGP)
 

ງານມະຫາກຳຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ VI (Haniff VI) ໄດ້ດຳເນີນໃນລະຫວ່າງວັນທີ 08 – 12 ພະຈິກ, ດ້ວຍການເຂົ້າຮ່ວມຂອງຮູບເງົາເກືອບ 200 ເລື່ອງ ທີ່ມາຈາກ 68 ປະເທດ ແລະ ເຂດແຄ້ວນ. ດ້ວຍຄຳຄວັນທີ່ວ່າ “ຮູບເງົາ - ວັດທະນະທຳມະນຸດ, ດັດປັບໃຫ້ເໝາະສົມ ແລະ ພັດທະນາ”, Haniff VI ແມ່ນງານມະຫາກຳເຊີດຊູບັນດາຜະລິດຕະພັນຮູບເງົາທີ່ດີເດັ່ນຂອງສາກົນ ແລະ ຫວຽດນາມ, ມີຄຸນຄ່າສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ປະດິດຄິດສ້າງໃນຮູບເງົາ; ສົ່ງເສີມບັນດາຜູ້ມີຄວາມສາມາດໃໝ່ຂອງຮູບເງົາສາກົນ ແລະ ຫວຽດນາມ.

        ພາຍຫຼັງພິທີໄຂງານມະຫາກຳໃນວັນທີ 08 ພະຈິກ, Haniff VI ໄດ້ສາຍຮູບເງົາຍາວ, ສັ້ນ 191 ເລື່ອງ, ໃນຈຳນວນຮູບເງົາກວ່າ 400 ເລື່ອງເຊິ່ງ 68 ປະເທດ ແລະ ເຂດແຄ້ວນສົ່ງມາຮ່ວມ. ຢູ່ບັນດາໂຮງໜັງຮັບໃຊ້ງານມະຫາກຳຄື: ສູນຮູບເງົາແຫ່ງຊາດ; BHD Cineplex; CJ CGV; Galaxy… ຄະນະຈັດຕັ້ງ ໄດ້ເລືອກເອົາຮູບເງົາ 12 ເລື່ອງຂອງ ຫວຽດນາມ ເພື່ອສາຍຢູ່ເຂດກາງແຈ້ງ ຄື: “ໂຮ້ຍອານ - ນະຄອນສະຫງົບງຽບ”, “ສາລາບ້ານທາງພາກເໜືອ”, “ໝາກປູມເປົ້າ”… ເຊິ່ງໄດ້ດຶງດູດຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ. ເອື້ອຍ ແທັງຖາວ, ຢູ່ເມືອງ ດົງດາ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໃນ 3 ຄ່ຳຄືນທີ່ສາຍຮູບເງົານັ້ນ ຂ້າພະເຈົ້າລ້ວນແຕ່ມາຊົມເບິ່ງ ແລະ ພົວພັນແລກປ່ຽນກັບລາຍການ. ຂ້າພະເຈົ້າເຫັນວ່າ ບັນດາຜູ້ຜະລິດຮູບເງົາຂອງ ຫວຽດນາມ ນັບມື້ນັບເປັນມືອາຊີບກວ່າ, ບົດລະຄອນປະດິດຄິດສ້າງ ແລະ ມີເນື້ອໃນລົງເລິກກວ່າ… ພິເສດ, ຮູບເງົາກໍ່ໄດ້ຮັບການລົງທຶນເປັນມືອາຊີບກວ່າ. ຂ້າພະເຈົ້າຄິດວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ຮູບເງົາ ຫວຽດນາມ ໂຄສະນາອອກສູ່ໂລກ ກໍຄືພົວພັນແລກປ່ຽນ, ຮຽນຮູ້ເອົາວິທີຖ່າຍທຳຮູບເງົາຂອງຫຼາຍປະເທດ”.

        Haniff VI ໄດ້ຈັດຂຶ້ນໃນສະພາບທີ່ຮູບເງົາ ຫວຽດນາມ ພ້ອມກັບບັນດາຂະແໜງສິລະປະອື່ນພວມຢູ່ໃນທ່າຟື້ນຟູ ແລະ ສຸມໃສ່ພັດທະນາ ພາຍຫຼັງ 2 ປີທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ, ໃຫ້ຮູ້ວ່າ:

        “Haniff VI ແມ່ນເຫດການຮູບເງົາລະດັບພາກພື້ນ ແລະ ແມ່ນງານມະຫາກຳໃຫຍ່ຢູ່ພາກພື້ນ ອາຊຽນ. ຕະຫຼາດຮູບເງົາຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີການພັດທະນາຢ່າງແຮງທີ່ສຸດ ຕາມການຕີລາຄາຂອງບັນດານັກຊ່ຽວຊານດ້ານຮູບເງົາ ອາເມລິກາ, ຈີນ… ຮູບເງົາ ຫວຽດນາມ ມີການຟື້ນຟູຢ່າງແຮງ, ວ່ອງໄວພາຍຫຼັງໂລກລະບາດໂຄວິດ-19”.

        ຈາກຮູບເງົານັບຮ້ອຍເລື່ອງທີ່ສົ່ງມາຮ່ວມ, Haniff VI ເລືອກເອົາຮູບເງົາກວ່າ 120 ເລື່ອງຂອງກວ່າ 50 ປະເທດ ແລະ ເຂດແຄ້ວນທີ່ສົ່ງເຂົ້າຮ່ວມການປະກວດ, ໃນນັ້ນມີ ຮູບເງົາ 11 ເລື່ອງ ແລະ ຮູບເງົາສັ້ນ 20 ເລື່ອງ. ດ້ວຍການຄັດເລືອກທີ່ເຄັ່ງຄັດຂອງຄະນະຈັດຕັ້ງນັ້ນ, Haniff VI ຖືເປັນສຳຄັນບັນດາຮູບເງົາທີ່ມີຄຸນຄ່າສິລະປະສູງ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສ້າງຂີດໝາຍພົ້ນເດັ່ນ, ເປັນເອກະລັກສະເພາະ. ຜູ້ກຳກັບການສະແດງ ຫງວຽນຮ່ວາງເລິມ, ສະມາຊິກຄະນະກຳມະການໃນການມອບລາງວັນ, ໃຫ້ຮູ້ວ່າ:

        “ມີບາງເຫດການມີລັກສະນະທົ່ວໂລກ, ສ້າງຂີດໝາຍໄດ້ສ່ອງແສງຜ່ານຮູບເງົາເລື່ອງຕ່າງໆ. ບັນດາເລື່ອງລາວນັ້ນໄດ້ສັງເກດຈາກແງ່ມູນທີ່ແຕກຕ່າງກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມອຸດົມສົມບູນ, ຫຼາຍຮູບຫຼາຍແບບ… ຜູ້ຊົມຈະໄດ້ຮັບເອົາຄວາມຮູ້ໃໝ່, ຄວາມຮູ້ສຶກໃໝ່ກ່ຽວກັບຊີວິດ”.

        ມີຮູບເງົາ 11 ເລື່ອງໃນລາຍການຮູບເງົາຕອນຍາວເຂົ້າຮ່ວມການປະກວດ ແມ່ນບັນດາຮູບເງົາໄດ້ຄັດເລືອກຈາກຮູບເງົາ ຫວຽດນາມ ແລະ 10 ປະເທດອື່ນຄື: ອິນເດຍ, ໂປໂລຍ, ອີຣານ, ຝລັ່ງ, ບຣາຊິນ, ແອັດສະປາຍ, ສີລັງກາ… ຮູບເງົາແຕ່ລະເລື່ອງນັ້ນໄດ້ເຕື້ອງເຖິງຫົວເລື່ອງທີ່ແຕກຕ່າງກັນ, ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ, ມະນຸດຂອງແຕ່ລະປະເທດ, ສ້າງເປັນຮູບພາບຢ່າງມີຊີວິດຊີວາ ແລະ ດຶງດູດໃຈ. ປະເທດເຈົ້າພາບ ຫວຽດນາມ ໄດ້ເລືອກເອົາຮູບເງົາ “ດອກຊ້ອນ” ຂອງຜູ້ກຳກັບການສະແດງ, ນັກສິລະປິນປະຊາຊົນ ດັ້ງເຍິດມິງ ເພື່ອສົ່ງມາຮ່ວມງານມະຫາກຳຄັ້ງນີ້. ຮູບເງົາ “ດອກຊ້ອນ” ໄດ້ເລົ່າເລື່ອງກ່ຽວກັບຊີວິດຂອງຊາວ ຈ່າງອານ, ຮ່າໂນ້ຍ. ພ້ອມກັນນັ້ນ, ທ່ານ ວີກຽນແທັ່ງ, ຫົວໜ້າກົມຮູບເງົາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

        “ປີນີ້ມີລາງວັນຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ທີ່ມອບໃຫ້ຮູບເງົາເລື່ອງໜຶ່ງກ່ຽວກັບ ຮ່າໂນ້ຍ; ລາງວັນໃຫ້ຜູ້ກຳກັບໜຸ່ມມີອາຍຸແຕ່ 18-35 ປີ”.

        ໃນຂອບເຂດ Haniff VI, ປະຊາຊົນ ຮ່າໂນ້ຍ ແລະ ນັກທ່ອງທ່ຽວໄດ້ຮັບຊົມການວາງສະແດງ “ສະພາວະຖ່າຍທຳຮູບເງົາແມ່ນບັນດາເຂດປູຊະນີຍະສະຖານ, ມໍລະດົກວັດທະນະທຳຂອງ ຮ່າໂນ້ຍ” ແນະນຳກວ່າ 200 ຮູບພາບໃນບັນດາຮູບເງົາຂອງ ຫວຽດນາມ ທີ່ໄດ້ຖ່າຍທຳຢູ່ ຮ່າໂນ້ຍ ແລະ ແນະນຳບັນດາກຸ່ມປູຊະນີຍະສະຖານ, ມໍລະດົກວັດທະນະທຳຂອງນະຄອນຫຼວງ. Haniff VI ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ, ຮູບເງົາເທົ່ານັ້ນ ຫາກຍັງແມ່ນການເຄື່ອນໄຫວເພື່ອປະກອບສ່ວນຊຸກຍູ້ການພັດທະນາດ້ານການທ່ອງທ່ຽວ ແລະ ການບໍລິການ, ປະກອບສ່ວນໂຄສະນາປະເທດຊາດ ຫວຽດນາມ ທີ່ສວຍງາມ ແລະ ຮັກແພງແຂກຄົນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ