ກຸ່ມ link ຫວຽດນາມ ເຊື່ອມຕໍ່ຄວາມຮັກແພງ

ກຸ່ມ link ຫວຽດນາມ ເຊື່ອມຕໍ່ຄວາມຮັກແພງ - ảnh 1
(ພາບປະກອບ)

(vovworld)- ຄວາມ​ສຸດ​ຈິດ​ສຸດ​ໃຈ, ​ເປີດ​ອົກ​ເປີດ​ໃຈ ​ແລະ ຈິງ​ໃຈ ​ແມ່ນ​ຈຸດ​ລວມຂອງ​ບັນດາ​ເພື່ອນ​ໜຸ່ມ​ໃນ​ກຸ່ມ link VN, ມີສະມາຊິກ​ສົມ​ບູນ 11 ຄົນ ​ແລະ ​ເພື່ອນຮ່ວມ​ງານ 35 ຄົນ ​ສ່ວນ​ຫຼາຍ​ແມ່ນ​ນັກ​ສຶກສາ​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ທີ່​ຮ່າ​ໂນ້ຍ ​ໄດ້​ພົບ​ປະກັນ, ພ້ອມ​ກັນ​ເຄື່ອນ​ໄຫວ​ອາສາ​ສະໝັກ ​ແລະ ມີ​ການ​ກະທຳ​ເພື່ອ​ປະຊາ​ຄົມ. ​

        ຈຸດ​ລວມຂອງ​ບັນດາ​ສະມາຊິກ​ໃນກຸ່ມ link VN ນັ້ນ​ແມ່ນ​ຄວາມ​ໜຸ່ມ​ແໜ້ນ, ຂະຫຍັນ​ຂັນ​ເຂື່ອນ, ສຸດ​ຈິດ​ສຸດ​ໃຈ, ກ້າ​ຄິດ​ກ້າ​ທຳ. ​ເຂົາ​ເຈົ້າ​ລ້ວນ​ແຕ່​ປາຖະໜາ​ຢາກ​ອຸທິດ​ສ່ວນ, ປະກອບ​ກຳລັງ​ທີ່​ໜຸ່ມ​ແໜ້ນ ​ເພື່ອ​ເຮັດ​ວຽກ​ງານ​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ. ພວກ​ເພື່ອນ​ໄດ້​ພ້ອມ​ກັນ​ສ້າງ​ມາດຖານ​ແຫ່ງ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເອກະ​ພາບ​ນັ້ນ​ແມ່ນ: ​ເຊື່ອມ​ຕໍ່ - ຮັບ​ຟັງ - ມີຄວາມ​ຮັບຜິດຊອບ - ຄວາມ​ຍຸຕິ​ທຳ ​ແລະ ສະ​ນິດ​ຕິ​ດພັນ. ກຸ່ມ link VN ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ຕົ້ນ​ປີ 2012, ​ແຕ່​ກ່ອນ​ນັ້ນ ພວກ​ເພື່ອນ​ໄດ້​ພ້ອມ​ກັນ​ປະຕິບັດ​ວຽກ​ງານ​ອາສາ​ສະໝັກ​ໄດ້​ຫຼາຍ​ວຽກ​ງານ.

        ”ພວກ​ນ້ອງໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່ ທຸງ​ກວງ, ​ໂມກ​ເຈົາ, ​ເຊີນ​ລາ. ພວກນ້ອງ​ໄດ້​ລະດົມການ​ບໍລິຈາກ​ເພື່ອມອບ​ຂອງຂວັນ, ​ໂສ້ງ​ເສື້ອ, ປື້​ມ​ໃຫ້​ແກ່​ເດັກນ້ອຍ ກໍ່​ຄືກ​ວດ, ປິ່ນປົວ​ພະຍາດ, ​ແຈກ​ຢາຍ​ຢຸກຢາ ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ…”

ກຸ່ມ link ຫວຽດນາມ ເຊື່ອມຕໍ່ຄວາມຮັກແພງ - ảnh 2
(ພາບປະກອບ)

link VN ໝາຍ​ຄວາມ​ວ່າການ​ເຊື່ອມ​ຕໍ່, ດັ່ງ​ນັ້ນ​ບັນດາ​ສະມາ​ຊິກ​ໃນ​ໜ່ວຍລ້ວນ​ແຕ່​ປາຖະໜາ​ຢາກ​ເຊື່ອມ​ຕໍ່​ກັບ​ທຸກ​ຄົນ​ເພື່ອ​ມຸ່ງ​ໄປ​ສູ່​ປະຊາ​ຄົມ. Tran Thu Huong, ນັກຮຽນ​ຫ້ອງ 12, ​ເຊິ່ງ​ແມ່ນ​ສະມາ​ຊິກ​ໜຸ່ມ​ກວ່າ​ໝູ່​ໃນ​ໜ່ວຍ​ກໍ່​ໄດ້​ຢັ້ງຢືນ​ວ່າ:

        ”link VN​ ເລີ່​ມມາ​ຈາກ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ​ແລະ ພາຍຫຼັງ​ການ​ເຄື່ອນ​ໄຫວ​ນັ້ນ ພວກ​ນ້ອງ​ຢາກ​ສ້າງ​ຂະ​ບວນອາສາ​ສະໝັກ​ຫຼາຍ​ກວ່າ​ອີກ, ດັ່ງ​ນ້ັນ​ຈຶ່ງ ສ້າງ​ຕັ້ງກຸ່ມ link VN ຂື້ນ ​ເພື່ອ​ເປັນ​ການ​ພົບ​ປະ​ແລກປ່ຽນ ​ແລະ ຊ່ວຍ​ເຫຼືອ​ຄົນ​ອື່ນ​ທີ່​ຍັງ​ດ້ອຍ​ໂອກາດ​ໃນ​ສັງຄົມ ”

        ​ໃນ​ເບື້ອງ​ຕົ້ນ​ທີ່​ເຂົ້າ​ຮ່ວມ​ຂະ​ບວນການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ບັນດາ​ສະມາຊິກ​ເຫັນ​ວ່າ​ຕ້ອງ​ມີ​ການ​ເຄື່ອ​ນ​ໄຫວ​ເປັນ​ລະບົບ ​ສະ​ນັ້ນ​ຈຶ່ງ​ຂໍ​ການ​ອຸປະຖຳ. ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່ link VN ກໍ​ໄດ້​ຈັດ​ຕ້ັງງານ​​ອາຫານ​ເຈ ​ສຳ​ເລັດ, ​ເຊິ່ງມີ​ລາຄາ  65000-75000/ ຫົວ. ນາງ Duong hoai linh ​ໃຫ້​ຮູ້​ວ່າ:

“ທຳ​ອິດ​ພວກ​ນ້ອງ​ໄດ້​ໄປ​ຊອກ​ຮູ້​ວິທີ​ການ​ປຸງ​ແຕ່ງຢູ່​ຕາມ​ຮ້ານອາຫານ​ເຈ​ແຫ່ງ​ຕ່າງໆ​ໃນ​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ​ຊື້​ວັດຖຸ​ດິບ​ມາ​ລວມຢູ່​ເຮືອນ​​ໃຜ​ຜູ້​ຫນຶ່ງ​ແລ້ວທຸກ​ຄົນ​ພ້ອມ​ກັນ​ເຮັດ. ບັນຍາກາດ​ມ່ວນ​ຊື່ນຫຼາຍ”

ທັງ ຫາຍ ​ແລະ ລິ່ງ ລ້ວນ​ແຕ່ ຕົກສະ​ເງີ້​ຕໍ່​ຜົນສຳ​ເລັດ​ໃນ​ງານ​ຄັ້ງ​ນີ້. ​ນັກ​ສຶກສາ​ແຕ່ລະ​ໂຮງຮຽນ​ໄດ້​ສ່າ​ລື​ກັນ​ແລະ​ພ້ອມ​ກັນ​ປະກອບສ່ວນ​ສ້າງ​ເປັນ​ຜົນສຳ​ເລັດ. ນາງ ດັງ​ແອັງ​ກຽດ ນັກ​ສຶກສາ ມະຫາວິທະຍາ​ໄລ ຊັບ​ພະ​ວິ​ຊາ ​ໃຫ້​ຮູ້​ວ່າ:

“ນ້ອ​ງເຫັນ​ວ່າ ງານ​ລ້ຽງ​ອາຫານ​ເຈ ມີ​ຄວາມ​ໝາຍ, ບໍ່​ພຽງ​ແຕ່​ເປັນ​ໂອກາດ​ໃຫ້​ທຸກ​ຄົນ​ໄດ້​ທຳ​ຄວາມ​ຮູ້ຈັກ​ຮັກ​ແພງ​ກັບ​ໝູ່​ເພື່ອນ​ເທົ່າ​ນັ້ນ, ງານ​ຄັ້ງ​ນ້ີ​ຍັງ​ມີ​ປະ​ໂຫຍ​ດຫຼາຍ​ຢ່າງ ​ແລະ ຊ່ວຍ​ໃຫ້​ພວກ​ນ້ອງ​ນັກ​ສຶກສາ​ໄດ້​ເຕົ້າ​ໂຮມ​ກັນ​ ​ເພື່ອ​​ແລກປ່ຽນ, ລະດົມ​ກຳລັງ​ໃຈ​ສູ້​ຊີວິດ​ຢ່າງ​ບໍ່​ທໍ້ຖອຍ”

ກຸ່ມ link ຫວຽດນາມ ເຊື່ອມຕໍ່ຄວາມຮັກແພງ - ảnh 3
(ພາບປະກອບ)

ຈຳ​ນວນ​ເງິນ​ທີ່​ໄດ້​ມາ​ຈາກ​ການຈັດ​ງານ​ອາຫານ​ເຈ​ນັ້ນ,  ກຸ່ມ link VN ຈະ​ນຳ​​ໃຊ້​​ເພື່ອ​ຈັດ​ງານ ບຸນ​ໄຫວ້​ພະຈັນ​ແບບ​ບູຮານ. link VN ພຽງ​ແຕ່​ຢາກ​ສ້າງ​ເວທີ​ເພື່ອ​ແນະນຳ ​ແລະ ຮັກສາ​ສີສັນ​ວັດທະນະທຳ​ພື້ນ​ເມືອງທີ່​ເປັນ​ເອກະ​ລັກ​ໃຫ້​ແກ່​ນັກຮຽນ​ປະຖົມ, ມັດທະຍົມ ຢູ່​ບໍລິ​ເວນ ​ເມືອງ ​ແທງ​ຊວນ ​ແລະ ດົງ​ດ່າ. ສ່ວນ​ທ້າຍ​ປີ link VN ຈະ​ກັບ​ມາຈັດ​ຕັ້ງ​ຢູ່​ ຕາ​ແສງ ທຸງ​ກວງ, ໝົກ​ເຈົ່າ ​ເພື່​ອສະຫຼຸບຕີລາຄາໝາກຜົນ​ຂອງ​ຂະ​ບວນການ​ເຄື່ອນ​ໄຫວ ​ແລະ ​ຊ່ວຍ​ເຫຼືອ​ເດັ​ກປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ​ເພື່ອ​​ເສີມ​ຂະຫຍາຍ​ຂະ​ບວນການ​ອາສາ​ສະໝັກ​​ໃໝ່​ທີ່​ມີ​ປະສິດທິ​ຜົນ, ຍຸດຕິ​ທຳ, ​ໂປ່​ງ​ໃສ ​ແລະ ມີ​ຄຸ​ນນະພາ​ບດີ.

ຕອບກັບ

ຂ່າວ/ບົດ​ອື່ນ