ການສຶກສາສອງພາສາພ້ອມກັນໃຫ້ແກ່ເດັກນ້ອຍຊົນເຜົ່າສ່ວນໜ້ອຍ

ການສຶກສາສອງພາສາພ້ອມກັນໃຫ້ແກ່ເດັກນ້ອຍຊົນເຜົ່າສ່ວນໜ້ອຍ - ảnh 1
(ພາບ: gdtd.vn)

​ເມືອງ ບາດ​ຊາດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເມືອງ​ຂອງ​ແຂວງ ລາວ​ກາຍ ທີ່​ມີ​ຫຼາຍຊົນເ​ຜົ່າດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ເຊັ່ນ​: ​ເຜົ່າ​ມົ້ງ, ຊີ​ລາ, ​ໄຕ, ຈີນ, ​ແຕ່ລະ​ເຜົ່າ​ຢູ່​ທີ່​ນີ້ລ້ວນ​ແຕ່​ມີ​ພາສາ​ສະ​ເພາະ. ດັ່ງ​ນັ້ນ, ​ໃນ​ການ​ຮ່ຳຮຽນ, ຮັບ​ເອົາຄວາມຮູ້​ໃໝ່, ນັກຮຽນ​ຊາວ​ຊົນ​ເຜົ່າ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ, ຍ້ອນ​ບໍ່​ຮູ້​ພາສາ​ກິ​ງ (ໝາຍ​ເຖິງ​ພາສາ​ຫວຽດ). ​ເພື່ອ​ຊ່ວຍ​ໃຫ້​ພວກ​ນ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ຫວ່າງ​ແລ້ວ​ນີ້ລັດຖະບານ​ ຫວຽດນາມ ​ແລະ ກອງ​ທຶນ​ເຍົາວະ​ຊົນສະຫະ​ປະຊາ​ຊາດປະຈຳຫວຽດ ນາມ ​ໄດ້​ຈັດ​ລາຍການ​ສຶກສາ​ດ້ວຍ 2 ພາສາ​ພ້ອມ​ກັນ​ໃຫ້​ແກ່​ເດັກນ້ອຍ​ຊົນ​ເຜົ່າ​ຢູ່​ໂຮງຮຽນ​ປະຖົມ ບາດ​ຊາດ. ພາຍຫຼັງ​ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ, ມາ​ຮອດ​ປະຈຸ​ບັນລາຍການ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ພໍ​ສົມຄວນ.

ນັບ​ແຕ່​ປີ 2008, ​ແຂວງ ລາວ​ກາຍ ​ໄດ້​ລົງທຶນ​ກວ່າ 3 ຕຶ້ດົ່ງ​ເພື່ອ​ກໍ່ສ້າງ​ທົດ​ລອງໂຮງຮຽນ​ປະຖົມ​ໃຫ້​ລູກ​ຫຼານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ດ້ວຍ​ພາ ຫະນະອຸປະກອນສິດສອນ, ປື້​ມຕຳລາ​ຮຽນ​ເປັນ 2 ພາສາ… ​ເພື່ອສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່ການ​ສິດສອນ ​ແລະ​ ຮ່ຳຮຽນ​ສອງ​ພາສາ​ພ້ອມ​ກັນ​ຢູ່​ໂຮງຮຽນ​ປະຖົມ ບາດ​ຊາດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຊົ່ວ​ໂມງ​ຮຽນ 2 ພາສາ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກພວກ​ນ້ອງ​ນັກຮຽນ​ ​ແລະ ບັນລຸ​ໄດ້​ໝາກຜົນ​ທີ່​ຕັ້ງໜ້າ. 

" ນ້ອງ​ຊື່ວ່າ ຫູ່​ໂກ໋​ເລີ້​ຍ, ຮຽນ​ຫ້ອງ ​ປໍ2 ​ໂຮງຮຽນ​ປະຖົມ ບາດ​ຊາດ, ​ແຂວງ ລາວ​ກາຍ. ນອກຈາກ​​​ໄດ້ຮຽນ​ດ້ວຍພາສາ​ມົ້ງຂອງ​ຊົນ​ເຜົ່າ​ຕົນ​ແລ້ວ, ປະຈຸ​ບັນນ້ອງຍັງ​​​ໄດ້ຮຽນດ້ວຍພາສາ​ຫວຽດພ້ອມ​ກັນ. ​ເມື່ອ​ເຕີບ​ໃຫຍ່​ນ້ອງ​ຈະ​ມີ​ໂອກາດ​ໄປ​ເຮັດ​ວຽກ​ຢູ່​ເຂດ​ທົ່ງພຽງ."

ຫູ່​ໂກ໋​ເລີ້​ຍ ​ໃຫ້​ຮູ້​ວ່າ ​ຄອບຄົວ​ຂອງ​ນ້ອງ​ຢູ່​ເມືອງ ຈູ່ຟູ໋, ຫ່າງ​ຈາກ​ໂຮງຮຽນ​ 5 ກ.ມ. ​​ເຖິງ​ວ່າ​ທາງ​ໄປ​ໂຮງຮຽນ​ຈະ​ໄກ ​ແລະ ຕ້ອງ​ຍ່າງ​ໄປ​ກໍ່ຕາມ, ແຕ່​ນ້ອງຍັງມັກໄປ​ຮຽນທີ່​ສຸດ.


" ຢູ່​ໂຮງຮຽນ​ນ້ອງ​ໄດ້​ຮຽນໜັງສື, ຕົວ​ເລກ, ​ແລະ​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ມ່ວນໆ​ດ້ວຍ​ພາສາຫວຽດ. ນ້ອງ​ມັກ​ໄປ​ຮຽນ​ຫຼາຍ. ນ້ອງ​ມີ​ອ້າຍ 2 ຄົນ, ​ເຂົາ​ເຈົ້າລ້ວນ​ແຕ່​ໄປ​ຮຽນ ​ແລະ​ເວົ້າ​ພາສາ​ຫວຽດໄດ້. "

ໂດຍ​ຕ່າງ​ກັບ ຫູ່​ໂກ໋​ເລີ້​ຍ, ລີ່​ຈ່າ​ອິກ ພຽງແຕ່ໄດ້ຮຽນສອງ​ພາສາ​ພ້ອມ​ກັນຂະນະ​ທີ່​ພວມ​ຮຽນຫ້ອງ 5​, ​ແຕ່​ພາຍຫຼັງ​ 1 ປີ​, ລີ່​ຈ່າ​ອິກ ສາ ມາດ​ເວົ້າ​ ​ແລະ ຂຽນພາສາ​ກິ​ງ​ໄດ້​ດີ. ລີ່​ຈ່າ​ອິກ ​ໃຫ້​ຮູ້​ວ່າ ຢູ່​ບ້ານ​ຂອງ​ນ້ອງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ບໍ່​ມີ​ໄຟຟ້າ, ​ໂທລະສັບ​ກໍ່​ບໍ່​ທັນມີ, ​ແຕ່​ຊາວ​ເຜົ່າ​ມົ້ງ​ພັດມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ການ​ຮ່ຳ ຮຽນ.​

" ນ້ອງ​ໄປ​ຮຽນເພື່ອ​ໃຫ້ຊີວິດ ​ແລະ​ອະນາຄົດ​ຂອງ​ຕົນ​ເປັນ​ປົກກະຕິ ​ແລະ ມີ​ຄວາມ​ຜາ​ສຸກ​ກວ່າ. ປະຈຸ​ບັນ​ນ້ອງ​ຫວັງ​ວ່າ​ຈະ​ໄດ້​ຮ່ຳຮຽນ​​​, ກາຍ​ເປັນ​ຄູ​ສອນ​ເພື່ອ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ໃນ​ໝູ່​ບ້ານ​ຂອງ​ຕົນ."

ດ້ວຍ​ການ​ພັດທະນາ​ຂອງ​ສັງຄົມ, ນັບ​ມື້​ນັບ​ມີ​ຄົນ​ເຜົ່າ​ມົ້ງ ຫຼາຍ​ຄົນ ຢາກ​ຮູ້​ພາສາ​ຫວຽດ ​ເພື່ອ​ສາມາດ​ພົວພັນ​ແລກປ່ຽນ​ກັບ​ຄົນ​ຢູ່​ບ່ອນ​ອື່ນ. ນາງ ວີ​ຮ່ວາງ​ລຽນ, ສັງກັດຫ້ອງການ​ສຶກສາ​ເມືອງ ບາດ​ຊາດ ​ໃຫ້​ຮູ້​ວ່າ. ປະຈຸ​ບັນ​ປື້​ມຕຳລາຮຽນ​ຂອງ​ໂຮງຮຽນ​ປະຖົມ ບາດ​ຊາດ ​ໄດ້​ຮັບ​ການ​ຮຽບຮຽງ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ນັກຮຽນ ທັງ​​ສອນ​ດ້ວຍພາສາ​ມົ້ງ, ທັງ​ສອນ​ດ້ວຍ​ພາສາ​ກິ​ງ.

" ດ້ວຍ​ປື້​ມຕຳລາ 4 ຫົວ ​ທີ່ໄດ້​ຮັບ​ການ​ຮຽບຮຽງ​ດ້ວຍ​ພາສາ ມົ້ງ ​ແລະ​ພາສາ​ຫວຽດ, ​ເລື່ອງ​​ສິດສອນ​ແລະ ຮຽນ​ຂອງ​ຄູ​ສອນ ​ແລະ ນັກຮຽນ​ຢູ່​ທີ່​ນີ້ກໍ່​ສະດວກ​ສະບາຍ​ກວ່າ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ສະພາບນັກຮຽນປະ​ຮຽນ, ​ເບື່ອ​ໜ່າຍ​ການ​ຮຽນ ຫຼື ຢ້ານ​ຮຽນ​ອີກ​."

ການ​ຮຽນ​ສອງ​ພາສາ​ພ້ອມ​ກັນ​ບໍ່​ພຽງ​ແຕ່​​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ນັກຮຽນ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ປະຊາຊົນ​ໃນ​ທ້ອງ​ຖີ່​ນ​ເຫັນ​ໄດ້​ຄວາມ​ຕ້ອງການ​ທີ່​ແທດ​ຈິງ​ຂອງ​ພາສາ​ຫວຽດໃນ​ຊີວິດ​ປະຈຳ​ວັນ​ອີກ​ດ້ວຍ. ​ນາງ ​ໂດ໋ທິ​ແທງ​ງວານ, ອຳນວຍ​ການ​ໂຮງຮຽນ​ປະຖົມ ບາດ​ຊາດ ​ໃຫ້​ຮູ້​ວ່າ:

" ປະຈຸ​ບັນ, ຄວາມ​ຮັບ​ຮູ້ຂອງ​ພວກ​ນ້ອງ​ໄດ້​ມີ​ຄວາມ​ກ້າວໜ້າ​ກວ່າ. ພວກ​ນ້ອງ​ເວົ້າ​ພາສາ​ຫວຽດໄດ້​ດີກ​ວ່າ​ຊຸມ​ປີ​ກ່ອນ ​ແລະ ​ມີ​ສະຕິ​ຮ່ຳຮຽນ​ຢ່າງ​ຈະ​ແຈ້ງ. ສ່ວນ​ພໍ່​ແມ່​ນັກຮຽນ​ກໍ່​ຊື້​ປື້​ມສໍ, ​ໂສ້ງ​ເສື້ອ​ໃຫ້​ລູກ​ຫຼານ​ໄປ​ຮຽນ."

ໂດຍ​ມີ​ວິທີ​ສອນ​ສອງ​ພາສາ​ພ້ອມ​ກັນ​ໃຫ້​ແກ່​ນັກຮຽນ​ຊົນ​ເຜົ່າ​ນັ້ນ ​ໄດ້​ຊ່ວຍ​ໃຫ້​ເດັກນ້ອຍ​ຊົນ​ເຜົ່າ​ສຳ​ພັດ​ກັບ​ຄວາມ​ຮູ້​ສັງຄົມ​ທີ່​ກວ້າງ​ໃຫຍ່​ກວ່າ ດ້ວຍ​ຫຼາຍ​ສິງ​ຫຼາຍ​ຢ່າງ​ທີ່​ດີງາມ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ເລື່ອງ​ສອນ​ພາ ສາ​ຫວຽດພ້ອມ​ກັບ​ພາ​ສາ​ຊົນ​ເຜົ່າ​ນັ້ນ  ​ໄດ້​ປະກອບສ່ວນ​ອະນຸລັກ​ຮັກສາ ວັດທະນະທຳ​ຫຼາຍ​ພາສາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທີ່​ນີ້.

                                                                                                                                          ຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ