ການສອນຕີຄ້ອງໃຫ້ລຸ້ນໜຸ່ມຢູ່ໝູ່ບ້ານ Mo Hra

(vovworld) - ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ມີ​ຫຼາຍ​ຄຸນ​ຄ່າ​ດ້ານ​ວັດທະນະທຳ, ພິທີ​ງານ​ບຸນ​ຢູ່​ບັນດາ​ໝູ່​ບ້ານ​ໃນ​ເຂດ​ໄຕ​ງວຽນ​ພວມ​ຄ່ອຍໆ​ຖືກ​ສູນຫາຍ​ໄປ, ​ແຕ່​ເມື່ອ​ມາ​ຢ້ຽມຢາມ​ໝູ່​ບ້ານ Mo Hra, ຕາ​ແສງ To Tung, ​ເມືອງ Kbang, ພວກ​ເຮົາ​ຍັງ​ມີ​ຄວາມ​ຮັບຮູ້ຕ່າງ​ກັນ, ​ເບິ່ງ​ຄື​ວ່າ​ຄຸນຄ່າ​ດ້ານ​ວັດທະນະທຳ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ໃນ​ສຽງ​ຄ້ອງ​ຂອງ​ຊາວ​ເຜົ່າ​ Ba Na ຢູ່​ທີ່​ນີ້. ບັນດາ​ສິລະ​ປະກອນ​ທີ່​ມີ​ອາຍຸ​ສູງ ​ແຕ່​ຍັງ​ຄົງ​ຮັກສາ​ສີສັນວັດທະນະທຳຄ້ອງ​​ໄວ້ໃຫ້​ແກ່ລຸ້ນໜຸ່ມ.

ການສອນຕີຄ້ອງໃຫ້ລຸ້ນໜຸ່ມຢູ່ໝູ່ບ້ານ Mo Hra - ảnh 1

ສິລະປະກອນ Y Hiu Niê Kđăm ພວມແນະນຳ
ພວກຫຼານວິທີຕີຄ້ອງ
(ພາບ: baomoi.com)

        ພວກ​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ເຮືອນ​ຮົງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານ Mo Hra, ​ໃນ​ຕາ​ແສງ o Tung ​ກົງ​ກັບ​ໂອກາດ​ທີ່​ບ້ານ​ພວມ​ຈັດ​ຕັ້ງ​ການ​ດຳ​ເນີນ​ຊີວິດ​ທາງ​ວັດທະນະທຳ​ວົງ​ຄະນະ​ຍາດ, ທຸກ​ຄົນ​​ໃສ່​ຊຸດ​ອາພອນ​ປະຈຳ​ເຜົ່າ​ໂອ້​ລົມ​ກັນ​ຢ່າງ​ຟົດ​ຟື້ນມ່ວນ​ຊື່ນ ​ໂດຍ​ບໍ່​ຫົວຊາ​ຕໍ່​ຊີວິດ​ປະຈຳ​ວັນ. ​ປະສານກັບ​ບັນຍາກາດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້ ​ແມ່ນ​ທຳນອງ​ເພງພື້ນ​ເມືອງ​ຂອງ​ຊົນ​ເຜົ່າ Ba Na, ຈັ່ງ​ຫວະ​ດົນຕີ​ຂອງ​ ພິນ Goong, Koni ທີ່​ເປັນ​ມູນ​ເຊື້ອ.

        ພາຍຫຼັງ​ບັນດາ​ສິລະ​ປະກອນ​ທົບ​ທວນຄືນ​ບັນດາ​ບົດ​ເພງ​ທີ່​ເປັນ​ມູນ​ເຊື້ອ​, ​ແມ່ນ​ຊຸດ​ຮຽນ​ຕີ​ຄ້ອງ​ ຂອງ​ ກອງ​ຕີ​ຄ້ອງ​ໜຸ່ມ. ​ເມື່ອ​ສຽງ​ກອງ​ດັງ​ຂຶ້ນ​ປະມານ 10 ນາທີ, ​ໄດ້ມີ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ເກືອບ 40 ຄົນ ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ Ba Na ​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ພ້ອມພຽງຮຽງ​ໜ້າ. ນ້ອງ Dinh Lo, ອາຍຸ 7 ປີ, ​ເຊິ່ງ​ແມ່ນສະມາຊິກ​ທີ່​ມີ​ອາຍຸ​ຕຳ່​ສຸດ​ໃນ​ກອງ​ຕີ​ຄ້ອງ, ​ໄດ້​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

        ”​ເມື່ອ​ໄດ້​ຮຽນ​ຕີ​ຄ້ອງນ້ອງ​ດີ​ໃຈ​ຫຼາຍ, ນ້ອງ​ຈະ​ພະຍາຍາມ​ຕີ​ໃຫ້​ມ່ວນ

ການສອນຕີຄ້ອງໃຫ້ລຸ້ນໜຸ່ມຢູ່ໝູ່ບ້ານ Mo Hra - ảnh 2
ທ່ານ Ka Khen (ຜູ້ທີ 2 ແຕ່ຊ້າຍມາ) ແນະນຳວິທີຕີຄ້ອງໃຫ້ລຸ້ນໜຸ່ມ
(ພາບ: baolamdong.vn)

        ສິລະ​ປະກອນ Dinh Tran, ຫົວໜ້າ​ກອງ​ຕີ​ຄ້ອງ​ບ້ານ Mo Hra ພວມ​ແນະນຳ​ວິທີ​ຕີ​ຄ້ອງ​ຢ່າງ​ລະອຽດ​ໃຫ້​ແກ່​ເດັກນ້ອຍ​ແຕ່ລະຄົນ, ​ໃຫ້​ຮູ້​ວ່າ, ທ່ານ​ໄດ້​ຕິດ​ພັນ​ກັບ​ວຽກ​ງານ​ນີ້​ເປັນ​ເວລາ 5 ກວ່າ​ປີ​ແລ້ວ. ​ເຖິງ​ວ່າ​ບໍ່​ມີ​ເງິນ​ເດືອນ, ບໍ່​ມີຄ່າ​ອຸດ​ໜູນ ​ແຕ່​ທ່ານ ​ແລະ ຖັນ​ແຖວ​ສິລະ​ປະກອນ​ໃນ​ບ້ານ​ຍັງ​ດີ​ໃຈ​ຢູ່, ​ເພາະວ່າ​ມັນ​ຈະ​ຊ່ວຍ​ໃຫ້​ລູກ​ຫຼານ​ໃນ​ບ້ານ​ຮັກສາ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ Ba Na​ໄວ້​ໄດ້. ຊາວ​ໜຸ່ມ​, ​ເຍົາວະ​ຊົນໃນໝູ່​ບ້ານ​ກໍ່​ມີ​ສະຕິ​ຮ່ຳຮຽນ​ເພື່ອ​ອະນຸລັກ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​​ເອົາໄວ້.

        ”ພວກ​ລູກ​ຫຼານ​ຮຽນ​ໄດ້​ດີ​ຫຼາຍ. ສາມາດ​ຕີ​ຄ້ອງ​ໄດ້​ບາງ​ບົດ​ຄື​ບົດ​ ຄວາຍຊົນ​ກັນ, ບົດ​ບຸນ​ເຂົ້າ​ໃໝ່… ພວກ​ຫຼານ​ມີ​ສະຕິ​ອະນຸລັກ​ຮັກສາ​ວັດທະນະທຳ​ຄ້ອງ​ຄື​ແນວ​ນັ້ນ​ ພວກ​ເຮົາ​ດີ​ໃຈ​ຫຼາຍ. ຫວັງ​ວ່າ​ພວກ​ຫຼານ​ຈະ​ເສີມ​ຂະຫຍາຍ​ກວ່າ​ອີກ ​ເພື່ອ​ໃຫ້ວັດທະນະ​ທຳ​ຂອງ​ເຜົ່າ Ba Na  ບໍ່​ຖືກ​ສູນ​ຫາຍ​ໄປ.”

        ​ເຖິງ​ວ່າ​ບໍ່​ເຂົ້າ​ໃຈ​ໄດ້​ຄວາມ​ໝາຍ​ຂອງ​ ບົດດົນຕີ​ຄ້ອງ, ​ແຕ່​ເມື່ອ​ເຫັນ​ບັນດາ​ສິລະ​ປະກອນ ສອນ​ພວກ​ຫຼານ​ຕີ​ຄ້ອງຢ່າງສຸດ​ຈິດ​ສຸດ​ໃຈ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ໄດ້​ວ່າ, ນັ້ນ​ແມ່ນພະລັງ​ແຮງ​ກ້າ​ຂອງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ Ba Na . ການ​ກະທຳ​ຂອງ​ບັນດາ​ສິລະ​ປະກອນ ​ໄດ້​ເປັນ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ຄ້ອງ​ຢູ່​ແຂວງ ຢາ​ລາຍ, ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ນັບ​ແຕ່ UNESCO ຮັບຮອງ​ວັດທະນະທຳ​ຄ້ອງ​ ໄຕ​ງວຽນ​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ ​ແລະ ສືບ​ທອດ​ຂອງ​ມວນ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ