ການຫັນເປັນດີຈີຕອນໃນວຽກງານສື່ສານໂຄສະນາເຜີຍແຜ່ໜ້າທີ່ທາງການເມືອງ ຢູ່ ຫວຽດນາມ

(VOVWORLD) -ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ເມື່ອວັນທີ 23 ພຶດສະພາ ທີ່ຜ່ານມາໄດ້ຮັບການຈັດຂຶ້ນໃນສະພາບການພິເສດ: ໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງແຮງ ແລະ ມີການຜັນແປຢ່າງສັບສົນໃນຂອບເຂດທົ່ວປະເທດ. ແຕ່ວ່າ, ການເລືອກຕັ້ງຍັງໄດ້ດຳເນີນໄປຢ່າງສຳເລັດຜົນ ດ້ວຍອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດບັນລຸກ່ວາ 98%. ຕາມບັນດານັກຊ່ຽວຊານແລ້ວ, ມີຫຼາຍປັດໄຈໄດ້ປະກອບສ່ວນສ້າງເປັນຜົນສຳເລັດຂອງການເລືອກຕັ້ງ. ໃນນັ້ນ, ການຫັນໂປແກຼມການສື່ສານ, ໂຄສະນາກ່ຽວກັບການເລືອກຕັ້ງເປັນດີຈີຕອນ ແມ່ນວິທີການທີ່ມີຫົວຄິດປະດິດສ້າງ ແລະ ປະສິດທິຜົນ. ໃນບົດຂຽນ “ການຫັນເປັນດີຈີຕອນໃນວຽກງານສື່ສານໂຄສະນາເຜີຍແຜ່ໜ້າທີ່ທາງການເມືອງ - ບົດຮຽນຈາກວິທີການປະຕິບັດຂອງ ຮ່າໂນ້ຍ” ທີ່ໄດ້ລົງໃນສື່ເອເລັກໂຕນິກກອງທັບປະຊາຊົນ ອອນລາຍ ຂອງຜູ້ຂຽນ ຮ່ວາງລານ ຈະອະທິບາຍກ່ຽວກັບສິ່ງນີ້.



ການຫັນເປັນດີຈີຕອນໃນວຽກງານສື່ສານໂຄສະນາເຜີຍແຜ່ໜ້າທີ່ທາງການເມືອງ ຢູ່ ຫວຽດນາມ - ảnh 1ສະມາຊິກຊາວໜຸ່ມ ໂຄສະນາເຜີຍແຜ່ການນຳໃຊ້ QR ໃນໂປແກຼມ Zalo (ພາບ: qdnd.vn)

ຜູ້ຂຽນ ຮ່ວາງລານ ໃຫ້ຮູ້ວ່າ, ພະແນກຖະແຫຼງຂ່າວ ແລະ ສື່ສານ ນະຄອນຮ່າໂນ້ຍ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນ VNG (ໂດຍເປັນໜ່ວຍງານບໍລິຫານໂປແກຼມ zalo) ໄດ້ປະຕິບັດການສົ່ງບົດ, ຂ່າວໄປເຖິງ ບັນຊີຜູ້ນຳໃຊ້ Zalo 7 ລ້ານບັນຊີ ໃນບໍລິເວນນະຄອນ ໃນຍຸດທະສາດໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງທີ່ຜ່ານມາ.

ຕາມຜູ້ຂຽນແລ້ວ, ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຫຼາຍຢ່າງຄືໃນປັດຈຸບັນ, ນັ້ນແມ່ນວິທີເຮັດທີ່ວ່ອງໄວ, ມີຫົວຄິດປະດິດສ້າງ, ປະກອບສ່ວນເຂົ້າວຽກງານໂຄສະນາເຜີຍແຜ່ ຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຢ່າງມີປະສິດທິຜົນ. ວິທີການດັ່ງກ່າວ ຕ້ອງໄດ້ຮັບການເປີດເຜີຍ ແລະ ທະວີຄູນໃນວົງກ້ວາງ. ເພາະແຕ່ກ່ອນມາຮອດປັດຈຸບັນ, ວຽກງານສື່ສານໂຄສະນາໃຫ້ແກ່ບັນດາໜ້າທີ່ຄື ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກອງປະຊຸມໃຫຍ່ຂອງພັກ ຫຼື ການເລືອກຕັ້ງ ຍາມໃດກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ຍ້ອນລັກສະນະສະເພາະຂອງເນື້ອໃນ ກໍ່ຄືວິທີການໂຄສະນາເຜີຍແຜ່ບັນດາໜ້າທີ່ດ້ານການເມືອງ. ໃນສະພາບການໂລກລະບາດໂຄວິດ - 19 ເຮັດໃຫ້ ຄວາມຫຍຸ້ງຍາກດັ່ງກ່າວຍິ່ງເພີ່ມຂຶ້ນຫຼາຍກ່ວາເກົ່າ. ແຕ່ດ້ວຍບົດບາດຄວາມຮັບຜິດຊອບດ້ານການເມືອງຕໍ່ແຕ່ລະບັນດາເຫດການທີ່ສຳຄັນຍິ່ງ ຂອງປະເທດຊາດ, ຂອງນະຄອນຫຼວງນັ້ນ, ຮ່າໂນ້ຍ ກໍ່ພວມນັບມື້ນັບປ່ຽນແປງໃໝ່ ເພື່ອມີມາດຕະການສົ່ງສານທີ່ແທດຈິງໄປສູ່ປະຊາຊົນໝົດທຸກຄົນ.

ໃນລາຍການຫັນເປັນດີຈີຕອນ ຢູ່ນະຄອນຮ່າໂນ້ຍ ຮອດປີ 2025, ກຳນົດທິດຮອດປີ 2030, ຮ່າໂນ້ຍ ໄດ້ສູ້ຊົນໃຫ້ນອນໃນກຸ່ມ 5 ທ້ອງຖິ່ນນຳໜ້າໃນທົ່ວປະເທດ ກ່ຽວກັບການຫັນເປັນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານໃນປີ 2025, ຮ່າໂນ້ຍ ກໍ່ຕັ້ງເປົ້າໝາຍ ຮອດປີ 2025, ກຳນົດທິດຮອດປີ 2030 ພັດທະນາອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ ເປັນຢ່າງແຮງ, ປ່ຽນແປງໃໝ່ພື້ນຖານ, ການເຄື່ອນໄຫວຄຸ້ມຄອງ, ບໍລິຫານຂອງອຳນາດການປົກຄອງ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ, ວິຖີດຳລົງຊີວິດ ແລະ ການເຮັດວຽກຂອງປະຊາຊົນຢ່າງຮອບດ້ານ, ພັດທະນາສະພາບແວດລ້ອມດີຈີຕອນທີ່ມີຄວາມປອດໄພ, ມີຄວາມເປັນມະນຸດສະທຳໃນວົງກ້ວາງ. ຮອດປີ 2030, ຮ່າໂນ້ຍກາຍເປັນນະຄອນ “ຂຽວ - ສະອາດ - ທັນສະໄໝ” ດ້ວຍການຫັນພື້ນຖານພັດທະນາ, ປ່ຽນແປງໃໝ່, ປະດິດຄິດສ້າງເປັນດີຈີຕອນ. ຮ່າໂນ້ຍກໍ່ຕັດສິນໃຈ ຈະກໍ່ສ້າງສຳເລັດອຳນາດການປົກຄອງເອເລັກໂຕນິກຂອງນະຄອນກ່ອນປີ 2025 ໂດຍພື້ນຖານ, ມຸ່ງໄປເຖິງການສ້າງອຳນາດການປົກຄອງນະຄອນດີຈີຕອນນະຄອນ ຮ່າໂນ້ຍ.

ຜູ້ຂຽນ ຮ່ວາງລານ ສະຫຼຸບວ່າ, ເລື່ອງສື່ສັງຄົມອອນລາຍ Zalo ກາຍເປັນເຄື່ອງມືສຳຄັນໃນການໂຄສະນາເຜີຍແຜ່ການເລືອກຕັ້ງຢູ່ນະຄອນ ໄດ້ພິສູດໃຫ້ເຫັນ ລັກສະນະຖືກຕ້ອງຂອງການຫັນເປັນດີຈີຕອນໃນການປະຕິບັດວຽກງານໂຄສະນາເຜີຍແຜ່ບັນດາໜ້າທີ່ດ້ານການເມືອງ - ສັງຄົມ ຢູ່ ຫວຽດນາມ.

ນີ້ກໍ່ແມ່ນທັດສະນະລວມຂອງນັກຊ່ຽວຊານຫຼາຍຄົນ, ດ້ວຍຕົວຢ່າງທີ່ໄດ້ຍົກອອກມາ ແມ່ນບົດບາດຂອງການຫັນເປັນດີຈີຕອນໃນວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງທີ່ຜ່ານມາ. ຕາມນັ້ນແລ້ວ, ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນທົ່ວປະເທດ, ສະພາເລືອກຕັ້ງແຫ່ງຊາດ ກໍ່ມີວິທີການທີ່ມີຫົວຄິດປະດິດສ້າງ ແລະ ປະສິດທິຜົນ ແມ່ນເຫັນດີເປັນເອກະພາບກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານ ປະຕິບັດການໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງຜ່ານຂໍ້ຄວາມທາງໂທລະສັບ. ວິທີຫັນການໂຄສະນາການເລືອກຕັ້ງເປັນດີຈີຕອນນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດໃນການເລືອກຕັ້ງ ຊຶ່ງແມ່ນເຫດການທາງການເມືອງ - ສັງຄົມທີ່ມີຄວາມໝາຍສຳຄັນຍິ່ງ ຕໍ່ການພັດທະນາຂອງ ຫວຽດນາມ ໃນສະເພາະໜ້າ ກໍ່ຄືໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ