ການເຄື່ອນໄຫວສະເຫລີມສະຫລອງວັນເດັກນ້ອຍສາກົນ (1/6)


(vovworld)- ງານ​ວາງສະ​ແດງ-​ງານ​ຕະຫລາດນັດ “​ໂລກ​ຂອງ​ເດັກ” ​ຄັ້ງ​ທີ 16 ​ແລະ ງານ​ສະ​ແດງ​ພາບ​​ຂອງເຍົາວະຊົນ - ອະນຸຊົນ​ທົ່ວ​ປະ​ເທດ​ປີ 2013” ພວມ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/5-1/6/2013 ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ​ຫວຽດນາມ ​ເລກ 2 ຖະຫນົນ ຮວາ​ລື ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ສ້າງ​ສະຖານ​ທີ່​​ເຄື່ອນ​ໄຫວວັດທະນະທຳ, ລະ​ຫລິ້ນ​ທີ່​ມີ​ປະ​ໂຫຍ​ດ, ມີ​ຄວາມ​ໝາຍ​​ສຶກສາ​ໃຫ້​ແກ່​ພວກ​ຫລານ​ເຍົາວະຊົນ- ອະນຸຊົນ​​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ເດັກນ້ອຍ​ສາກົນ (1/6).

               ສຽງ​​​ອຶກ​ກະ​ທຶກ​ຄຶກຄົມ​ຊື່​ງທ່ານ​ພວມ​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ​ແມ່ນ​ລາຍການ​ສະ​ແດງຂອງ​ພວກ​ຫລານເຍົາວະຊົນ - ອະນຸຊົນ​ຢູ່ໂຮງຮຽນ​ປະຖົມ ​ເຫ​ງ້ຍ​​ໂດ ຮ່າ​ໂນ້ຍ ​ໃນ​ການ​​ແຂ່ງຂັນ​ເຕັ້ນ Aerobic ​ສຳລັບນັກຮຽນ​ອະນຸບານ ​ແລະ ປະຖົມ “Hanoi Kids Aerobic Championship 2013. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃຫມ່​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ-​ງານ​ຕະຫລາດນັດ ຊື່​ງ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​ຫລານ​ເຍົາວະຊົນ - ອະນຸຊົນເປັນ​ຈຳນວນ​ຫລວງຫລາຍທີ່ມາ​ຈາກ​ໂຮງຮຽນ, ສະ​ໂມ​ສອນ 20 ​ແຫ່ງ​ຢູ່​ນະຄອນ ຮ່າ​ໂນ້ຍ ​. ​ເອື້ອຍ ຫງວຽນ​ຖູ​ຍຕຽນ ຜູ້​ທີ​່ພາ​ລູກ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໄດ້​​ເວົ້າ​ວ່າ:

ການເຄື່ອນໄຫວສະເຫລີມສະຫລອງວັນເດັກນ້ອຍສາກົນ (1/6) - ảnh 1
ລາຍການສະແດງສິລະປະໃນຂອບເຂດງານວາງສະແດງພາບ
ເຍົາວະຊົນ-ອະນຸຊົນ ປີ 2013
ພາບ:qdnd.vn

        “ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​​ແຫ່ງເພື່ອ​ໃຫ້​ພວກ​ຫລານ​ຝືກຝົນ​ຫລໍ່​ຫລອມຄວາມ​​ເຂັ້ມ​ແຂງ​ແຮງກ້າ, ຄວາມ​ເຊື່ອ​ໝັ້ນ​ຕົວ​ເອງ ​ແລະ ມີ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ​ຕື່ມ​ອີກ. ນອກ​ນັ້ນ ພວກ​ຫລານ​ຍັງ​ໄດ້ຫຼໍ່​ຫຼອມກຳລັງ​ກາຍ, ມີ​ເພື່ອນ​ຫຼາຍ​ຄົນ​ຕື່ມ​ອີກ ​ແລະ ຮູ້​ຈັກວິທີ​ສຳ​ພັດ​ກັບ​ຜູ້​ອື່ນຫລາຍ​ກວ່າ.”

        ຄຽງ​ຄູ່​ກັບ​ການ​ແຂ່ງຂັນ Aerobic, ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ ງານ​ຕະຫລາດນັດ ຍັງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່ສະຫງວນ​ໃຫ​້​ແກ່​ພວກ​ຫລານ​ເຍົາວະຊົນ - ອະນຸຊົນອີກ. ທ່ານ ຫງວຽນ​ແທງ​ດ່ວານ, ຕາງຫນ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        ​“​ໃນ​ຂອບ​ເຂດ​ລາຍການ​ຍັງ​ມີ​ງານ​ວາງສະ​ແດງ​ພາບ​ແຕ້ມ ​ແລະ ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ສິລະ​ປະອີກ. ນອກ​ນັ້ນ ບັນດາ​ບໍລິສັດຍັງ​ນຳເອົາ​ເຄ່ືອງລະ​ຫລິ້ນ​ມາ​ເພື່ອໃຫ້​​ເດັກນ້ອຍ ​ໄດ້​ລະ​ຫລິ້ນຢ່າງ​ສະບາຍ​ໂດຍ​ບໍ່​ເກັບ​ຄ່າ. ນີ້​ແມ່ນ​ຂອງຂວັນ​ທີ່ມີ​ຄວາມ​ໝາຍ​​ແທ້​ຈິງໃຫ້​ແກ່ພວກ​ຫລານ​ເນື່ອງ​ໃນ​ໂອກາດ​ວັນ​ເດັກນ້ອຍ​ສາກົນ”

ການເຄື່ອນໄຫວສະເຫລີມສະຫລອງວັນເດັກນ້ອຍສາກົນ (1/6) - ảnh 2

        ງານ​ວາງສະ​ແດງ​ພາບ​ແຕ້ມ​ຂອງເຍົາວະຊົນ - ​ອະ​ນຸຊົນ​ທົ່ວ​ປະ​ເທດ 2013 ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ພາບ​ທີ່​ໄດ້​ຮັບ​ລາງວັນ ​ແລະ ພາບ​​ແຕ້ມທີ່​ສວຍ​ງາມ​​ເຊິ່ງໄດ້​ຮັບ​ການ​ຄັດ​​ເລືອກ​ຈາກ​ການ​​ເສັງແຕ້ມ​ພາບ​ຂອງ​ພວກ​ຫລານເຍົາວະຊົນ - ອະນຸຊົນ​ໃນ​ທົ່ວ​ປະ​ເທດ. ຮູບ​ພາບ 417 ​ແຜ່ນ​ທີ່​ງານ​ວາງສະ​ແດງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ພວກ​ຫລານເຍົາວະຊົນ - ອະນຸຊົນ​, ​ທີ່​ມີ​ຕໍ່​ປະທານ​ໂຮ່ຈິ​ມີນ ​ແລະ ຕໍ່​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ, ​ໝູ່​​ເພື່ອນ ​ແລະ ຄູ​ອາຈານ, ​ເພື່ອນ​ມີດ​ສາກົນ ກໍ​ຄື​ຊີວິດ​ທີ່​ສວຍ​ງາມຢ່າງ​ມີ​ຊີວິດ​ຊີວາ . ​ເອື້ອຍ ຫງວຽນ​ທິບິ​ກ​ເວີນ, ຜູ້​ເຂົ້າ​ຊົມ​ງານ​ວາງສະ​ແດງ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ຫລານ​ແຕ້ມ​ຮູບ​ງາມ​ຫລາຍ ​ແລະ ບັນດາ​​ພາບ​ແຕ້ມ​ນັ້ນ​ລ້ວນ​ແຕ່​ມີ​ລັກສະນະ​ສຶກສາ​ສູງ. ສີສັນ​ຂອງ​ບັນດາ​ພາບ​​ແຕ້ມທີ່​ງານ​ວາງສະ​ແດງ​ກໍ່ອຸດົມສົມບູນ ​ແລະ ງາມ​ຕາ. ບັນດາ​ຫົວ​ເລື່ອງ​ຊື່​ງພວກ​ຫລານ​ແຕ້ມ​ນັ້ນກໍ​ມີຫລາຍ​ຮູບ​ຫລາຍ​ແບບ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຄວາມ​ຈິດ​ສຳ​ນຶກຂອງ​ພວກ​ຫລານ​ແມ່ນ​ອຸດົມສົມບູນ.”

        ​ໄດ້ມາ​​ຊົມ​ງານ​ວາງສະ​ແດງ​​ພາບ​​ແຕ້ມພ້ອມ​ກັບ​ແມ່, ຫລານ ຫງວຽນ​ມີ​ງງອກ, ນັກຮຽນ​ຫ້ອງ​ປໍ 2, ​ໂຮງຮຽນ​ປະຖົມ ​ເຈີ​ນກວກ​ຕວານ ພວມ​ຕັ້ງ​ໃຈ​ຊົມ​​ພາບ​ແຕ້ມ​ຂອງ​ໝູ່​ເພື່ອນ ​ແລະ ປາດ​ຖະຫນາ​ວ່າພາບ​ທີ່​ຫລານ​ແຕ້ມ​ເອງ​ກໍ​ໄດ້​ນຳ​ມາ​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ຄັ້ງ​ຈະ​ມາ​ເຖິງ. ຫລານ ຫງວຽນ​ມີ​ງງອກ​​​ເວົ້າ​ວ່າ:

        “ບັນດາພາບ​​ແຕ້ມນີ້​ມີ​ສີສັນ​ງາມ​ຫລາຍ ​ແລະ ​ເລື່ອງ​ລາວ​ທີ່​ສະ​ແດງ​ໃນ​​ພາບ​​​ແຕ້ມແມ່ນ​ເຂົ້າ​ໃຈງ່າ​ຍ. ພາບ​ທີ່ພວກ​ເພື່ອນ​ແຕ້ມ​​ແມ່ນ​ພັນ​ລະນາ​ເຖິງ​​ທະຫານ, ​ພໍ່​ແມ່, ​ໃນ​ນັ້ນ​ມີພາບ​ແຕ້ມ​ຮູບ​ພາບ​ພວກ​ເພື່ອນ​ພວມ​ນັ່ງ​ຫຼິ້ນອ້ອມ​ລຸງ​ໂຮ່. ຫລານ​ມັກ​ງານ​ວາງສະ​ແດງ​ນີ້ຫລາຍ ​ແລະ ຫວັງ​ວ່າ​ປີຫນ້າ ຫລານ​ຈະໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ນີ້.”

        ພ້ອມ​ກັບ​ງານ​ວາງສະ​ແດງ, ງານ​ຕະຫລາດນັດຍັງ​ແນະນຳ​ບັນດາ​ຜະລິດ​ຕະພັນ​ລະ​ຫລິ້ນ, ຊຸດ​ອາພອນ, ອຸປະກອນ​ການ​ຮຽນ, ​ເຄື່ອງ​ດື່ມ, ບໍລິການ​ປະກັນ​ໄພ, ການ​ສຶກສາ, ຜະລິດ​ຕະພັນ​ຮັບ​ໃຊ້​ເດັກນ້ອຍ ​ແລະ ຄອບຄົວອີກ. ​​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ຄັ້ງ​ນີ້ ພວກ​ຫລານ​ໄດ້​ຮັບ​ຂອງຂວັນ​ທີ່​ເປັນຕາ​ຮັກ​ຊ່ື​ງພໍ່​ແມ່​ຊື້​​ໃຫ້ ​ແລະ ​ໄດ້​ລະ​ຫລິ້ນ​ຢ່າງ​ສະບາຍ, ​ກໍ​ຄື​ໄດ້​ຮັບ​ຊົມ​ບັນດາລາ​ຍການ​ສິລະ​ປະ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປິນ, ນັກ​ຮອ້ງ ນັກ​ຕະຫຼົກອີກ.

       

ຕອບກັບ

ຂ່າວ/ບົດ​ອື່ນ