ຂັບຊວານ ຟູ້ເຖາະໃນຍາມງານບຸນ

ຂັບຊວານ ຟູ້ເຖາະໃນຍາມງານບຸນ - ảnh 1
ຂັບຊວານ ໄດ້ຮັບ​ການ​ຮັບຮອງ​ເອົາ​ຈາກ​ອົງການ UNESCO ວ່າ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ(ພາບ:baophutho)


    ແຕ່ລະປີ, ຮອດເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນຍາກາດຟົດ​ຟື້ນ​ມວ່ນຊື່ນ​ໃນງານບຸນວິຫານຮຸ່ງ ​​ໄດ້​ປົກ​ຄຸມ​ໄປ​ທົ່ວ​ທຸກ​ແຫ່ງ​ໃນ​ແຂວງ ຟູ້​ເຖາະ. ນີ້​ກໍ​ແມ່ນ​ຍາມ​ທີ່​ບັນດາ​ທຳນອງຂັບຊວານ ​ໄດ້​ດັງ​ກ້ອງ​ກັງວານ​ຂຶ້ນ​ທົ່ວ​ໝູ່​ບ້ານ, ກະກຽ​ມ​ໃຫ້​ແກ່​ງານ​ບຸນ​ຕ່າງໆ​ຢູ່​ແຫ່ງ​ນີ້. ຊຸມ​ມື້​ນີ້, ຂັບຊວານ ຊຶ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ອົງການ UNESCO ວ່າ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ ​ໄດ້​ດັງ​ກ້ອງ​ກັງວານ​ຂຶ້ນຢູ່​ບ້ານ ອານ​ທ້າຍ ຕາ​ແສງ ​ເຝື້ອ​ງ​ເລົາ ນະຄອນ​ຫວຽດຈີ ​ແຂວງ​ຟູ້​ເຖາະ.                              

         ​ໃນ​ທົ່ວ​​ບ້ານ ອານ​ທ້າຍ, ຕອນ​ກາງ​ເວັນ ກໍ​ຄື​ກາງຄືນ, ຢູ່​ບ່ອນ​ໃດ​ກໍ​ໄດ້​ຍິນ​ສຽງ​ຂັບຊວານທີ່​ຄຶກຄື້ນ​ມ່ວນ​ຊື່ນດັງ​ຂຶ້ນ​ຈາກ​ສາລາ ຫຼື ​ເຮືອນ​ຫຼັງ​ຕ່າງໆ​ໃນ​ບ້ານ. ​ເຮືອນ​ຂອງ​ປ້າ ຫງວຽນ​ທິຫຼິກ ຢູ່​​ບ້ານ ອານ​ທ້າຍ, ​ເວລາ​ໃດ​ກໍ​ຄຶກຄື້ນ​ເນືອງ​ນັນ​ໄປ​ດ້ວຍ​ສຽງ​ເວົ້າ​ນົວ​ຫົວ​ມ່ວນ ພ້ອມ​ກັບ​ສຽງຂັບຊວານຂອງ​ນັກ​ສິລະ​ປີນ​ທີ່​ສຸມ​ຈິດສຸມ​ໃຈ​ກັບ​ສິລະ​ປະຂັບຊວານ ​ແລະ ພວກ​ລູກສິດ. ​ປ້າ ຫງວຽນ​ທິຫຼິກ ​ເວົ້າ​ວ່າ : 

    “ຂັບຊວານ​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ​ຟູ້​ເຖາະ​ເວົ້າ​ສະ​ເພາະ ​ແລະ ຂອງ​ທົ່ວ​ປະ​ເທດ​ເວົ້າ​ລວມ ຊຶ່ງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ດ່ວນ ​ແລະ ​ເຊີດ​ຊູ​ຈາກ​ໂລກ. ຈຸດ​ຄວາມ​ງາມ​ຂອງຂັບຊວານ ​ແມ່ນ​ຄວາມ​ງາມດ້ານ​ພິທີກຳ, ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອຂອງ​ດິນ​​ແດນ​ແຫ່ງ​ບັນພະບຸລຸດ ​ເຈົ້າ​ຊີວິດ​ຮຸ່ງ. ຂັບຊວານ​ເຄີຍ​ຖືກ​ສະ​ແດງ​ໃນ​ຍາມ​ລະດູບານ​ໃໝ່.”

    ສຳລັບ​ບັນດາ​ລູກ​ຮັກ​ຫຼານ​ແພງ​ຂອງ​ດິນ​​ແດນ​ແຫ່ງ​ບັນພະບຸລຸດ ​ເຈົ້າ​ຊີວິດຮຸ່ງ, ພິ​ເສດ​ແມ່ນ​ບັນດາ​ນັກ​ສິລະ​ປິນ​ໄດ້​ມີ​ຄວາມ​ຜູກ​ພັນ​ກັບ​ສິລະ​ປະຂັບຊວານ​ເປັນ​ເວລາ​ກ່ວາ​ເຄິງ​ສະຕະວັດຄື​ປ້າ ຫງວຽນ​ທິຫຼິກ, ​ເບິ່ງ​ຄື​ວ່າ ຂັບຊວານ​ໄດ້​ຊຶມ​ເລິກ​ເຂົ້າ​ຈິດ​ສຳນຶກ, ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ຢູ່​ແຫ່ງ​ນີ້. ​ປ້າ ຫງວຽນ​ທິຫຼິກ ​ໃຫ້​ຮູ້​ອີກ​ວ່າ :

    “ ​ເດັກນ້ອຍ​ອາຍຸ 3 ປີ ກໍ​ສາມາດຂັບຊວານ​​ໄດ້, ທຸກໆ​ຄົນ, ທຸກໆ​ຄອບຄົວ​, ຫົວໜ່ວຍ​ຕ່າງໆ​ກໍ​ຊົມ​ຊອບຂັບຊວານ. ທຸກ​ວັນ​ນີ້, ​ເມື່ອ​ໄປ​ຮອດນະຄອນ​ຫວຽດຈີ, ບັນດາ​ສະ​ໂມ​ສອນ, ຕາ​ແສງ​ຕ່າງໆ, ​ເວລາ​ໃດ​ກໍ​ໄດ້​ຍິນ​ສຽງຂັບຊວານ ”

    ສິລະ​ປະຂັບຊວານ​ຢູ່​ຟູ້​ເຖາະ​ໃນ​ປະຈຸ​ບັນ ຍັງ​ເຫຼືອ​ພຽງ​ບັນດາ​ສະ​ໂມ​ສອນ​ຢູ່ 4 ບ້ານ​ຄື ອານ​ທ້າຍ, ​ແທດ, ກິມ​ເດີ້​ຍ, ຟູ່ດຶກ ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ເກືອບ 170 ຄົນ, ​ໃນ​ນັ້ນ​ມີ​ແມ່ຕູ້, ພໍ່​ຕູ້ 18 ຄົນ​ທີ່​ມີ​ອາຍຸ 80 ປີ​ຂຶ້ນ​​ໄປ, ​ແຕ່​ໃນ​ທົ່ວ​ແຂວງ​ປະຈຸ​ບັນ, ຍັງ​ເຫຼືອ​ພຽງ 29 ຄົນ ສາມາດ​ຖ່າຍ​ທອດ​ຄືນ​ໄດ້. ​ເມື່ອ​ເວົ້າ​ເຖິງ​ຄວາມ​ງາມ​ຂອງ​ສິລະ​ປະຂັບຊວານ, ​ປ້າ ຫງວຽນ​ທິຫຼິກ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ : 

   “ຂັບຊວານ​ແມ່ນ​ຈຸດ​ຄວາ​ມງາ​ມຂອງ​ຊາດ. ບໍ່​ພຽງ​ແຕ່​ຂັບ​ຮ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ຟ້ອນ, ​ເຕັ້ນ, ຫົວ . ​ແມ່ນ​ການ​ປະສານ​ສົມທົບ​ທຸກ​ພາກ​ສ່ວນ​ຂອງ​ຮ່າງກາຍ​ຢ່າງ​ກົມກຽວ​ອີກ​ດ້ວຍ. ຂັບຊວານ ມີ​ຄວາມ​ແຕກ​ຕ່າງ​ກັບ​ສິລະ​ປະ​ຂັບ​ແຈວ ຢູ່​ບອ່ນວ່າ ​ເມື່ອ​ຟ້ອນ​ການ​ໃຊ້​ນິ້ວມື​ກໍ​ຕ້ອງ​ປະຕິບັດ​ຕາມ​ປະ​ເພນີ ​ແລະ ​ແບບ​ພິ​ເສດ​ຂອງ​ມັນ ”

   ຢູ່​ເຮືອນ​ຂອງ​ປ້າ ຫງວຽນ​ທິຫຼິກ, ​ໃນ​ທຸກ​ຕອນ​ຄ່ຳ​ວັນ​ເສົາ ​ແລະ ວັນ​ອາທິດ, ກໍ​ມີພວກ​ເດັກນ້ອຍ​ອາຍຸ​ແຕ່ 10-15 ປີ​ນັບ​ສິບ​ຄົນ​ມາ​ຮຽນຂັບຊວານ​ໂດຍ​ບໍ່​ເສຍ​ຄ່າ​ຮຽນ. ນ້ອງ​ຫງວຽນ​ທິຖີຢຸງ ອາຍຸ 12 ປີ ມາ​ຮຽນຂັບຊວານ​ນຳ​ປ້າ ຫງວຽນ​ທິຫຼິກ ​ເວົ້າ​ວ່າ :

    “ ປະຈຸ​ບັນ, ​ພວກ​ໝູ່ເພື່ອນໃນ​ເກັ່ນ​ອາຍຸ​ຄື​ນ້ອງ ບໍ່​ມັກທຳນອງຂັບຊວານ​ເກົ່າ, ພວກ​ເຂົາ​ສ່ວນ​ຫຼາຍ​ນິຍົມ​ເພງ​ໃໝ່, ທັນ​ສະ​ໄໝ. ດັ່ງ​ນັ້ນ​ນ້ອງ​ຢາກ​ຝາກຝັງ​ເຖິງ​ພວກ​ເພື່ອນ​ຄວາມ​ຫວັງວ່າ ຈົ່ງຊົມ​ຊອບ ​ແລະ ອະນຸລັກ​ຮັກສາ​ປະ​ເພດ​ສິລະ​ປະ​ນີ້, ບໍ່​ປະ​ໃຫ້​ມັນ​ຖືກ​ສູນຫາຍ​ໄປ ” .

ຕອບກັບ

ຂ່າວ/ບົດ​ອື່ນ