ຄົ້ນພົບໃໝ່ໃນພະລາດຊະວັງທັງລອງ

(vovworld) – ກິດຈະກຳ​ລະບົບ​ນ້ຳ, ​ເຊິ່ງ​ແມ່ນ​ສະຖາປັດຕະຍະກຳທີ່​ມີ​ມາ​ແຕ່​ສະ​ໄໝ​ລາຊະວົງ ຫຼີ, ຖືກ​ຄົ້ນ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ບໍລິ​ເວນ​ພະ​ລາຊະ​ວັງ ທັງ​ລອງ, ນີ້​ກໍ່​ແມ່ນ​ກິດຈະກຳ​ທີ່​ບໍ່​ເຄີຍ​ເຫັນ​ໃນ​ຈຳນວນ​ປູຊະນີຍະສະຖານ​ບູຮານຢູ່​ຫວຽດນາມ.

ຄົ້ນພົບໃໝ່ໃນພະລາດຊະວັງທັງລອງ - ảnh 1

ພາບ ອິນເຕີແນດ

ຜ່ານ​ບັນດາ​ຮ່ອງຮອຍ​ທີ່​ທີ່​ຊອກ​ເຫັນ​ໄດ້, ບັນດານັກຮຽນ​ຮູ້ ​ແລະ ນັກ​ຄົ້ນ​ຄ້ວາສ່ວນ​ຫຼາຍ​ຂອງ​ຫວຽດນາມ​ ລ້ວນ​ແຕ່​ຖື​ວ່າ ນີ້​ແມ່ນ ”ສະຖາປັດຕະຍະກຳ​ລະບົບນ້ຳ” ທີ່​ຂຶ້ນ​ກັບ​ສະ​ໄໝ​​ລາດ​ຊະ​ວົງ​ຫຼີ, ​ໃນ​ສະຕະວັດ 13-14. ລະບົບ​ນ້ຳ​ທີ່​ມີ​ຂະໜາດ​ໃຫຍ່​ນອນ​ໃນ​ບໍລິ​ເວນ ກິ​ງທຽນ - ດວານ​ມົນ, ​ເຊິ່ງຊອກ​ເຫັນ​ໄດ້​ໃນ​ໂອກາດ​ຂຸດ​ຄົ້ນ​ພະລາດ​ຊະ​ວັງ​ທັງ​ລອງ, ​ເຊິ່ງດຳ​ເນີນ​ແຕ່​ເດືອນ 6-12/2012. ​ໃນ​ເນື້ອ​ທີ່ 500 ຕາລາງ​ແມດ, ​​ເມື່ອ​ຂຸດ​ລົງ​ພື້ນ​ດິນ​ໃນ​ຄວາມເລິກ 4,2 ມ, ​​ໄດ້​ພົບ​ເຫັນ​ລະບົບນ້ຳ​ຂະໜາດ​ໃຫຍ່ທີ່​ຍາວ​ປະມານ 20-30 ມ​ ຢູ່​ໃຈ​ກາງ​ພະລາດ​ຊະ​ວັງ ທີ່​ແກ່ຍາວ​ແຕ່​ທິດຕາ​ເວັນ​ອອກ​ໄປ​ທິດຕາ​ເວັນ​ຕົກ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ ນັ້ນ​ແມ່ນ​ບັນດາ​ກ້ອນ​ດີ​ນຈີ່​ຕີ່​ຕັ້ງຕິ​ດກັນ​ເປັນ​ພື້ນ​ທີ່​ຮາ​ບພຽງ. ຜ່ານ​​ໄລຍະ​ເວລາ​ນັບພັນ​ປີ ​ແຕ່​ມັນ​ຍັງ​ຄົງ​ຮັກສາ​ສັກສີ​​ເດີມໄວ້​ໄດ້. ທ່ານ ຕົ໋ງຈູງ​ຕີ໋ນ (Tong Trung Tin), ຫົວໜ້າ​ສະ​ຖາ​ບັນ​ບູຮານຄະດີ​ຫວຽດນາມ, ​ແນະນຳ​ວ່າ:

”ຜ່ານ​ການ​ຄົ້ນ​ຄ້ວາກ່ຽວ​ກັບ​ທາດ​ດີ​ນຈີ່, ​ເຂົາ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ດີ​ນຈີ່​ໃນ​ສະ​ໄໝ​ລາຊະວົງ ຫຼີ, ມີ​ບາງ​ກ້ອນ​ຍັງ​ເຫັນ​ຕົວ​ໜັງສືຈີນ. ຢູ່​ພື້ນ​ລະບົບ​ລະບາຍ​ນ້ຳເຂົາ​ເຈົ້າ​ໄດ້​ປູ​ດິນ​ຈີ່​ຮູບສີ່ຫຼ່ຽມ, ​ແລະ ​ນຳໃຊ້​ຫຼັກໄມ້​ເພື່ອກັນ​ເຈື່ອນ​ທັງ 2 ​ເບື້ອງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ກິດຈະກຳ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ລະອຽດ​ລະ​ອໍ, ດ້ວຍ​ລະດັບ​ການ​ອອກ​ແບບ ​ແລະ ສີ​ໄມ້​ລາຍ​ມື້​ສູງ”

ຄົ້ນພົບໃໝ່ໃນພະລາດຊະວັງທັງລອງ - ảnh 2

ພາບ ອິນເຕີແນດ

​ກິດຈະກຳ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫຼີ ທີ່​ໄດ້​ຮັບ​ການ​ຄົ້ນ​ພົບ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ບໍລິ​ເວນ​ວັງ ກິ໋ງທຽນ (Kinh Thien – Doan Mon) ນີ້​ມີ​ບົດບາດ​ສຳຄັນ​ໃນ​ວຽກ​ງານ​ຄົ​້ນຄ້ວາ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຫວຽດນາມ. ທ່ານ ຫງວຽນ​ວັນ​ເຊີນ, ຜູ້ອຳນວຍການ​ສູນ​ມໍລະດົກ​ພະລາດ​ຊະ​ວັງ​ທັງ​ລອງ, ​ໃຫ້​ຮູ້​ວ່າ:

​”ນີ້​ແມ່ນ​ລະບົບ​ນ້ຳ​ໃນ​ສະ​ໄໝ​ລາຊະວົງ ຫຼີ, ອັນ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາມີ​ພື້ນຖານ​ຕື່ມ​ອີກ​ເພື່ອ​ຢັ້ງຢືນ​ວ່າໃຈກາງ​ຂອງ​ພະ​ລາຊະ​ວັງ​ທັງ​ລອງ ​ໃນ​ສະ​ໄໝ​ ຫຼີ, ​ເຈີ່ນ​ແມ່ນ​ຢູ່​ເຂດວັງ ກິ໋ງທຽນ (Kinh Thien) ​ໃນ​ປະຈຸ​ບັນ”

​ໃນ​ເນື້ອ​ທີ່ຂຸດ​ຄົ້ນ 500 ຕາລາງ​ແມດດັ່ງກ່າວ, ນອກຈາກ​ຊອກ​ເຫັນລະບົບ​ນຳ້​​ຂະໜາດ​ໃຫຍ່​ແລ້ວ, ຍັງ​ຄົ້ນ​ພົບ​ວັດຖຸ​ພັນ​ທີ່​ມີຄ່າ​ຫຼາຍ​ຢ່າງ​ຕື່ມ​ອີກ. ທ່ານ ຕົ໋ງຈູງ​ຕີ໋ນ (Tong Trung Tin), ຫົວໜ້າ​ສະ​ຖາ​ບັນ​ບູຮານຄະດີ​ຫວຽດນາມ, ​​ເວົ້າ​ວ່າ:

​”ຢູ່​ທີ່​ນີ້​ໄດ້​ຄົ້ນ​ເຫັນ​ຊັ້ນ​ວັດທະນະທຳ​ຂອງ​ສະ​ໄໝ​ລາດ​ຊະ​ວົງ​ ​ເຈິ່ນ ທີ່​ກ່າຍກອງ​ເທິງ​ຊັ້ນ​ວັດທະນະທຳ​ຂອງ​ສະ​ໄໝ​ລາຊະວົງ ຫຼີ, ກໍ່​ຄື​ຊອກ​ເຫັນ​ລະບົບລະບາຍ​ນ້ຳຢູ່​ໃຕ້​ພື້ນ​ດິນ. ບັນດາ​ຮ່ອງຮອຍ​ໃນ​ສະ​ໄໝ​ລາຊະວົງ​ເຈີ່ນສະ​ແດງ​ໃຫ້​ເຫັນ​ວ່າ,  ສະຖາປັດຕະຍະກຳ​ຂອງ​ສະ​ໄໝນີ້​​ແມ່ນກ່າຍກອງ​​ເທິງຊັ້ນສະຖາປັດຕະຍະກຳ​ຂອງ​ສະ​ໄໝ​ລາຊະວົງ​ ຫຼີ. ຮອດ​ສະ​ໄໝ​ລາຊະວົງ ​ເລ, ​ແມ່ນ​ເຫັນ​ໄດ້​ຮ່ອງຮອຍ​ທາງ​ສະ​ເດັດຂອງ​ເຈົ້າ​ຊີວິດ​ຈາກ ດວານ​ມົນ (Doan Mon) ​ເຖິງ​ວັງ ກິ໋ງທຽນ (Kinh Thien)

ຄົ້ນພົບໃໝ່ໃນພະລາດຊະວັງທັງລອງ - ảnh 3
ພາບ ອິນເຕີແນດ

ກິດຈະກຳ​ສະຖາປັດຕະຍະກຳ​ອັນ​ລ້ຳ​ຄ່າ, ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ໄດ້​ຮັບ​ການ​ຄົ້ນ​ພົບ​ໃນ​ທ້າຍ​ປີ 2012ນັ້ນ, ​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກວິທະຍາສາດ, ພາຍຫຼັງ​ທີ່​ໄດ້​ທຳ​ການ​ຂຸດ​ຄົ້ນ​ມາ​ເປັນ​ເວລາ​ຍາວ​ສົມຄວນ. ​ໃນ​ຕໍ່ໜ້າ, ​ເມື່ອ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ກິດຈະກຳ​ດັ່ງກ່າວ, ຈະ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ​ທີ່​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ, ຈາກ​ນັ້ນ​ສາມາດ​ວາດ​ພາບ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ລາຊະ​ວັງ​ທັງ​ລອງ​ຜ່ານ​ວັດຖຸບູຮານ, ​ເຊິ່ງວົງ​ການ​ນັກ​ວິທະຍາສາດ, ນັກ​ບູຮານ​ຄະດີ​ຄົ້ນ​ຄ້ວາ ​ແລະ ສະ​ເໜີ.

 

ຕອບກັບ

ຂ່າວ/ບົດ​ອື່ນ