ຄວາມຮັກຫວຽດນາມຂອງນັກຖ່າຍຮູບຊາວຝະລັ່ງ

  Rehahn Croquevielle ເຄີຍໄປ​ເຖິງ 32 ປະ​ເທດ​ໃນ​ໂລກ, ແຕ່​ລາວ​ມັກ​ມາ​ຫວຽດ​ນາມ​ເພາະ​ຢູ່​ແຫ່ງນີ້​ໄດ້​ເຮັດ​ໃຫ້​ລາວ​ມີແຫຼ່ງອາ​ລົມ​ປະ​ດິດ​ຄິດ​ສ້າງ. ໂດຍ​ໄດ້​ເລີ່ມ​ຈາກ​ນັກ​ຖ່າຍ​ຮູບ​ສະ​ໝັກຫຼິ້ນ​ຢູ່​ເຂດ Normandie ປະ​ເທດ​ຝະ​ລັ່ງ, Rehahn Croquevielle ໄດ້ມາ​ຫວຽດ​ນາມ​ຖ່າຍ​ເອົາ​ຮູບຫຼາຍ​ແຜ່ນ​ທີ່ມີ​ຊື່​ສຽງ​ໃນ​ໂລກ.

 

ຄວາມຮັກຫວຽດນາມຂອງນັກຖ່າຍຮູບຊາວຝະລັ່ງ  - ảnh 1
ນັກ​ຖ່າຍ​ຮູບ Rehahn Croquevielle

      ມາ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2007 ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ເຮັດ​ວຽກ​ງານ​ເພື່ອ​ການ​ກຸ​ສົນ, ນັກ​ຖ່າຍ​ຮູບ Rehahn Croquevielle ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແທ້​ຈິງ ແລະ ຖືກ​ດຶງ​ດູດ​ໃຈ​ຍ້ອນ​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ປີ 2011 ນັກ​ຖ່າຍ​ຮູບ Rehahn Croquevielle ໄດ້​ຕົກ​ລົງ​ພາ​ຄອບຄົວມາ​ດຳ​ລົງ​ຊີ​ວິດ​ຢູ່​ຄຸ້ມ​ເມືອງ​ເກົ່າ ໂຫ້ຍ​ອານ​ໃນ​ແຂວງ ກວາງ​ນາມ ເພື່ອ​ເດີນ​ຕາມ​ອາ​ຊີບ​ຖ່າຍ​ຮູບ​ຂອງ​ຕົນ. Rehahn Croquevielle ໃຫ້​ຮູ້​ວ່າ ລາວ​ໄດ້​ເຄີຍ​ໄປ​ເຖິງຫຼາຍ​ແຫ່ງ​ຢູ່​ເຂດ​ບ້ານ​ນາ​ຫວຽດ​ນາມ, ຢູ່​ແຫ່ງ​ໃດ ລາວ​ກໍ​ເຫັນ​ວ່າ ຊາວ​ທ້ອງ​ຖິ່ນ​ມີ​ຈິດ​ໃຈ​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ, ດັ່ງ​ນັ້ນ, ລາວມັກ​ຖ່າຍ​ຮູບ​ກ່ຽວ​ກັບ​ມະ​ນຸດ​ຢູ່​ບັນ​ດາ​ເຂດ​ບ້ານ​ນາ​ຫວຽດ​ນາມ. ນັກ​ຖ່າຍ​ຮູບ Rehahn Croquevielle ເວົ້າ​ວ​່າ : 

    “ ຂ້າ​ພະ​ເຈົ້າ​ມັກ​ຖ່າຍ​ຮູບ​ເຄິ່ງ​ຄີງຫຼາຍກວ່າ, ເພາະ​ວ່າ ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຮູບ​ເຄິ່ງ​ຄີງ​ແມ່ນ​ສິ່ງ​ທີ່​ຊ່ວຍ​ພວກ​ເຮົາ​ກຳ​ໄດ້​ກາ​ລະ​ເວ​ລານັ້ນ​ທີ່​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ແລະ ພວກ​ເຮົາ​ກໍ​ບໍ່​ສາ​ມາດ​ຊອກ​ຫາ​ກາ​ລະ​ເວ​ລານັ້ນໄດ້​ອີກ​ຄັ້ງ​ໜຶ່ງ. ໃນ​ຂະ​ນະ​ນັ້ນ, ເມື່ອ​ຖ່າຍເອົາ​ຮູບ​ທິວ​ທັດທຳ​ມະ​ຊາດນັ້ນ, ພວກ​ເຮົາ​ກໍ​ສາ​ມາດ​ກັບ​ຄືນ​ບ່ອນນັ້ນ​ເພື່ອ​ຖ່າຍ​ເອົາ​ຮູບ​ເຊັ່ນ​ກັນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຮູບ​ເຄິ່ງ​ຄີງ​​ຍາມ​ໃດ​ກໍສາ​ມາດສະ​ແດງ​ໃຫ້​ເຫັນ​ເລື່ອງ​ລາວ ກ່ຽວ​ກັບ​ບຸກ​ຄົນ​ໜຶ່ງ. ແລະ ຂ້າ​ພະ​ເຈົ້າ​ຖື​ຕົນ​ເອງປຽບ​ເໝືອນ​ຄົນ​ໜຶ່ງ​ໄປ​ເກັບ​ກຳ​ເລື່ອງລາວ​ເຫຼົ່າ​ນັ້ນ ”

    ໃນ​ໄລ​ຍະເກືອບ 10 ປີ, ນັກ​ຖ່າຍ​ຮູບ Rehahn Croquevielle ໄດ້​ຂີ່​ລັດ​ຈັກ​ຖ່າຍ​ເອົາ​ຮູບ​ໄດ້ 50.000 ແຜ່ນ. ລາວ​ໄດ້​ເລືອດ​ເອົາ​ຮູບ 150 ແຜ່​ນ​ທີ່ງາມກວ່າ​ໝູ່​ເພື່ອ​ແນະ​ນຳ​ໃນ​ປຶ້ມ​ຮູບ​ຖ່າຍ​ເຫຼັ້ມ​ທຳ​ອິດ​ຂອງ​ຕົນ​ກ່ຽວ​ກັບ​ຫວຽດ​ນາມທີ່​ມີ​ຊື່​ວ່າ : “ ຫວຽດ​ນາມ​-ສ​ອ່ງ​ແສງຜ່ານຮູບ​ຖ່າຍ ”

    ນາງ​ຫງວຽນ​ທິ​ທົງ ຜູ້​ຊ່ວຍ​ວຽກ​ຂອງ ນັກ​ຖ່າຍ​ຮູບ Rehahn Croquevielle ໃຫ້​ຮູ້​ວ່າ ດ້ານຫຼັງ​ຂອງ​ຮູບ​ຄິ່ງ​ຄີງ​ແຕ່​ລະ​ແຜ່ນ​ທີ່ນັກ​ຖ່າຍ​ຮູບ Rehahn Croquevielle ໄດ້​ຖ່ຍ​ເອົາ​ນັ້ນ, ແມ່ນ​ເລື່ອງ​ລາວ​ທີ່​ເປັນ​ໜ້າ​ຕື້ນ​ຕັນ​ໃຈ​ລະ​ຫວ່າງ​ລາວ​ກັບ​ບຸ​ກຄົນໃນ​ຮູບ​. ນາງ​ຫງວຽນ​ທິ​ທົງ ໃຫ້​ຮູ້​ວ່າ : 

   “ ສຳ​ລັບ Rehahn Croquevielle ແລ້ວ, ພາ​ຍຫຼັງ​ຖ່າຍ​ເອົາ​ຮູບ​ແຜ່ນ​ໜຶ່ງ​ແລ້ວ, ທຸກໆ​ຄັ້ງ, ລາວ​ກໍ​ກັບ​ຄືນ​ຢ້ຽ​ມ​ຢາມ​ບຸກ​ຄົນ​ໃນ​ຮູບ​ຖ່າຍ​ເພື່ອ​ຂອບ​ໃຈ ແລະ ຍາມ​ໃດ​ກໍ​ຊ່ວຍ​ເຫຼືອ​ບຸກ​ຄົນ​ທີ່​ລາວໄດ້ຖ່າຍ​ເອົາ​ຮູບ. ລາວ​ເວົ້າ​ວ່າ ເມື່ອ​ເຮັດ​ວຽກ​ງານ​ຂາຍ​ປຶ້ມ ແລະ ຮູບ​ຖ່າຍນັ້ນ, ບັນ​ດາ​ຮູບ​ຖ່າຍ​ທີ່​ລາວ​ຂາຍ​ອອກນັ້ນ, ລາວ​ຢາກ​ນຳ​ເອົາ​ຊີ​ວິດ​ທີ່​ດີກວ່າ​ໃຫ້​ບຸກ​ຄົນ​ທີ່​ລາວ​ໄດ້​ຖ່າຍ​ຮູບ  ”

     ບັນ​ດາ​ຮູບ​ຖ່າຍ​ຂອງ Rehahn Croquevielle ກ່ຽວ​ກັບ​ຫວຽດ​ນາມ ໄດ້​ເຄີຍ​ຖືກ​ລົງ​ພິ​ມ​ໃນ​ວາ​ລະ​ສານ​ຮູບ​ຖ່າຍ, ເວບ​ໄຊ​ທີ່​ມີ​ຊື່​ສຽງໃນ​ໂລກ. ພິ​ເສດ​ຮູບ​ຖ່າຍ “ຮອຍຍິ້ມລຶກ​ລັບ” ໄດ້​ບັນ​ທ​ຶກ​ຮອຍຍິ້ມ​ຂອງ​ແມ່​ຕູ້ ບຸ່ຍ​ທິ​ຊອງ ອາ​ຍຸ 73 ປີ ປະ​ກອບ​ອາ​ຊີບ​ພາຍ​ເຮືອ​ພາ​ແຂກ​ທ່ອງ​ທ່ຽວ​ຢູ່​ໂຫ້ຍ​ອານ. ຫວ່າງ​ແລ້ວນີ້, Rehahn Croquevielleໄດ້​ຕົ​ງ​ລົງ​ມອບ​ຮູບ​ຖ່າຍ​ແຜ່ນນີ້​ໃຫ້​ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງ​ຫວຽດ​ນາມ​ເປັນ​ຂອງ​ຂວັນ. ນາງ​ຫງວຽນ​ທິ​ບິກ​ເວີນ ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

    “ ເຖິງວ່າບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນັກ​ຖ່າຍ​ຮູບມອບ​ຮູບ​ຖ່າຍ​ແຜ່ນນີ້​, ແຕ່​ຂ້າ​ພະ​ເຈົ້າຖື​ວ່າ ທີ່​ແມ່ນ​ສະ​ຖານ​ທີ່​ເໝາະ​ສົມ​ທີ່​ສຸດ ແລະ​ມີ​ຄວາມ​ໝາຍ​ທີ່​ສຸດ. ເພາະນັກ​ຖ່າຍ​ຮູບ Rehahn Croquevielle ໄດ້​ຖ່າຍ​ເອົາ​ຮູບ​ແຜ່ນນີ້​ຢູ່​ຫວຽດ​ນາມ ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ, ຄວາມ​ງາມ​ທີ່ບໍ່​ກຳ​ນົກ​ເຖິງ​ອາ​ຍຸ ”

     ສຳ​ລັບ​ນັກ​ຖ່າຍ​ຮູບ Rehahn Croquevielle ແລ້ວ, ຫວຽດ​ນາມ​ກໍ​ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 , ແມ່ນ​ແຫຼ່ງ​ອາ​ລົ​ມ​ເພື່ອ​ໃຫ້​ລາວ​ປະ​ດິດ​ຄິດ​ສ້າງ​ດ້ານ​ສິ​ລະ​ປະ.

ຕອບກັບ

ຂ່າວ/ບົດ​ອື່ນ