ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຊີບ​ລ້ຽງ​ເຜິ້ງ​ຢູ່​ບາ​ວີ, ຮ່າ​ໂນ້ຍ

(VOVWORLD) -  ໂດຍຕັ້ງຢູ່ຫ່າງຈາກ ຮ່າໂນ້ຍໄປທາງທິດ ຕາເວັນຕົກປະມານ 50 ກີໂລແມັດ, ປ່າສະຫງວນແຫ່ງຊາດບາວີໄດ້ຮູ້ຈັກວ່າແມ່ນສະຖານທີ່ທ່ອງທ່ຽວແບບທຳມະຊາດດ້ວຍລະບົບຊີວະນາໆພັນທີ່ຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ. ປ່າສະຫງວນແຫ່ງຊາດບາວີພໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດກ່ຽວກັບການທ່ອງທ່ຽວເທົ່ານັ້ນຫາກຍັງແມ່ນບ່ອນລ້ຽງເຜິ້ງເພື່ອສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດອີກດ້ວຍ.
ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຊີບ​ລ້ຽງ​ເຜິ້ງ​ຢູ່​ບາ​ວີ, ຮ່າ​ໂນ້ຍ - ảnh 1ລ້ຽງເຜິ້ງຢູ່ຕິນປ່າສະຫງວນແຫ່ງຊາດ ບາວີ

ໃນຊຸມປີມໍ່ໆມານີ້, ອາຊີບລ້ຽງເຜິ້ງຢູ່ເມືອງບາວີ (ນະຄອນຮ່າໂນ້ຍ) ມີບັນດາບາດກ້າວພັດທະນາຢ່າງແຮງແລະກາຍເປັນຂະບວນການປູກລ້ຽງເພື່ອລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ມີຫຼາຍຄອບຄົວ ມີລາຍຮັບນັບຫຼາຍຮ້ອຍລ້ານດົ່ງ/ປີຈາການລ້ຽງເຜິ້ງເອົານ້ຳເຜິ້ງ. ຕາແສງຊວັນແຄງ, ເມືອງບາວີ ແມ່ນໜຶ່ງໃນບັນດາແບບຢ່າງ, ໂດຍໄດ້ສ້າງຕັ້ງນັບແຕ່ເດືອນມິຖຸນາປີ 2018, ມາຮອດປັດຈຸບັນ, ຈຳນວນຄອບຄົວລ້ຽງເຜິ້ງ ຢູ່ຕາແສງໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງແຕ່ 25 ຄອບຄົວດ້ວຍ100ຝູງ, ມາຮອດປັດຈຸບັນມີເຖິງ 50 ຄອບຄົວ ດ້ວຍກ່ວາ 1000 ຝູງ. ລຸງຫງວຽນຊວັນເຍິດຫົວໜ້າໜ່ວຍລ້ຽງເຜິ້ງຕາແສງຊວັນແຄງໃຫ້ຮູ້ວ່າ:

        ໜ່ວຍລ້ຽງເຜິ້ງຂອງພວກຂ້າພະເຈົ້າໄດ້ເຄື່ອນໄຫວຕາມຮູບການເປັນແຕ່ລະຄອບຄົວ. ໃນນັ້ນເຜິ້ງຂອງຄອບຄົວໃດຄອບຄົວນັ້ນຈະບົວລະບັດ, ເກັບກ່ຽວເອງ. ບັນດາສະມາຊິກໃນໜ່ວຍຍັງພົວພັນແລກປ່ຽນນຳກັນກ່ຽວກັບດ້ານເຕັກນິກ ແລະ ວິທີການລ້ຽງກໍ່ຄືຊ່ວຍເຫຼືອກັນບັນດາວຽກງານຕ່າງໆ.

        ທຳມະຊາດໄດ້ດົນບັນດານໃຫ້ປ່າສະຫງວນ ບາວີ ມີລະບົບຊີວະນາໆພັນທີ່ອຸດດົມສົມບູນ, ອາກາດເອື້ອຍອຳນວຍ, ຕົ້ນໄມ້ແຕກດອກອອກຜົນຕະຫຼອດປີ. ເພາະສະນັ້ນ, ບັນດາຄອບຄົວລ້ຽງເຜິ້ງຢູ່ທີ່ນີ້ໄດ້ສວຍໃຊ້ປ່າສະຫງວນບາວີເພື່ອພັດທະນາອາຊີບລ້ຽງເຜິ້ງຕາມວິທີການທີ່ມີແຕ່ດົນນານ.

        ໜຶ່ງໃນບັນດາທ່າໄດ້ປຽບຂອງອາຊີບລ້ຽງເຜິ້ງຢູ່ບາວີ ແມ່ນຕາມປົກກະຕິເມື່ອໝົດລະດູດອກໄມ້, ເຜິ້ງຢູ່ເຂດຕ່າງໆຕ້ອງຍົກຍ້າຍຮັງ ແຕ່ເຜິ້ງຢູ່ບາວີໄດ້ລ້ຽງຢູ່ບ້ານຕະຫຼອດປີ, ບໍ່ຕ້ອງຍົກຍ້າຍຕາມລະດູຂອງດອກໄມ້. ຈຸດພິເສດນີ້ກໍ່ຊ່ວຍໃຫ້ຜູ້ທຳການລ້ຽງເຜິ້ງຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກໃນວິວັດການລ້ຽງເຜິ້ງ, ລຸງເຍິດໃຫ້ຮູ້ຕື່ມອີກວ່າ:

        ອາດເວົ້າໄດ້ວ່າອາຊີບລ້ຽງເຜິ້ງແມ່ນອາຊີບແບບກະສິກຳດັ່ງນັ້ນມັນຍັງຕ້ອງອີງໃສ່ທຳມະຊາດຫຼາຍພໍສົມຄວນ, ຍົກຕົວຢ່າງຄືປີນີ້ດອກລຳໄຍໄດ້ບານຢ່າງສວຍສົດງົດງາມ, ແຕ່ເຄິ່ງລະດູມີອາກາດດີ, ການເກັບກ່ຽວກໍ່ໄດ້ດີ, ນ້ຳເຜິ້ງຫອມຫວານ, ແຕ່ເຄິ່ງລະດູທີ່ຍັງເຫຼືອ, ດອກລຳໄຍຍັງໄດ້ຮັບຜົນດີຄືເກົ່າແຕ່ຍ້ອນສະພາບຝົນຕົກ, ເຜິ້ງບໍ່ສາມາດໄປຫາດູດເກສອນດອກໄມ້ໄດ້ເຮັດໃຫ້ນ້ຳເຜິ້ງບໍ່ບັນລຸໄດ້ຕາມມາດຕະຖານ.

        ເພື່ອພັດທະນາອາຊີບລ້ຽງເຜິ້ງຢ່າງມີແບບມີແຜນແລະຍືນຍົງ, ອຳນາດການປົກຄອງທ້ອງຖິ່ນໄດ້ວາງອອກຫຼາຍນະໂຍບາຍຄື: ໜູນຊ່ວຍທຶນ 50%, ຫ້າມນຳໃຊ້ຢາຂ້າຫຍ້າ, ຂ້າແມງໄມ້, ອະນຸລັກຮັກສາພືດພັນ… ນອກຈາກນັ້ນ, ທາງທ້ອງຖິ່ນກໍ່ໄດ້ຈັດບັນດາຊຸດຝຶກອົບຮົບຫຼືເຊີນນັກຊ່ຽວຊານມາຍັງທ້ອງຖິ່ນ ເພື່ອສອນ, ຖ່າຍທອດບົດຮຽນ, ປະສົບການໃນການເບິ່ງແຍງດູແລ, ແນະນຳເຕັກນິກລ້ຽງເຜິ້ງໃຫ້ແກ່ພໍ່ແມ່ປະຊາຊົນ. ທ່ານນາງຟ້າມທິເທິນ, ປະທານຄະນະກຳມະການປະຊາຊົນຕາແສງຊວັນແຄງແບ່ງປັນວ່າ:

        ນອກຈາກໄດ້ນຳຜົນປະໂຫຍດໂດຍກົງມາໃຫ້ຜູ້ລ້ຽງເຜິ້ງແລ້ວ, ເຜິ້ງຍັງເຮັດໃຫ້ການປູກຕົ້ນໄມ້ກິນໝາກບັນລຸໄດ້ສະມັດຕະພາບສູງກ່ວາ, ຍ້ອນວ່າເຜິ້ງຊ່ວຍດອກໄມ້ຊະນິດຕ່າງໆປະສົມເກສອນ. ຄຽງຄູ່ກັນນັ້ນ, ເຜິ້ງຍັງມີຜົນປະໂຫຍດໃນບັນດາຮູບແບບກະສິກຳອົງຄະທາດ, ເຜິ້ງບາງຊະນິດອາດຈະຂ້າແມງໄມ້ທີ່ມີຜົນຮ້າຍຊ່ວຍຫຼຸດຜ່ອນການນຳໃຊ້ເຄມີໃນການຜະລິດກະສິກຳ.

        ປັດຈຸບັນ, ແຕ່ລະຄອບຄົວມີເຜິ້ງແຕ່ 20 – 100 ຝູງ, ຄຸນນະພາບຂອງນ້ຳເຜິ້ງໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ. ເພາະສະນັ້ນ, ຜະລິດຕະພັນນ້ຳເຜິ້ງຂອງຕາແສງ ຊວັນແຄງ ໄດ້ຮັບການສະໜັບສະໜູນທີ່ສຸດ ຈາກຜູ້ບໍລິໂພກທັງຢູ່ພາຍໃນແລະຕ່າງປະເທດ, ເປັນຕົ້ນແມ່ນຜູ້ທີ່ມີຄອບຄົວແລ້ວຍ້ອນວ່າເຂົາເຈົ້າຖືວ່ານ້ຳເຜິ້ງປ່າແມ່ນຢາຊະນິດໜຶ່ງທີ່ຂາດບໍ່ໄດ້ໃນຄອບຄົວ. ນ້ຳເຜິ້ງສາມາດປິ່ນປົວອາການໄອໃຫ້ເດັກນ້ອຍ, ສາມາດເຮັດໃຫ້ສຸຂະພາບຜູ້ເຖົ້າຜູ້ແກ່ດີຂຶ້ນ, ນອກຈາກນັ້ນນ້ຳເຜິ້ງ ຍັງໄດ້ຮັບການນຳໃຊ້ເພື່ອຫຼຸດໄຂມັນໃນເລືອດ… ເອື້ອຍຟ້າມເວິນແອັງລູກຄ້າປະຈຳຂອງລຸງເຍິດໃຫ້ຮູ້ວ່າ:

        ນັບແຕ່ເວລາກິນນ້ຳເຜິ້ງປ່າ, ລູກຂອງຂ້າພະເຈົ້າກໍ່ມີອາການດີຂຶ້ນບໍ່ໄອຫຼາຍຄືເມື່ອກ່ອນ. ຂ້າພະເຈົ້າຮູ້ສຶກນ້ຳເຜິ້ງຢູ່ນີ້ຫອມ, ຫວານ ແລະມີສີງາມ.

        ໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນຈະຊີ້ນຳ, ວາງແຜນ, ການກຳນົດທິດພັດທະນາການຜະລິດ, ວິທີການຈຳໜ່າຍຜະລິດຕະພັນຢ່າງຈະແຈ້ງແລະລະອຽດເພື່ອແນໃສ່ພັດທະນາອາຊີບລ້ຽງເຜິ້ງ, ສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບແບບຍືນຍົງໃຫ້ແກ່ປະຊາຊົນຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ