ຄອບຄົວຊາວລາວ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ

(vovworld)- ​ໂດຍ​ຜ່ານ​ໄລຍະ​ທາງ​ກວ່າ 1000 ກິ​ໂລ​ແມັດ, ຈາກ​ແຂວງ ອັດ​ຕະປືທາງ​ພາກ​ໃຕ້​ຂອງ​ລາວ​ໄປ​ເຖິງນະຄອນຫລວງຮ່າ​ໂນ້ຍຄັ້ງ​ນີ້​, ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ຜົວ​ເມຍ​ ລຸງ​ເພັດ​ສະຫວັນ ສີ​ຊາ​ນົນ ນັ້ນ​ແມ່ນ​​ຢາກ​ໄດ້ເຂົ້າ​ຢ້ຽມ​​ສຸສານ​ປະທານ​ໂຮ່ຈິ​ມີນ. ນັ້ນ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ລຸງມາ​ແຕ່​ດົນ​ນານ​ແລ້ວ, ​ເມື່ອ​ລຸງເພັດ​ສະຫວັນ​ໄດ້​ແບ່ງ​ປັນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​​.

ຄອບຄົວຊາວລາວ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ - ảnh 1
​ຜົວ​ເມຍ​ ລຸງ​ເພັດ​ສະຫວັນ ສີ​ຊາ​ນົນ

        ​ສະຖານ​ທີ່ຢ້ຽມຢາມ​ທຳ​ອິດ​​ໃນ​ລາຍການ​ທ່ອງ​ທ່ຽວ ​ນະຄອນຫລວງ ຮ່າ​ໂນ້ຍ ຄັ້ງ​ນີ້ ຂອງ​ຄອບຄົວ ລຸງ​ເພັດ​ສະຫວັນ ນັ້ນ​ແມ່ນ​​ ​ສຸສານ​ປະທານ​ໂຮ່ຈິ​ມີນ. ຂີ່​ລົດ​ໂອ​ໂຕ​ຈາກ​ໂຮມ​ແຮມ​ທີ່​ຄອບຄົວ​ລຸງ​ເພັດ​ສະຫວັນ​ພັກຢູ່​ຖະຫນົນຮ່າງ​ແບ່ໄປ​ເຖິງ ສຸສານ​ປະທານ​ໂຮ່ຈິ​ມີ​ນ ​ແມ່ນເສຍ​ເວລາພຽງ 15 ນາ​ທີ. ​ເຖິງ​ວ່າ ​ເວລາ​ນັ້ນ ຝົນ​ຕົກ​ແຮງ​ ​ແລະ ອາກາດ​ຍັງ​ຫນາວ​ກໍ​ຕາມ ​ແຕ່​ຜົວ​ເມຍ​ລຸງ ບໍ່​ຫວາດ​ຫວັ່ນ, ​ຕັດສິນ​ໃຈ​​ເຂົ້າ​ຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມີນ.

        ກ່ອນ​ທີ່​ມາ​ຢ້ຽມຢາມ​ຮ່າ​ໂນ້ຍ, ຜົວ​ເມຍ​ລຸງ​ ຢ້ານວ່າ​ບໍ່ມີ​ເວລາ​ພຽງພໍ​ເພື່ອ​​ເຂົ້າ​ຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມີນ, ​ເພາະວ່າ ຄອບຄົວ​ລຸງ​ຢ້ຽມຢາມ ນະຄອນຫລວງຮ່າ​ໂນ້ຍ ພຽງ 3 ມື້​ເທົ່າ​ນັ້ນ. ​​​ລຸງ​ກໍ​ຮູ້ຈັກ​​ວ່າ ຢາກ​​​ເຂົ້າ​ຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມີນ ອາດ​ຈະຕອ້ງ​ເສຍ​ເວລາ​ໝົດ​ຕອນ​ເຊົ້າ ​ເພາະວ່າ ​ແຂກ​ຄົນພາກັນ​ເຂົ້າ​ຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມີນ ​​ເປັນ​ຈຳນວນ​ຫລວງຫລາຍ, ​ແຕ່​ເມື່ອ​ຄິດ​ວ່າ ​ໃກ້​ຈະ​​ເຫັນ​ປະຈັກ​ຕາ​ປະທານ​ໂຮ​່ຈິ​ມີນ,​ ລຸງ​​ດີ​ໃຈ​ຫລາຍ ​ແລະ ຄິດ​ວ່າ​ຈະ​ເສຍ​ເວລາ​ເທົ່າ​ໃດ​ກໍ່​ໄດ້​.

ຄອບຄົວຊາວລາວ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ - ảnh 2

        ​ເຂົ້າ​ຢ້ຽມ​ສຸສານ​ປະທານ​ໂຮ່ຈິ​ມີນ, ບໍ່​ພຽງ​ແຕ່​ຊາວ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຊາວ​ຕ່າງປະ​ເທດ​ຫລາຍ​ຄົນ ​ແລະ ຄອບຄົວ​ລຸງ​ເພັດ​ສະຫວັນ​ກໍ​ເຊັ່ນກັນ ລ້ວນແຕ່ ຮູ້ສຶກ​ຕື້ນ​ຕັນ​ໃຈ ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາປະທານ​ໂຮ່ຈິ​ມີນ​ຜູ້ນຳ​ທີ່ປີ​ຊາ​ສາມາດ​ຂອງ​ຫວຽດນາມ. ເຖິງວ່າໄດ້ເຫັນປະທານໂຮ່ຈິມີນພຽງບໍ່ໃກ້ກໍຕາມ, ​ແຕ່ຜົວເມຍລຸງ ເພັດສະຫວັນ ບໍ່​ຢາກ​ອຳ​ລາ​ລຸງ​ໂຮ່ ຢາກຢືນເບິ່ງພົນດົນໆ. ສີຫນ້າຂອງທັງ​ສອງຜົວ​ເມ​ຍລຸງ​​​​​ແມ່ນສະ​ແດງ​ຄວາມ​ເຄົາລົບ​ນັບຖື​ລຸງ​ໂຮ່, ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ​ເມື່ອ​ອອກ​ຈາກ​ສຸສານ, ລຸງ​ເພັດ​ສະຫວັນ ​​ແບ່ງປັນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

                                                                ສຽງ​ລຸງ​ເພັດ​ສະຫວັນ

        ​ເພື່ອ​ວາ​ງ​ແຜນການ​ໄປ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ, ລຸງ​ເພັດ​ສະຫວັນ​ຕ້ອງ​ກະກຽມ​ໃນ​ເວລາ 5 ປີ. ​ເມື່ອ​ຍ່າງ​ອອກ​​ມາເດີນ​ຫນ້າ​ສຸສານ ​​ຜົວ​ເມຍ ຄື​ວ່າບໍ່​ຢາ​ກກັບ​ເມືອ, ບໍ່​ຢາກ​ອຳ​ລາດ​ແຫ່ງ​ນີ້. ລຸງ​ໃຫ້​ຮູ້້ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້ ຄວາມ​ມຸ່ງ​ຫວັງ​ຂອງ​ຄອບຄົວ​ລຸງ​​ແມ່ນ​ສຳ​ເລັດ​ແລ້ວ. ກ່ອນ​ນີ້ ລຸງ​ເພັດ​ສະຫວັນ​​ ​​ເປັນຫົວໜ້າ​ຮັບຜິດຊອບ​ອະນຸສອນ​ສະຖານ ​ໄກສອນ ພົມວິຫານຢູ່ ແຂວງ​ອັດ​ຕະປື ສະ​ນັ້ນ ລຸງ​ເຂົ້າ​ໃຈ​ສ່ວນ​ໃດ​ຫນ່ຶງ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ປະທານ​ໂຮ່ຈິ​ມີນ ​ແລະ ​ປະທານ​ໄກສອນ ພົມວິຫານ.

ສຽງ​ລຸງ​ເພັດ​ສະຫວັນ


        ​ເຖິງ​ວ່າ ​ເວລາ​​​​ໄດ້​ເຫັນ​ປະ​ທານ​ໂຮ່ຈິ​ມິນ​ບໍ່ດົນ​ກໍ​ຕາມ ​ແຕ່​ນັ້ນ​ແມ່ນ​ສິ່ງ​ເປັນ​ກຽດ, ຕອບ​ສະຫນອງ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ ກໍ​ຄື​ອາລົມ​ຈິດ​ຂອງ​ລຸງ​ເພັດ​ສະຫວັນ​ທີ່​ມີ​ຕໍ່​ປະຊາຊົນ​ຫວຽດນາມ​ ຍິ່ງ​ເພີ່ມ​ຂຶ້ນ.

ສຽງ​ລຸງ​ເພັດ​ສະຫວັນ



ຕອບກັບ

ເພັດສະຫວັນ ສີຊານົນ

ຮຽນ ທ່ານອຳນວຍການວິທະຍຸກະຈ່າຍສຽງຫວຽດນາມ ລະບົບລາຍການກະຈ່າຍສຽງພາກພາສາຕ່າງປະເທດ ທີ່ນັບຖື. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຫລາ ... ອ່ານຕໍ່

ຂ່າວ/ບົດ​ອື່ນ