ຄ້າຍ​ພັກ​ແລ້ງແຫ່ງຄວາມຄາດຫວັງເຕົ້າ​ໂຮມ​ເດັກ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄວາມ​​ຫວັງບືນ​ຕົວ​ຂຶ້ນ

(VOVWORLD) - ໂດຍເປັນປະເພນີແລ້ວ, ຮອດເດືອນກໍລະກົດ ໃນແຕ່ລະປີ, ເອື້ອຍ ຫວູທິຢຸງ, ຜູ້ທີ່ທຸກໆຄົນເຄີຍເອີ້ນດ້ວຍຊື່ທີ່ຮັກແພງທີ່ວ່າ ແມ່ຮັກທີ່ມີລູກຫຼາຍກວ່າໝູ່ຢູ່ ຫວຽດນາມ  ກໍຈັດຄ້າຍພັກແລ້ງ ທີ່ມີຊື່ວ່າ ຄວາມຄາດຫວັງ ເພື່ອເຕົ້າໂຮມລູກໆຂອງຕົນຢູ່ຫຼາຍກວ່າ 30 ແຂວງ, ນະຄອນ ຂອງຫວຽດນາມ ກັບມາ ຮ່າໂນ້ຍ. ນະທີ່ນີ້, ບັນດານ້ອງໆຈະໄດ້ເຂົ້າຮ່ວມຫຼາຍກິດຈະກຳທີ່ມີຄວາມໝາຍ, ໄດ້ຮັບການຍ້ອງຍໍຊົມເຊີຍ, ລະດົມກຳລັງໃຈ, ແນະນຳການເລືອກເອົາອາຊີບໃນອະນາຄົດ, ໃຫ້ກຳລັງໃຈເພື່ອໃຫ້ພວກນ້ອງມີຄວາມຄາດຫວັງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດບືນຕົວຂຶ້ນດ້ວຍຕົນເອງ.
ຄ້າຍ​ພັກ​ແລ້ງແຫ່ງຄວາມຄາດຫວັງເຕົ້າ​ໂຮມ​ເດັກ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄວາມ​​ຫວັງບືນ​ຕົວ​ຂຶ້ນ - ảnh 1ເອື້ອຍຢຸງ ພ້ອມກັບລູກໆໃນລາຍການຄ້າຍພັກແລ້ງ (ພາບ: VOV)

ດ້ວຍຫົວຂໍ້ “ຄວາມຄາດຫວັງກ້າວໄປໄກ”, ນັບແຕ່ຊຸມວັນຕົ້ນເດືອນກໍລະກົດນີ້, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄ້າຍພັກແລ້ງແຫ່ງຄວາມຄາດຫວັງ ໄດ້ຈັດຂຶ້ນໃນທ່າມກາງຄວາມຜາສຸກ, ອົບອຸ່ນ ແລະ ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຮັກແພງຂອງບັນດາສະມາຊິກໃນຄອບຄົວ ແຫ່ງຄວາມຄາດຫວັງ. ນີ້ແມ່ນກິດຈະກຳທັດສະນະສຶກສາຂອງເດັກກຳພ້າ, ຜູ້ປະສົບກັບຄວາມຫຍຸ້ງຍາກເກືອບ 250 ຄົນ ໃນຈຳນວນລູກ 400 ຄົນຂອງຄອບຄົວແຫ່ງຄວາມຄາດຫວັງ. ເມື່ອເຂົ້າຮ່ວມຄ້າຍນີ້, ນ້ອງໆຈະໄດ້ເຊື່ອມຕົວເຂົ້າກັບກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ, ເປັນຕົ້ນແມ່ນ: ການໂອ້ລົມສົນທະນາດ້ວຍຫົວຂໍ້ “ປ້ອງກັນຕົນເອງໃນສະພາບແວດລ້ອມອິນເຕີເນັດ”, “ເສັ້ນທາງແຫ່ງການເຕີບໃຫຍ່”, ເຂົ້າຮ່ວມການໄຫວ້ອາໄລຢູ່ວິຫານ ຮຸ່ງ (ແຂວງ ຝູເທາະ), ຫຼີ້ນເກມເປັນທິມ ແລະ ແບ່ງປັນຄວາມຝັນຂອງຕົນ.

“ລູກເຂົ້າຮ່ວມຄອບຄົວແຫ່ງຄວາມຄາດຫວັງ ນັບແຕ່ປີ 2016, ມາຮອດປັດຈຸບັນ ກໍໄດ້ 8 ປີແລ້ວ. ຄອບຄົວແຫ່ງຄວາມຄາດຫວັງປຽບເໝືອນຄອບຄົວຂອງຂ້າພະເຈົ້າ ແລະ ໄດ້ຊ່ວຍໃຫ້ນ້ອງຈາກເດັກຜູ້ໜຶ່ງທີ່ຂີ້ຄ້ານ, ເປັນຜູ້ທີ່ຍັງບໍ່ມີທິດທາງພັດທະນາຢ່າງຈະແຈ້ງ ກາຍເປັນຄົນທີ່ຮູ້ຮັກແພງຄົນອື່ນຫຼາຍກວ່າ, ເປີດອົກເປີດໃຈກັບຄົນອື່ນ ແລະ ສາມາດກາຍເປັນຄົນດີກວ່າເມື່ອທຽບໃສ່ກ່ອນນີ້.

“ເພື່ອໃຫ້ຂ້າພະເຈົ້າສາມາດປ່ຽນແປງຄືວັນນີ້ ກໍ່ຍ້ອນມີການຊ່ວຍເຫຼືອຂອງ ແມ່ຢຸງ. ໃນອະນາຄົດ, ນ້ອງຢາກກາຍເປັນອ້າຍຄູ ເພື່ອສາມາດເຂົ້າຮ່ວມກອງທຶນແຫ່ງຄວາມຫວັງ ຊ່ວຍເຫຼືອນ້ອງໆໃນຄອບຄົວ ກໍຄືນ້ອງໆຢູ່ເຂດພູສູງໃນການຮ່ຳຮຽນ, ໂດຍສະເພາະແມ່ນຜູ້ທີ່ບໍ່ຮູ້ໜັງສື.”

ຄ້າຍ​ພັກ​ແລ້ງແຫ່ງຄວາມຄາດຫວັງເຕົ້າ​ໂຮມ​ເດັກ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ຄວາມ​​ຫວັງບືນ​ຕົວ​ຂຶ້ນ - ảnh 2ກຳລັງກໍ່ສ້າງເຮືອນຢູ່ ຝູເທາະ ໃຫ້ບັນດາລູກໆໃນຄອບຄົວແຫ່ງຄວາມຄາດຫວັງ (ພາບ: VOV)

ກອງທຶນແຫ່ງຄວາມຫວັງ ໂດຍເອື້ອຍ ຫວູທິຢຸງ, ແມ່ຂອງລູກໆໃນຄອບຄົວແຫ່ງຄວາມຫວັງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ກັນຍາ ປີ 2012. ຄ້າຍພັກແລ້ງ ຄວາມຄາດຫວັງ ທີ່ໄດ້ຈັດຂຶ້ນປະຈຳປີນີ້ ແມ່ນໂອກາດເພື່ອໃຫ້ພວກນ້ອງໃນຄອບຄົວແຫ່ງຄວາມຄາດຫວັງ ໄດ້ສຶກສາກ່ຽວກັບທັກສະຕ່າງໆ, ບັນດາຄວາມຮູ້ກ່ຽວກັບຊີວິດ ແລະ ມານະຈິດຜ່ານຜ່າຄວາມທຸກຍາກ, ແຜ່ກະຈາຍຄວາມຮັກແພງ. ເມື່ອເຂົ້າຮ່ວມຄອບຄົວແຫ່ງຄວາມຄາດຫວັງ, ແຕ່ລະເດືອນ, ລູກໆລ້ວນແຕ່ໄດ້ຮັບເງິນຊ່ວຍເຫຼືອຄ່າຮຽນ, ໄດ້ຢື້ມຢາມຖາມຂ່າວ, ລະດົມກຳລັງໃຈເປັນປະຈຳເພື່ອໃຫ້ມີຄວາມມຸ່ງຫວັງບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ.  ພາຍຫຼັງການສ້າງຕັ້ງ ແລະ ເດີນຕາມວິວັດການແຫ່ງຄວາມມຸ່ງຫວັງ ມາເປັນເວລາ 11 ປີ, ໃນຈຳນວນເດັກຫຼາຍກວ່າ 400 ຄົນ ທີ່ໄດ້ຮັບທຶນຈາກກອງທຶນແຫ່ງຄວາມຫວັງ ແລະ ແມ່ ຢຸງ ຊ່ວຍເຫຼືອນັ້ນ ມີເກືອບ 200 ຄົນ ໄດ້ຮຽນຈົບມັດທະຍົມຕອນປາຍ, ຮຽນຕໍ່ມະຫາວິທະຍາໄລ, ວິທະຍາໄລ, ຮຽນວິຊາຊີບ, ຫຼາຍຄົນກໍໄປເຮັດວຽກ, ກໍ່ຮ່າງສ້າງຕົວດ້ວຍຕົນເອງ. ເອື້ອຍ ຫວູທິຢຸງ ໃຫ້ຮູ້ວ່າ:

“ເລື່ອງລາວໃນຄອບຄົວແຫ່ງຄວາມຄາດຫວັງ ແມ່ນມີຫຼາຍ, ແຕ່ລະຄົນລ້ວນແຕ່ມີເລື່ອງລາວສະເພາະຂອງຕົນ ແລະ ເປັນກຳລັງໜູນຊ່ວຍໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນກວ່າຕໍ່ເສັ້ນທາງທີ່ຕົນເອງໄດ້ເລືອກ. ທຸກສິ່ງທຸກຢ່າງເຊິ່ງ ຄອບຄົວແຫ່ງຄວາມຄາດຫວັງ ເຮັດມານັ້ນ ແມ່ນການຮ່ວມແຮງຮ່ວມໃຈ, ແມ່ນກຳລັງແຮງຂອງທັງປະຊາຄົມ ທີ່ມີຕໍ່ລູກໆ, ເປັນບັນດາພົນລະເມືອງທີ່ເປັນປະໂຫຍດຕໍ່ສັງຄົມໃນອະນາຄົດ ແລະ ພວກຂ້າພະເຈົ້າຈະສືບຕໍ່ກ້າວເດີນບົນເສັ້ນທາງນີ້ ເພື່ອປະກອບສ່ວນບັນດາພົນລະເມືອງທີ່ດີໃຫ້ແກ່ສັງຄົມ, ປະເທດຊາດ”.

ຮ່ວມເດີນທາງພ້ອມກັບນ້ອງໆໃນຄ້າຍພັກແລ້ງແຫ້ງຄວາມຄາດຫວັງ ແມ່ນບັນດາຜູ້ໃຈບຸນໃຈກຸສົນ. ເອື້ອຍ ດັ້ງແທັງເຕິມ, ຜູ້ໜູນຊ່ວຍໃຫ້ແກ່ກອງທຶນແຫ່ງຄວາມຄາດຫວັງ ແບ່ງປັນວ່າ:

ຮ່ວມເດີນທາງພ້ອມກັບຄອບຄົວແຫ່ງຄວາມຄາດຫວັງ 2 ປີ, ຂ້າພະເຈົ້າເຫັນວ່າມີຄວາມຮັກມັກອົງການນີ້ອີຫຼີ ຍ້ອນໄດ້ສ້າງຄຸນຄ່າຫຼາຍຢ່າງແກ່ສັງຄົມ, ພິເສດ ແມ່ນບັນດາເດັກນ້ອຍທຸກຍາກ, ເດັກກຳພ້າ ແຕ່ມີມານະຈິດອັນແຮງກ້າ. ຂ້າພະເຈົ້າຕັດສິນໃຈຮ່ວມເດີນທາງພ້ອມກັບຄອບຄົວແຫ່ງຄວາມຄາດຫວັງ. ຖືຄອບຄົວແຫ່ງຄວາມຄາດຫວັງ ຄືຄອບຄົວທີສອງຂອງຕົນ. ນ້ອງໆໄດ້ພະຍາຍາມບືນຕົວຂຶ້ນ, ໄດ້ຮັບທຶນການສຶກສາໃຫຍ່ຫຼາຍທຶນຈາກໂຮງຮຽນສາກົນ”.

ດ້ວຍຫົວຂໍ້ “ຄວາມຄາດຫວັງບືນຕົວຂຶ້ນ”, ນອກຈາກການໄດ້ຮຽນຮູ້, ພັດທະນາຕົນເອງແລ້ວ, ຄ້າຍພັກແລ້ງແຫ່ງຄວາມຄາດຫວັງ ກໍ່ຍັງໄດ້ເສີມຂະຫຍາຍຄຸນຄ່າວັດທະນະທຳມະນຸດ. ແຕ່ລະລາຍການທີ່ຈັດໃນໄລຍະພັກແລ້ງ ແມ່ນວັນບຸນທີ່ມີຄວາມສຸກ, ແມ່ນຊຸມວັນທີ່ໄດ້ຢູ່ຄຽງຂ້າງກັນ, ແບ່ງປັນນຳກັນ ແລະ ເສີມສ້າງຄວາມຮັກແພງ, ຄວາມເຊື່ອໝັ້ນ ກໍຄືມານະຈິດໃຫ້ແກ່ນ້ອງໆໃນສົກຮຽນໃໝ່ຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ