ງານບຸນວັດທະນະທຳຍີ່ປຸ່ນ Oshougatsu ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ

(VOVWORLD) -ຫວ່າງແລ້ວນີ້, ຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມເຊື່ອມຕົວເຂົ້າກັບບັນຍາການຟົດຟື້ນຂອງງານບຸນວັດທະນະທຳຍີ່ປຸ່ນ Oshougatsu. ງານບຸນ Oshougatsu ແມ່ນລາຍການປະຈຳປີ ເພື່ອແນໃສ່ໂຄສະນາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດຍີ່ປຸ່ນ, ພ້ອມທັງປະກອບສ່ວນຍູ້ແຮງການພົວພັນສາມັກຄີ, ມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນກວ່າອີກ.

ງານບຸນວັດທະນະທຳຍີ່ປຸ່ນ Oshougatsu ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ - ảnh 1 ງານບຸນວັດທະນະທຳຍີ່ປຸ່ນ Oshougatsu ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ

(ພາບ: anninhthudo.vn)

ງານບຸນ Oshougatsu 2018 ໄດ້ຮັບການຈັດຕັ້ງແມ່ນເພື່ອໂຄສະນາຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳໃນວັນບຸນປີໃໝ່ Oshougatsu ຂອງຍີ່ປຸ່ນ. ການຟ້ອນ ແລະ ເດີນຂະບວນ Yosakoi ແມ່ນຮູບແບບສິລະປະທັງເປັນມູນເຊື້ອ, ທັງທັນສະໄໝຂອງປະເທດຍີ່ປຸ່ນ. ເຂົ້າຮ່ວມລາຍການຟ້ອນ, ເພື່ອນ ຢ້ຽວອານ, ນັກສຶກສາມະຫາວິທະຍາໄລເຕັກໂນໂລຊີ ຮ່າໂນ້ຍ, ແບ່ງປັນວ່າ.

        “ວາດຟ້ອນຂອງພວກຂ້າພະເຈົ້າເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຍີ່ປຸ່ນ ແຕ່ພວກຂ້າພະເຈົ້າໄດ້ຝຶກຊ້ອມ ແລະ ບອກເຂົ້າໄປຕື່ມນັ້ນແມ່ນຈິດໃຈຂອງຊາວຫວຽດນາມ. ມີກາລະໂອກາດເຂົ້າຮ່ວມງານບຸນຄືແນວນີ້, ຂ້າພະເຈົ້າເຫັນວ່າມັນມີຄວາມໝາຍ ແລະ ມີຄວາມມ່ວນຊື່ນທີ່ສຸດ”.

        ບຸນປີໃໝ່ປະຈຳຊາດ ຕາມພາສາຍີ່ປຸ່ນ ເອີ້ນວ່າ “Oshougatsu” ແມ່ນເລີ່ມມາຈາກຮີດຄອງປະເພນີຕ້ອນຮັບເທວະດາປີໃໝ່ Toshigamisama, ເຊິ່ງແມ່ນເທວະດາ ເປັນສັນຍາລັກໃຫ້ແກ່ສຸຂະພາບ, ຄວາມໂຊກດີ ແລະ ການທຳມາຫາກິນໄດ້ຮັບຜົນດີ. ບຸນປີໃໝ່ຍີ່ປຸ່ນ ມີບັນດາຈຸດຄ້າຍຄືກັນກັບບັນດາປະເທດຕາເວັນຕົກ, ເຖິງຢ່າງໃດກໍ່ຕາມຍັງມີຈຸດທີ່ເປັນເອກະລັກສະເພາະກ່ຽວກັບຮີດຄອງປະເພນີທີ່ແຕກຕ່າງກັບບັນດາພິທີກຳພິເສດ ແລະ ມີສີສັນສະເພາະຂອງປະເທດທີ່ເຕັມໄປດ້ວຍມູນເຊື້ອ .

        ງານບຸນ Oshougatsu ແມ່ນລາຍການປອດກຳໄລ ໂດຍສະໂມສອນພາສາຍີ່ປຸ່ນ HEDSPI Nichibu ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຈັດຕັ້ງ ເພື່ອແນໃສ່ວາດພາບຄືນບັນຍາກາດໃນວັນບຸນປີໃໝ່ ປະຈຳຊາດ Oshougatsu ຂອງຍີ່ປຸ່ນ; ພ້ອມທັງພັດທະນາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ເພື່ອນ ລ້າຍວັນຫາຍ, ຜູ້ຕາງໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ.

        “ງານບຸນ Oshougatsu ປີນີ້ ແມ່ນງານບຸນຄັ້ງທີ 6 ຂອງສະໂມສອນພາສາຍີ່ປຸ່ນ HEDSPI Nichibu, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ຈັດຕັ້ງຕາມຮູບແບບງານບຸນວັດທະນະທຳ. ກ່ອນໜ້ານັ້ນ, ສະໂມສອນພາສາຍີ່ປຸ່ນ ຂອງມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ເຄີຍຈັດຕັ້ງມາແລ້ວ, ແຕ່ພຽງໃນຂອບຂະໜາດນ້ອຍເທົ່ານັ້ນ. ໃນຊຸມປີມໍ່ໆມານີ້, ຜ່ານແຕ່ລະປີ, ຂອບຂະໜາດ ແລະ ເນື້ອໃນຍິ່ງນັບມື້ນັບອຸດົມສົມບູນກວ່າ”.

        ເຂົ້າຮ່ວມງານບຸນ, ຜູ້ຊົມຈະໄດ້ຮັບຊົມຕົ້ນໄມ້ Kadomatsu ໃຫຍ່ທີ່ສຸດຢູ່ຫວຽດນາມ; ເຂົ້າຮ່ວມເຂດວາງສະແດງດອກໄມ້ຊະກູຣະ 10.000 ດອກ, ເຂົ້າຮ່ວມການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງຄື: ຂຽນຕົວໜັງສືຈີນ, ແຕ້ມໜ້າກາກ, ດື່ມຊາຍີ່ປຸ່ນ, ເຮັດເຄື່ອງ Hand made (ເຄື່ອງຫັດຖຳກຳ). ນອກນັ້ນ, ຜູ້ເຂົ້າຮ່ວມງານບຸນຍັງໄດ້ຮັບປະທານບັນດາເຍື່ອງອາຫານຂອງຍີ່ປຸ່ນ ຢູ່ຕາມບັນດາຮ້ານອາຫານທີ່ເປັນເອກະລັກສະເພາະ.

        ງານບຸນ Oshougatsu 2018 ບໍ່ພຽງແຕ່ຊ່ວຍໃຫ້ບັນດາເພື່ອນໜຸ່ມຂອງຫວຽດນາມ ມີຄວາມເຂົ້າໃຈກວ່າກ່ຽວກັບປະເທດຊາດ, ຊາວຍີ່ປຸ່ນ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂຕິດພັບກັບໄວໜຸ່ມ 2 ປະເທດອີກດ້ວຍ. ນີ້ກໍ່ແມ່ນໜຶ່ງໃນບັນດາເຫດການວັດທະນະທຳຍີ່ປຸ່ນ ຢູ່ຮ່າໂນ້ຍ ເພື່ອໃຫ້ບັນດາຊາວຍີ່ປຸ່ນ ຢູ່ຫ່າງໄກຈາກບ້ານເກີດເມືອງນອນໄດ້ເຫັນບຸນປີໃໝ່ທີ່ເປັນປະເພນີ ຂອງຕົນຢູ່ປະເທດຫວຽດນາມ. ເພື່ອນ Shunto Adachi, ນັກສຶກສາຍີ່ປຸ່ນ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ຫວຽດນາມ ໃຫ້ຮູ້ວ່າ.

        “ມີເພື່ອນຫວຽດນາມ ຜູ້ໜຶ່ງໄດ້ແນະນຳໃຫ້ຂ້າພະເຈົ້າເຂົ້າຮ່ວມງານບຸນນີ້. ເຊິ່ງເປັນຊາວຍີ່ປຸ່ນ ຜູ້ໜຶ່ງ, ຂ້າພະເຈົ້າຢາກຊ່ວຍບັນດາໝູ່ເພື່ອນນັ້ນ ເພື່ອປະຕິບັດບົດບາດເປັນຜູ້ແນະນຳລາຍການຂອງງານບຸນນີ້. ຂ້າພະເຈົ້າມີຄວາມເບີກບ່ານມ່ວນຊື່ນເມື່ອມີງານບຸນທີ່ເປັນປະເພນີຂອງຍີ່ປຸ່ນ ໄດ້ຮັບການຈັດຕັ້ງຢູ່ຫວຽດນາມ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເມື່ອເຫັນວ່າຜູ້ເຂົ້າຮ່ວມງານບຸນມີຄວາມເບີກບານມ່ວນຊື່ນ”.

        ງານບຸນ Oshougatsu ບໍ່ພຽງແຕ່ນຳມາເຊິ່ງໃຫ້ຜູ້ເຂົ້າຮ່ວມບັນຍາກາດວັດທະທຳນຳຂອງປະເທດຍີ່ປຸ່ນ ເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງການພົວພັນອັນສະໜິດສະໜົມລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຕິດພັນກັບໄວໜຸ່ມຂອງ 2 ປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ