ງານບຸນອ່ານປຶ້ມ

(vovworld) – ​ສົ່ງ​ເສີມ​ຄວາມ​ຊິນ​ເຄີຍ​​ໃນ​ການອ່ານ​ປື້​ມ ​ແລະ ສ້າງ​ວັດທະນະທຳ​ອ່ານ​ໃຫ້​ແກ່​ທຸກ​ຄົນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດປະສົງ​ຕົ້ນ​ຕໍ່ຂອງ​ວັນ​ບຸນ​ອ່ານ​ປື້​ມ ​ແລະ ວັດທະນະທຳ​ອ່ານ. ວັນ​ບຸນ​ອ່ານ​ປື້​ມພວມ​ກາຍ​ເປັນ​ວັນ​ບຸນ​ລວມຂອງ​ຜູ້​ອ່ານ​ທຸກ​ຄົນ ​​​ເມື່ອ​ຖືກ​ຈັດ​ຂຶ້ນ​ຢູ່​ຫຼາຍ​ແຂວງ, ນະຄອນ ​ແລະ ​ໄດ້ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ອ່ານ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ງານບຸນອ່ານປຶ້ມ - ảnh 1

​ວັນ​ບຸນ​ອ່ານ​ປື້​ມຈັດ​ຂຶ້ນ​ຢູ່ວັນ​ທ໋ຽວ - ກວົກຕືຢ໋າມ

(ພາບ: ອິນເຕີແນດ)

​ໃນ​ວັນ​ບຸນ​ອ່ານ​ປື້​ມທີ່​ຈັດ​ຂຶ້ນ​ຢູ່ວັນ​ທ໋ຽວ - ກວົກຕືຢ໋າມ, ຮ້ານ​ຂາຍ​ປຶ້ມ ​ແລະ ​ໂຮງພິມ​ຈຳໜ່າຍ​ 20 ກວ່າ​ແຫ່ງໄດ້​ນຳ​ເອົາ​ປື້​ມນັບ​ໝື່ນ​ຫົວ ​ທີ່​ຂຶ້ນ​ກັບ​ຂົງ​ເຂດ: ວັດທະນະທຳ, ວິທະຍາສາດ, ​ເຍົາວະ​ຊົນ, ການ​ສຶກສາ… ມາ​​ແນະນຳ​ ​ເພື່ອ​​ຮັບ​ໃຊ້​ຜູ້​ອ່ານ​ໃນ​ທຸກ​ເກນ​ອາຍຸ. ​ໂຮງພິມ​ຈຳໜ່າຍ​ກິມດົ່ງ ​ໄດ້​ສະຫງວນ​ບ່ອນ​ອ່ານ​ປື້​ມ​ສະ​ເພາະ​ທີ່​ກວ້າງ​ປະມານ 5 ຕາລາງ​ແມດໃຫ້​ແກ່​ເດັກນ້ອຍ. ​ເອື້ອຍ ​ເຈິ່ນທິຕວຽດຈິງ ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ເຂດ​ອ່ານ​ປື້​ມຍັງ​ຄັບ​ແຄບ​ກໍ່ຕາມ, ​ແຕ່​ລູກ​ຂອງ​ເອື້ອຍ​ພັດ​ນິຍົມ​ຫຼາຍ.

“ຂ້າພະ​ເຈົ້າ​ເຫັນ​ວ່າ​ລູກ​ມັກ​ອ່ານ​ປື້​ມຫຼາຍ​ດັ່ງ​ນັ້ນ​ຈຶ່ງ​ພາ​ລູກ​ເຖິງ​ບ່ອນ​ອ່ານ​ປື້​ມຂອງ​ໂຮງພິມ​ຈຳໜ່າຍ​ກິມດົ່ງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ບັນດາວັນ​ບຸນ​ຄື​ດັ່ງກ່າວ, ​ແຕ່ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ທີ່​ກວ້າງຂວາງ​ກວ່າ ​​ເພື່ອ​ຮັບ​ໃຊ້​ໃຫ້​ຜູ້​ອ່ານ​ໄດ້​ຫຼາຍ​ກວ່າ“.

ງານບຸນອ່ານປຶ້ມ - ảnh 2

(ພາບປະກອບ: ອິນເຕີແນດ)

ຕາມ​ປະລິຍາ​ເອກ​ດ້ານ​ການ​ສຶກສາ ຫງວຽນ​ຖູ້ຍ​ແອ​ງ, ຫົວໜ້າ​ສະ​ໂມ​ສອນ “ອ່ານ​ປື້​ມພ້ອມ​ກັບ​ລູກ“ ​ແລ້ວ, ​ເພື່ອ​ສົ່ງ​ເສີມ​ພວກ​ນ້ອງ​ອ່ານ​ປື້​ມ, ການ​ແນະນຳ​ຂອງ​ພໍ່​ແມ່​ແມ່ນ​ມີ​ຄວາມສຳຄັນ​ທີ່​ສຸດ:

“ສຳລັບ​ພວກ​ເດັກນ້ອຍ, ພໍ່​ແມ່​ຕ້ອງ​ແມ່ນ​ຜູ້​ຊ່ວຍ​ໃຫ້​ພວກ​ນ້ອງ​ໃນ​ການ​ຊື້​ປື້​ມ. ດັ່ງ​ນັ້ນ​ຕ້ອງ​ມີ​ເຂດ​ສະ​​ເພາະ​​ເພື່ອ​ແບ່ງປັນໃຫ້​ພໍ່​ແມ່​ເດັກນ້ອຍ​ກ່ຽວ​ກັບບັນດາ​ປື້​ມທີ່​ມ່ວນ ​ແລະ ວິທີ​ອ່ານ​ໃຫ້​ເຂົາ​ເຈົ້າ​ອີກ. ຂ້າພະ​ເຈົ້າ​ເຫັນ​ວ່າ, ຖ້າ​ຫາກ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄອບຄົວ​ຄື​ແນວ​ນັ້ນ ມັນ​ຈະ​ມີ​ປະສິດທິ​ຜົນ​ກວ່າ“.

ປະລິຍາ​ເອກ​ດ້ານ​ສຶກສາ​ວິທະຍາ ຫງວຽນ​ຖູ້ຍ​ແອ​ງ ກໍ່​ຖື​ວ່າ, ນອກຈາກ​ເນື້ອ​ໃນ​ຂອງ​ປື້​ມ, ພວກ​ນ້ອງ​ຍັງຕ້ອງການ​ຫຼາຍສິ່ງ​ກວ່າອີກ, ​ໃນ​ນັ້ນ​ມີ​ເລື່ອງ​ແຊກ​ຊືມ​ເຂົ້າ​ໂລກ​ປື້​ມ ດ້ວຍ​ຄວາມ​ສຳນຶກ​ຂອງ​ເດັກນ້ອຍ. ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ເລື່ອງ​ຍາກ​ສຳລັບ​ຜູ້​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ແນະນຳ​ວິທີ​ອ່ານ​ຢ່າງ​ຖືກຕ້ອງ​ໃຫ້​ເດັກນ້ອຍ:

“ສຳລັບ​ປື້​ມໜາ, ຂ້າພະ​ເຈົ້າ​ສາມາດ​ເລືອກ​ເຟັ້ນບາງ​ຕອນ ທັງອ່ານ​ທັງ​ສະ​ແດງ​ອາລົມ​ຈິດພ້ອມ​ກັບ​ພວກ​ນ້ອງ. ທີ​ສອງ​, ​ຂ້າພະ​ເຈົ້າ​ສາມາດ​ນຳ​ເອົາ​ຮູບ​ພາບ​ທີ່​ສວຍ​ງາມ​ສົມທົບ​ກັບ​ດົນຕີ​ເຂົ້າ​ພ້ອມ, ຫຼື​ສາມາດ​ຫັນ​​ເນື້ອ​ໃນຕອນ​ໜຶ່ງ​ໃນ​ປື້​ມ​ເປັນ​ການ​ລະ​ຫຼິ້ນ, ​ເປັນ​ຄຳທວາຍ. ​ເຮັດ​ຄື​ແນວ​ນັ້ນ​ພວກ​ນ້ອງ​ຈຶ່ງ​ສະ​ແດງ​ຄວາມ​ສຳນຶກ​ຂອງ​ຕົນ​ໄດ້“.

ງານບຸນອ່ານປຶ້ມ - ảnh 3

(ພາບປະກອບ: ອິນເຕີແນດ)

ວັນ​ບຸນ​ອ່ານ​ປຶ້ມ​ປີ 2013 ກໍ່ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ຜູ້​ອ່ານ​ຊອກ​ຫາປື້​ມທີ່​ມ່ວນ, ມີ​ຄູນ​ຄ່າ, ​ກໍ່​ຄື​ສົ່ງ​ເສີມ​ຈິດ​ໃຈ​ຮຳ່ຮຽນ​ດ້ວຍ​ຕົວ​ເອງ. ຕາມ​ທ່ານ ຫງວຽນ​ງອກ​ບາ​ວ, ຮອງ​ຫົວໜ້າ​ກົມ​ພິມ​ຈຳໜ່າຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ແລ້ວ, ​ແຕ່ລະຄົນ​ສາມາດ​ຊອກ​ຫາ​ທິດ​ພັດທະນາ​ສະ​ເພາະ​ ກໍ່​ຄືກຳນົດ​ທິດ​ທາງໃຫ້​ແກ່​ຕົນ ​ແລະ ປື້​ມສາມາດ​ເຮັດ​​ສິ່ງ​ດັ່ງກ່າວ​ໄດ້.

“ມີ​ອັດ​ສະລີ​ຍະ​ບູລຸດບາງ​ຄົນ, ຈາກ​ປື້​ມຫົວ​ໜຶ່ງ​ໄດ້​ຊ່ວຍ​ສ້າງ​ເປັນ​ຈີນ​ຕະນາ​ການ​ພັດທະນາ ​ແລະ ປື້​ມກໍ່​ເຮັດ​ໃຫ້​ວິຖີ​ຊີວິດ, ວິທີ​ນຶກ​ຄິດ​ຂອງ​ເຂົາ​ເຈົ້າ​ປ່ຽນ​ແປງ​ໄປ​ນຳ. ດັ່ງ​ນັ້ນ​ການ​ເລືອກ​ເຟັ້ນຫົວ​ຂໍ້ “ປື້​ມ​ເຮັດ​ໃຫ້​ຊີວິດ​​ປ່ຽນ​ແປງ“ ດ້ວຍ​ຄວາມ​ປາຖະໜາ​ວ່າ, ຜູ້​ອ່ານ​ແຕ່ລະຄົນ​ຈົ່ງ​​ເຂົ້າ​ຮ່ວມວັດທະນະທຳ​ອ່ານ ​ແລະ ​ເລືອກ​ເຟັ້ນ​​ປື້​ມທີ່​ມີ​ຄວາມ​ນິຍົມໃຫ້​ຕົນ ​ເພື່ອ​ປະກອບສ່ວນ​ສ້າງ ​ແລະ ພັດທະນາ​ບຸກຄະ​ລິກ, ກຳນົດ​ທິດ​ທາງ​ໃຫ້​ແກ່​ຕົນ​ໃນ​ອະນາຄົດ“.

ວັນ​ບຸນ​ປື້​ມ ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ປື້​ມ​ທີ່​ມ່ວນເຖິງ​ຜູ້​ອ່ານ ​ແລະ ສ້າງ​ຄວາມ​ຊິນ​ເຄີຍ​ອ່ານ​ປື້​ມ, ຍົກ​ສູງ​ວັດທະນະທຳ​ອ່ານ​ໃຫ້​​ແກ່ທຸກ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ