ງານວາງສະແດງ “ກົກເຄົ້າແຫ່ງຄວາມຜາສຸກ” ເຊີດຊູຄວາມຮັກທີ່ມີຕໍ່ຄອບຄົວ

(vovworld) - ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຫໍ​ພິ​ພິດ​ທະ​ພັນ​ສາ​ກົນ (18/5) ແລະ ຕອບ​ສະ​ໜອງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອຂ່ຳ​ນັບ​ຊົມ​ເຊີຍ​ປີ​ຄອບ​ຄົວ​ຫວຽດ​ນາມ 2013. ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ ຫາ​ກໍ່​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ແລະ ການ​ເຄື່ອນ​ໄຫວ​ສຶກ​ສາ​ສິ​ລະ​ປະ​ທີ່​ໃສ່​ຊື່​ວ່າ: “ກົກ​ເຄົ້າ​ແຫ່ງ​ຄວາມ​ຜາ​ສຸກ” ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍນີ້ ໄດ້ນຳ​​ມາ​ເຊິ່ງຄວາມ​ຄິດອັນ​ເລິກ​ເຊິ່ງຫຼາຍ​ຢ່າງກ່ຽວ​ກັບ​ຄວາມ​ສຸກ​ໃນ​ຄອບ​ຄົວ” ​ໃຫ້​ແກ່​ຜູ້​ຊົມ.

ງານວາງສະແດງ “ກົກເຄົ້າແຫ່ງຄວາມຜາສຸກ” ເຊີດຊູຄວາມຮັກທີ່ມີຕໍ່ຄອບຄົວ - ảnh 1
ງານ​ວາງ​ສະ​ແດງ “ກົກ​ເຄົ້າ​ແຫ່ງ​ຄວາມ​ຜາ​ສຸກ”
(ພາບ: ອິນ​ເຕີ​ແນດ)

        ງານ​ວາງ​ສະ​ແດງ “ກົກ​ເຄົ້າ​ແຫ່ງ​ຄວາມ​ຜາ​ສຸກ” ໄດ້​ແນະ​ນຳ​ບັນ​ດາ​ພາບ​ແຕ້ມ ຮູບ​ແກະ​ສະຫຼັກ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜາສຸກ​ແບບທຳ​ມະ​ດ​າສາ​ມັນ​, ນັ້ນ​ແມ່ນ​ພາບ​ແຕ້ມ​ແມ່​ກຳ​ລັງ​ຕາບ​ເສື້ອ​ໃນ​ຄອບ​ຄົວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ, ແມ່ນ​ຮູບ​ປັ້ນ​ແມ່​ອູ້ມ​ລູກດ້ວຍຄວາມ​ຮັກ​ທີ່​ລົ້ນ​ເຫຼືອ. ທ່ານ ຟານ​ວັນ​ຕ໋ຽນ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ດ້ວຍ​ພາບ​ແຕ້ມ ແລະ ຮູບ​ແກະ​ສະຫຼັກ 77 ຮູບ, ຜູ້​ຊົມ​ຈະ​ມີ​ໂອ​ກາດ​ໄດ້​ເຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຈິດ​ຕະ​ກອນ​ລຸ້ນ​ຕ່າງໆ​ທີ່​ຮຽນ​ຢູ່ໂຮງ​ຮຽນ​ວິ​ຈິດ​ສິນ​ອິນ​ດູ​ຈີນ​ຄື​: ເຈິ່ນ​ວັນ​ເກິນ, ເລກວົກ​ໂລກ…ແລະ​ ບັນ​ດາ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງ​ລຸ້ນ​ຕ່າງໆຄື ເຈິ່ນ​ລືວ​ເຫົ້າ, ຮູຍ​ແອ໋ນ… ພ້ອມ​ກັບ​ຈິດ​ຕະ​ກອນ​ໜຸ່ມ​ຄື ຫວູ​ເກືອງ, ຫ່າ​ຈີ໋​ຫ໋ຽວ, ດ່າວກວົກ​ຮູຍ, ດ້ວຍ​ສິ​ລະ​ປະ, ຫົວ​ຄິດ​ປະ​ດິດ​ສ້າງ​ ແລະ ອາ​ລົມ​ຈິດ​ຮັກ​ແພງ ແລະ ຄວາມ​ສະ​ເທືອນ​ໃຈ​ເມື່ອ​ສະ​ແດງ​ຫົວ​ຂໍ້​ນີ້. ບັນ​ດາ​ຈິດ​ຕະ​ກອນ​ໄດ້ແບ່ງ​ປັນ​ຄູນ​ຄ່າ​ແທ້​ຈິງ​ຂອງ​ຄອບ​ຄົວທີ່​ມີ​ຄວາມ​ຜາ​ສຸກ”.

        ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ງານ​ວາງ​ສະ​ແດງ​ໄດ້​ສະ​ແດງ​ໃຫ້​ເຫັນຮູບ​ພາບ​​ທີ່ຊື່​ຕົງ ແລະ ໃກ້​ຊິດ​ຂອງ​ແມ່​ໃນ​ຄອບ​ຄົວ, ຜູ້​ຍິງ​ໃນ​ສັງ​ຄົມ. ຈິດ​ຕະ​ກອນ  ເຈິ່ນ​ເຫົ້າ​ອຽນ​ເທ໋, ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ຈິດ​ສິນ​ຫວຽດ​ນາມ, ແບ່ງ​ປັນ​ວ່າ:

        “ງາ​ນ​ວາງ​ສະ​ແດງ ໄດ້ເວົ້າ​ເຖິງ​ຄວາມ​ສຸກຂອງ​ຄອບ​ຄົວ, ເວົ້າ​ເຖິງ​ຊີ​ວິດ, ຄວາມ​ມຸ້ງ​ຫວັງ. ມີ​ພາບ​ແຕ້ມ ແລະ ຮູບ​ແກະ​ສະຫຼັກຫຼາຍ​ຮູບ ແມ່ນ​ຂອງ​ບັນ​ດາ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງ, ງານ​ວາງ​ສະ​ແດງ​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນ​ຄູນ​ທີ່​ມີ​ຕໍ່​ລຸ້ນ​ກ່ອນ​ຄື​ຈິດ​ຕະ​ກອນ ເຈິ່ນ​ວັນ​ເກິນ, ຫງວຽນ​ຈ້ອງ​ເຮີບ, ເລ​ຮູຍ​ຮ່​ວາ, ຫງວຽນ​ກວນ, ຟ້ອມ​ວຽດ​ຮົ່ງ​ລາມ”.

        ໃນ​ຂອບ​ເຂດ​ຂອງ​ເຫດ​ການ, ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ​ ກໍ່​ຜັນ​ຂະ​ຫ​ຍາຍ​ລາຍ​ການ​ສຶກ​ສາ​ສິ​ລະ​ປະ ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຄື: ຄົ້ນ​ຫາ​ສິ​ລະ​ປະ​ຜ່ານ​​ການ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ ແລະ ພົບ​ປະ​ແລກ​ປ່ຽນ​ກັນ​ບັນ​ດາ​ຈິດ​ຕະ​ກອນ; ແບ່ງ​ປັນ ແລະ ເຂົ້າ​ຮ່ວມ​ການ​ປະ​ດິດ​ສິ​ລະ​ປະ ຜ່ານ​ການ​ແຕ້ມ​ຮູບ​ຕາມ​ຫົວ​ຂໍ້​ຂອງ​ງານ​ວາງ​ສະ​ແດງ… ເຫດ​ການນີ້ ເພື່ອ​ແນ​ໃສ່​ສ້າງ​ໂອ​ກາດ​ໃຫ້​ຜູ້​ຊົມ, ພິ​ເສດ​ແມ່ນ​ພວກ​ນ້ອງ​ນັກ​ຮຽນ ເພີ່ມ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ສິ​ລະ​ປະ​ຜ່ານ​ມໍ​ລະ​ດົກ​ຢູ່​ຫໍ​ພິ​ພິດ​ທະ​ພັນ. ທ່ານ​ນາງ ເຈິ່ນ​ທິ​ລານ​ເຮືອງ, ຮອງ​ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ປະ​ຖົມ​ ນາມແທ່ງ​ກົງ, ໃຫ້​ຮູ້​ວ່າ:

        “ເມື່ອ​ມາ​ແຫ່ງນີ້, ພວກ​ນ້ອງ​ນັກ​ຮຽນໄດ້​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ແລະ ຮັບ​ເອົາ​ຄວາມ​ຮູ້ຫຼາຍ​ຢ່າງ.​ ຄວາມ​ຮູ້​ເຫຼົ່າ​ນັ້ນ ບໍ່​ພຽງ​ແຕ່​ມີ​ປະ​ໂຫຍດໃຫ້​ແກ່​ພວກ​ນ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ປະ​ໂຫຍດ​ໃຫ້​ແກ່​ຄູ​ສອນ​ຄື​ພວກ​ຂ້າ​ພະ​ເຈົ້າໃນ​ການ​ສິດ​ສອນ​ອີກ​ດ້ວຍ. ພວກ​ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ, ຫໍ​ພິ​ພິດ​ທະ​ພັນ​ວິ​ຈິດ​ສິນ ຈະ​ຈັດ​ຕັ້ງຫຼາຍ​ເຫດ​ການ​ຄື​ແນວນີ້ກວ່າ​ອີກ ແລະ ເຊີນ​ໂຮງ​ຮຽນ​ຕ່າງໆ​ເຂົ້າ​ຮ່ວມ, ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ໂອ​ກາດ​ພາ​ພວກ​ນ້ອງ​ມາ​ຢ້ຽມ​ຢາມ ແລະ ​ສຳ​ຜັດ​ກັບ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ ແລະ ອຸ​ດົມ​ສົມ​ບູນ, ສ້າງ​ເງື່ອນ​ໄຂ​ໃຫ້​ໂຮງ​ຮຽນສືກ​ສາ​ພວກ​ນ້ອງ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ງານວາງສະແດງ “ກົກເຄົ້າແຫ່ງຄວາມຜາສຸກ” ເຊີດຊູຄວາມຮັກທີ່ມີຕໍ່ຄອບຄົວ - ảnh 2

ພາກ​ນ້ອງ​ນັກ​ຮຽນ​ແອບ​ແຕ້ມ​ພາບ​ຕາມ​ຫົວ​ເລື່ອງ​ຂອງ​ງານ​ວາງ​ສະ​ແດງ

(ພາບ: ອິນ​ເຕີ​ແນດ)

        ໃນທ່າ​ອ່ຽງ​ເຊື່ອມ​ໂຍງ​ກັບ​ສາ​ກົນ ແລະ ໂລ​ກາ​ພິ​ວັດ​ໃນ​ປະ​ຈຸ​ບັນ ໄດ້​ນຳ​ມາ​ເຊິ່ງ​​ຄວາມ​ສະ​ດວກ ແລະ ການ​ທ້າ​ທາຍຫຼາຍ​ຢ່າງ​ໃນ​ການ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ອັນ​ດີ​ງານ​ຂອງ​ຊາດ. ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ແລະ ການ​ເຄື່ອນ​ໄຫວ​ສຶກ​ສາ​ສິ​ລະ​ປະ “ກົກ​ເຄົ້າ​ແຫ່ງ​ຄວາມຜາ​ສຸກ” ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທ້​ຈິງ, ປະ​ກອບ​ສ່ວນ​ເຊີດ​ຊູ​ຄອບ​ຄົວ​ຫວຽດ​ນາມ, ພ້ອມ​ທັງ​ໂຄ​ສະ​ນາ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ດ້ານ​ຈິດ​ໃຈ ແລະ ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ