ງານວາງສະແດງພິເສດສະຫງວນໃຫ້ແກ່ເດັກນ້ອຍດ້ວຍຫົວຂໍ້ວ່າ “ເດັກນ້ອຍແຕ້ມພາບ”


(vovworld)- ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ພິ​ເສດ ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອຍ ທີ່​ມີ​ຊື່​ວ່າ: “ເດັກ​ນ້ອຍ​ແຕ້ມ​ພາບ” ຊື່ງ​ພວມ​ດຳ​ເນີນ​ຢູ່ ເຮືອນ​ເລກ​ທີ 24-26 ຖະ​ຫນົນ ລີ​ກວກ​ຊື ຮ່າ​ໂນ້ຍ ຄື​ດັ່ງ​ຂອງ​ຂວັນ​ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອຍ​ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ສາ​ກົນ 1/6 ແລະ ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ເດືອນ​ລະ​ດູ​ແລ້ງ​ປີ 2016. ງານ​ວາງ​ສະ​ແດງ​ໄດ້​ທະ​ວີ​ຄູນ​ຄວາມ​ເມົາ​ມົວ​ດ້ານຈິດ​ຕະ​ກຳຂອງ​ເດັກ​ນ້ອຍ.

ງານວາງສະແດງພິເສດສະຫງວນໃຫ້ແກ່ເດັກນ້ອຍດ້ວຍຫົວຂໍ້ວ່າ  “ເດັກນ້ອຍແຕ້ມພາບ” - ảnh 1

        ໃນງານ​ວາງ​ສະ​ແດງ “ເດັກ​ນ້ອຍ​ແຕ້ມ​ຮູບ”ໄດ້​ແນະ​ນຳ​ພາບ​ແຕ້ມ​ເກືອບ 30 ແຜ່ນ ໂດຍ​ພວກຫລານ​ນ້ອຍ​ທີ່​​ມາ​ຈາກບັນ​ດາ​ໂຮງ​ຮຽນຢູ່ ຮ່າ​ໂນ້ຍ ແຕ້ມ. ​ໃນງານ​ວາງ​ສະ​ແດງຄັ້ງ​ນີ້ ພວກ​ນ້ອງ​ແຕ້ມ​ບັນ​ດາ​ສິ່ງ​ທີ່​ຕົນ​ເອງ​ມັກ ໂດຍບໍ່​ຫົວ​ຊາ​ຕໍ່​ວິ​ທີ​ການ​ແຕ້​ມ​ແນວໃດ. ພາຍ​ຫລັງ​ແຕ້ມ​ສຳ​ເລັດ, ບັນ​ດາ​ພາບ​ແຕ້ມ​ຂອງ​ພວກ​ນ້ອງຈະ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຄະ​ນະ​ຈັດ​ຕັ້ງ​ເພື່ອ​ແນະ​ນຳ​ທີ່​ງານ​ວາງ​ສະ​ແດງ. ສະ​ນັ້ນ ພວກ​ຫລານ​​ໃນ​ເກນ​ອາ​ຍຸ​ແຕ່ 5-12 ປີ ສາ​ມາດ​ແຕ້ມ​ກ່ຽວ​ກັບ​ຫົວ​ເລື່ອງ​ທີ່​ຕົນ​ເອງ​ມັກ.  ນ້ອງ ຫງວຽນ​ດືກ​ຮູຍ, ນັກ​ຮຽນ ປ​ໍ 6, ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ ໂງຍ​ຊາວ(Ngoi Sao) ໃຫ້​ຮູ້​ວ່າ:

        “ຫລານ​ນິ​ຍົມ​ແຕ້ມ​ທີ່​ສຸດ. ຫລານ​ໄດ້​ພັກ​ແລ້ງ​ແລ້ວ ສະ​ນັ້ນ ແມ່​ພາ​ຫລານ​ໄປ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ. ມານີ້ ຫລານ​ຈະ​ແຕ້ມ​ພາບ​ກ່ຽວ​ກັບ​ຄອບ​ຄົວ, ກ່ຽວ​ກັບ​ຫ້ອງ​ຮຽນ​ຂອງ​ຫລານ. ຫລານ​ເຫັນ​ວ່າ ງານ​ວາງ​ສະ​ແດງນີ້​ມ່ວນ​ຫລາຍ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

ງານວາງສະແດງພິເສດສະຫງວນໃຫ້ແກ່ເດັກນ້ອຍດ້ວຍຫົວຂໍ້ວ່າ  “ເດັກນ້ອຍແຕ້ມພາບ” - ảnh 2

        ​ພາບ​ທີ່ພວກ​ຫລານ​ນ້ອຍມີ​ເກນ​ອາ​ຍຸ​ແຕ່ 6-10 ​ປີ​ແຕ້ມ ແມ່ນ​ກ່ຽ​ວ​ຂ້ອງ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຄື: ແຕ້ມ​ກ່ຽວ​ກັບ​ຄອບ​ຄົວ ຫລື​ໂຕ​ແມວ, ໝາ, ຝຸງ​ໄກ່​ແມ່ ​ກັບລູກ. ສີ​ສັນ​ຂອງ​ບັນ​ດາ​ພາບ​ແຕ້ມ​ແມ່ນ​ສີ​ຂຽວ, ສີ​ແດງ ແລະ ສີ​ເຫລືອງ. ບາງ​ເທື່ອ​ມີ​ພາບ​ແຕ້ມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ​ຕ່າງໆ​ຄື: ບຸນ​ວັນ​ເພງ​ເດືອນ 8, ການ​ເຄື່ອນ​ໄຫວ​ຝືກ​ແອບ​ກິ​ລາຫລື​ແຕ້ມ​ຮູບ​ເຄິ່ງ​ຄີງພໍ່​ແມ່, ພໍ່​ເຖົ້າ​ແມ່​ເຖົ້າ… ນອກນັ້ນ ຍັງ​ມີ​ພາບ​ແຕ້ມ​ຫລາຍ​ແຜ່ນ​ສະ​ແດງ​ໃຫ້​ເຫັນ​ຫົວ​ຄິດ​ປະ​ດິດ​ສ້າງ, ຄວາມ​ນຶກ​ຄິດ​ຂອງ​ບັນ​ດາ​ພວກ​ຫລານ​ຄື​: ພາບ​ແຕ້ມ​ກ່ຽວ​ກັບ​ໝູ່​ບ້ານ​ຊົນ​ເຜົ່າ​ມີ​ເຮືອນ​ຮ້ານ, ຮູບ​ຊາວ​ຊົນ​ເຜົ່າ​ນຸ່ງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​. ຈ​ິດ​ຕະ​ກອນ ຫງວຽນ​ຮົ່ງ​ເຟືອງ, ສະ​ມາ​ຊິກ Gallery 39, ຊື່ງ​ແມ່ນ​ຫົວ​ຫນ່ວຍ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ໃຫ້​ຮູ້​ວ່າ:

        “ງານ​ວາງ​ສະ​ແດງ ແມ່ນ​ໂອ​ກາດ​ເພື່ອ​ເປັນ​ຂີດ​ໝາຍ​ໃຫ້​ພວກ​ນ້ອງ​ກ່ຽວ​ກັບ​ອະ​ນຸ​ສອນ​ເມື່ອ​ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວດ້ານ​ຈິດ​ຕະ​ກຳ. ບັນ​ດາ​ພາບ​ໂດຍ​ພວກ​ຫລານ​ແຕ້ມ​ສ່ວນ​ຫລາຍ​ແມ່ນ​ເລີ່ມ​ມາ​ຈາກ​ຄວາມ​ຮູ້​ສຶກ, ຄວາມ​ເມົາ​ມົວ.”

        ງານ​ວາງ​ສະ​ແດງ “ເດັກ​ນ້ອຍ​ແຕ້ມ” ໄດ້​ຮັບ​ການ​ຈັດ​ຕັ້ງ​ກົງ​ກັບ​ໂອ​ກາດພວກ​ນັກ​ຮຽນ​​ພັກ​ແລ້ງ. ເພາະ​ສະ​ນັ້ນ ງານ​ວາງ​ສະ​ແດງ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍດ​ໃຫ້​ແກ່​ພວກ​ເດັກ​ນ້ອຍ. ອ້າຍ ຫງວຽນ​ລາມ​ເຊີນ, ຊື່ງ​ແມ່ນ​ຜູ້​ທີ່​ໄດ້​ພາ​ລູກ​ມາ​ເຂົ້າ​ຮ່ວ​ມ​ງານ​ວາງ​ສະ​ແດງ​ໄດ້​ແບ່ງ​ປັນ:

        “ລູກ​ຂອງ​ຂ້າ​ພະ​ເຈົ້າ​ມີ​ພອນ​ສະ​ຫວັນ​ໃນ​ການ​ແຕ້ມ ແລະ ຢູ່​ເຮືອນ ຫລານ​ເຄີຍແຕ້ມຮູບ. ຂ້າ​ພະ​ເຈົ້າ​ພາ​ຫລານ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ນີ້ ເພື່ອ​ໃຫ້​ຫລານມ​ີ​ກາ​ລະ​ໂອ​ກາດ​ສະ​ແດງ​ຄວາມ​ສາ​ມາດຂອງ​ຕົນ. ຫລານ​ໄດ້​ກະ​ກຽມ​ເຄື່ອງ​ແຕ້ມ​ຫລາຍ​ແນວ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ການ​ແຕ້ມ​ຢູ່​ງານ​ວາງ​ສະ​ແດງ. ຫລານ​ກໍ​ປາດ​ຖະ​ຫນາ​ວ່າ ພາຍ​ຫລັງ​ແຕ້ມ​ສຳ​ເລັດ​ແລ້ວ, ພາບ​ແຕ້ມ​ຂອງ​ຫລານ​ຈະ​ໄດ້​ວາງ​ສະ​ແດງ​ຢູ່​​ທີ່ນີ້.”

ງານວາງສະແດງພິເສດສະຫງວນໃຫ້ແກ່ເດັກນ້ອຍດ້ວຍຫົວຂໍ້ວ່າ  “ເດັກນ້ອຍແຕ້ມພາບ” - ảnh 3

        ສຳ​ລັບ​ວິ​ຊາ​ແຕ້ມ ຮຽກ​ຮ້ອງ​ບັນ​ດາ​ພວກ​ຫລານ​ຕ້ອງ​ມີ​ຄວາມ​ນຶກ​ຄິດ​ທີ່​ອຸ​ດົມ​ສົມ​ບູນ, ມີ​ຈີນ​ຕະ​ນາ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສີ​ມື​ອັນ​ຄ່ອງ​ແຄ້ວ. ເພາະ​ສະ​ນັ້ນ ງານ​ວາງ​ສະ​ແດງ “ເດັກ​ນ້ອຍ​ແຕ້ມ” ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ປຸກ​ລຸກ ແລະ ສົ່ງ​ຄວາມ​ເມົາ​ມົວ​ດ້ານ​ສິ​ລະ​ປະ​ໃຫ​້​ແກ່​ພວ​ກ​ຫລານ ຊ່ວຍ​ໃຫ້​ພວກ​ຫລານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ພ້ອມ​ທັງ​ສົ່ງ​ເສີມ​ພວກ​ຫລານ​ເສີມ​ຂະ​ຫຍາຍ​ພອນ​ສະ​ຫວັນ​ກ່ຽວ​ກັບ​ດ້ານ​ຈິດ​ຕະ​ກຳ​ສືບ​ຕໍ່​ຄວາມ​ໄຝ່​ຝັນ​ຂອງ​ຕົນ. ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ “ເດັກ​ນ້ອຍ​ແຕ້ມ​ພາບ” ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາກົນ 1/6 ປ​ະ​ຈຳ​ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ