ງານວາງສະແດງຮູບພາບ: “ເດັກນ້ອຍໃນປາງສົງຄາມ“

ຮູບ​ພາບ​ກ່ວາ 70 ​ແຜ່ນ​ຊື່​ງ​ໄດ້​ພັນ​ລະນາ​ເຖິງ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ຊີວິດ​ການ​ອອກ​ແຮງ​ງານ ​ແລະ ຮ່ຳຮຽນ​ຂອງ​ນັກຮຽນ​ພາກ​ເໜືອ​ຫວຽດນາມ ​ໃນ​ໄລຍະ 1964-1972 ຊື່​ງ​ແມ່ນ​ໄລຍະ​​​ສົງຄາມ​ທຳລາຍດຸ​ເດືອດ​ທີ່​ສຸດ ​ຂອງ​ກອງທັບ​ອາກາດ​ອາ​ເມ​ລິ​ກາ ພວມ​ວາງສະ​ແດງຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ຊົມ ​ແລະ ​ເພື່ອ​ນມິດສາ​ກົນ ຫວນ​ຄືນ​​ໄລຍະ​ສົງຄາມ​ເມື່ອ 40 ປີ​ກ່ອນ. ​ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຂົ້າຮ່ວມ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “​ເດັກນ້ອຍ​​ໃນ​ປາງ​ສົງຄາມ​“ ​ເນື່ອງ​ໃນ​ໂອກາດ​ລະນຶກ​ໄຊຊະນະ​ດ້ຽນບຽນ​ຝູ​ເທິງ​ອາກາດ​ຄົບຮອບ 40 ປີ.

ງານວາງສະແດງຮູບພາບ: “ເດັກນ້ອຍໃນປາງສົງຄາມ“ - ảnh 1

​ເດັກນ້ອຍ​ພາກ​ເໜືອ​ຖືໝວກ​ເຟືອງ

(ພາບ: thethaovanhoa.vn)

​  ອ້າຍ Nguyen Cong Hung ​ໄດ້​ແນະນຳກ່ຽວ​ກັບ​ບັນດາ​ຮູບ​ພາບ​ພັນ​ລະ​ນາ​ຊີວິດ​ອັນ​ທຸກ​ຍາກ​ລຳບາກ​ຂອງ​ພວກ​ນ້ອງ​ນ້ອຍ​ໃນ​ໄລຍະ​ສົງຄາມ​ໃຫ້​ແກ່​ລູກຊາຍ ອາຍຸ 8 ປີ​ຂອງ​ຕົນ. ອ້າຍ​ເອງ​ກໍ່​ມີ​ຄວາມ​ຕື້ນ​ຕັນ​ໃຈ ​ແລະ ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ເຫັນ​ຮູບ​ພາບ​ບັນດາ​ນ້ອງ​ນັກຮຽນ​ຜ່ານ​ຜ່າ​​ຄວາມທຸກ​ຍາກ​ໃນ​ຊີວິດ​ການ​ເປັນ​ຢູ່​ເພື່ອ​ໄດ້​ຮ່ຳຮຽນ. ການ​ເປີດ​ສົກຮຽນ​ໃໝ່​ໃກ້ກັບ​ຂຸມ​ລະ​ເບີດ, ນັກຮຽນ​ຖື​ໝວກ​ເຟືອງ, ຍ່າງ​ຕີນ​ເປົ່າ ​ແຕ່​​ໃນພິທີ​ເປີດສົກຮຽນ​ໃໝ່ຍັງ​ມີ​ທຸງຊາດ, ດອກ​ໄມ້, ຮູບ​ພາບ​ລຸງ​ໂຮ່...  ​ຜູ້​ຊົມ​ໄດ້​ເຫັນ​ຮູບ​ພາບບັນດາ​ນ້ອງ​ນ້ອຍ​ຫຼົບຫຼີກ​ລະ​ເບີດ​ຢູ່​ອຸມົງ​ໃຕ້​ດິນ​​ແຕ່​ຍັງ​ມີ​ຮອຍຍີ້ມ. ອ້າຍ Nguyen Cong Hung ​ແບ່ງປັນ​ວ່າ:

   “ຂ້າພະ​ເຈົ້າ​ຮູ້​ງານ​ວາງສະ​ແດງ​ນີ້​ໂດຍ​ບັງ​ເອີນ. ຂ້າພະ​ເຈົ້າ​ສົ່ງ​ລູກ​ມາ​ຊົມ​​ເບິ່ງເພື່ອ​ໃຫ້​ລູກ​​ໄດ້​ຮູ້​ໄດ້​ເຫັນ​ສິ່ງ​ທີ່​ພໍ່​ແມ່ເຄີຍ​ຜ່ານ​ຜ່າ​, ເພື່ອລູກ​ຈະ​ຕ້ອງ​ພະຍາຍາມ​ກ່ວາ​ອີກ​ໃນ​ຊີວິດ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຮູບ​ພາບ​ພວກ​ນ້ອງ​ພວມ​ຮ່ຳ​ຮຽນໃນ​ອຸມົງໃຕ້​ດິນ. ນີ້​ແມ່ນ​ຮູບ​ພາບ​ຮ່ຳຮຽນ​​ເປັນ​ປົກກະຕິ, ບໍ່​ຄິດ​ເຖິງ​ສົງຄາມ​ຂອງ​ປະ​ເທດ​ຊາດ ​ແລະ ພວມ​ພະ​ຍາຍາມ​ບືນຕົວ​ຂຶ້ນ

 
ງານວາງສະແດງຮູບພາບ: “ເດັກນ້ອຍໃນປາງສົງຄາມ“ - ảnh 2

(ພາບ:vietcadao.com)

   ຮູບ​ພາບ​ແຜ່ນ​ໃຫ່ຍກ່ວາ​ໝູ່ ຊື່​ງ​ໄດ້​ແຂ​ວນ​ໃນ​ໃຈກາງ​ຮ້ານ​ວາງສະ​ແດງ​ແມ່ນ​ຮູບ​ພາບ​ນາງ​ສາວ​ນ້ອຍ 2 ຄົນ​ຖື​ໝວກ​ເຟືອງ​ກຽມ​ໄປ​ຮຽນ. ການ​ຖີ້ນ​ລະ​ເບີດ​ດຸ​ເດືອດ​ຂອງ​ສັດຕູ​ບໍ່​ສາມາດ​ກີດຂວາງ​ພວກ​ນ້ອງ​ໄປ​ຮຽນ​ໄດ້. ພວກ​ນ້ອງ​ຂຸດ​ອຸມົງ​ໃຕ້​ດິນ​​ເພື່ອຫຼົບໄພ​ດ້ວຍ​ຕົນ​ເອງ. ​​ເຮືອນ​ຝາກ​ເດັກ, ໂຮງຮຽນ​ອະນຸບານ, ຫ້ອງ​ຮຽນ​ສາມັນ​ລ້ວນ​ແຕ່​ຢູ່​ໃນ​ອຸມົງ​ໃຕ້​ດິນ. ພໍ່​ຕູ້ Nguyen Xuan Lien ອາຍຸ​ກ່ວາ 70 ປີ ​ໃຫ້​ຮູ້​ວ່າ: ບັນດາ​ຮູບ​ພາບ​ຢູ່​ໃນ​ງານ​ວາງສະ​ແດງ​ໄດ້​ເຮັດ​ໃຫ້​ລາວ​ຄິດ​ເຖິງ​ໄລຍະ​ເວລາ​ລາວ ​ແລະ ຄອບຄົວ​​ຍົກຍ້າຍຫຼົບ​ໄພ, ຂຸດ​ອຸມົງ​ໃຕ້​ດິນ​ຫລົບ​ໄພ... ​ແລະ ​ຄວາມ​ປະ​ທັບ​ໃຈ​ອັນ​​ເລິກ​​ເຊິ່ງທີ່​ສຸດ​ຂອງ​ລາວ ນັ້ນ​ແມ່ນ​ຄວາມ​ໄຮ້​ດ່ຽງ​ສາຂອງ​ເດັກນ້ອຍ:

   “​ໃນ​ໄລຍະ​ນັ້ນ, ​ເດັກນ້ອຍ​ກໍ່​ບໍ່​ເຄີຍ​ຢ້ານ​ກົວ​ຈັກ​ເທື່ອ. ​ເມື່ອ​ເຮືອບິນ​ມາ, ພໍ່​ແມ່ອຸ້ມລົງ​ອຸມົງໃຕ້​ດິນ​ເຂົາ​ເຈົ້າ​ກໍ່​ລົງ ຫາກ​ບໍ່​ຢ້ານ​ກົວ​ຫຍັງ, ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ​ໃນ​ໄລຍະ​ສົງຄາມ​ເກືອບ​ຄື​ວ່າການ​ດຳ​ເນີນ​ຊີວິດ​ກໍ່​ເປັນ​ປົກກະຕິ, ພຽງ​ແຕ່​ຕ້ອງ​ລົງ​ອຸມົງ​ໃຕ້​ດິນ​ລົບ​ໄພເມື່ອ​ເຮືອ​ບິນ​ມາຖີ້ມລະ​ເບີດ

 
ງານວາງສະແດງຮູບພາບ: “ເດັກນ້ອຍໃນປາງສົງຄາມ“ - ảnh 3

(ພາບ:vov.vn)

   ​ເມື່ອ​ມາ​ຢ້ຽມຊົມ​ງານ​ວາງສະ​ແດງ, ຜູ້​ຊົມ​ມີ​ຄວາມປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຮູບ​ພາບ​ໝວກ​ເຟືອງ​ທີ່​ມີ​ຫຼາຍ​ແບບ​ຕ່າງ​ກັນ​ໂດຍ​ພວກ​ນ້ອງ​ເຮັດ​ເອງ. ໝວກ​ເຟືອງ​ແມ່ນ​ສິ່ງ​ບໍ່​ອາດ​ຂາດ​ໄດ້​ສ​ຳລັບ​ເດັກນ້ອຍ​ໃນ​ປາງ​ສົມຄາມ​ເພື່ອ​ຫຼົບລູກ​ລະ​ເບີດ. ພໍ່​ຕູ້ Nguyen Xuan Lien ​ໃຫ້​ຮູ້​ວ່າ ທ່ານ​ມາ​ງານ​ວາງສະ​ແດງ​ເພື່ອ​ຊອກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ໝວກ​ເຟືອງ​ຂອງ​ຊາວ​ພາກ​ເໜືອ​ຫວຽດນາມ ​ໃນ​ປາງ​ສົມຄາມ:

   “​ໃນ​ໄລຍະ​ນັ້ນ ​ເຂົາ​ເຈົ້າ​ໄດ້​ມີ​ຫົວຄິດ​ປະດິດສ້າງ​ເຮັດ​ໝວກ​ເຟືອງ, ບໍ່​ມີ​ໃຜ​ບັງຄັບ​ແຕ່​ທຸກ​ຄົນ​ລ້ວນ​ແຕ່​ມີ​ໝວກ​ເຟືອງ. ​ເຂົາ​ເຈົ້າ​ເຮັດໝວກ​ເຟືອງ​​ເພື່ອ​ປົກ​ປ້ອງ​ຕົນ​ເອງ, ​ເພື່ອ​ບໍ່ໃຫ້​ລູກປືນ​ ​ແລະ ສະ​ເກັດ​ລະ​ເບີດ​ຕົກ​ໃສ່​ຫົວ​ໄດ້. ໝວກເຟືອງ​ມີ​ຫຼາຍ​ແບບ​ແຕກ​ຕ່າງ​ກັນ​ໂດຍ​ແຕ່ລະ​ທອ້ງຖິ່ນ, ​ແຕ່​ລະ​ຄອບຄົວ​ເຮັດ​ເອງ“.

   40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ບັນດາ​ຮູບ​ພາບ​ກ່ຽວ​ກັບ​ເດັກນ້ອຍ​ໃນ​ປາງ​ສົມຄາມ​ໄດ້​ນຳ​ມາ​ວາງສະ​ແດງ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຄິດ​ເຖິງ​ບັນດາ​ອະນຸສອນ, ຄວາມ​ຊົງ​ຈຳ, ພິ​ເສດ​ສຳລັບ​ຜູ້​ທີ່​ແມ່ນ​ເດັກນ້ອຍ​ໃນ​​ໄລຍະ​ສົງຄາມ​ໃນ​ຊຸມ​ປີ 1964-1972. ດ້ວຍບັນດາ​ຮູບ​ພາບທີ່​ມີ​ຊີວິດ​ຊີວາ​​ໃນໄລຍະ​ເວລາ​ກ່ອນ​ນີ້​ເກືອບ​ເຄິ່ງສັດຕະວັດ, ຜູ້​ຊົມ​ຫຼາຍ​ຄົນ​ເກືອບ​ຄື​ວ່າ​​ເຫັນ​ໄດ້​ໄລຍະ​ອັນ​ທຸກ​ຍາກ​ລຳບາກ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະ​ເທດ​ຊາດ. ບັນດາ​ຮູບ​ພາບ​ໄດ້​ສ່ອງ​ແສງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ໃນ​ໄລຍະ​ສົງຄາມ​ທີ່​ທຸກ​ຍາກ​ລຳບາກ ​ແຕ່​ຍັງ​ມີ​ບັນຍາ​ກາດ​ທີ່ມ່ວນ​ຊື່ນ. ​ໂດຍ​ຜ່ານ​ຕາ​ກ້ອງຂອງ​ນັກ​ຖ່າຍຮູບ, ພວກ​ເຮົາ​ຈະ​ເຫັນ​ໄດ້ບັນດາຮູບ​ພາບ​ພວກ​ນ້ອງ​ໃນ​ຊີວິດ​ປະຈຳ​ວັນ, ​ໃນ​ການ​ຮຳ່ຮຽນ, ​ດຳ​ເນີນ​ຊີວິດ​...ຢ່າງ​ມີ​ຊີວິດ​ຊີວາ.

ຕອບກັບ

ຂ່າວ/ບົດ​ອື່ນ