”ຈັ່ງຫວະສຽງຄ້ອງ 9X” ສຶກສາຄວາມຮັບຜິດຊອບ ໃນການຮັກສາວັດທະນະທຳປະຊາຄົມ.


(vovworld)- ​ໃນ​ຊຸມ​ວັນ​ຕົ້ນ​ເດືອນ 1​0 ນີ້, ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ສົມທົບ​ກັບ TVT5, ​ເຊິ່ງ​ແມ່ນຊ່ອງ​ໂທລະພາບ​ຊົນ​ເຜົ່າ​ຂອງ​ໂທລະພາບ​ຫວຽດນາມ​ ໄດ້​ເປີດ​ຫ້ອງວາງສະ​ແດງ ​ແລະ ສາຍຮູ​ບ​ເງົາ ”ຈັ່ງ​ຫວະ​ສຽງຄ້ອງ 9X”(​ໝາຍ​ເຖິງ​ພວກ​ນ້ອງທີ່​ເກີດ​ໃນ​ຊຸມ​ປີ 90 ຂອງ​ສະຕະວັດ​ທີ 20), ​​ເພື່ອສະ​ແດງ​ໃຫ້​ເຫັນ​ແນວ​ຄິດ, ຈິດ​ໃຈ, ຄວາມ​ມຸ້ງ​ຫວັງ​ຂອງ​ກອງລັ່ນຄ້ອງ​ໜຸ່ມ​ຊາວເຜົ່າ​ບາ​ນາ ຢູ່​ບ້ານ​ກອນ​ຕຸ​ມ​ເກີ​ເປິ​ງ. ​

”ຈັ່ງຫວະສຽງຄ້ອງ 9X” ສຶກສາຄວາມຮັບຜິດຊອບ ໃນການຮັກສາວັດທະນະທຳປະຊາຄົມ. - ảnh 1

        ນັ້ນ​ແມ່ນ​ສຽງ​ຄ້ອງ​ດ້ວຍ​ໄມ້​ໄຜ່, ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ຂອງ​ເຜົ່າ​ບາ​ນາ ​ໂດຍ​ພວກ​ນ້ອງ​ນ້ອຍ​ໃນ​ກອງ​ລັ່ນຄ້ອງ - ຟ້ອນ​ຊວາງບ້ານ​ກອນ​ຕຸ​ມ​ເກີ​​ເປິ​ງ, ຕາແສງ​ທັ໋ງ​ເລີ້​ຍ, ນະຄອນ​ກອນ​ຕຸ​ມ ສະ​ແດງ. ກອງ​ລັ່ນຄ້ອງ​ - ຟ້ອນ​ຊວານນີ້​ ລວມມີ​ສະມາຊິກ 21 ຄົນ, ຜູ້​ມີ​ອາຍຸ​ຫຼາຍ​ສຸດ​ແມ່ນ16 ປີ, ສ່ວນ​ຍັງ​​ເຫຼືອ​ແມ່ນ​ມີ​ອາຍຸ​ແຕ່ 12 – 14 ປີ. ພວກ​ນ້ອງ​ທັງ​ໝົດ​ໄດ້​ຮັບ​ການ​ແນ​ະນຳ​ຢ່າງ​ລະອຽດ​ກ່ຽວ​ກັບ​ວິທີ​ເຮັດ​ຄ້ອງ, ລັ່ນຄ້ອງ​ຄື​ແນວ​ໃດ​ໃຫ້​ຖືກ, ​ໃຫ້​ມ່ວນ.

        ການ​​ເຄື່ອນ​ໄຫວດຳ​ເນີນ​ຊີວິດປະຈຳ​ວັນ​​ທັງ​ໝົດຂອງ​ພວກ​ນ້ອງ​ນ້ອຍ​ໃນ​ບ້ານ​ກອນ​ຕຸ​ມ​ເກີ​​ເປິ​ງ, ​ຖືກ​ວາດ​ພາບ​ຢ່າງ​ມີ​ຊີວິດ​ຊີ​ວາ​ໃນ​ການວາງສະ​ແດງ ”ຈັ່ງ​ຫວະ​ສຽງຄ້ອງ 9X” ​ຜ່ານ​ບັນດາ​ວັດຖຸ​ພັນ ​ໂດຍ​ພວກ​ນ້ອງ​ສະ​ສົມ​ເອງ, ນັ້ນ​ແມ່ນ​ຄ້ອງ, ​ໂສ້ງ​ເສື້ອ​ຂອງ​ເຜົ່າ​ບາ​ນາ, ​ເຮືອນ​ຮົງ (​ເຮືອນ​ຍາວ​ຂອງ​ເຜົ່າ​ບາ​ນາຢູ່​ກອນ​ຕຸ​ມ)... ​ເອື້ອຍ Nguyen Phuong Thao, ພະນັກງານ​ຄົ້ນ​ຄ້ວາ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ​, ​ໃຫ້​ຮູ້​ວ່າ:

        ”ບັນດາ​ວັດຖຸ​ພັນທີ່​ວາງສະ​ແດງ​ຢູ່​ທີ່​ນີ້, ບາງ​ເທື່ອ​ແມ່ນວັດຖຸ, ສິ່ງ​ຂອງ​ທີ່​ພວກ​ນ້ອງ​ພວມ​ນຳ​ໃຊ້​ໃນ​ຄອບຄົວ. ​ໃນ​ຫ້ອງ​ວາງສະ​ແດງ​ຍັງ​ມີ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ຊີ​ວິດປະຈຳ​ວັນ​ຂອງ​ພວກ​ນ້ອງ​ຄື​ເວລາ​ໄປ​ເຮັດ​ໄຮ່, ຕຳ​ຫຸກ,ລະ​ຫຼິ້ນ... ໂດຍ​ພວກ​ນ້ອງ​​ເປັນ​ຜູ້ຖ່າຍ​ເອົາ​ເອງ”.

”ຈັ່ງຫວະສຽງຄ້ອງ 9X” ສຶກສາຄວາມຮັບຜິດຊອບ ໃນການຮັກສາວັດທະນະທຳປະຊາຄົມ. - ảnh 2

        ​ແລະ ​ໃນ​ບໍລິ​ເວນ​ວາງສະ​ແດງ​ນັ້ນ, ​ຜູ້​ມາ​ຢາມ​ຈະ​ໄດ້​ຊົມຮູບ​ເງົາຍາວ​ປະມານ 30 ນາທີ, ດ້ວຍ​ບັນດາ​ເລື່ອງ​ລາວ ​ໂດຍ​ພວກ​ນ້ອງ​ເຍົາວະ​ຊົນ​ບາ​ນາ​ເປັນ​ຜູ້​ເລົ່າ, ອັນ​ໄດ້​ສ່ອງ​​​ແສງ​ໃຫ້​ເຫັນ​ແນວ​ຄິດ, ຈິດ​ໃຈ, ຄວາມ​​ໄຝ່ຝັນ​ຂອງ​ພວກ​ນ້ອງ​ໃນ​ກອງ​ລັ່ນ​ຄ້ອງ​ໜຸ່ມ. ບັນດາ​ເລື່ອງ​ລາວ​ໃນ​ຮູບ​ເງົາ​ໂດຍ​ພວກ​ນ້ອງ​ເປັນ​ຜູ້​ເລືອກ​ເອົາ ​ແລະ ຕົກລົງ​ເອງ. ​ເອື້ອຍ Nguyen Dieu Huyen, ນັກ​ຂ່າວ VTV5, ຂອງ​ໂທລະພາບ​ຫວຽດນາມ ​ໄດ້​ແບ່ງປັນ​ວ່າ:

        ”​ເນື້ອ​ໃນ​ຮູບ​ເງົາ​ໄດ້​ເວົ້າ​ເຖິງ​ຄວາມ​ເມົາ​ມົວ​ກັບ​ສິລະ​ປະ​ລັ່ນຄ້ອງ, ການ​​ແອບລັ່ນຄ້ອງ ​ແລະ ຄວາ​ມໄຝ່ຝັນ​ຂອງ​ພວກ​ນ້ອງ. ນອກ​ນັ້ນ, ຮູບ​ເງົາ​ຍັງ​ມີ​ບັນດາ​ຮູບ​ພາບ, ​ເລື່ອງ​ລາວ​ກ່ຽວ​ກັບ​ຊີວິດ​ປະຈຳ​ວັນ, ຄວາມ​ຮັກ​​ໃຄ່ຂອງ​ພວກ​ນ້ອງ​ໃນ​ກອງ​ລັ່ນຄ້ອງ​ນຳ​ກັນອີກ​”

”ຈັ່ງຫວະສຽງຄ້ອງ 9X” ສຶກສາຄວາມຮັບຜິດຊອບ ໃນການຮັກສາວັດທະນະທຳປະຊາຄົມ. - ảnh 3

ດ້ວຍ​ການ​ເຄື່ອນ​ໄຫວ​ ແອບ​ລັ່ນຄ້ອງ, ຂັບ​ຊວາງ​ປະຈຳ​ວັນ​ນັ້ນ, ​ພວກ​ນ້ອງ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາ​ຄົມ​ໄວ້. ນັ້ນ​ກໍ່​ແມ່ນ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງທີ່​ພວກ​ນ້ອງ​ນ້ອຍ​ໃນ​ບ້ານ ກອນ​ຕຸ​ມ​ເກີ​ເປິ​ງ ຢາກ​ຝາກຝັງ​ໃນ​ຮູບ​ເງົາ.

         ການ​ເຄື່ອນ​ໄຫວວາງສະ​ແດງ ​ແລະ ສາຍຮູບ​ເງົາ ”ຈັ່ງ​ຫວະ​ສຽງຄ້ອງ 9X” ​ໄດ້​ຊ່ວຍ​ໃຫ້​ທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ກະ​ລັກສະ​ເພາະ​ຂອງ​ປະຊາ​ຄົມ​ຕົນ, ທັງ​ແມ່ນ​ສານ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປະກອບສ່ວນຮັກສາ ​ແລະ ສືບ​ທອດ​ວັດທະນະທຳ​ນັ້ນ​ໃຫ້​ຄົນລຸ້ນຫຼັງ​.

                                    

ຕອບກັບ

ຂ່າວ/ບົດ​ອື່ນ