ດື່ມນ້ຳຊາຢູ່ຮ້ານທຽນເຊີນ

(vovworld)-ໃນ​ທ່າມກາງ​ຊີວິດ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ​ຂອງນະຄອນຫຼວງ​ຮ່າ​ໂນ້ຍ, ປຊຊ ​ແລະ ​ແຂກ​ທ່ອງ​ທ່ຽວຍັງ​ສາມາດ​ຊອກ​ໄດ້​ສະຖານ​ທີ່​ສະຫງົບ​ງຽບ​​ແຫ່ງ​ໜຶ່ງເພື່ອ​ຮັບ​ຟັງ​ທຳນອງເພງ​ທີ່ອ່ອນ​ຊ້ອນ, ແລະ​ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບຈຸດ​ວັດທະນະທຳ​ຝ່າຍ​ຕາ​ເວັນ​ອອກ​ຂອງ​ຊາວ​ ຫວຽດນາມ ຢູ່​ຮ້ານ​ນ້ຳຊາ​ທຽນ​ເຊີນ-ເຮືອນ​ເລກ​ທີ 65 ຖະໜົນ​ຈຸ​ງລຽດ-​ເມືອງ​ດົງ​ດາ-​ຮ່າ​ໂນ້ຍ.

ດື່ມນ້ຳຊາຢູ່ຮ້ານທຽນເຊີນ - ảnh 1

ສະ​ແດງ​ສິລະ​ປະ​ທີ່​ຮ້ານ​ນ້ຳຊາ​ທຽນ​ເຊີນ

(ພາບ: thiensongroup.com.vn)

  ສຳລັບ​ຊາວ​ຫວຽດ​ນາມ ​ເວົ້າສະ​ເພາະ ​ແລະ ຊາວ​​ຕາ​ເວັນ​ອອກ​ເວົ້າລວມ, ການ​ດື່ມນ້ຳຊາ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ບໍ່​ພຽງ​ແຕ່​ມີ​ຄວາມ​ລຶ້ງ​ເຄີຍ​ດື່ມນ້ຳຊາ​ຢູ່​​ໃນຄອບຄົວ​ເທົ່າ​ນັ້ນ, ​ຫາກເມື່ອ​ມີ​ແຂກ ຫຼື​ພົບ​ປະເພື່ອນ​ມິດ​ຜູ້​ສະໜິດສະໜົມ, ທຸກ​ຄົນ​​ເຄີຍ​ພາກັນ​ໄປ​ຍັງຮ້ານນ້ຳຊາ​ແຫ່ງ​ຕ່າງໆ. ຢູ່​ຮ່າ​ໂນ້ຍ, ມີ​ຫຼາຍ​ຮ້ານ​ຮັບ​ໃຊ້​ຄວາມ​ຕ້ອງການ​ດັ່ງກ່າວ ​ແລະ ຮ້ານ​ທຽນ​ເຊີນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮ້ານ​ຄື​ແນວ​ນັ້ນ. ຮ້ານ​ທຽນ​ເຊີນ​ຕັ້ງຢູ່​​ຖະໜົນນ້ອຍ, ສະຫງົບ​ງຽບ​ພໍ​ສົມຄວນ. ​ເມື່ອ​ມາ​ຮ້ານ​ທຽນ​ເຊີນ, ​ແຂກ​ດື່ມນ້ຳຊາ​ຈະ​​ໄດ້​ສຳ​ພັດ​ກັບ​ສະຖາປັດຕະຍາ​ກຳ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ຫວຽ​ດນາມ ດ້ວຍ​ການ​ປະດັບ​ປະດາ​ແບບ​ບ້ານ​ນາ, ພູຜາ​ປ່າ​ໄມ້….​ນາງ​ບິ​ກຫງອກ, ​ແຂກ​ຜູ້​ສະໜິດສະໜົມຂອງ​ຮ້ານ​ທຽນ​ເຊີນ ​ໃຫ້​ຮູ້​ວ່າ:

   “​​​ຂ້າພະ​ເຈົ້າ​​ເຄີຍ​ດື່ມນ້ຳຊາ​ຢູ່​ຫຼາຍ​ແຫ່ງ​ແລ້ວ ​ແຕ່​ມາ​ຮ້ານ​ທຽນ​ເຊີນ, ຂ້າພະ​ເຈົ້າ​ເຫັນ​ວ່າ​ການປະດັບ​ປະດາ​ຢູ່​ນີ້​ງາມ​ ​ແລະ ​ເໝາະ​ສົມທີ່​ສຸດ. ຜູ້​ບໍລິການ​ຢູ່​ທີ່​ນີ້​ກໍ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຫຼາຍ”.

  ​​​ ​ໃນຮ້ານ​ນ້ຳຊາ​ທຽນ​ເຊີນ ​ໄດ້​ຮັບ​ການ​ປະດັບ​ປະດາດ້ວຍ​ດອ​ກໄຟ ​ ພາບ​ແຕ້ມ ແລະ ​ໂຄມ​ໄຟ, ມາ​ແຫ່ງ​ນີ້​ແຂກ​ຈະ​ໄດ້​ຮັບ​ຊົມຮູບ​ໜັງສື​ສິລະ​ປະ ຮັງ​ຟັງ​ທຳນອງ​ແພງທີ່​ອອ່ນຊ້ອນ. ​ຫງວຽນ​ຫີ້ວທາຍ, ​ເຮັດ​ວຽກ​ຢູ່​ທະນາຄານ, ຜູ້​ເຄີຍ​ມາ​ຮ້ານ​ທຽນ​ເຊີນ ພ້ອມ​ກັບ​ໝູ່​ເພື່ອນ ​ໃຫ້​ຮູ້​ວ່າ:

   “​​ຂ້າພະ​ເຈົ້າ ​ເຄີຍ​ມາ​ຮ້ານ​ທຽນ​ເຊີນ ຫຼາຍ​ເທື່ອ​ແລ້ວ. ຮ້ານ​​ແຫ່ງນີ້ກ້ວາງ​ຂວາງ, ທຳ​ອງ​ເພງຢູ່ທີ່​ນີ້​ອ່ອນ​ຊ້ອນ, ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສະບາຍ​ໃຈ. ຢູ່​ທີ່​ນີ້​ຍັງ​ມີດ​ອກກຸຫຼາບ ​ແລະ ​​ແສງ​ສະຫວ່າງ​ຈາກ​ການໃຕ້​ທຽນ​ອີກ, ອັນ​ໄດ້​ສ້າງ​ຄວາມ​ເພີດ​ເພີນ​ໃຫ້​ແຂກ​ມາ​ແຫ່ງ​ນີ້

ດື່ມນ້ຳຊາຢູ່ຮ້ານທຽນເຊີນ - ảnh 2
(ພາບ: thiensongroup.com.vn)

​ ສິ່ງ​ທີ່​ເຮັດ​ໃຫ້​​ແຂກຫຼາຍຄົນ​ມີ​ຄວາມ​ສົນ​​ໃຈ​ເປັນ​ພິ​ເສດ, ນັ້ນ​ແມ່ນ​ນ້ຳຊາ​ຂອງ​ຮ້ານ. ​ເພື່ອ​ສ້າງ​ເຄື່ອງໝາຍ​ສະ​ເພາະ​ຂອງ​ຕົນ, ​ເຈົ້າຂອງ​ຮ້ານ​ໄດ້​ເລືອກ​ເຟັ້ນ​ແຫ່​ລງວັດຖຸ​ດິບ​ໃນ​ທຳ​ມ​ະຊາ​ດຢ່າງ​ລະອຽດ​ເພື່ອ​ສ້າງ​​ເປັນ​ຊາ​ປະ​ເພດ​ພິ​ເສດສະ​ເພາະ​ຂອງ​ຮ້ານ. ທ່ານ​ຟ້າ​ມຮົ່ງຫວຽດ, ໜຶ່ງ​ໃນ​ບັນດາ​ຜູ້​ກໍ່ຕັ້ງຮ້ານ​ນ້ຳຊາ​ທຽນ​ເຊີນ ​ໃຫ້​ຮູ້​ວ່າ:

   “ຮ້ານ​ນ້ຳຊາ​ທຽນ​ເຊີນ​ຢາກ​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ໃຈແຂກ​ທຸກ​ຄົນ. ດ້ວຍ​ບັນຍາກາດ​ທີ່​ສະໜິດສະໜົມ, ​ແຂກ​ມາ​ແຫ່ງ​ນີ້​ຈະ​ໄດ້​ຮັບ​ດື່ມ​ລົດ​ຊາດ​ນ້ຳຊາ​ພິ​ເສດສະ​ເພາະ ​ແລະ ​ເມື່ອ​ເວົ້າ​ເຖິງ​ການ​ດື່ມນ້ຳຊາ, ​ແຂກ​ຈະ​ມັກ​ເຕື້ອງ​ເຖິງ​ຮ້ານ​ນ້ຳຊາ​ທຽນ​ເຊີນ ດ້ວຍ​ຄວາມ​ນິຍົມ ​ແລະ​ເພິ່ງ​ພໍ​ໃຈ.

  ​ໃນ​ຕອນ​ຄ່ຳທີ່​ອົບ​ອູ່​ນ, ​ເມື່ອ​ໄດ້​​ດື່ມນ້ຳຊາ​ທີ່​ມີ​ລົດ​ຊາດ​ພິ​ເສດ ​ແລະ ຮັບ​ຟັງ​ທຳນອງ​ເພງ​ທີ່​ອ່ອນ​ຊ້ອນ​ເຮັດ​ໃຫ້ຄວາມ​ອິດ​ເມື່ອຍ​ໃນ​ຊີວິດ​ປະຈຳ​ວັນ​ຖືກ​ຫລຸດຜ່ອນ​ລົງ. ຮ້ານ​ນ້ຳຊາ​ທຽນ​ເຊີນ ​ໄດ້​ປະກອບສ່ວນ​​ເຮັດ​ໃຫ້ວັດທະນະທຳ​ໃນ​ການ​ດື່ມນ້ຳຊາ​ຂອງ​ຊາວ​ຫວຽດນາມ ມີ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ຍາກ​ທີ່​ຈະ​ລືມ​ໄດ້​​ໃຫ້​ແກ່ແຂກ​ທ່ອງທ່ຽວ​ແຕ່ລະ ຄົນ​ເມື່ອ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ​./.

ຕອບກັບ

ຂ່າວ/ບົດ​ອື່ນ