ຕ້ອນຮັບບຸນວັນເພງເດືອນ 8 ພ້ອມກັບໜ້າກາກເຈ້ຍທີ່ເປັນມູນເຊື້ອ

(vovworld) – “ພ້ອມ​ກັນ​ປະດິດ​ໜ້າ​ກາກ​ເຈ້ຍ​ຫວຽດນາມ, ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8“ ​ແມ່ນ​ຊື່​ໂຄງການ ​ໂດຍ​ຈິດຕະກອນ ຈາງ​ແທງ​ຮ່ຽນ ພ້ອມ​ກັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ ວິຈິດ​ສິນ ຫວຽດນາມ ລິ​ເລິ່ມ, ທີ່ຫາ​ກໍ່​ດຳ​ເນີນ​ຢູ່​ຫໍພິພິດ​ຕະພັນ​ວິຈິດ​ສິນ ຫວຽດນາມ ນັ້ນ, ​​ບໍ່​ພຽງ​ແຕ່​ແນະນຳ​ໃຫ້​ເດັກນ້ອຍ​ວິທີ​ເຮັດ​ໜ້າ​ກາກ​ເຈ້ຍ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ໜ້າ​ກາກ​ຫວຽດນາມ ອີກ​ດ້ວຍ.

ຕ້ອນຮັບບຸນວັນເພງເດືອນ 8 ພ້ອມກັບໜ້າກາກເຈ້ຍທີ່ເປັນມູນເຊື້ອ - ảnh 1
(ພາບ: ອິນເຕີແນດ)

        ​ໂຄງການ“ພ້ອມ​ກັນ​ປະດິດ​ໜ້າ​ກາກ​ເຈ້ຍ​ຫວຽດນາມ, ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8“ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ 300 ກວ່າ​ຄົນ. ຢູ່​ທີ່​ນີ້​ພວກ​ນ້ອງ​ຈະໄດ້​ຮຽນ​ວິທີ​ເຮັດ​ໜ້າ​ກາກ​ເຈ້ຍ, ນຳ​ໃຊ້ປາກກາຂົນ, ທາສີ, ລ້າງປາກກາຂົນ… ພວກ​ນ້ອງ​ສາມາດ​ທາສີ​ຕາມ​ໃຈ​ມັກ​ເພື່ອ​ສ້າງ​ເປັນ​ໜ້າ​ກາກ​ສະ​ເພາະ​ໃຫ້​ແກ່​ຕົນ. ຄຽງ​ຂ້າງ​ນັ້ນ, ພວກ​ນ້ອງ​ຍັງ​ໄດ້​ຮຽນ​ວິທີ​ຈຳ​ແນ​ກລະຫວ່າງ​ໜ້າ​ກາກ​ທີ່​ເປັນ​ມູນ​ເຊື້ອຂອງ​ຫວຽດນາມ ​ແລະ ໜ້າ​ກາກຂອງ​ປະ​ເທດ​ອື່ນໆ ກໍ່​ຄື​ໄດ້​ຊອກ​ຮູ້​ບັນດາໜ້າ​ກາກ​ທີ່​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ເຊື່ອ​ຖື​ຂອງ​ຊາວ​ຫວຽດນາມ ​ອີກ. ນອກຈາກ​ແນະນຳ​ໃຫ້​ພວກ​ນ້ອງວິທີ​ປະດິດ​ໜ້າ​ກາດ​​ເຈ້ຍຕາມ​ໜ່ວຍ​ແລ້ວ, ​ໂຄງການ​ຍັງ​ຈັດການ​ໂອ້​ລົມ​ກ່ຽວ​ກັບ​ໜ້າ​ກາກ​ດ້ວຍ​ຫົວ​ເລື່ອງ​ທີ່​ອຸດົມສົມ​ບຸນ, ອັນ​ໄດ້​ຊ່ວຍ​ສ້າງ​ຈິດ​ສຳນຶກ​ໃຫ້​ແກ່​ພວກ​ນ້ອງ. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ການ​ວາງສະ​ແດງ​ບັນດາ​ໜ້າ​ກາກ​ໂດຍ​ຈິດຕະກອນ​ຫຼາຍ​ຄົນ​ປະດິດ​ອີກ. ໜ້າ​ກາກ​ທັງ​ໝົດ​ນັ້ນ ຈະ​ຖືກ​ຂາຍ​ປະມູນ​ເພື່ອ​ສ້າງ​ກອງ​ທຶນ​ກໍ່ສ້າງ​ໂຮງຮຽນ, ຕູ້​ປື້​ມຢູ່​ໂຮງຮຽນ​ປະຖົມ ຊ໋ວຍ​ເບົາ (​ເມືອງ​ຟູ່ອຽນ, ​ແຂວງ​ເຊີນ​ລາ). ​ເອື້ອຍ ກິມງອກ​ຢຽບ, ພາ​ລູກ​ສາວອາຍຸ 4 ປີ ມາ​ຮ່ວມ​ລາຍການ, ​ແບ່ງປັນ​ວ່າ:

        “ມື້​ນີ້​ໄດ້​ຮູ້​ວ່າ, ມີລາຍການ​ແຕ້ມ​ໜ້າ​ກາກ​ທີ່​ເປ​ັນມູນ​ເຊື້ອ, ດ້ວຍ​ວັດຖຸ​ທຳ​ມະ​ຊາດ. ຂ້າພະ​ເຈົ້າ​ເຫັນ​ວ່າ​ລາຍການ​ມີ​ປະ​ໂຫຍ​ດທີ່​ສຸດ, ​ເຮັດ​ໃຫ້​ທຸກ​ຄົນ​ມຸ່ງ​ໄປ​ເຖິງ​ການ​ເຄື່ອນ​ໄຫວ​ກຸສົນ​. ດັ່ງ​ນັ້ນ​​ຈຶ່ງ​ພາ​ລູກ​ມາ​ຮ່ວມ​ລາຍການ​“.

ຕ້ອນຮັບບຸນວັນເພງເດືອນ 8 ພ້ອມກັບໜ້າກາກເຈ້ຍທີ່ເປັນມູນເຊື້ອ - ảnh 2
(ພາບ: ອິນເຕີແນດ)

        ​ໃນ​ລາຍການ, ຈິດຕະກອນ ຈາງ​ແທງ​ຮ່ຽນ ຍັງ​ແນະນຳ​ໃຫ້​ພວກ​ນ້ອງ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ໜ້າ​ກາກ​ທີ່​ເປັນ​ມູນ​ເຊື້​ອຢູ່​ຫວຽດນາມ. ກ່ອນ​ນີ້​, ການ​ເຮັດ​ໜ້າ​ກາກ ​ແລະ ບັນດາ​ເຄື່ອງ​ຫຼິ້ນ​ພື້ນ​ເມືອງ​ໂດຍ​ພໍ່​ເຖົ້າ, ​ແມ່​ເຖົ້າ, ພໍ່​ແມ່​ເດັກນ້ອຍ​ເຮັດ​ເອງ​ໃນ​ຄອບຄົວ. ຕໍ່​ມາ, ການ​ເຮັດ​ເຄື່ອງ​ຫຼີ້ນບໍ່​ໄດ້​ດຳ​ເນີນ​ໃນ​ແຕ່​ລະ​ຄອບຄົວ​ອີກ, ຫາກ​ຫັນ​ເປັນ​ອາຊີບຫັດຖະກຳ. ບັນດາ​ນັກ​ສິລະ​ປະການ​ເຮັດ​ໜ້າ​ກາກ​ດ້ວຍ​ຫຼາຍ​ຮູບທີ່​ແຕກ​ຕ່າງ​ກັນ ແລ້ວ​ນຳ​ໄປ​ຂາຍ. ​ເພື່ອ​ເຮັດ​ໜ້າ​ກາກ​ເຈ້ຍ​ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ​ແມ່ນ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຕອນ, ມີ​ແຕ່​ບັນດາ​ນັກ​ສິລະ​ປະການ​ຈຶ່ງ​ກຳ​ໄດ້​ເຂັດ​ລັບ ​ແລະ ສອນ​ໃຫ້​ລຸ້ນຫຼັງສືບ​ທອດ​ເທົ່າ​ນັ້ນ. ຜ່ານ​ໂຄງການ​ນີ້, ຈິດຕະກອນ ຈາງ​ແທງ​ຮ່ຽນ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ, ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ​ເຍົາວະ​ຊົນ ກໍ່​ຄື​​ປະຊາ​ຄົມ:

        “ນີ້​ແມ່ນ​ລາຍການ​ພ້ອມ​ກັນ​ແບ່ງປັນ​ຄວາມ​ຮັກ​ແພງ. ພວກ​ນ້ອງ​ມາ​ຮ່ວມ​ລາຍການ, ນອກຈາກ​​ໄດ້ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ​ໜ້າ​ກາກ​ຂອງ​ຊາວ​ຫວຽດນາມ​ແລ້ວ, ຍັງ​​ໄດ້ແບ່ງປັນອາລົມ​ຈິດ​ກັບ​ພວກ​ເພື່ອນ​ນ້ອຍ​ຢູ່​ໂຮງຮຽນ​ປະຖົມ ຊ໋ວຍ​ເບົາ, ​ແຂວງ ​ເຊີນ​ລາ ອີກ​ດ້ວຍ. ຜ່ານ​ລາຍການ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ຊ່ວຍ​ໃຫ້​ເດັກນ້ອຍ​ວິທີ​ປະດິດ​ບັນດາ​ໜ້າ​ກາກ, ​ແລະ ຮຽກຮ້ອງ​ພວກ​ນ້ອງ​ສະໜັບສະໜູນ​ປື້​ມ​ເລື່ອງ, ປື້​ມຮຽນ​ເກົ່າ​ໃຫ້​ພວກ​ເພື່ອນ​ນ້ອຍ​ຢູ່​ເຊີນ​ລາ“.

ຕ້ອນຮັບບຸນວັນເພງເດືອນ 8 ພ້ອມກັບໜ້າກາກເຈ້ຍທີ່ເປັນມູນເຊື້ອ - ảnh 3
(ພາບ: ອິນເຕີແນດ)

        ພາຍຫຼັງ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ຫໍພິພິດ​ຕະພັນ​ວິຈິດ​ສິນ​ຫວຽດນາມ ​ແລ້ວ, ​ໂຄງການ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢູ່​ສະຖານ​ທີ່​ອື່ນໆ ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາ​ຄົມ. ​ເອື້ອຍ ​ໂດ​ທູ​ເຮືອງ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ໂຄງ​ການ“ພ້ອມ​ກັນ​ປະດິດ​ໜ້າ​ກາກ​ເຈ້ຍ​ຫວຽດນາມ, ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8“, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ​ຈະ​ສືບ​ຕໍ່ຈັດ​ຕັ້ງລາຍການ​ຢູ່​ຮ້ານ ກາ​ເຟ ລາ​ກາ 24 ຖະໜົນ ຫຼີກ​ວົກຊື ​ແລະ ຢູ່ຮ່າ​ໂນ້ຍ Creative City ​​​ເລກ 1 ​ເລືອ​ງອຽນ, ຮ່າ​ໂນ້ຍ. ຢູ່​ສະຖານ​ທີ່​ທັງ​ສອງ​ນີ້, ລາຍການ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ມີ​ຈຸດ​ໃໝ່​ເມື່ອ​ທຽບ​ໃສ່​ລາຍການຖືກ​ຈັດ​ຢູ່​ຫໍພິພິດ​ຕະພັນ​ວິຈິດ​ສິນ​ຫວຽດນາມ“.

        ​ໂຄງການ“ພ້ອມ​ກັນ​ປະດິດ​ໜ້າ​ກາກ​ເຈ້ຍ​ຫວຽດນາມ, ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8“ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ບຸນວັນ​ເພງ​ເດືອນ 8 ມີ​ຄວາມ​ໝາຍ​ຕື່ມ​ອີກ​. ​ຜ່ານ​ໂຄງການ, ​ພວກ​ນ້ອງ​ບໍ່​ພຽງ​ແຕ່​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ໃຈ​ໄດ້​ຄວາມ​ໝາຍ​​ແຫ່ງ​ການ​ແບ່ງປັນ, ຮັກ​ແພງອີກ​ດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ