ຕະຫຼາດນັດປຶ້ມສາກົນ ຊຶ່ງແມ່ນວັນບຸນແຫ່ງພູມປັນຍາ

ງານ​ຕະຫຼາດນັດ​ສາກົນ​ຄັ້ງ​ທີ່ 4 ຖືກ​ຈັດ​ຂຶ້ນ​ທີ່​ສູນ​ຈັດງານ​ວາງສະ​ແດງ ຢາງ​ວໍ້ - ຮ່າ​ໂນ້ຍ ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 21/9 ​ໄດ້​ກາຍ​ເປັນ​ວັນ​ບຸນ​ວັດທະນະທຳ​ການ​ອ່ານ​ຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ການ​ພິມ, ພິມ​ຈຳໜ່າຍ ​ແລະ ຈຳໜ່າຍ​ຂອງ​ບັນດາ​ຜູ້​ອ່ານ. ​

ຕະຫຼາດນັດປຶ້ມສາກົນ ຊຶ່ງແມ່ນວັນບຸນແຫ່ງພູມປັນຍາ - ảnh 1
ງານ​ຕະຫຼາດນັດ​ປຶ້ມ​ສາກົນໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ
 (ພາບ: vanhoadoisong.com.vn)

     ຄວາມ​ປະ​ທັບ​ໃຈ​ຂອງ​ຜູ້​ອ່ານ​ເມື່ອ​​ເຂົ້າມາ​ຊົມ​ເບິ່ງ​ໃນ​​ງານ​ຕະຫຼາດນັດ​ປຶ້ມ​ສາກົນ, ນັ້ນ​ແມ່ນ​ບັນຍາກາດ​ຢູ່​ຕາມ​ຫ້ອງ​ວາງສະ​ແດງ. ຫົວຄິດ​ປະດິດ​ສ້າງ, ຄວາມ​ເປັນ​ເອກະ​ລັກສະ​ເພາະ ​ແມ່ນ​ສິ່ງ​ທີ່​ໝົດທຸກ​ຄົນລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ເມື່ອ​ມາ​ຊົມ​ເບິ່ງ. ທຳ​ອິດ​ແມ່ນ​ຕ້ອງ​ເວົ້າ​ເຖິງການ​ປະກົດ​ຕົວ​ຂອງ​ເຄື່ອງພິມ Typo ​ໃຫຍ່ 2 ໜ່ວຍ​ຖືກ​ນຳ​ໃຊ້​ແຕ່ສະ​ໄໝ​ຕໍ່ຕ້ານ ພ້ອມກັບ​ຈັກ​ພິມ​ດີດ​ເຄື່ອງ​ໜຶ່ງ ​ແລະ ​ເຄື່ອງ​ຕັດ​ເຈັ້ຍ​ຊຶ່ງ​ໄດ້​ເຄີຍ​ນຳ​ມາ​ວາງສະ​ແດງ​ຢູ່​ຫໍສະໝຸດ​ແຫ່ງ​ຊາດ​ນັບ​ແຕ່​ຊຸມ​ວັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ. Thanh Hien ນັກ​ສຶກສາ​ສັງກັດ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ : 

    “ ນ້ອງ​ມັກ​ອ່ານ​ປຶ້ມ​ທີ່​ສຸດ, ວັດທະນະທຳ​ການ​ອ່ານ ​ແມ່ນ​ສິ່ງ​ຄວນ​ເຜີຍ​ແຜ່​ຢ່າງ​ກ້ວາງ​ຂວາງ​ ​ແລະ ພັດທະນາ​ໃນ​ແຕ່​ລະ​ຄອບຄົວ ​ແລະ ​ໂຮງຮຽນ. ນ້ອງ​ເຫັນ​ວ່າ ງານ​ວາງສະ​ແດງ​ນີ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ ​ແລະ ​ເຮັດ​ໃຫ້​ບັນດາ​ເພື່ອນ​ໜຸ່ມ​ເຫັນ​ໄດ້​ວ່າ ວັດທະນະທຳ​ການ​ອ່ານ​ແມ່ນ​ສຳຄັນ​ທີ່​ສຸດ ”

      ບໍ່​ພຽງ​ແຕ່​ຮັບ​ໃຊ້ບັນດາ​ເພື່ອນ​ໜຸ່ມ​ມັກ​ອ່ານ​ປຶ້ມ​ເທົ່າ​ນັ້ນ, ​ງານ​ຕະຫຼາດນັດ​ປຶ້ມ​ສາກົນ ຍັງ​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງ​ຜູ້​ອ່ານ​ທີ່​ມີ​ອາຍຸ​ສູງ​ຫຼາຍ​ຄົນ​ອີກ​ດ້ວຍ. ລຸງ Nguyen Huu Khuong ປີ​ນີ້​ມີ​ອາຍຸ 76 ປີ​ຢູ່​ເມືອງ ຮ່ວາຍ​ດຶກ ​ໃຫ້​ຮູ້​ວ່າ :

   “​ ​ເມື​່ອມີງານ​ວາງສະ​ແດງ​ປຶ້ມ, ຂ້າພະ​ເຈົ້າ​ລ້ວນ​ແຕ່​ໄປ​ຊົມ​ທຸກໆ​ຄັ້ງ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ ​ເມື່ອ​ມາ​ຊົມ​ງານ​ວາງສະ​ແດງ ​ໄດ້​ອ່ານ​ປຶ້ມ​ຫຼາຍ​ຫົວເລື່ອງຊຶ່ງ​ຢູ່​ແຫ່ງ​ອື່ນ​ບໍ່​ມີ. ຂ້າພະ​ເຈົ້າ​ຢາກ​ຊອກ​ຫາ​ປຶ້ມ​ກ່ຽວ​ກັບ​ວັດທະນະທຳ​ຝ່າຍ​ຕາ​ເວັນ​ອອກ​ທີ່​ແທດ​ເໝາະ​ກັບ​ເກັ່ນ​ອາຍຸ ”

     ສ່ວນ​ລຸງ Nguyen Truong Vy ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່​ຄຸນ​ນະພາ​ບການ​ພິມ. ລຸງ​ເປີດ​ເຜີຍ​ວ່າ :

    “ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ເມື​ອ່ມາ​ຊົມ​ງານ​ຕະຫຼາດນັດ​ປຶ້ມ​ປີ​ນີ້, ຂ້າພະ​ເຈົ້າ​ຄິດ​ວ່າ ຕ້ອງ​ຈັດ​ງານ​ຕະຫຼາດນັດ​ເຊັ່ນນີ້ປີ​ລະ​ຄັ້ງ​ໜຶ່ງ. ປີ​ນີ້, ການຈັດ​ພິມປຶ້ມ​ງາມ​ຫຼາຍ. ວັດທະນະທຳ​ການ​ອ່ານຂອງ​ພວກ​ເຮົາ​ປະຈຸ​ບັນ, ​ໄວ​ໜຸ່ມ​ໄດ້​  ເລີ່ມກັບ​ຄືນ​ສູ່​ໄລຍະ​ກ່ອນ, ​ແຕ່ລະຄົນ​ຊອກ​ຫາ​ຫົວ​ເລື່ອງ​ສະ​ເພາະ​ໃຫ້​ຕົນ ອາ​ຈະ​ແມ່ນ​ວັດທະນະທຳ, ການທ່ອງທ່ຽວ ຫຼື ອາຫານ​ການ​ກິນ....”

     ນາງ Pham Thi Thanh Huong ຫົວໜ້າ​ພະ​ແນ​ກ Marketing ບໍລິສັດ​ຫຸ້ນ​ສ່ວນ​ປຶ້ມ ທ້າຍ​ຮ່າ​ ​ໃຫ້​ຮູ້​ວ່າ :

   “ບໍລິສັດ​ຫຸ້ນ​ສ່ວນ​ປຶ້ມ ທ້າຍ​ຮ່າ​ ມີ​ປຶ້ມ​ກ່ຽວ​ກັບ 5 ຫົວ​ເລື່ອງຕົ້ນຕໍ​ຄື: ​ເສດຖະກິດ, ປຶ້ມ​ສະຫງວນ​ໃຫ້​ແກ່​ຜູ້​ເປັນ​ພໍ່​ແມ່, ສາສະໜາ, ປຶ້ມ​ສະຫງວນ​ໃຫ້​ແກ່ນັກ​ສຶກສາ, ພວກ​ນ້ອງ​ອະນຸຊົນ. ​ເຂົ້າ​ຮ່ວມງານ​ຕະຫຼາດນັດ​ປຶ້ມ​ສາກົນຄັ້ງ​ນີ້, ທາງ​ບໍລິສັດ​ມີ​ປຶ້ມ​ອ່ານ​ປະ​ມານ 1000 ຫົວ, ນອກຈາກ​ນັ້ນ​ຍັງ​ມີ​ເຄື່ອງ​ອຸປະກອນ​ຫຼາຍ​ຢ່າງຮັບ​ໃຊ້​ການ​ອ່ານ​ອີກ​ດ້ວຍ.”

      ​ງານ​ຕະຫຼາດນັດ​ວາງສະ​ແດງປຶ້ມຄັ້ງ​ນີ້ ລວມມີ 160 ຮ້ານ​ວາງສະ​ແດງດ້ວຍ​ປຶ້ມ​ອ່ານ​ກ່ວາ 30.000.000 ​ຫົວກ່ຽວ​ກັບ​ທຸກໆ​ຂົງ​ເຂດ. ​ໃນ​ນັ້ນ​ຮ້ານ​ວາງສະ​ແດງ​ຂອງ​ສະ​ຖາ​ບັນ​ປຶ້ມ ກູ​ບາ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮ້ານ​ວາງ​ວະ​​ແດງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ອ່ານ​ທັງຫຼາຍ. ທ່ານ Alain Rey Gouzalez ຜູ້ຕາງໜ້າຮ້ານ​ວາງ​ວະ​​ແດງຂອງ​ສະ​ຖາ​ບັນ​ປຶ້ມ ກູ​ບາ ​ໃຫ້​ຮູ້​ວ່າ :

    “​ ສະ​ຖາ​ບັນ​ປຶ້ມ ກູ​ບາ ​ໄດ້​ນຳ​ປຶ້ມ​ຕ່າງໆ​ທີ່​ພິມ​ຈຳໜ່າຍ​ຢູ່ ກູ​ບາ. ງານ​ວາງສະ​ແດງ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ. ມີ​ປຶ້ມ​ອ່ານ​ຫຼາຍ​ຫົວ​ຂອງ​ສຳນັກ​ພິມ​ຕ່າງໆ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ​ທີ່​ຈັບ​ອົກ​ຈັບ​ໃຈ​ແທ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ງານ​ວາງສະ​ແດງປຶ້ມ​ຄັ້ງ​ນີ້​ປະສົບ​ຜົນສຳ​ເລັດ​ດີງາມ​ທີ່​ສຸດ ”

ຕອບກັບ

ຂ່າວ/ບົດ​ອື່ນ