ຕະຫຼາດປື້ມ ແລະ ອຸປະກອນການຮຽນກ່ອນວັນໄຂສົກຮຽນໃໝ່

(vovworld) - ວັນ​ທີ 5/9 ຂອງ​ທຸກ​ປີ ​ແມ່ນ​ວັນ​ທົ່ວ​ປວງ​ຊົນ​ພາ​ເດັກນ້ອຍ​ໄປ​ໂຮງຮຽນ ທັງ​ແມ່ນ​ວັນ​ໄຂ​ສົກຮຽນ​ໃໝ່. ​ໃນ​ຊຸມ​ມື້​ນີ້, ຕະຫຼາດ​ອຸປະກອນ, ​ເຄື່ອງ​ໃຊ້​ໃນ​ການ​ຮຳ່​ຮຽນ​ ມີ​ຄວາມ​ຟົດ​ຟື້ນ​ຍິ່ງ​ຂຶ້ນ. ຍືຈາງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຂໍ​ແນະນຳ​ບົດ​ສາລະ​ຄະດີ “ຕະຫຼາດ​ປື້​ມ ​ແລະ ອຸປະກອນ​ການ​ຮຽນກ່ອນ​ວັນ​ໄຂ​ສົກຮຽນ​ໃໝ່“. ​ເຊີນ​ທ່ານ​ຮັບ​ຟັງ.

ຕະຫຼາດປື້ມ ແລະ ອຸປະກອນການຮຽນກ່ອນວັນໄຂສົກຮຽນໃໝ່ - ảnh 1

ພາບປະກອບອິນເຕີແນດ

        ​ເຖິງ​ວ່າ​ຍັງ​ມີ​ເວລາ 1 ສັບປະດາອີກ​ກໍ່​ຈະຮອດ​ວັນ​ໄຂ​ສົກຮຽນ​ໃໝ່, ​ແຕ່​ຢູ່​ບັນດາ​ຮ້ານ​ຂາຍ​ປື້​ມ​ຢູ່​ຮ່າ​ໂນ້ຍ ​ໄດ້ມີ​ພໍ່​ແມ່​ນັກຮຽນ, ນັກຮຽນ​ມາ​ຊື້​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເພື່ອ​ກະກຽມ​ໃຫ້​ລູກ​ຂອງ​ຕົນ​ກ້າວ​ເຂົ້າ​ສູ່​ສົກຮຽນ​ໃໝ່. ນັບ​ແຕ່​ຕົ້ນ​ປີ, ບໍລິສັດ​ປື້​ມ, ອຸປະກອນການຮຽນ ​ແລະ ກໍ່ສ້າງ​ໂຮງຮຽນ​ຮ່າ​ໂນ້ຍ ​ແລະ ບໍລິສັດ​ຮ່າ​ໄຕ ​ໄດ້​ພິມ​ຈຳໜ່າຍ​ປື້​ມຮຽນ ​ແລະ ປື້​ມທາ​ບທາມ​ເກືອບ 10 ລ້ານ​ຊຸດ, ດ້ວຍ​ຫຼາຍ​ຮູບ​ຫຼາຍແບບ ​ແລະ ຫຼາຍ​ປະ​ເພດ. ທ່ານ ບູ່​ຍຊີ​ຮຸ່ງ, ຮອງ​ຫົວໜ້າ​ບໍລິສັດ​ໃຫຍ່ປື້​ມ, ອຸປະກອນການຮຽນ ​ແລະ ກໍ່ສ້າງ​ໂຮງຮຽນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ປື້​ມ​ຮັບ​ໃຊ້ໃຫ້​ສົກຮຽນ​ໃໝ່​ນີ້​ຢ່າງຄົບ​ຖ້ວນ, ​ແລະ ຮັກສາລາຄາ​​ໄວ້​ຄື​ເກົ່າ. ພໍ່​ແມ່​ນັກຮຽນ​ມາ​ຊື້​ປື້​ມ ​ແລະ ອຸປະກອນ​ການ​ຮຽນຢູ່​ບັນດາ​ຮ້ານຂາຍປື້​ມ ຈະ​ໄດ້​ຮັບ​ການ​ຮັບປະກັນ​ດ້ານ​ຄຸນ​ນະພາ​ບ ​ແລະ ລາຄາ“.

ຕະຫຼາດປື້ມ ແລະ ອຸປະກອນການຮຽນກ່ອນວັນໄຂສົກຮຽນໃໝ່ - ảnh 2

ພາບປະກອບອິນເຕີແນດ

        ບັນດາ​ຮ້ານ​ຂາຍ​ປື້​ມ​ໃຫຍ່ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ຂອງບໍລິສັດ​ປື້​ມ, ອຸປະກອນການຮຽນ ​ແລະ ກໍ່ສ້າງ​ໂຮງຮຽນ​ຮ່າ​ໂນ້ຍ ​ໃນ​ຖະໜົນ ຫຼີ​ເທື່ອ​ງກຽດ, ສູນ​ຂາຍ​ປື້​ມ ​ແລະ ອຸປະກອນ​ການ​ຮຽນ​ຢູ່​ຖະໜົນ​ຢາງ​ຫວໍ, ຮ້ານ​ຂາຍ​ປື້​ມຕ່ຽນຟອງ ຢູ່​ຖະໜົນ​ຫງວຽນທ໋າຍຫອກ, ຖະໜົນ​ຈ່າງ​ຕ່ຽນ... ລ້ວນ​ແຕ່ມີ​ພໍ່​ແມ່​ນັກຮຽນ, ນັກຮຽນ​ມາ​ຊື້​ເປັນ​ຈຳນວນ​ຫຼວງ​ຫຼາຍ. ອຸປະກອນ​ການ​ຮຽນ​ຢູ່​ບັນດາ​ຮ້ານ​ຂາຍ​ປື້​ມດັ່ງກ່າວ​ສ່ວນ​ຫຼາຍ​ແມ່ນ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ພາຍ​ໃນ​ປະ​ເທດ​ຄື: ຮົ່ງຮ່າ, ທຽນ​ລອງ, ​ເບັ໋ນ​ແງ໋... ປ້າ ​ຫງວຽນ​ທິທູ​ຮ່ຽນ, ​ຫົວໜ້າ​ຮ້ານຂາຍ​ປື້​ມຕ່ຽນຟ​ອງ, ​ໃນຖະໜົນ​ຫງວຽນ​ທ້າຍ​ຫອກ, ​ໃຫ້​ຮູ້​ວ່າ:

        “ລາຄາ​ສິນຄ້າພາຍ​ໃນ​ປະ​ເທດ ​ແລະ ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ຍັງ​ຄົງ​ຮັກສາ​ໄວ້ເປັນ​ປົກກະຕິ, ຮູບ​ແບບ​ກໍ່​ໄດ້​ຮັບ​ການ​ປັບປຸງ​ຫຼາຍ. ​ເຄື່ອງ​ໃຊ້​ໃນ​ການ​ຮຳ່ຮຽນ​ແມ່ນ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຮັບປະກັນດ້ານຄຸນ​ນະພາ​ບອີກ. ປີ​ນີ້, ຜູ້​ໃຊ້​ສອຍ​ມັກ​ຊື້ສິນຄ້າ​ພາຍ​ໃນ​ປະ​ເທດ​ຫຼາຍ​ກວ່າ ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ

ຕະຫຼາດປື້ມ ແລະ ອຸປະກອນການຮຽນກ່ອນວັນໄຂສົກຮຽນໃໝ່ - ảnh 3

ພາບປະກອບອິນເຕີແນດ

        ຢູ່​ບັນດາ​ຮ້ານ​ຂາຍ​ປື້​ມ ​ແລະ ຮ້ານ​ຊັບ​ພະ​ສິນຄ້າ​ໃຫຍ່​ໃນ​ແຂວງ ​ເກິ່ນ​ເທີ ​ຄື: ຮ້ານ​ຂາຍ​ປື້​ມ​ເຟືອງ​ນາມ, ຮ້ານ​ຂາຍ​ປື້​ມການ​ຮຽນ, ຮ້ານ​ຊັບ​ພະ​ສິນຄ້າ​ Coopmart, Big C... ລ້ວນ​ແຕ່​ມີພໍ່​ແມ່​ນັກຮຽນ ​ແລະ ນັກຮຽນ​ມາ​ຊື້​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ຫງວຽນ​ວັນ​ລວງ, ຢູ່​ຮ້ານ​ຂາຍ​ປື້​ມ​ເຟືອງ​ນາມ, ​ໃຫ້​ຮູ້​ວ່າ:

        “ຮ້ານ​ຂາຍ​ປື້​ມ​ເຟືອງ​ນາມ ກໍ່​ຄື​ບໍລິສັດ​ວັດທະນະທຳ​ເຟືອງ​ນາມ ​ມຸ້ງ​ໄປ​ສູ່​ການແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ຜູ້​ໃຊ້​ສອຍ​​ເມື່ອ​ກ້າວ​ເຂົ້າ​ສົກຮຽນ​ໃໝ່. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບັນດາ​ລາຍການ​ຫຼຸດ​ລາຄາສິນຄ້າ ​ແຕ່​ຍັງ​ຮັບປະກັນດ້ານ​ຄຸນ​ນະພາ​ບ​ໄວ້ຄື​ເກົ່າ “.

        ຕະຫຼາດ​ປື້​ມ ​ແລະ ​ເຄື່ອງ​ໃຊ້​​ໃນ​ການ​ຮຳ່ຮຽນ​ຍາມ​ໃດ​ກໍ່​ຟົດ​ຟື້ນ​ໃນ​ໂອກາດ​ໄຂ​ສົກຮຽນ​ໃໝ່. ບັນດາ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ນັກຮຽນ ທີ່​ມີຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີຄຸນ​ນະພາ​ບສູງນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ພໍ່​ແມ່​ນັກຮຽນ​ເລືອກຊື້​ໃຫ້​ລູກ​ຂອງ​ຕົນ​ໃນ​ສົກຮຽນ​ໃໝ່​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ