ຕະຫຼາດສະແຕມຮ່າໂນ້ຍ

  ຕາມ​ທຳນຽມ​ແລ້ວ, ​ຮອດເວລາ 9 ​ໂມງ​ເຊົ້າຂອງ​ທຸກໆວັນ​ອາ​ທິດ, ບໍ່​ວ່າ​ດິນ​ຟ້າອາກາດ​ຈະ​ເປັນ​ຄື​ແນວ​ໃດ​ກໍ​ຕາມ, ຢູ່​ຕໍ່ໜ້າ​ເຮືອນ​ເລກທີ 160 ຖະໜົນ​ຈ້ຽວຫວຽດ​ເວື​ອງ ກໍ​ໄດ້​ຈັດ​ໃຫ້​ມີ​​ຕະຫຼາດນັດ​ຂະໜາດນ້ອຍ, ນັ້ນ​ແມ່ນ​ຕະຫຼາດສະ​ແມ​ຮ່າ​ໂນ້ຍ. ບັນດາ​ຜູ້​ນິຍົມ​ສະ​ແມ​ບໍ່​ພຽງ​ແຕ່​ມາ​ແຫ່ງ​ນີ້​ເພື່ອ​ຊື້​ຂາຍ​ສະ​​ແຕມເທົ່າ​ນັ້ນ, ຫາກ​​​ເຂົາ​ເຈົ້າມາເພື່ອ​ແລກປ່ຽນ, ​ໂອ້​ລົມ, ຊົມ​​ເບິ່ງບັນດາ​ສະ​ແມ​ອີກ​ດ້ວຍ.

ຕະຫຼາດສະແຕມຮ່າໂນ້ຍ - ảnh 1
ຕະຫຼາດສະແຕມຮ່າໂນ້ຍຄຶກຄຶ້ນໃນທຸກວັນອາທິດ
ພາບ: http//:laodong.com.vn

   ຕະຫຼາດສະມ​​ແມ່ນ​ສະຖານ​ທີ່​ອັນ​ຄັບ​ແຄບ​ຕໍ່ໜ້າ​ບ້ານ​ຂອງ​ທ່ານ​ ຟ້າມຮ່າວ ຊື່​ງ​ແມ່ນ​ຜູ້​ນິຍົມ ​ແລະ​ ສະ​ສົມ​ສະ​ແຕມ​ທີ່​ມີ​ຊື່​ສຽງ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຈຸດ​ນັດ​ພົບ​ຂອງບັນດາ​ຜູ້​ນິຍົມ​ສະ​ມ​ ມາ​​ເຕົ້າ​ໂຮມ​ກັນ​ແລະໂອ້​ລົມ​ກ່ຽວ​ກັບ​ບັນດາ​ສະ​ມ​​ທີ່​ຕົນ​ນິຍົມ. ບໍ່​ພຽງແຕ່​​ເປັນບ່ອນ​ເຕົ້າ​ໂຮມ​ຂອງ​ຜູ້​ນິຍົມ​ສະ​ມ​​ຢູ່​ຮ່າ​ໂນ້ຍ​ເທົ່າ​ນັ້ນ, ​ບັນດາ​ຜູ້​ນິຍົມ​ສະ​ມ​​ຢູ່​ທຸກ​ແຫ່ງ​ກໍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ນີ້​ອີກ​ດ້ວຍ ​ແລະ​ ປະຈຸ​ບັນ, ຕະຫຼາດສະ​ມ​​ແຫ່ງ​ນີ້ ຍັງ​ໄດ້​ດຶງ​ດູດ​ບັນດາ​ແຂກ​ສາກົນ​​ເຂົ້າມາ​ຮັບ​ຊົມ ​ແລະ ​ແລກປ່ຽນ. ຕາມ​ລຸງ​ກ່າວ​ດຶກ​ລອງ ນັກ​ສະ​ສົມສະ​ມ​​ທີ່​ມີ​ຊື່​ສຽງ​ຢູ່​ຮ່າ​ໂນ້ຍ​ແລ້ວ, ​ເມື່ອ​ມັກ​ແລ້ວ​ ກໍຍາກ​ທີ່​ຈະ​ຫ້າມ​ໃຈ​​ໄດ້

   “​​ເມື່ອຫຼີ້ນສະແມ​​ກໍ​ຕ້ອງ​ມີ​ຄວາມ​ຮູ້​ທີ່​ອຸ​ດົມ​ສົມບູນ, ມີ​ລັກສະນະ​ສັງ​ລວມທັງດ້ານ​ປະຫວັດສາດ, ພູມ​ສາດ, ວິທະຍາສາດ ​ແລະ​ ບັນຫາທຳ​ມະ​ຊາດ​ອື່ນໆອີກ, ສະນັ້ນ​ ​ຜູ້ຫຼີ້ນສະ​ແມ​​ຕ້ອງ​ຊອກ​ຮູ້​ຢູ່​ຕາມໜັງສືພິມ, ປື້ມ, ​ເອກະສານ​ຕ່າງໆ​ທີ່ກ່ຽວຂ້ອງ​ເຖິງ​ສະ​ແຕມ​ທີ່​ຕົນ​ເອງຫຼີ້ນ”  

  ຕາມ​ອ້າຍຮ່ວາງ​ແອ​ງຕວນ, ນັກ​ສຶກສາຊາວ​ຮ່າ​ໂນ້ຍຜູ້​ໜື່ງ​ແລ້ວ, ການຫຼີ້ນສະ​ມ​​ບໍ່​ພຽງ​ແຕ່​ຮຽກຮ້ອງ​ໃຫ້​ຜູ້ຫຼີ້ນມີ​ລະດັບ​ຄວາມ​ຮູ້​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ຄວາມ​​ເອົາ​ໃຈ​ໃສ່​ ແລະ ​ອົດທົນ​ອີກ​ດ້ວຍ. ​ແລະ​ສິ່ງ​ທີ່​ດີ​ທີ່​ສຸດ ນັ້ນ​ແມ່ນ, ​ໂດຍຜ່ານ​ສະ​ມ​​ແຕ່​ລະ​ອັນ, ຜູ້ຫຼີ້ນຍັງ​ສາມາດ​ໄດ້​ຮັບ​ບັນດາ​ຄວາມ​ຮູ້​ດ້ານ​ວັດທະນະທຳ, ປະຫວັດສາດ, ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ:  

   “​​ໃນ​ການ​ສະ​ສົມ​ສະ​ແມ​, ສິ່ງ​ທຳ​ອິດ​ແມ່ນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ອົດທົນ ​ແລະ​ ເມື່ອ​ສະ​ສົມ​ສະ​ແມ​ ​ເຮົາຈະ​ສາມາດ​ມີ​ໂອກາດ​ຊອກ​ຮູ້​ບັນດາ​ຄວາມ​ຮູ້​ດ້ານ​ປະຫວັດສາດ ຍ້ອນ​ວ່າ ຜ່ານ​ສະ​ແມ​ແຕ່​ລະ​ອັນ ​ເຮົາ​ຈະ​ສາມາດ​ເຫັນ​ໄດ້​ທາງ​ດ້ານປະຫວັດສາດ, ຊີວິດ​ການ​ເປັນ​ຢູ່, ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ຜ່ານ​ແຕ່ລະ​ໄລຍະ

ຕະຫຼາດສະແຕມຮ່າໂນ້ຍ - ảnh 2

ຫຼາຍຄົນໄດ້ສະສົມຊຸດສະແຕມປະທານໂຮ່ຈິມິນ
ພາບ:http//:nhovehanoi.com

   ບັນດາ​ຊຸດ​ມ​ມີ​ຫລາຍ​ຫົວ​ເລື່ອງ ​ແຕ່​ຫລາຍທີ່​ສຸດ​ແມ່ນ​ບັນດາ​ຫົວ​ເລື່ອງ​ກ່ຽວ​ກັບ​ດອກ​ກ້ວຍ​ໄມ້, ກ່ຽວ​ກັບ​ບັນດາ​ບຸກຄົນ​ສຳຄັນ​ແຫ່ງ ປະ ຫວັດສາດ, ກ່ຽວກັບ​ລຸງ​ໂຮ່, ກອງທັບ, ນັກທຸລະກິດ ຫລື​ວ່າ​ຫົວ​ເລື່ອງ​ກ່ຽວ​ກັບ​ທີ​ວທັດ​ທຳ​ມະ​ຊາດ, ສັດສາ​ວະ​ສິ່ງ ​ແລະ​ອື່ນືໆ....ຕະຫຼາດສະ​ມ​​ຮ່າ​ໂນ້ຍຍັງ​ແມ່ນ​ບ່ອນ​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​ຂອງ​ນັກສະ​ສົມ​ສະ​ມ​ ​ເມື່ອ​ມີ​ສະ​ມ​ງາມ. ທ່ານ​ຟ້າ​ມຮ່າວ ​ເຈົ້າຂອງ​ບ້ານ ​ແລະ​ ກໍ​ແມ່ນ​ຜູ້​ສ້າງຕັ້ງຕະຫຼາດ​ສະ​ມ​ນ້ອຍ​ດັ່ງກ່າວ​ຖື​ວ່າ: ຕະຫຼາດ​ໄດ້​ສ້າງ​ຂຶ້ນ​ຖືຖຖື​ວ່າ ​ແມ່ນ​ບ່ອນ​ດຳ​ເນີນ​ຊີວິດ​ໃຫ້​ແກ່​ຜູ້​ນິຍົມ​ສະ​ແຕມ​ຢ່າງ​ແທ້​ຈິງ:

   “ບັນດາ​ຜູ້ຫຼີ້ນສະ​ແມ​ເວົ້າລວມ ​ແລະ​ນັກສະ​ສົມ​ສະ​ແມ​ໜຸ່ມ​ເວົ້າສະ​ເພາະ ລ້ວນ​ແຕ່​ມາ​ຕະຫຼາດສະ​ແມ​​ແຫ່ງນີ້ ດ້ວຍ​ຄວາມ​ປາດ​ຖະໜາ​ ຢາກ​ມີ​ສະ​ແມ​ງາມ ​ແລະ​ໄດ້​ຮັບ​ຊົມ​ຄວາມ​ງາມ ​ແລະ​ເຂົາ​ເຈົ້າໄດ້​ຮັບຄວາມ​ຮູ້ຫຼາຍຢ່າງ​ຈາກສະ​ແມ​ຕ່າງໆ

    ຕະຫຼາດສະ​ມ​​ບໍ່​ພຽງ​ແຕ່​ແມ່ນ​ບ່ອນຕອບ​ສະໜອງຄວາມ​ຕ້ອງການ​ໃຫ້​ແກ່​ບັນດາ​ຜູ້​ນິຍົມ​ສະ​ແຕມ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແບ່ງປັນ​ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ຊີ​ວິດການ​ເປັນ​ຢູ່​ອີກ​ດ້ວຍ. ທ່ານ​ຮ່າວ ​ແລະ​ບັນດາ​ນັກຫຼີ້ນສະ​ມ​​ຢູ່​ຮ່າ​ໂນ້ຍຫວັງ​ວ່າ ຕະຫຼາດສະ​ມ​​ຈະ​ນັບ​ມື້​ນັບ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທຸກ​ຄົນ, ຍ້ອນ​ວ່າ ການຫຼີ້ນສະ​ມ​​ບໍ່​ພຽງ​ແຕ່​ແມ່ນ​ການລະຫຼີ້ນ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການປະກອບສ່ວນ​ຮັກສາ​ບັນດາ​ຄຸນຄ່າ​ດ້ານ​ປະຫວັດ ສາດ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ