ນັກຮົບປ້ອງກັນຊາຍແດນຢູ່ເຂດຕາເວັນຕົກກະກຽມຕ້ອນຮັບບຸນປີໃໝ່


(vovworld) - ລະດູບານ​ໃໝ່​ໃກ້​ຈະ​ວຽນມາ​ຢູ່​ເຂດ ອາ​ປາຈາ​ຍ, ຕາ​ແສງ​ສິ໋ນ​ເທົ່າ, ​ເມືອງ​ເມື່ອ​ງ​ແຍ໋, ​ແຂວງ​ດ້ຽນບຽນ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ມີ​ຫຼັກໝາຍ​ຂີດຂັ້ນ​ຊາຍ​ແດນ​ລະຫວ່າງ 3 ປະ​ເທດ ຫວຽດນາມ, ຈີນ ​ແລະ ລາວ. ​ຕ້ອນບຸນປີ​ໃໝ່​ຢູ່​ເຂດ​ຕາ​ເວັນ​ຕົກ​ທີ່​ຫ່າງ​ໄກ​ນີ້, ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 317 ອາ​ປາຈາ​ຍ ​ທຸກ​ຄົນ, ຕ່າງ​ກໍ່​ກຽມພ້ອມປະຕິບັດ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ.

​ເນັກຮົບປ້ອງກັນຊາຍແດນຢູ່ເຂດຕາເວັນຕົກກະກຽມຕ້ອນຮັບບຸນປີໃໝ່ - ảnh 1

(ພາບປະກອບ: ອິນເຕີແນດ)

        ​ໂດຍ​ໄດ້​ຮັບ​ໜ້າ​ທີ່ຢູ່​ເຂດ ອາ​ປາຈາ​ຍ, ບັນດາ​ພະນັກງານ, ນັກຮົບ​ປ້ອມປ້ອງ​ກັນຊາ​ຍ​ແດນ 317 ຍາມ​ໃດ​ກໍ່​ມານະພະຍາຍາມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ. ​​ພວກ​ອ້າຍ​ບໍ່​ພຽງ​ແຕ່​ຮ່ວມ​ກິນ, ຮ່ວມ​ຢູ່, ຮ່ວມທຳ​ການ​ຜະລິດ​ຊ່ວຍ​ເຫຼືອປະຊາຊົນ​ບັນດາ​ເຜົ່າ​ເທົ່າ​ນັ້ນ, ຫາກ​​ຍັງຮຽນ​ພາສາ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່ ຢູ່​ທີ່​ນີ້​ ​ເພື່ອ​ຮູ້​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຊົນ​ເຜົ່າ ​​ແນ​ໃສ່​ໂຄສະນາ​ຂົນຂວາຍ​ປະຊາຊົນ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ຕັ້ງໜ້າ​ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ. ປີ​ນີ້​ແມ່ນ​ປີ​ທຳ​ອິດ​ທີ່ພົນທະຫານ​ຊັ້ນ​ໜຶ່ງ ສຸ່ງ​ອາ​ຕຸ່ງ, ຊາວ​ເຜົ່າ​ມົ້ງ, ​ຢູ່ເມືອງ​ ເມື່ອ​ງຈ່າ ຕ້ອນຮັບ​ບຸນປີ​ໃໝ່​ຢູ່​ກົມ​ກອງ, ​ເຖິງ​ວ່າ​ຄິດ​ຮອດ​ຄິດ​ເຖິງ​ຄອບຄົວ​ຫຼາຍ​ກໍ່ຕາມ, ​ແຕ່ ສຸ່ງ​ອາ​ຕຸ່ງ ຍັງ​ຄົງ​ຮັບ​ຮູ້​​ໄດ້​ຄວາມ​ຮັບຜິດຊອບ​ຂອງ​ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ ​ຢ່າງ​ຈະ​ແຈ້ງ

        “​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກ​ ​​ແລະ ຄິດ​ຮອດ​ຄິດ​ເຖິງ​ຄອບຄົວ​ຫຼາຍ​ກໍ່ຕາມ, ​ແຕ່​ຂ້າພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ, ການປົກ​ປັກ​ຮັກສາຊາຍ​ແດນ ​ແມ່ນ​ໜ້າ​ທີ່​ຈຳ​ເປັນ. ​ດັ່ງ​ນັ້ນຈຶ່ງ​ຍົກ​ສູງ​ນຳ້​ໃຈ​ຮັບຜິດຊອບ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ທັງ​ກົມ​ກອງ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ເບີກບານ​ມ່ວນ​ຊື່ນ“.

ນັກຮົບປ້ອງກັນຊາຍແດນຢູ່ເຂດຕາເວັນຕົກກະກຽມຕ້ອນຮັບບຸນປີໃໝ່ - ảnh 2

(ພາບປະກອບ: ອິນເຕີແນດ)

        ປ້ອມ​ປ້ອງ​ກັນຊາ​ຍ​ແດນ 317 ອາ​ປາຈາ​ຍ ມີໜ້າ​ທີ່​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​​​ເສັ້ນ​ຊາຍ​ແດນ​ຫວຽ​ດນາມ - ລາວ ​ແລະ ຫວຽດນາມ​ຈີນ, ລວມຄວາມ​ຍາວ 37,5 ກມ. ບໍລິ​ເວນ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງປ້ອມ ​ແມ່ນ​ຕາ​ແສງ ສິ໋ນ​ເທົ່າ, ​ເມືອງ​ເມື່ອ​ງ​ແຍ໋, ​ເຊິ່ງ​ແມ່ນ​ເຂດ​ຊົນ​ເຜົ່າ ຮ່າ​ຍີ່ ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ດັ່ງ​ນັ້ນ​ພະນັກງານ, ​ນັກຮົບ​ຢູ່​ທີ່​ນີ້​ໄດ້​ແນະນຳ​ໃຫ້​ປະຊາຊົນ​ປະຕິບັດ​ບັນດາ​ຮູບ​ແບບ​ຜະລິດ, ປູກຝັງ ​ເພີ່ມ​ລະດູ​ການ. ສະ​ເພາະ​ປີ 2013, ພວກ​ອ້າຍ​ໄດ້​ປະກອບ​ແຮງ​ງານ​ນັບ​ພັນ​ມື້​ເພື່ອ​ຊ່ວຍ​ປະຊາຊົນ​ຕົກກ້າ ​ແລະ ​ເກັບ​ກ່ຽວ​ເຂົ້າ, ສາລີ, ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນລະປະທານ, ທາງ​ຄົມມະນາຄົມ​ຊົນນະບົດ, ສ້ອມ​ແປງ​ເຮືອນ​ຢູ່, ​ໂຮງຮຽນ, ກວດ ​ແລະ ປິ່ນປົວ​ພະຍາດ, ສະໜອງຢຸກຢາ​​ໃຫ້​ປະຊາຊົນໂດຍ​ບໍ່​ເກັບ​ຄ່າ.

        ບຸນປີ​ໃໝ່​ປະ​ຈຳ​ຊາດ​ນີ້, ​ປະຊາຊົນ​ຊາວຊົນ​ເຜົ່າ ຮ່າ​ຍີ່ ຢູ່​ ສີ໋ນ​ເທົ່າ ພາກພູມ​ໃຈ​ຫຼາຍ, ​ເພາະວ່າ​ຈຳນວນ​ຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ​ໄດ້​ຫຼຸດ​ລົງ​ຫຼາຍ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ບັນດາ​ລາຍການ​ລົງທຶນ​ຂອງ​ລັດ, ຂະ​ບວນການ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ຂອງ​ນັກຮົບ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ​ໃນ​ຕາ​ແສງ​ໄດ້​ຕ້ອນຮັບບຸນ​ປີ​ໃໝ່​ໃນ​ເຮືອນ​ຫຼັງ ໃໝ່.

ນັກຮົບປ້ອງກັນຊາຍແດນຢູ່ເຂດຕາເວັນຕົກກະກຽມຕ້ອນຮັບບຸນປີໃໝ່ - ảnh 3

        ​ເຖິງ​ວ່າ​ຈະຕ້ອນຮັບ​ບຸນປີ​ໃໝ່​ພ້ອມ​ກັບ​ປະຊາຊົນ​ຊາວ​ເຜົ່າ​ ຮ່າ​ຍີ່ ກໍ່ຕາມ, ​ແຕ່​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 317 ອາ​ປາຈາ​ຍ ພັດບໍ່​ລືມ​ໜ້າ​ທີ່ຂອງ​ຕົນ​ໄດ້. ພັນ​ໂທ ​ເລ​ວັນ​ຖິງ, ນັກ​ການ​ເມືອງ ປ້ອມ​ປ້ອງ​ກັນຊາ​ຍ​ແດນ 317 ອາ​ປາຈາ​ຍ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ຮັບປະກັນໃຫ້​ພະນັກງານ, ນັກຮົບ​ຕ້ອນຮັບ​ບຸນປີ​ໃໝ່, ຄະນະ​ພັກ​ກົມ​ກອງ​ໄດ້ກະກຽມສະບຽງ​ອາຫານ, ​ເຂົ້າໜົມ, ສິນຄ້າ​ຫຼາຍ​ປະ​ເພດ​ຕາມ​ລະບອບ, ນະ​ໂຍບາຍຂອງ​ລັດ, ນອກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຍັງ​ຫັກ​ງົບປະມານ​ສ່ວນ​ໜຶ່ງ​ຂອງ​ກົມ​ກອງ​ໃຫ້​ພະນັກງານ​ຕ້ອນຮັບບຸນປີ​ໃໝ່ອີກ, ອັນ​ໄດ້​ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​​ໃຫ້​ພະນັກງານ​, ນັກຮົບ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ໃນ​ການ​ປົກ​ປັກ​ຮັກສາ​ຊາຍ​ແດນ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ໂອກາດ​ບຸນປີ​ໃໝ່ .“

        ລະດູບານ​ໃໝ່​ໃກ້​ຈະ​ວຽນມາຢູ່​ເຂດ​ຊາຍ​ແດນ ອາ​ປາຈາ​ຍ, ​ໃນ​ບັນຍາກາດ​ທີ່​ຂຽວ​ສົດ​ງົດ​ງາມຂອງ​ເຂດ​ພູດ​ອຍ, ບັນດາ​ນັກຮົບ ​ແລະ ຊາວ​ເຜົ່າ​ຢູ່​ທີ່​ນີ້​ພວມ​ຕ້ອນຮັບ​ປີ​ໃໝ່​ໃນ​ຄວາມ​ສະຫງົບ​ສຸກ.

       

ຕອບກັບ

ຂ່າວ/ບົດ​ອື່ນ