ນາງ ເຈິ່ນຮົ່ງທາວ ປະສົບຜົນສຳເລັດໃນການ startup ຈາກຄວາມຮັກ “ຕົ້ນກະບອງເພັດ, ດອກບົວຫີນ”

(VOVWORLD) -ຟາມ Flower Land ຂອງເອື້ອຍ ເຈິ່ນຮົ່ງທາວ, ຕັ້ງຢູ່ເຂດຊຸມຊົມ ເງິນທ້ວນ, ເມືອງ ບິ່ງຖຸຍ, ນະຄອນ ເກີນເທີ, ມີເນື້ອທີ່ກ້ວາງປະມານ 750 ຕາແມັດ, ດ້ວຍຕົ້ນໄມ້ກວ່າ 50.000 ຕົ້ນ ແລະ ກວ່າ 100 ແນວພັນກະບອງເພັດ, ດອກບົວຫີນທີ່ແຕກຕ່າງກັນ.
ນາງ ເຈິ່ນຮົ່ງທາວ ປະສົບຜົນສຳເລັດໃນການ startup ຈາກຄວາມຮັກ “ຕົ້ນກະບອງເພັດ, ດອກບົວຫີນ” - ảnh 1(ຟາມ Flower Land ຂອງເອື້ອຍ ເຈິ່ນຮົ່ງທາວ)

ໂດຍ startup ດ້ວຍບັນດາໂຄງການກະສິກຳນັບແຕ່ປີ 1994, ມາຮອດປະຈຸບັນ, ນາງ ເຈິ່ນຮົ່ງທາວ ໄດ້ສ້າງຟາມສະເພາະປູກຕົ້ນກະບອງເພັດ, ດອກບົວຫີນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ນະຄອນ ເກິນເທີ. ຟາມແຫ່ງນີ້ບໍ່ພຽງແຕ່ຮັບໃຊ້ປະຊາຊົນ, ນັກທ່ອງທ່ຽວມາຢ້ຽມຊົມ, ຊື້ຕົ້ນໄມ້ທີ່ສວຍງາມເທົ່ານັ້ນ ຫາກຍັງສົ່ງໄປຂາຍຢູ່ຕ່າງປະເທດດ້ວຍປະລິມານຫຼວງຫຼາຍອີກດ້ວຍ.

        ຟາມ Flower Land ຂອງເອື້ອຍ ເຈິ່ນຮົ່ງທາວ, ຕັ້ງຢູ່ເຂດຊຸມຊົມ ເງິນທ້ວນ, ເມືອງ ບິ່ງຖຸຍ, ນະຄອນ ເກີນເທີ, ມີເນື້ອທີ່ກ້ວາງປະມານ 750 ຕາແມັດ, ດ້ວຍຕົ້ນໄມ້ກວ່າ 50.000 ຕົ້ນ ແລະ ກວ່າ 100 ແນວພັນກະບອງເພັດ, ດອກບົວຫີນທີ່ແຕກຕ່າງກັນ. ເອື້ອຍ ເຈິ່ນຮົ່ງທາວ ຕ້ອງໃຊ້ເວລາ 7 ປີເພື່ອສ້າງຟາມຂອງຕົນເອງ. ເອື້ອຍ ເຈິ່ນຮົ່ງທາວ ແບ່ງປັນວ່າ: ຕອນພວມຮຽນຂະແໜງເຕັກໂນໂລຊີຊີວະສາດ - ມະຫາວິທະຍາໄລ ເກີນເທີ, ເອື້ອຍໄດ້ເລີ່ມຊອກຮູ້ startup ດ້ວຍການປູກເຫັດສະໝູນໄພ, ແຕ່ຕ້ອງຜິດຫວັງໃນການຮຽກຮ້ອງການລົງທຶນ ແລະ ຈຳນວນທຶນກໍ່ຫຼາຍເກີນໄປ.

        ໂດຍບັງເອີນ, ເອື້ອຍມີວາດສະໜາກັບຕົ້ນກະບອງເພັດ, ດອກບົວຫີນ ເມື່ອປູກຈຳນວນໜຶ່ງເພື່ອປະດັບຄວາມງາມໃຫ້ຫ້ອງຂອງຕົນຢູ່ຫໍພັກ. ໂດຍເຫັນວ່າ ຕົ້ນໄມ້ຊະນິດນີ້ແມ່ນບົວລະບັດງ່າຍ, ເງິນລົງທຶນກໍ່ບໍ່ຫຼາຍ, ບໍ່ຕ້ອງການໃຊ້ເນື້ອທີ່ກວ້າງປານໃດ, ລາຄາກໍ່ຖືກ, ສະນັ້ນເອື້ອຍໄດ້ startup ຈາກຕົ້ນໄມ້ນີ້ໃນທ້າຍປີ 2014, ແຕ່ຍ້ອນບໍ່ມີຄວາມເຂົ້າໃຈກັບຕົ້ນໄມ້ປະດັບນີ້ ເອື້ອຍກໍຕ້ອງຜິດຫວັງອີກຄັ້ງ. ແຕ່ຍ້ອນຄວາມບໍ່ຍອມແພ້, ເອື້ອຍເລີ່ມຮ່ຳຮຽນເອົາບົດຮຽນຈາກຜູ້ບັນລຸຜົນສຳເລັດຢູ່ອ້ອມນະຄອນ ເກີນເທີ, ພ້ອມກັບຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເລີ່ມຟື້ນຟູສວນຂອງຕົນຄືນໃໝ່.

        “ຮອດປີ 2016, ຂ້າພະເຈົ້າໄດ້ສ້າງຟາມແຫ່ງທຳອິດ, ເມື່ອມີພື້ນຖານດ້ານວັດຖຸແລ້ວ ແມ່ນໄດ້ສ້າງກຳລັງໜູນເພື່ອເຮັດວຽກ. ຕ້ອງຈ່າຍໜີ້ຊ່ວງເວລາໜຶ່ງ, ຫຼັງຈາກນັ້ນ ກໍໄດ້ສ້າງຈຳນວນລູກຄ້າທີ່ເປັນປົກກະຕິກວ່າ. ມີບາງຈຸດເວລາໃນປີ 2016, ຂ້າພະເຈົ້າໄດ້ຊື້ຕົ້ນໄມ້ຫຼາຍກວ່າປະຈຸບັນຫຼາຍເທົ່າ. ຄາວນັ້ນ, ຂ້າພະເຈົ້າໄດ້ຄິດວ່າຈະຂາຍສົ່ງໃຫ້ລູກຄ້າທາງທິດຕາເວັນຕົກ ຍ້ອນ ເກີນເທີ ແມ່ນເຂດໃຈກາງ, ກໍ່ຍ້ອນມີແນວຄວາມຄິດນັ້ນ ຂ້າພະເຈົ້າຈຶ່ງກ້າສ້າງຟາມໃນປະຈຸບັນ.”

        ເລື່ອງບົວລະບັດຕົ້ນໄມ້, ຊື້ແນວພັນທີ່ແປກ, ງາມ, ຈຳນວນລູກຄ້າທີ່ຮູ້ຈັກເຖິງເອື້ອຍ ທາວ ກໍ່ຄ່ອຍໆເພີ່ມຂຶ້ນຫຼາຍ ແລະ ເປັນປົກກະຕິກວ່າ. ປະຈຸບັນ ຟາມຂອງເອື້ອຍ ມີຕົ້ນກະບອງເພັດ, ດອກບົວຫີນ ກວ່າ 50.000 ຊະນິດ. ໃນນັ້ນມີແນວພັນຕົ້ນກະບອງເພັດ ແລະ ດອກບົວຫີນທົ່ວໄປ ຄື: Gymno, Mammi, Echi ແລະ ຕົ້ນໄມ້ຊະນິດອື່ນໆອີກຈຳນວນໜຶ່ງ.

ນາງ ເຈິ່ນຮົ່ງທາວ ປະສົບຜົນສຳເລັດໃນການ startup ຈາກຄວາມຮັກ “ຕົ້ນກະບອງເພັດ, ດອກບົວຫີນ” - ảnh 2(ຟາມ Flower Land ດ້ວຍຕົ້ນໄມ້ກວ່າ 50.000 ຕົ້ນ ແລະ ກວ່າ 100 ແນວພັນກະບອງເພັດ, ດອກບົວຫີນທີ່ແຕກຕ່າງກັນ)

ໂດຍມີຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ສະນັ້ນ ນອກຈາກຂາຍໂດຍກົງແລ້ວ, ເອື້ອຍ ທາວ ຍັງຂາຍທາງອອນລາຍ ຜ່ານບັນດາເວັບໄຊການຄ້າອອນລາຍ, fanpage, ເວັບໄຊນຳອີກ. ຄິດສະເລ່ຍແຕ່ລະເດືອນ, ເອື້ອຍ ທາວ ຂາຍຕົ້ນກະບອງເພັດ, ດອກບົວຫີນຫຼາຍຊະນິດແຕ່ 2.000 – 4.000 ຕົ້ນ, ດ້ວຍລາຄາແຕ່ 2-3 ພັນດົ່ງ ຫາຮ້ອຍລ້ານດົ່ງ/ຕົ້ນ. ເອື້ອຍ ຫງວຽນເລ້ຈິງ, ມາຈາກແຂວງ ຊອກຈັງ, ລູກຄ້າປະຈຳໃນເວລາເກືອບ 2 ປີຜ່ານມາຂອງເອື້ອຍ ທາວ ແບ່ງປັນວ່າ:

        “ເມື່ອມາແຫ່ງນີ້ຂ້າພະເຈົ້າຕົກສະເງີ້ ຍ້ອນວ່າຢູ່ ເກີນເທີ ກໍ່ໄດ້ມີເຂດສວນຕົ້ນກະບອງເພັດ, ດອກບົວຫີນຫຼາຍຊະນິດໃຫຍ່ຄືແນວນັ້ນ, ບໍ່ຮູ້ວ່າຈະເລືອກເອົາຕົ້ນໃດເລີຍ. ເມື່ອຂ້າພະເຈົ້າຊື້ຕົ້ນໃດ, ເອື້ອຍ ທາວ ກໍ່ແນະນຳວິທີບົວລະບັດ ຕະຫຼອດຮອດວິທີເລືອກຕົ້ນໄມ້ຄືແນວໃດ ເພື່ອເຮັດໃຫ້ການບົວລະບັດຢູ່ເຮືອນສະດວກທີ່ສຸດ, ສະນັ້ນ ແຕ່ລະເທື່ອເມື່ອມາແຫ່ງນີ້ ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈ”.

        ເພື່ອໃຫ້ມີລູກຄ້າຫຼາຍຮູບຫຼາຍແບບກວ່າ, ໃນປີ 2019, ເອື້ອຍ ເຈິ່ນຮົ່ງທາວ ກ້າທີ່ຈະຊື້ແນວພັນຕົ້ນໄມ້ເປັນຫຼາຍຮູບຫຼາຍແບບ. ຈາກບັນດາຕົ້ນໄມ້ທຳມະດາທີ່ສະຫງວນໃຫ້ນັກສຶກສາ, ຜູ້ຫາກໍ່ເລີ່ມປູກ, ເອື້ອຍໄດ້ຊີື້ແນວພັນຈາກ ໄທ ມີລາຄາສູງກວ່າ ເພື່ອຮັບໃຊ້ລູກຄ້າທີ່ມີເງື່ອນໄຂ. ຍ້ອນໂລກລະບາດແກ່ຍາວ, ສົ່ງຜົນກະທົບເຖິງບັນດາການເຄື່ອນໄຫວດຳເນີນທຸລະກິດ, ເຫັນວ່າການຊື້ແນວພັນຈາກ ໄທ ແມ່ນສິ້ນເປືອງ, ບໍ່ມີກຳໄລຫຼາຍ, ເອື້ອຍ ທາວ ໄດ້ຊອກຮູ້ວິທີເພື່ອຂະຫຍາຍແນວພັນຕົ້ນໄມ້ເອງ.

        “ບັນດາຕົ້ນໄມ້ທີ່ມີຢູ່ແລ້ວຂ້າພະເຈົ້າກໍ່ພະຍາຍາມເຮັດໃຫ້ດີກວ່າ, ແລະ ຕ້ອງແກ້ໄຂຄວາມຫຍຸ້ງຍາກດ້ວຍ . ຕົນເອງ ຕົ້ນໄມ້ຫຼາຍຊະນິດທີ່ລູກຄ້າບໍ່ນິຍົມອີກ ຂ້າພະເຈົ້າກໍ່ຄ່ອຍໆຫຼຸດລົງ, ຊື້ແນວພັນອື່ນໆອີກຫຼາຍຊະນິດ ເພື່ອສາມາດສຳຜັດກັບລູກຄ້າ; ຍູ້ແຮງການຂາຍທາງອອນລາຍ”

        ເຖິງວ່າຕ້ອງຢຸດທຸກການດຳເນີນທຸລະກິດເປັນຫຼາຍເດືອນຍ້ອນທາງນະຄອນປະຕິບັດການປ້ອງກັນ, ຕ້ານໂລກລະບາດ, ແຕ່ເມື່ອຫາກໍ່ເປີດປະຕູຟາມ ແລະ ເລີ່ມຂົນສົ່ງຄືນໃໝ່, ເອື້ອຍກໍມີລູກຄ້າມາສະໜັບສະໜູນເປັນຈຳນວນຫຼາຍ. ດ້ວຍຄວາມເມົາມົວ ແລະ ຄວາມຮັກຕໍ່ “ຕົ້ນກະບອງເພັດ, ດອກບົວຫີນ” ໄດ້ນຳມາເຊິ່ງຜົນສຳເລັດໃຫ້ເອື້ອຍ ເຈິ່ນຮົ່ງທາວ.

ຕອບກັບ

ຂ່າວ/ບົດ​ອື່ນ