ນ້ຳ​ໃຈທະ​ຫານ​ປະ​ຊາ​ຊົນ​ໃນ​ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ​ ຢູ່​ເຂດ​ພູ​ດອຍ​ຂອງ​ແຂວງ ແຄັງ​ຮ​ວ່າ

(VOVWORLD) - ພາຍຫຼັງກວ່າ 1 ເດືອນ ທີ່ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ປຸກລະດົມ “ບັ້ນເຄື່ອນໄຫວ ກວາງຈູງ”, ເຊິ່ງເປັນບັ້ນເຄື່ອນໄຫວປຸກສ້າງ, ສ້ອມແປງເຮືອນຢູ່ຢ່າງຮີບດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນເສຍຫາຍຈາກໄພທຳມະຊາດນັ້ນ, ຢູ່ຕາແສງ ບັກອາຍ ຕາເວັນຕົກ (ແຂວງ ແຄັງຮວ່າ), ມີເຮືອນຖາວອນຫຼາຍຫຼັງພວມຄ່ອຍໆໄດ້ຮັບການປຸກສ້າງຂຶ້ນປ່ຽນແທນໃຫ້ບັນດາເຮືອນທີ່ຖືກພັງທະລາຍ, ເປ່ເພຢ່າງໜັກໜ່ວງ. ນີ້ແມ່ນຄວາມມານະພະຍາຍາມຂອງບັນດານັກຮົບເຫຼົ່າຮົບພິເສດ(ກະຊວງປ້ອງກັນປະເທດ) ແລະ ອຳນາດການປົກຄອງທ້ອງຖິ່ນ, ເພື່ອໃຫ້ພໍ່ແມ່ປະຊາຊົນເຜົ່າ ຣາລາຍ ຢູ່ທີ່ນີ້ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິກ່ອນວັນຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ.

ນ້ຳ​ໃຈທະ​ຫານ​ປະ​ຊາ​ຊົນ​ໃນ​ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ​ ຢູ່​ເຂດ​ພູ​ດອຍ​ຂອງ​ແຂວງ ແຄັງ​ຮ​ວ່າ - ảnh 1ບັນດາທະຫານລຸງໂຮ່ ສຸດຈິດສຸດໃຈກໍ່ສ້າງເຮືອນໃຫ້ປະຊາຊົນຕາແສງ ບັກອາຍ ຕາເວັນຕົກ 

ຕາແສງ ບັກອາຍ ຕາເວັນຕົກ ຕັ້ງຢູ່ເລິກເຂົ້າໄປໃນເຂດປ່າສະຫງວນແຫ່ງຊາດ ເຟຶອກບິ່ງ, ເຊິ່ງເປັນບ່ອນທີ່ເຮືອນຮ້ານຫຼັງຕ່າງໆຂອງເຜົ່າ ຣາລາຍ ອີງໃສ່ພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ. ແຕ່ວ່າ, ຄວາມສະຫງົບສຸກນັ້ນຖືກພັງທະລາຍໃນເມື່ອວັນທີ 19 ພະຈິກ 2025 ຝົນຕົກນ້ຳຖ້ວມຄັ້ງປະຫວັດສາດໄດ້ຖະຖະຫຼົ່ທຳລາຍ. 6 ບ້ານຂອງຕາແສງນີ້ກາຍເປັນດອນເກາະຢູ່ທ່າມກາງສະພາບນ້ຳຖ້ວມ ແລະ ດິນຫີນເຊາະເຈື່ອນທັງ 4 ເບື້ອງ, ເຮັດໃຫ້ບັນດາຫຼັງຄາເຮືອນຖືກພັງທະລາຍໄປໝົດ.

ນ້ຳ​ໃຈທະ​ຫານ​ປະ​ຊາ​ຊົນ​ໃນ​ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ​ ຢູ່​ເຂດ​ພູ​ດອຍ​ຂອງ​ແຂວງ ແຄັງ​ຮ​ວ່າ - ảnh 2ເຂົາເຈົ້າໄດ້ຖືເອົາຈິດໃຈຂອງທະຫານຜູ້ຍອດຍິ່ງ ແລະ ຈິດໃຈຕັດສິນໃຈ: ປະຊາຊົນຕ້ອງມີເຮືອນຢູ່ກ່ອນລະດູໃບໄມ້ຫຼົ່ນປີໜ້າ.

ໃນສະພາບການນັ້ນ, “ບັ້ນເຄື່ອນໄຫວ ກວາງຈູງ” ໂດຍທ່ານນາຍົກລັດຖະມົນຕີ ປຸກລະດົມໃນວັນທີ 1 ທັນວາ 2025 ໄດ້ກາຍເປັນຄຳສັ່ງຈາກຫົວໃຈສຳລັບພະນັກງານ, ນັກຮົບກວ່າ 300 ຄົນຂອງເຫຼົ່າຮົບດັກກົງ. ໂດຍໄດ້ເຄື່ອນທັບຢ່າງຮີບດ່ວນຈາກຫຼາຍຈຸດເຂົ້າໄປຍັງຕາແສງ ບັກອາຍ ຕາເວັນຕົກ, ເຂົາເຈົ້າໄດ້ຖືເອົາຈິດໃຈຂອງທະຫານຜູ້ຍອດຍິ່ງ ແລະ ຈິດໃຈຕັດສິນໃຈ: ປະຊາຊົນຕ້ອງມີເຮືອນຢູ່ກ່ອນລະດູໃບໄມ້ຫຼົ່ນປີໜ້າ. ທ່ານ ພັນໂທ ເລຍືກຽນ, ຮອງຫົວໜ້າການເມືອງ ກອງພົນນ້ອຍ ເລກ 5, ເຫຼົ່າຮົບດັກກົງ, ໃຫ້ຮູ້ວ່າ:

“ບົນຈິດໃຈຮີບດ່ວນຂອງ “ບັ້ນເຄື່ອນໄຫວ ກວາງຈູງ”, ເມື່ອເຫັນເຂດໃດທີ່ມີເງື່ອນໄຂພູມີສາດຫຍຸ້ງຍາກໃນການສ້າງ, ພວກຂ້າພະເຈົ້າກໍຮີບເຮັ່ງເພີ່ມທະວີກຳລັງເພື່ອຈັດຕັ້ງປະຕິບັດ. ມີບາງຄອບຄົວຕັ້ງເຮືອນຢູ່ໃນຮ່ອມພູ, ເສັ້ນທາງນ້ອຍ, ເຄື່ອງກົນຈັກບໍ່ສາມາດເຂົ້າເຖິງໄດ້, ພວກຂ້າພະເຈົ້າຕ້ອງຂົນສົ່ງວັດສະດຸກໍ່ສ້າງດ້ວຍລົດຍູ້, ຊ້ຳບໍ່ໜຳ, ທະຫານຕ້ອງນຳໃຊ້ກຳລັງແຮງຄົນເພື່ອຂົນສົ່ງວັດສະດຸເຂົ້າເຂດກໍ່ສ້າງເອງ”.

ຕາແສງ ບັກອາຍ ຕາເວັນຕົກ ນອນຢູ່ກາງເຂດປ່າສະຫງວນແຫ່ງຊາດ ເຟຶອກບິ່ງ  ສະນັ້ນ ອັນໃດກໍຂາດເຂີນ. ເພື່ອສ້າງກຳແພງໜຶ່ງທີ່ມີຄວາມທົນທານກັບອາກາດທີ່ປ່ຽນແປງຮ້າຍແຮງຂອງເຂດພູສູງໄດ້ນັ້ນ, ບັນດາທະຫານດັກກົງ ຕ້ອງກັ່ນຕ້ອງຮ່ອນຂີ້ຊາຍຢ່າງລະອຽດລະອໍ. ເຖິງວ່າເສັ້ນທາງໂຄດລ້ຽວ, ຄ້ອຍຊັນ, ແດດກ້າຕອນສວຍຂອງເຂດພູສູງ, ເຫື່ອໄຫຼໄຄຍ້ອຍປຽກໝົດເສື້ອກໍຕາມ, ແຕ່ກໍບໍ່ສົ່ງຜົນກະທົບຕໍ່ “ຄວາມທົນທານ” ຂອງທະຫານພິເສດ. ສຽງເວົ້າສຽງຫົວຂອງເຂົາເຈົ້າຍັງດັງຂຶ້ນຢ່າງຄຶກຄື້ນຢູ່ເນີນພູ.

ນ້ຳ​ໃຈທະ​ຫານ​ປະ​ຊາ​ຊົນ​ໃນ​ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ​ ຢູ່​ເຂດ​ພູ​ດອຍ​ຂອງ​ແຂວງ ແຄັງ​ຮ​ວ່າ - ảnh 3ເຮືອນຫຼັງໃໝ່ກໍ່ສ້າງສຳເລັດ ໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດ

ບໍ່ພຽງແຕ່ປຸກສ້າງເຮືອນເທົ່ານັ້ນ, ບັນດານັກຮົບຍັງຂຸດຕະຄອງທີ່ມີຄວາມຍາວກວ່າ 2 ກິໂລແມັດ, ອະນາໄມສິ່ງແວດລ້ອມ ເພື່ອສະກັດກັ້ນໂລກລະບາດຫຼັງໄພທຳມະຊາດ. ມີບາງຄືນ, ແສງໄຟຍັງຫຼິບຫຼີ່ຢູ່ສະຖານທີ່ກໍ່ສ້າງຮອດ 11, 12 ໂມງກາງຄືນ, ທັງໝົດແມ່ນເພື່ອຈຸດປະສົງພາພໍ່ແມ່ປະຊາຊົນເຜົ່າ ຣາລາຍ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິພາຍໃນ 30 ວັນ.

“ຕອນເກີດພາຍຸ, ເມຍຂອງຂ້າພະເຈົ້າຕ້ອງໄປພັກເຊົາຊົ່ວຄາວຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງ 4 ຄືນ. ດຽວນີ້, ມີເຮືອນໃໝ່ງາມກວ່າແລ້ວ. ຂອບໃຈທະຫານຫຼາຍໆ, ພວກອ້າຍທະຫານເຮັດໄວ ແລະ ຍາມໃດກໍສຸດຈິດສຸດໃຈກັບປະຊາຊົນ”.

          ລຸງ Kator Than, ດ້ວຍໃບໜ້າທີ່ເຕັມແຕ່ຮອຍແຫ້ມແດດ, ສາຍຕາຫງ່ວມເຫງົາເສຍໃຈເມື່ອເຫັນເຮືອນຂອງຕົນຖືເປ່ເພຢ່າງໜັກໜ່ວງໃນຄ່ຳຄືນເກີດພາຍຸຝົນຕົກເມື່ອເດືອນ ພະຈິກ 2025. ປັດຈຸບັນນີ້, ໄດ້ຢືນຢູ່ຕໍ່ໜ້າເຮືອນຫຼັງໃໝ່, ກວ້າງໃຫຍ່, ແໜ້ນໜາ, ສາຍຕາຂອງລຸງໄດ້ປະກາຍໃຫ້ເຫັນຄວາມສຸກທີ່ເຕັມປ່ຽມ. 

ສຽງຕົບມືດັງຂຶ້ນໃນພິທີມອບ - ຮອບເຮືອນ. ຄວາມສຸກເອີ່ລົ້ນ. ໃນຮອບເວລາບໍ່ຮອດ 1 ເດືອນ, ເຫຼົ່າຮົບດັກກົງ ໄດ້ກໍ່ສ້າງສຳເລັດເຮືອນຫຼັງໃໝ່ 21 ຫຼັງ ແລະ ສ້ອມແປງເຮືອນເປ່ເພ 9 ຫຼັງ ຢູ່ຕາແສງ ບັກອາຍ ຕາເວັນຕົກ. 30 ຄອບຄົວດັ່ງກ່າວ ຍັງໄດ້ຮັບຂອງຂວັນທີ່ເປັນເຄື່ອງຂອງອຸປະກອນທີ່ຈຳເປັນ ທີ່ມີມູນຄ່າ 33 ລ້ານດົ່ງຕໍ່ຄອບຄົວອີກດ້ວຍ. ນີ້ແມ່ນນ້ຳໃຈຂອງພະນັກງານ, ນັກຮົບເຫຼົ່າຮົບພິເສດແລະ ບັນດາຜູ້ໃຈບຸນໃຈກຸສົນ. ທ່ານນາງ ຫງວຽນທິມິງງວຽນ, ປະທານຄະນະກຳມະການປະຊາຊົນຕາແສງ ບັກອາຍ ຕາເວັນຕົກ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າບໍ່ເຄີຍເຫັນບັ້ນເຄື່ອນໄຫວໃດທີ່ປຸກສ້າງເຮືອນໄວຄືແນວນີ້. ຖືວ່າຮີບດ່ວນທີ່ສຸດ. ເຕັມໄປດ້ວຍນ້ຳໃຈທະຫານປະຊາຊົນ, ຢູ່ໃສມີຄວາມຫຍຸ້ງຍາກ ລ້ວນແຕ່ມີໜ້າກອງທັບມາຊ່ວຍເຫຼືອພໍ່ແມ່ປະຊາຊົນ”. 

ຕາແສງ ບັກອາຍ ຕາເວັນຕົກ ໃນວັນນີ້ ພວມຄ່ອຍໆໄດ້ຮັບການຟື້ນຟູພາຍຫຼັງຝົນຕົກນ້ຳຖ້ວມ. ເຮືອນຫຼັງໃໝ່ທີ່ແໜ້ນໜາໄດ້ຮັບການປຸກສ້າງຂຶ້ນນັ້ນ ແມ່ນສັນຍາລັກທີ່ມີຊີວິດຊີວຊີແຫ່ງນ້ຳໃຈທະຫານປະຊາຊົນໃນທ່າມກາງສະໄໝສັນຕິພາບ, ຊ່ວຍໃຫ້ພໍ່ແມ່ປະຊາຊົນເຜົ່າ ຣາລາຍ ມີຄວາມໝັ້ນໃຈກວ່າເພື່ອສ້າງຊີວິດໃໝ່ໃນດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ