ນ້ຳໃຈມະນຸດໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ແຂວງ ກ່າເມົາ

(VOVWORLD) -ບັນດາເຮືອນຄົວບໍ່ເສຍຄ່າ, ເຄື່ອນໄຫວໜູນຊ່ວຍການກິນໃຫ້ແກ່ເຂດຖືກຈຳກັດບໍລິເວນ. ສິ່ງລ້ຳຄ່າກວ່ານັ້ນແມ່ນ, ນັບທັງບັນດາຜູ້ພວມປະສົບກັບຄວາມຫຍຸ້ງຍາກກໍໄດ້ແບ່ງປັນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ.
ນ້ຳໃຈມະນຸດໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ແຂວງ ກ່າເມົາ - ảnh 1(“ຕະຫຼາດບໍ່ເສຍຄ່າ” ຢູ່ແຂວງ ກ່າເມົາ)

ໃນໄລຍະຜ່ານມາ, ມີຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນໃນບໍລິເວນແຂວງ ກ່າເມົາ ໄດ້ສາໝັກໃຈເຮັດວຽກເພື່ອການກຸສົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ບັນດາເຮືອນຄົວບໍ່ເສຍຄ່າ, ເຄື່ອນໄຫວໜູນຊ່ວຍການກິນໃຫ້ແກ່ເຂດຖືກຈຳກັດບໍລິເວນ. ສິ່ງລ້ຳຄ່າກວ່ານັ້ນແມ່ນ, ນັບທັງບັນດາຜູ້ພວມປະສົບກັບຄວາມຫຍຸ້ງຍາກກໍໄດ້ແບ່ງປັນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ.

ນັບແຕ່ຕົ້ນເດືອນ ກໍລະກົດ, ເມື່ອຄະນະກຳມະການປະຊາຊົນແຂວງ ກ່າເມົາ ຕົກລົງໃຫ້ພຽງແຕ່ບັນດາຮ້ານອາຫານ ຂາຍໃຫ້ຜູ້ຊື້ເມືອບ້ານເທົ່ານັ້ນ ຫຼື ໃຫ້ປິດປະຕູເພື່ອຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຜົວເມຍອ້າຍ ຫງວຽນຈິງຫງວຽນ, ຢູ່ບ້ານ 5, ນະຄອນ ກ່າເມົາ ໄດ້ປິດຮ້ານ, ຫັນໄປສູ່ການແຕ່ງກິນເພື່ອການກຸສົນ. ໃນເບື້ອງຕົ້ນ 2 ຜົວເມຍຄາດວ່າຈະແຕ່ງກິນ 3 ມື້ເທົ່ານັ້ນ, ດ້ວຍອາຫານ 200 ພູດ/ວັນ ໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຄື ຜູ້ຂາຍຫວຍ, ຜູ້ຖືກຫຼຸດລາຍຮັບຍ້ອນຖືກຜົນສະທ້ອນຈາກໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄົນເຫັນວ່າວຽກງານດັ່ງກ່າວຂອງອ້າຍເອື້ອຍແມ່ນມີຄວາມໝາຍ ສະນັ້ນໄດ້ປະກອບເຂົ້າສານ, ເງິນ, ເຄື່ອງຂອງທີ່ຈຳເປັນ. ໝູ່ເພື່ອນ, ຜູ້ຢູ່ບ້ານໃຫ້ເຮືອນຄຽງ ກໍ່ພາກັນມາໜູນຊ່ວຍໃຫ້ເຮືອນຄົວນີ້ໄດ້ຮັກສາການເຄື່ອນໄຫວມາຮອດປະຈຸບັນ. ອ້າຍ ຫງວຽນຈິຫງວຽນ, ແບ່ງປັນວ່າ:

“ບັນດາຜູ້ຂາຍຫວຍຕ້ອງເຊົ່າເຮືອນພັກ, ໃນເວລາເກີດໂລກລະບາດເຂົາເຈົ້າຖືກຜົນສະທ້ອນ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຂ້າພະເຈົ້າໄດ້ເຮັດ ແລະ ແຈກເຂົ້າໃຫ້ພໍ່ແມ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ. ຕອນທຳອິດເຂົາເຈົ້າກໍມາເອົາເຂົ້າເອງ. ແຕ່ພາຍຫຼັງທີ່ທາງແຂວງໄດ້ນຳໃຊ້ຄຳສັ່ງເລກທີ 16 ສະນັ້ນພໍ່ແມ່ປະຊາຊົນບໍ່ມາອີກ, ສະນັ້ນ ຂ້າພະເຈົ້າໄປແຈກເຂົ້າຢູ່ເຮືອນແຕ່ລະຫຼັງ, ຜູ້ໃດຕ້ອງການເຮົາກໍ່ເອົາມາໃຫ້. ພໍ່ແມ່ປະຊາຊົນມີຄວາມເບີກບ່ານ ມ່ວນຊື່ນ ແລະ ຕື້ນຕັນໃຈຫຼາຍ”.

ນ້ຳໃຈມະນຸດໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ແຂວງ ກ່າເມົາ - ảnh 2(ແຈກເຂົ້າໃຫ້ພໍ່ແມ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ)

ປະຈຸບັນ, ທົ່ວບໍລິເວນນະຄອນ ກ່າເມົາໄດ້ ມີ 10 ເຮືອນຄົວບໍ່ເກັບຄ່າຄືດັ່ງຄອບຄົວຂອງເອື້ອຍ ຫງວຽນຈິຫງວຽນ. ໃນນັ້ນ, ຢູ່ຕາແສງ 8 ແມ່ນບ່ອນເຕົ້າໂຮມຫຼາຍກວ່າໝູ່. ພິເສດ, ດ້ວຍການປະກອບເຫື່ອແຮງຂອງປະຊາຊົນ, ວິສາຫະກິດໃນບໍລິເວນແຂວງ, ບັນດາອົງການທີ່ມີໜ້າທີ່ຢູ່ຕາແສງ 8 ຍັງເປີດ “ຕະຫຼາດບໍ່ເສຍຄ່າ” ອີກ. ກ່ອນນີ້, ປ້າ ເຈິ່ນທິເຍິນ ຢູ່ຕາແສງ 6, ນະຄອນ ກ່າເມົາ ໄດ້ຂາຍຫວຍຫາກິນ. ປະຈຸບັນບໍລິສັດຫວຍ ກ່າເມົາ ໄດ້ຢຸດການອອກຫວຍ ສະນັ້ນປ້າບໍ່ມີວຽກເຮັດງານທຳ. ປ້າໄດ້ໄປ “ຕະຫຼາດບໍ່ເສຍຄ່າ” ຢູ່ຕາແສງ 8 ເພື່ອຮັບສະບຽງອາຫານ. ໃນຈຳນວນຜັກຫຼາຍຊະນິດທີ່ໄດ້ວາງຢູ່ແຫ່ງນີ້, ປ້າ ເອົາ ພຽງໜ້ອຍໜຶ່ງ, ຖ້າປ້າເອົາຫຼາຍຜູ້ອື່ນຈະບໍ່ມີ. ສຳລັບປ້າ ເຍິນ “ເອົາພໍ່ດີເປັນການແບ່ງປັນກັບຜູ້ມາຕາມຫຼັງ”.

“ດຽວນີ້ກໍ່ພັກຢູ່ບ້ານ, ຄອບຄົວກໍ່ໄດ້ເຮັດວຽກ ແຕ່ຍ້ອນໂລກລະບາດສະນັ້ນຕ້ອງພັກ, ບໍ່ມີເງິນຊື້ຂອງກິນ. ໃນໄລຍະເກີດໂລກລະບາດນີ້ໄດ້ຮັບການຊ່ວຍເຫຼືອຄືແນວນີ້ແມ່ນກໍ່ຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກຫຼາຍແລ້ວ”.

ທ່ານ ໂຕກຸຍຮ່ຽນ, ຮອງເລຂາຄະນະພັກຕາແສງ 8, ໃຫ້ຮູ້ວ່າ:

“ຢູ່ຕາແສງ 8, ໃນໄລຍະແຍກຫ່າງສັງຄົມກ່ອນນີ້ລ້ວນແຕ່ມີການເຄື່ອນໄຫວໜູນຊ່ວຍພໍ່ແມ່ປະຊາຊົນ. ໃນໄລຍະແຍກຫ່າງກ່ອນນີ້ ມີຕຕູ້ ATM ແຈກເຂົ້າສານ. ໃນຄັ້ງນີ້ແຍກຕົວຢູ່ເຮືອນ, ສະນັ້ນກໍ່ຂົນຂວາຍຜູ້ໃຈບູນໃຈກຸສົນເພື່ອສ້າງເຮືອນຄົວບໍ່ເສຍຄ່າ. ກຳລັງຂອງບ້ານ ແລະ ສະມາຊິກຊາວໜຸ່ມຈະແຈກເຂົ້າເຖິງບັນດາເຄອບຄົວປະຕິບັດການແຍກຫ່າງ. ທາງຕາແສງກໍ່ຈັດສະຖານທີ່ແຈກເຂົ້າໂດຍບໍ່ເສຍຄ່າອື່ນເພື່ອໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກມາຮັບ”.

ພ້ອມກັບອຳນາດການປົກຄອງຕາແສງ, ມີວິສາຫະກິດຫຼາຍແຫ່ງກໍ່ເຂົ້າຮ່ວມສະໜັບສະໜູນທັນຍາຫານເປັນຈຳນວນຫຼາຍ. ໝີ່ສຳເລັດຮູບ, ເຂົ້າສານໄດ້ຖືກສົ່ງເຖິງບັນດາຜູ້ເຮັດວຽກງານຕ້ານໂລກລະບາດຢູ່ແນວໜ້າ, ບັນດາດ່ານກວດກາຂອງແຂວງ ກ່າເມົາ, ບັນດາເຂດແຍກຕົວ ແລະ ບັນດາຄອບຄົວທຸກຍາກ, ຄອບຄົວແຍກຕົວ. ທ່ານ ຫງວຽນຕຽນຮືງ, ຜູ້ຂົນຂວາຍການເຄື່ອນໄຫວກຸສົນໃນໄລຍະຜ່ານມາ, ສະແດງຄວາມເຫັນວ່າ:

“ຢູ່ບັນດາດ່ານກວດກາໂລກລະບາດມີຊາວໜຸ່ມອາສາສະໝັກ, ທະຫານລາດປ້ອງກັນຕົວ, ກຳລັງອຳນາດການປົກຄອງບ້ານ ເຂົາເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫວັງວ່າ ບັນດາຂອງຂວັນຂອງພວກຂ້າພະເຈົ້າແບ່ງປັນນັ້ນ ຈະສ້າງຄວາມອົບອຸ່ນໃນຕອນເວນຍາມກາງຄືນ ເພື່ອສືບຕໍ່ປະຕິບັດໜ້າທີ່. ບັນດາວຽກງານດັ່ງກ່າວເປັນການແບ່ງປັນຄວາມຮັກແພງເຊິ່ງກັນແລະ ກັນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ”.

ດ້ວຍການແບ່ງປັນ, ປະຊາຊົນ ກ່າເມົາ ພວມພ້ອມກັບອຳນາດການປົກຄອງຜ່ານຜ່າບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ແລະ ນ້ຳໃຈມະນຸດ ກໍ່ຍິງເຫັນແຈ້ງໃນໄລຍະເກີດໂລກລະບາດ./.

ຕອບກັບ

ຂ່າວ/ບົດ​ອື່ນ