ນ້ຳໃຈຮັກແພງຊ່ວຍເຫຼືອເພື່ອນຮ່ວມກົມກອງ

​(vovworld)-ໂດຍ​ໄດ້​ກາຍ​ເປັນ​ມູນ​ເຊືອ​ແລ້ວ, ຊາວ​ຫວຽດນາມ​ບໍ່​ວ່າ​ຜູ້​ໃດ​ກໍ່​ຊາບ​ຊືມສິນ​ທຳ​ທີ່​ວ່າ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ; ຮູ້​ບຸນ​ຄູນ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ. ໃນ​ໂອກາ​ດວັນ​ສ້າງ​ຕັ້ງ​ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ (15/7), ພວກ​ເຮົາ​ຂໍ​ແນ​ະນຳ​ອະດີດຊາວ​ໜຸ່ມ​ຕະລຸມ​ບອນຍິງ, ວິລະ​ຊົນ​ກຳລັງ​ປະກອບ​ອະ​ວຸດ​ປະຊາຊົນບາງ​ຄົນ, ​​ ​ກັບ​​ຄວາມ​ມານະ​ພະຍາຍາມ​ຂອງ​ເຂົ້າ​ເຈົ້າ​ໃນ​ການ​ຕອບ​ບູນ​ແທນ​ຄຸນບັນດາຜູ້​ທີ່​ໄດ້​ອຸທິດ​ຊີວິດຂອງ​ຕົນ​ເພື່ອປະ​ເທດ​ຊາດ.

ນ້ຳໃຈຮັກແພງຊ່ວຍເຫຼືອເພື່ອນຮ່ວມກົມກອງ - ảnh 1

ພິທີຍ້ອງຍໍ ”ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນທີ່ເປັນແບບຢ່າງ
ໃນການປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ”

(ພາບ: .google.com.vn)

        ​ເມື່ອ​ຫວນ​ຄືນ​ໄລຍະ​ສົງຄາມ​ອັນ​ດຸ​ເດືອດ, ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ກ້າ​ຄົງ​ອົງອາດ​ນັ້ນ, ປ້າ Pham Thi Thao, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ອະດີດ​​ຫົວໜ້າ​ກອງພັນ​ນ້ອຍ​ຂົນ​ສົ່ງ​ຍິງ 232 ທະຫານ​ເຂດ 5, ​ເຄີຍ​​ເວົ້າ​ເຖິງ​​ເລື່ອງ​ບັນດາເພື່ອນ​ຮ່ວມ​ກົມ​ກອງ, ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​​ເອກະລາດ​ຂອງຊາດ. ​ໃນ​ຖານະ​ເປັນ​ປະທານ​ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນນະຄອນ ດ່າ​ນັ້ງ, ​ໃນ​ຫຼາຍ​ປີຜ່ານມາ, ປ້າ Thao ​ໄດ້​ຂົນຂວາຍ​ແຕ່​ລະ​ອົງການ, ວິ​ສາ​ຫະກິດ, ​ແລະ ປະ​ຢັດເງິນສ່ວນ​ຕົວ ​ເພື່ອ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ​ເກືອບ 20 ຫຼັງ, ມອບ​ປື້​ມບັນຊີ​ເງິນປະຢັດ​ ແລະ ບັດ​ປະກັນ​ສຸຂະພາບ ກໍ່​ຄື​ຂອງ​ຂວັນ​ນັບ​ພັນ​ພຸດ​ໃຫ້​ແກ່​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນຢູ່ ດ່າ​ນັ້ງ, ກວາງ​ນາມ ລວມມູນ​ຄ່າ​ກວ່າ 600 ລ້ານ​ດົ່ງ ​, ປ້າ​ເວົ້າ​ວ່າ:

ນ້ຳໃຈຮັກແພງຊ່ວຍເຫຼືອເພື່ອນຮ່ວມກົມກອງ - ảnh 2
ປ້າ Pham ThiThao ປະທານ​ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນນະຄອນ ດ່າ​ນັ້ງ
(ພາບ: .google.com.vn)

        ”ປະຈຸ​ບັນ, ທົ່ວ​ປະ​ເທດ​ກໍ່​ຄື​ນະຄອນ ດ່າ​ນັ້ງ ພວມ​ເຮັດວຽກ​ງານແກ້​ໄຂ​​ລະບອບ, ນະ​ໂຍບາຍ​ໃຫ້ແກ່​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນຕາມ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ພັກ, ລັດ, ລັດຖະບານ​ຈະ​ມານະ​ພະຍາຍາມ​ຊ່ວຍ​ເຫຼືອ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ກວ່າ​ອີກ ​ເພື່ອ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​​ໃຫ້ເຂົາ​ເຈົ້າສ່ວນ​ໃດ​ສ່ວນ​ໜຶ່ງ”

        ​ໃນ​ຊຸມ​ປີຜ່ານມາ, ພາຍ​ໃຕ້​ຊາຍ​ຄາ​ລວມ​ແມ່ນ​​ ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ, ບັນດາ​ອະດີດຊາວ​ໜຸ່ມ​ຕະລຸມ​ບອນ​ໄດ້​ແບ່ງປັນ, ຊ່ວຍ​ເຫຼືອ​ກັນ​ບືນ​ຕົວ​ຂຶ້ນ. ໃນ​ຊາຍ​ຄາທີ່​ຫາ​ກໍ່​ໄດ້​ຮັບ​ການ​ປຸກ​ສ້າງ​ໃໝ່, ຄວາມ​ໄຝ່ຝັນຂອງ ປ້າ  Hoang Thi Huong, ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ ຢູ່​ບ້ານ 6, ​ເຊິ​ນ​ເຊືອງ, ​ເມືອງ ​ເຕິ​ນກີ່, ​ແຂວງ ​ເງ້ອານ ​ໄດ້ປະກົດ​ຜົນ​ເປັນ​ຈິງ. ຊາຍ​ຄາທີ່​ມີ​ມູນ​ຄ່າ 50 ລ້ານ​ດົ່ງຖືກ​ປຸກ​ສ້າງ​ຂຶ້ນດ້ວຍ​​​ເຫື່ອ​ແຮງ, ​ແລະ​ເງິນບໍລິຈາກ​​ຂອງ​ສະມາຊິກ​ໃນສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ  ​ເມືອງ ​ເຕິນກີ່, ພ້ອມ​ກັບ​ທຶນ​ຊ່ວຍ​ເຫຼືອ​ຂອງ​ວິ​ສາ​ຫະກິດ. ​ໄດ້​ດຳລົງ​ຊີ​ວິດ​ໃນ​ຊາຍ​ຄາ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ນີ້​ເປັນ​ເວລາ​ເກືອ​ບ 1 ປີ. ປ້າ Huong ​ໄດ້​ເວົ້າ​ດ້ວຍ​ຄວາມ​​ຕື້ນ​ຕັນ​ໃຈ​ວ່າ:

        ”ຂ້າພະ​ເຈົ້າ​ຂອບ​ໃຈ​ພັກ, ລັດ, ​​ເພື່ອນ​ຮ່ວມ​ກົມ​ກອງ​, ພະນັກງານ ​ແລະ ປະຊາຊົນ ​ທີ່ໄດ້​ພ້ອມ​ກັນ​ຊ່ວຍ​ເຫຼືອ, ມອບເຮືອນ​ທີ່​ສວຍ​ງາມ​ໃຫ້​ແກ່​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ ​ແລະ ຄິດ​ວ່າ, ຍາມ​ໃດລັດ​​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​​ເຖິງຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.”


        ຢູ່​ເມືອງ ​ເຕິ​ນກີ່, ບໍ່​ພຽງ​ແຕ່​ມີ ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ  Hoang Thi Huong, ​ໄດ້​ດຳລົງ​ຊີ​ວິດ​ໃນ​ຊາຍ​ຄາ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຂອງ​ເພື່ອນ​ຮ່ວມ​ກົມ​ກອງ​ເທົ່າ​ນັ້ນ, ຫາກ​ນັບ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ​ ​ເມືອງ ​ເຕິ​ນກີ່ ຍັງມອບ​​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 6 ຫຼັງໃຫ້ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບອນ​ຜູ້​ອື່ນໆ​ອີກ.. ​

​ໃນ​ສະ​ໄໝ​ສົງຄາມ, ມີ​ຊາວ​ໜຸ່ມ​ຕະລຸມ​ບອນ​ຍິງ​ຫຼາຍ​ຄົນ​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ສະໜາມຮົບ, ກາຍ​ເປັນ​ນັກຮົບ​ນິລະນາມ. ຊາວ​ໜຸ່ມ​ໃນ​ສະ​ໄໝ​ນັ້ນ​ຍາມ​ໃດ​ກໍ່​ຄິດ​ວ່າ ”ຊີວິດ​ມີ​ຄວາມ​ໝາຍ​ທີ່​ສຸດ​ແມ່ນ​​ຢູ່​ສະໜາມຮົບ​​ຕໍ່ສູ້​ຕ້ານ​ສັດຕູ”, ປະຈຸບັນ​ເມື່ອ​​ໄດ້ດຳລົງ​ຊີວິດ​ໃນ​ສັນຕິພາບ, ​ເຖິງ​ວ່າ​ມີອາຍຸ​ສູງ​ແລ້ວ​ກໍ່ຕາມ, ​ແຕ່​​ເຂົາ​ເຈົ້າຍັງ​ຄິດ​ວ່າຕ້ອງ​ດຳລົງ​ຊີ​ວີ​ດຄື​ແນວ​ໃດ​​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ເພື່ອນ​ຮ່ວມ​ກົມ​ກອງ​ເຊິ່ງ​ໄດ້​ອຸທິດ​ຊີວິດ​ທີ່​ໜຸ່ມ​ແໜ້ນ​ຂອງ​ຕົນ​​ເພື່ອສັນຕິພາບ​ໃນ​ປະຈຸ​ບັນ.

        

       

ຕອບກັບ

ຂ່າວ/ບົດ​ອື່ນ