ບັນດານັກຂ່າວ VOV ສຸມຈິດສຸມໃຈກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

(VOVWORLD) -ບົດປະພັນກະຈາຍສຽງ “ເລື່ອງລາວຫວຽດນາມເຊື່ອມໂຍງເຂົ້າກັບສາກົນ” ຂອງກຸ່ມນັກຂ່າວ ຫງວຽນທິກິມທວາ, ວູ້ທິແອ້ງຮ່ວຽນ, ວູ້ເຍິດກີງ ຢູ່ລະບົບ VOV 5 ຫາກໍໄດ້ຮັບລາງວັນທີ 1 ທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2016 ໂດຍຄະນະໂຄສະນາສຶກສາສູນກາງຈັດຕັ້ງຂຶ້ນ

ກ່ອນໜ້ານັ້ນ, ກຸ່ມນັກຂ່າວນີ້ ກໍໄດ້ຮັບ 2 ລາງວັນທີ 1 ໃນບັນດາງານແຂ່ງຂັນຊິງລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2014, 2015.

ບັນດານັກຂ່າວ VOV ສຸມຈິດສຸມໃຈກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1ທ່ານວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດທີ່ພິທີມອບລາງວັນ ທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2016 

      ເມື່ອເຕື້ອງເຖິງບັນດາບົດປະພັນທີ່ໄດ້ຮັບລາງວັນທີ 1 ເປັນ 3 ຄັ້ງຢ່າງຕໍ່ເນື່ອງເມື່ອເຂົ້າຮ່ວມ ງານແຂ່ງຂັນຊິງລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຄວາມດີໃຈ, ຕື້ນຕັນໃຈພັດວຽນມາສູ່ນັກຂ່າວ ຫງວຽນທິທູຮວາ ສັງກັດ VOV 5. ກ່ອນອື່ນໝົດແມ່ນບົດປະພັນ “  20 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ” ໄດ້ຮັບລາງວັນປີ 2014 ຊຶ່ງໄດ້ເລີ່ມຂຶ້ນໂດຍບັງເອີນຈາກຂ່າວວັດທະນະທຳກ່ຽວກັບບັນດານັກສະແດງສັງກັດໂຮງລະຄອນ ຕວຍແຈຂອງຫວຽດນາມສົມທົບກັບບັນດານັກສິລະປີນອາເມລິກາ ທຳການສະແດງບົດລະຄອນ “ ມື້ອາໄລຫາ” ພ້ອມກັບບັນດາການເຄື່ອນໄຫວຂອງວົງການນັກການເມືອງອາເມລິກາ ແລະ ຫວຽດນາມໃນຈຸດເວລາ ທີ່ 2 ປະເທດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຫວຽດນາມເປັນປົກກະຕິ.  ບົດປະພັນ “ ເພື່ອຊີວິດທີ່ສະຫງົບສຸກ ແລະ ພັດທະນາ” ໄດ້ ຮັບລາງວັນໃນປີ 2015 , ນີ້ແມ່ນຫົວເລື່ອງພາຍຫຼັງສົງຄາມ ທີ່ສ່ອງແສງເຖິງບັນດາຄວາມມານະພະຍາຍາມຂອງລັດຖະບານ, ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນໃນການແກ້ໄຂຜົນຮ້າຍຂອງລະເບີດຍັງບໍ່ທັນແຕກເມື່ອມຸ່ງໄປສູ່ອະນາຄົດທີ່ດີງາມກ່ວາໃຫ້ແກ່ປະຊາຊົນ. ສ່ວນບົດປະພັນ “ເລື່ອງລາວຫວຽດນາມເຊື່ອມໂຍງເຂົ້າກັບສາກົນ” ໄດ້ຮັບລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2016 ແມ່ນໝາກຜົນຂອງການຊອກຫາວິທີການສະແດງແບບໃໝ່. ນັກຂ່າວ ຫງວຽນທິທູຮວາ ໃຫ້ຮູ້ວ່າ : 

    “ ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ກິດຈະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ເຄົາລົບນັບຖືບັນດາບຸກຄົນທີ່ຜ່ານຜ່າທຸກຄວາມຫຍຸ້ງຍາກໃນເບື້ອງຕົ້ນເພື່ອບັນລຸໄດ້ໝາກຜົນຄືໃນປະຈຸບັນ. ຂ້າພະເຈົ້າຖືວ່າ ບັນດາບົດໜັງສືພິມ, ຂໍ້ມູນຂ່າວສານນັບມື້ນັບໃກ້ຊິດຕິດແທດກັບມະນຸດ ກໍຍິ່ງໄດ້ຮັບການຮັບຮູ້ຈາກຜູ້ຟັງ, ຜູ້ອ່ານ”

     ຕາມນັກຂ່າວ ຫງວຽນທິທູຮວາແລ້ວ, ໝາກຜົນອັນໃຫຍ່ຫຼວງໃນກິດຈະການປ່ຽນແປງໃໝ່ແມ່ນທັງໄລຍະປະຫວັດສາດທີ່ຍາວໄກ, ຍາກທີ່ຈະສະແດງໃຫ້ເຫັນໝົດຜ່ານ 30 ນາທີ ຂອງລາຍການກະຈາຍສຽງໄດ້. ດັ່ງນັ້ນກຸ່ມນັກຂ່າວນີ້ ໄດ້ຕົກລົງສະແດງບົດປະພັນກະຈາຍສຽງ “ເລື່ອງລາວຫວຽດນາມເຊື່ອມໂຍງເຂົ້າກັບສາກົນ” ດ້ວຍສິ່ງທີີ່ມີຊີວິດຊີວາກ່ຽວກັບກິດຈະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ດ້ວຍຈຸດທີ່ພົ້ນເດັ່ນແມ່ນການໃຫ້ສຳພາດຫຍໍ້, ມີລັກສະນະຖອດຖອນບົດຮຽນກ່ຽວກັບໄລຍະທາງທີ່ສຳຄັນຂອງຫວຽດນາມຂອງອະດີດຮອງນາຍົກລັດຖະມົນຕີ ວູ້ຄວານ ຊຶ່ງແມ່ນໜຶ່ງໃນບັນດາບຸກຄົນລຸ່ນທຳອິດສ້າງເສັ້ນທາງ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ໃນລາຍການ ກໍຍັງມີບັນດານັກການທູດ, ນັກການເມືອງ, ນັກລົງທຶນຕ່າງປະເທດ, ນັກທຸລະກິດຢູ່ພາຍໃນປະເທດໄດ້ຍົກບັນດາຄຳເຫັນຕີລາຄາ, ບັນດາໝາກຜົນ ແລະ ທັງບັນດາຄວາມຕັດສິນໃຈສືບຕໍ່ກ້າວເດີນຢ່າງໝັ້ນຄົງບົນເສັ້ນທາງເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ນັກຂ່າວ ວູ້ທິແອ້ງຮ່ວຽນ ເປີດເຜີຍວ່າ : 

   “ ຢູ່ນອກກອງປະຊຸມການທູດຄັ້ງທີ 29, ໃນມື້ນັ້ນ, ຂ້າພະເຈົ້າໄດ້ເລືອກເອົາຫົວໜ້າຄະນະຜູ້ແທນຫວຽດນາມປະຈຳສະຫະປະຊາຊາດ ນັ້ນແມ່ນອ້າຍ ຫງວຽນຈຸງແທ່ງ ຊຶ່ງແມ່ນຜູ້ມີຄວາມສາມາດເວົ້າດີທີ່ສຸດກ່ຽວກັບບັນຫາສິດທິມະນຸດ. ລາວໄດ້ເວົ້າເຖິງບັນຫາປະຊາທິປະໄຕ, ສິດທິມະນຸດຫວຽດນາມ, ກ່ຽວກັບເລື່ອງບັນດານັກການທູດຫວຽດນາມເມື່ອອອກໄປຕ່າງປະເທດ ໄດ້ມານະພະຍາຍາມຄືແນວໃດເພື່ອຢັ້ງຢືນໃຫ້ເພື່ອນມິດສາກົນຊາບກ່ຽວກັບສະພາບສິດທິມະນຸດ, ສາສະໜາຢູ່ຫວຽດນາມ.  ”

     ບົດປະພັນກະຈາຍສຽງ “ເລື່ອງລາວຫວຽດນາມເຊື່ອມໂຍງເຂົ້າກັບສາກົນ” ໄດ້ຊ່ວຍຜູ້ຟັງຊາວຕ່າງປະເທດເຂົ້າໃຈກ່ຽວກັບຂະບວນວິວັດ 30 ປີແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ຊຶ່ງແມ່ນໝາກຜົນບໍ່ພຽງແຕ່ມີຄວາມໝາຍສຳລັບຫວຽດນາມເທົ່ານັ້ນ, ຫາກຍັງສຳລັບວົງຄະນະຍາດສາກົນອີກດ້ວຍ. ນັກຂ່າວ ຫງວຽນທິກິມທວາ ຖືວ່າ : 

    “ ບັນດາຜູ້ເຮັດວຽກງານກະຈາຍສຽງຢູ່ VOV 5 ພວກຂ້າພະເຈົ້າ ຫວັງວ່າ ດ້ວຍວຽກງານປະຈຳວັນຂອງຕົນເພື່ອຜະລິດບັນດາລາຍການກະຈາຍສຽງທີ່ມີຄຸນນະພາບເພື່ອສົ່ງສານຂອງຕົນຫຼືແນະນຳກ່ຽວກັບຫວຽດນາມ, ແນະນຳກ່ຽວກັບສິ່ງທີ່ດີທີ່ງາມຂອງຫວຽດນາມໃຫ້ແກ່ເພື່ອນມິດສາກົນຮັບຊາບ. ພວກຂ້າພະເຈົ້າຫວັງວ່າ ຕົນເອງແມ່ນຂົວເຊື່ອມຕໍ່ທີ່ດີລະຫວ່າງຫວຽດນາມກັບເພື່ອນມິດສາກົນ ”

    ສ່ວນທ່ານວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຊີ້ແຈ້ງວ່າ : 

    “ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້, ເປັນເຈົ້າການຜັນຂະຫຍາຍຕາມທິດອັນແທດຈິງ ແລະ ມີປະສິດທິຜົນ. ເພີ່ມທະວີແຫຼ່ງກຳລັງ, ປ່ຽນແປງໃໝ່ດ້ານເນື້ອໃນ, ແບບວິທີ, ເປີດກ້ວາງຂອບເຂດເປົ້າໝາຍ, ບໍລິເວນ ແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ເຮັດຫຼ້ອນໜ້າທີ່ຊຶ່ງພັກ ແລະ ລັດມອບໝາຍໃຫ້ ”

     ດ້ວຍຈິດໃຈເຮັກວຽກຢ່າງເຂັ້ມງວດ ແລະ ຈັນຍາບັນຂອງຜູ້ເປັນນັກຂ່າວ, ບັນດາຜູ້ເຮັດວຽກງານກະຈາຍສຽງໃຫ້ຕ່າງປະເທດຢູ່ VOV 5 ໄດ້ ແລະ ພວມປະຕິບັດໜ້າທີ່ຂອງຕົນເປັນຢ່າງດີດ້ວຍບັນດາບົດປະພັນ, ລາຍການກະຈາຍສຽງພິເສດເພື່ອຮັບໃຊ້ຜູ້ຟັງ, ຜູ້ອ່ານ. ຜ່ານນີ້ ກໍຊ່ວຍໃຫ້ເພື່ອນມິດສາກົນສາມາດເຂົ້າໃຈ ແຈ້ງກວ່າກ່ຽວກັບປະເທດຊາດ, ຊາວຫວຽດນາມ ກໍຄືບັນດາແຜນນະໂຍບາຍ, ແນວທາງ, ທັດສະນະຂອງຫວຽດນາມບົນເສັ້ນທາງປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ