ບັນດາເຍື່ອງອາຫານຫວຽດນາມ ໃນຮ້ານອາຫານຢູ່ລັດເຊຍ

(VOVWORLD) -ເຖິງວ່າຢູ່ຫ່າງໄກຈາກຫວຽດນາມ ນັບໝື່ນກິໂລແມັດກໍຕາມ, ແຕ່ຊາວຫວຽດນາມ ອາໄສຢູ່ລັດເຊຍ ຍັງຄົງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍລົດຊຊາດຫວຽດນາມ ຄື: ເຂົ້າປຸ້ນຊີ້ນປີ້ງ, ຢໍ່ຈືນ, ແໜມ, ເຂົ້າຈີ່… ຢູ່ບັນດາຮ້ານອາຫານພັດຕະຄານຫວຽດນາມ ຢູ່ລັດເຊຍ ຄື: ຮ້ານຂາຍເຝີ Ligov ຢູ່ນະຄອນ St Peterburg ຫຼື ຮ້ານອາຫານ ໂບ່, ຕັ້ງຢູ່ຕິດແຄມແມ່ນ້ຳມົດສະກູ. ບັນດາຮ້ານອາຫານເຫຼົ່ານັ້ນພວມກາຍເປັນສະຖານທີ່ນັດພົບນິຍົມຂອງຊາວລັດເຊຍ ຫຼາຍຄົນ.
ບັນດາເຍື່ອງອາຫານຫວຽດນາມ ໃນຮ້ານອາຫານຢູ່ລັດເຊຍ - ảnh 1 (ຮ້ານອາຫານ ໂບ)

ຫາກໍ່ເປີດຮ້ານນັບແຕ່ຕົ້ນປີ 2018 ມານີ້, ຮ້ານຂາຍເຝີ Ligov ໄດ້ກາຍເປັນສະຖານທີ່ລື້ງເຄີຍສຳລັບຊາວຫວຽດນາມ ອາໄສຢູ່ລັດເຊຍ ແລະ ປະຊາຊົນຢູ່ທີ່ນີ້. ເມື່ອມາຮ້ານອາຫານນີ້, ແຂກທ່ອງທ່ຽວອາດຈະຮັບປະທານບັນດາເຍື່ອງອາຫານທີ່ມີຊື່ສຽງຂອງຫວຽດນາມ ຄື: ເຟີງົວ, ຢໍ່ຈືນ, ເຂົ້າປຸ້ນຊີ້ນປີ້ງ, ຊີ້ນປີ້ງເຂດທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ…

        ໂດຍມີປະສົບການເຮັດວຽກຢູ່ຮ້ານອາຫານເປັນເວລາ 16 ປີ, ທ່ານ ຟ້າມແມ້ງເກືອງ, ຜູ້ອຳນວຍການຈັດການຮ້ານຂາຍເຝີ Ligov ໃຫ້ຮູ້ວ່າ, ສິ່ງທີ່ທ່ານພໍໃຈທີ່ສຸດນັ້ນແມ່ນ ວຽກງານນີ້ໄດ້ສ້າງເງື່ອນໄຂໃຫ້ທ່ານໂຄສະນາຢ່າງກວ້າງຂວາງກວ່າກ່ຽວກັບສິລະປະດ້ານອາຫານການກິນຂອງຫວຽດນາມ ເຖິງປະຊາຊົນລັດເຊຍ.

        “ຮ້ານຂາຍເຝີ Ligov ສ້າງຕັ້ງມາໄດ້ເຄິ່ງປີແລ້ວ. ໄລຍະທຳອິດແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ເມື່ອເລີ່ມຈັດງານແຂ່ງຂັນບານເຕະ World Cup ທາງຮ້ານກໍ່ດີຂຶ້ນ. ບັນດາລູກຄ້າທີ່ມາຈາກບັນດາປະເທດຄື: ຫວຽດນາມ, ອິນໂດເນເຊຍ, ໄທ, ສິງກະໂປ ໄດ້ມາກິນຢູ່ຮ້ານນີ້ຫຼາຍທີ່ສຸດ. ເຈົ້າຂອງຮ້ານອາຫານນີ້ມີຄວາມສຸດຈິດສຸດໃຈກັບປະເທດຫວຽດນາມ, ຕັດສິນໃຈນຳເຄື່ອງໝາຍການຄ້າຫວຽດນາມ ອອກສູ່ຕ່າງປະເທດ, ໃນນັ້ນພິເສດແມ່ນອາຫານການກິນ ແລະ ວັດທະນະທຳ”.

        ເວລາ 8 ໂມງ 30 ນາທີ, ລູກຄ້າຜູ້ທຳອິດກໍເຂົ້າໄປຮ້ານ. ເຂົາເຈົ້າແມ່ນກອງເຊຍບານຊາວຫວຽດນາມ ໄປລັດເຊຍ ເພື່ອຕິດຕາມຊົມເຊຍ World Cup. ອ້າຍ ຫງວຽນເທ໊ເຢືອງ, ເຊິ່ງແມ່ນສະມາຊິກໃນກຸ່ມ, ໄດ້ແບ່ງປັນວ່າ.

        “ຂ້າພະເຈົ້າຕົກສະເງີ້ຍ້ອນວ່າ ຕາມທຳມະດາ ຂ້າພະເຈົ້າໄດ້ໄປຫຼາຍປະເທດ ແຕ່ກໍ່ບໍ່ເຫັນຢູ່ປະເທດໃດມີລົດຊາດເຝີຄືຢູ່ຫວຽດນາມ. ຢູ່ບັນດາປະເທດທີ່ຂ້າພະເຈົ້າໄດ້ໄປນັ້ນ ລົດຊາດເຝີ ສ່ວນຫຼາຍແມ່ນຖືກປະສົມ, ບໍ່ຄືລົດຊາດດັ້ງເດີມຢູ່ຫວຽດນາມ ອີກ. ຂ້າພະເຈົ້າຮູ້ສຶກວ່າກິນເຝີຢູ່ຮ້ານນີ້ແຊບຫຼາຍ.”

        ນອກຈາກຮ້ານຂາຍເຝີ Ligov ແລ້ວ, ຮ້ານອາຫານ ໂບ ຂອງທ່ານ ເຈິ່ນແມ້ງຮຸ່ງ ໄດ້ຕິດຕັ້ງຢູ່ແຄມແມ່ນ້ຳມົດສະກູ. ເມື່ອນັ່ງຢູ່ໃນຮ້ານ, ລູກຄ້າບໍ່ພຽງແຕ່ໄດ້ກິນບັນດາເຍື່ອງອາຫານທີ່ມີສີສັນຫຼາກຫຼາຍ, ມີລົດຊາດສະເພາະຂອງຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຊົມວິວແມ່ນ້ຳມົດສະກູ ໃນຍາມລະດູແລ້ງ, ຊົມເຮືອທ່ອງທ່ຽວໄປມາບົນແມ່ນ້ຳ…ອີກດ້ວຍ. ອ້າຍ Aleksander, ເຊິ່ງແມ່ນຊາວລັດເຊຍ ມາກິນອາຫານຢູ່ຮ້ານນີ້ໃຫ້ຮູ້ວ່າ.

        “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຮ້ານອາຫານນີ້, ເຖິງວ່າຂ້າພະເຈົ້າໄດ້ໄປຫວຽດນາມ, ໄປນະຄອນໂຮ່ຈິມິນ, ມຸຍແນ໋, ຮ່າໂນ້ຍ… ແລ້ວກໍ່ຕາມ. ແຕ່ຂ້າພະເຈົ້ານິຍົມບໍລິໂພກຢູ່ຮ້ານອາຫານນີ້ຍ້ອນມີທີ່ຕັ້ງສວຍງາມ. ຂ້າພະເຈົ້າໄດ້ເລືອກກິນເຝີງົວ, ນ້ຳປັ່ນໝາກມ່ວງ ແລະ ໝາກມ່ວງຂອງຫວຽດນາມ ແຊບຫຼາຍ”.

        ທ່ານ ເຈິ່ນແມ້ງຮຸ່ງ, ເຈົ້າຂອງຮ້ານອາຫານໂບ ໃຫ້ຮູ້ວ່າ, ໃນ 2 – 3 ປີມໍ່ໆມານີ້, ມີນັກທ່ອງທ່ຽວໄປຢ້ຽມຢາມຫວຽດນາມ ຫຼາຍສຸດ. ເຂົາເຈົ້າໄດ້ຮູ້ຈັກເຖິງບັນດາເຍື່ອງອາຫານຫວຽດນາມ, ເຂົາເຈົ້ານິຍົມບັນດາເຍື່ອງອາຫານນັ້ນ ແລະ ເມື່ອມາຮ້ານນີ້ ເຂົາເຈົ້າກໍ່ຊອກກິນອາຫານທີ່ມີລົດຊາດຄືກັບອາຫານທີ່ໄດ້ກິນຢູ່ຫວຽດນາມ. ເພື່ອໃຫ້ອາຫານມີ ລົດຊາດຂອງມັນ, ແນ່ນອນພວກເຮົາບໍ່ອາດຂາດໄດ້ຂັ້ນຕອນວັດຖຸດິບ ແລະ ວິທີປຸງແຕ່ງ.

        “ເພື່ອແຕ່ງບັນດາເຍື່ອງອາຫານໃຫ້ແຊບນັ້ນ, ວັດຖຸດິບຕ້ອງນຳມາຈາກຫວຽດນາມ, ສິ່ງສຳຄັນທີ່ສຸດແມ່ນຜັກຫອມ. ພ້ອມກັນນັ້ນ, ທາງຮ້ານຍັງໃຊ້ເສັ້ນປຸ້ນ, ເສັ້ນເຝີສົດ ຈາກໂຮງງານຜະລິດຂອງຊາວຫວຽດນາມຢູ່ທີ່ນີ້. ກະດູກ, ຊີ້ນເພື່ອປຸງແຕ່ງກໍ່ຄັດເລືອກຢ່າງລະອຽດ. ພໍ່ຄົວກໍ່ແມ່ນຊາວຫວຽດນາມ ອີກ.”

        ທ່ານ ຮຸ່ງ ໃຫ້ຮູ້ວ່າ, ແຂກມາຮ້ານນີ້ຫຼາຍທີ່ສຸດແມ່ນໃນໂອກາດທ້າຍອາທິດ. ພິເສດແມ່ນໃນໂອກາດງານແຂ່ງຂັນບານເຕະ World Cup 2018 ພວມດຳເນີນຢູ່ລັດເຊຍ, ໃນມື້ໜຶ່ງສາມາດຂາຍເຝີໄດ້ແຕ່ 700 – 800 ຖ້ວຍ, ເຂົ້າປຸ້ນຊີ້ນປີ້ງ 400 ຖ້ວຍ, ຢໍ່ຈືນແຕ່ 600 – 800 ອັນ. ລາຍຮັບຂອງຮ້ານອາຫານໃນມື້ມີແຂກມາກິນຫຼາຍແມ່ນຂຶ້ນເຖິງ 16.000 USD.

        ປະຈຸບັນ, ທ່ານ ຮຸ່ງ ຢາກເຮັດບັນດາເຍື່ອງອາຫານຕື່ມອີກຄື ເຂົ້າຈີ່, ເຂົ້າປຽກໄກ່… ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ມີແນວຄວາມຄິດຈະເປີດກວ້າງລະບົບຮ້ານອາຫານຕື່ມອີກ, ຫາກຈະສຸມໃສ່ 3 ຮ້ານທີ່ໄດ້ເປີດຢູ່ນະຄອນຫຼວງມົດສະກູ ເພື່ອຮັກສາຄຸນນະພາບ, ເຄື່ອງໝາຍການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ