ບັນດາແພດໝໍພັກກິນເບ້ຍບຳນານເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ມີແພດໝໍ ແລະ ພະນັກງານຂະແໜງສາທາລະນະສຸກພວມພັກກິນເບ້ຍບຳນານກວ່າ 50 ຄົນຢູ່ຕາແສງ ຮົ່ງຮ່າ, ນະຄອນ ຮະລອງ, ແຂວງ ກວາງນິງ ໄດ້ຂຽນໜັງສື ອາສາສະໝັກເຂົ້າຮ່ວມຖັນແຖວແພດໝໍຊຸມຊົນ.
ບັນດາແພດໝໍພັກກິນເບ້ຍບຳນານເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ການຝຶກອົບຮົມການເກັບເອົາຕົວຢາງ)

ດ້ວຍໜ້າທີຄວາມຮັບຜິດຊອບຕໍ່ອາຊີບ, ບົນຈິດໃຈອຸ້ນຊູູຊ່ວຍເຫຼືອເຊິ່ງກັນແລະກັນ, ເຂົາເຈົ້າລ້ວນແຕ່ປາດຖະໜາຢາກນຳເອົາຄວາມຮູ້ດ້ານວິທະຍາສາດຮັບໃຊ້ວຽກງານກວດ, ປິ່ນປົວຜູ້ຕິດເຊື້ອ, ສະກັດກັ້ນ ແລະ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ.

“ຄວາມສາມາດຮອດໃສ, ກໍຂໍໄດ້ເຮັດຮອດນັ້ນ” ນີ້ແມ່ນຄວາມໃນໃຈຂອງສະມາຊິກສາທາລະນະສຸກຊຸມຊົນໝົດທຸກຄົນ. ດ້ວຍວຽກງານຕົ້ນຕໍແມ່ນເຂົ້າຮ່ວມການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ສືບຫາຜູ້ຕິດເຊື້ອ ຫຼື ໃຫ້ຄຳປຶກສາດ້ານສາທາລະນະສຸກ ໃຫ້ແກ່ບັນດາກໍລະນີພວມຕິດຕາມອາການຢູ່ເຮືອນ… ບັນດາພະນັກງານແພດໝໍໄດ້ພັກກິນເບ້ຍບຳນານພັດໄດ້ນຸ່ງຊຸດເສື້ອຂາວໄປຮອດແຕ່ລະຮ່ອມບ້ານ, ແຕ່ລະຄອບຄົວເພື່ອເປັນເຈົ້າການໃນການກວດກາ, ຕິດຕາມການປະຕິບັດບັນດາມາດຕະການປ້ອງກັນ ຕ້ານໂລກລະບາດ. ເຂົາເຈົ້າພ້ອມແລ້ວທີ່ຈະອອກຈາກເຮືອນຕອນກາງຄືນ ຫຼື ນັບແຕ່ເຊົ້າໆເພື່ອປະຕິບັດໜ້າທີ່.  ນາງໝໍຫງວຽນທິຫງວຽດ, ເຄີຍເຮັດວຽກຢູ່ໂຮງໝໍຫຼາຍຂະແໜງແຂວງ ກວາງນິງ, ແບ່ງປັນວ່າ:

“ຕອນທຳອິດມີຫຼາຍຂັ້ນຕອນ, ແຕ່ຍ້ອນໄດ້ມີຄວາມຮູ້ທາງດ້ານການແພດແລ້ວ ສະນັ້ນໃນການຝຶກອົບຮົມພວກຂ້າພະເຈົ້າກໍ່ສາມາດເຂົ້າໃຈງ່າຍກວ່າ ແລະ ເຮັດໄດ້ເລີຍ. ເມື່ອໂລກລະບາດມີການຜັນແປຢ່າງສັບສົນ ພວກຂ້າພະເຈົ້າພ້ອມແລ້ວຈະຕອບສະໜອງ ແລະ ເຮັດໄດ້ໂດຍທັນທີ. ສິ່ງສຳຄັນທີ່ສຸດແມ່ນຄວາມຕັດສິນໃຈ, ການຮ່ວມແຮງຮ່ວມໃຈຂອງຖັນແຖວແພດໝໍພວກຂ້າພະເຈົ້າ.”

ໂດຍໄດ້ພັກກິນເບ້ຍບຳນານເປັນເວລາກວ່າ 10 ປີແລ້ວ, ນາຍໝໍທະຫານ ຫງວຽນຮົ່ງຕື ພວມຮັບໜ້າທີ່ເປັນຫົວໜ້າໜ່ວຍບ້ານເລກ 6, ຕາແສງ ຮົ່ງຮ່າ, ນະຄອນຮະລອງ. ເມື່ອທາງຕາແສງໄດ້ປຸກລະດົມແຜນນະໂຍບາຍສ້າງຖັນແຖວແພດໝໍຊຸມຊົນ ດ້ວຍແກ່ນສານແມ່ນບັນດາແພດໝໍໄດ້ພັກກິນເບ້ຍບຳນານ, ເຂົ້າຮ່ວມແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, 2 ຜົວເມຍທ່ານແມ່ນບັນດາຜູ້ທຳອິດຂຽນໜັງສືອາສາສະໝັກເຂົ້າຮ່ວມ.

ກວ່າ 1 ປີຜ່ານມາ, ໃນບັນດາຊ່ວງເວລາເກີດມີກໍລະນີຕິດເຊື້ອຢູ່ແຂວງ ກວາງນິງ ຖັນແຖວດັ່ງກ່າວແມ່ນແກ່ນສານພ້ອມກັບກຳລັງຕຳຫຼວດບໍລິເວນ ເຂົ້າຮ່ວມການສືບຫາ, ກຳແໜ້ນການເຄື່ອນຍ້າຍຂອງພົນລະເມືອງໃນບໍລິເວນ, ແບກຫາບຄວາມໜັກໜາໃຫ້ແກ່ຖັນແຖວແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ. ນາງ ຫວູທິຕວຽດມາຍ, ປະທານສະຫະພັນແມ່ຍິງຕາແສງ ຮົ່ງຮ່າ, ນະຄອນ ຮ້າລອງ, ກໍ່ແມ່ນຜູ້ມີຂໍ້ລິເລີ່ມສ້າງຕັ້ງຖັນແຖວແພດໝໍຊຸມຊົນ, ໃຫ້ຮູ້ວ່າ:

“ນັບແຕ່ເກີດໂລກລະບາດຮອບທຳອິດ, ບັນດາແພດໝໍທີ່ໄດ້ພັກກິນເບ້ຍບຳນານພ້ອມກັນເຂົ້າຮ່ວມການກວດພະຍາດ, ກັ່ນຕອງຜູ້ສົງໄສ, ວັກແຖກອຸນຫະພູມຮ່າງກາຍໃຫ້ນັບພັນຄົນໃນບໍລິເວນ ແລະ ແຜ່ຂະຫຍາຍຈິດໃຈໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຄົມໃນວຽກງານປ້ອງກັນ, ຕ້ານໂລກລະບາດ. ດ້ວຍນ້ຳໃຈແພດໝໍຄືຜູ້ເປັນພໍເປັນແມ່, ບັນດາສະມາຊິກໃນຖັນແຖວໄດ້ພ້ອມກັບອຳນາດການປົກຄອງຕາງແສງ ມີບັນດາການປະກອບສ່ວນໃນວຽກງານປ້ອງກັນ ຕ້ານໂລກລະບາດ ດ້ວຍຄວາມຕັດສິນໃຈສູງສຸດແມ່ນບໍ່ປະໃຫ້ໂລກລະບາດແຜ່ລະບາດ.”

ພະແນກສາທາລະນະສຸກແຂວງ ກວາງນິງ ພວມສົມທົບກັບບັນດາທ້ອງຖິ່ນກວດກາບັນຊີລາຍຊື່ບັນດາແພດໝໍພັກກິນເບ້ຍບຳນານ; ບັນດານັກສຶກສາຂະແໜງການແພດ, ຖັນແຖວແພດໝໍເອກະຊົນເພື່ອບຳລຸງສ້າງໃຫ້ເຂົາເຈົ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ. ທ່ານ ຫງວຽນຈ້ອງຢ້ຽນ, ຫົວໜ້າພະແນກສາທາລະນະສຸກແຂວງ ກວາງນິງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສ້າງແຜນການບຳລຸງສ້າງຕື່ມ ແລະ ເຊື້ອເຊີນບັນດານັກຊ່ຽວຊານຝຶກອົບຮົມໃຫ້ກຳລັງດັ່ງກ່າວຍິ່ງໄວກໍ່ຍິ່ງດີ ເພື່ອໃຫ້ເຂົາເຈົ້າເບິ່ງແຍງດູແລບັນດາຄົນເຈັບມີອາການເບົ່າ, ບໍ່ມີສັນຍານຕິດພະຍາດ. ສ່ວນລະບົບສາທາລະນະສຸກໃນປະຈຸບັນຈະຮັບໜ້າທີ່ປິ່ນປົວໃຫ້ແກ່ຄົນເຈັບໜັກ, ຮັບປະກັນເພື່ອເຮັດແນວໃດໃຫ້ຂະແໜງສາທາລະນະສຸກບໍ່ເກີນກຳລັງຄວາມສາມາດຖ້າເກີດໂລກລະບາດ”.

ປະຈຸບັນ, ແຂວງ ກວາງນິງ ແມ່ນໜຶ່ງໃນຈຳນວນໜ້ອຍທ້ອງຖິ່ນຮັກສາບໍລິເວນໃຫ້ປອດໄພ, ບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂວງຍູ້ແຮງການສັກວັກຊິນ ແລະ ເປັນເຈົ້າການນັບທັງທາງດ້ານແຫຼ່ງກຳລັງ, ຮາກຖານດ້ານວັດຖຸ ເພື່ອພ້ອມແລ້ວຮັບມືກັບໂລກລະບາດເມື່ອໂລກລະບາດແຜ່ລະບາດ. ຈິດໃຈອາສາສະໝັກເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຂອງບັນດາແພດໝໍທີ່ໄດ້ພັກກິນເບ້ຍບຳນານໄດ້ເປັນການຕໍ່ກຳລັງແຮງ, ເຈດຈຳນົງຕໍ່ສູ້ໃຫ້ແກ່ຂະແໜງສາທາລະນະສຸກຕື່ມອີກ ເພື່ອຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ