ບ້ານຊາວຄຼິດ ຕ້ອນຮັບວັນບຸນ ຄຼິດສະມາດ

      ລະ​ຫວ່າງ​ກາງເດືອ​ນ 12, ບັນດາ​​ເສັ້ນທາງ​ໃນ​​ຕາ​ແສງ ຮ​ົ່ງຢາງ ​ເມືອງ ​ດົງ​ຮືງ​ ​ແຂ​ວງ ທ໋າຍບີ່​ງ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ດ້ວຍ​ສີຫລາກ​ຫລາຍ ​ເພື່ອ​ກະກຽມ​ຕ້ອນຮັບ ວັນ​ບຸ​ນ ຄຼິດ​ສະມາດ. ອັນ​ໄດ້​ເຮັດ​ໃຫ້​​ໂສມ​ໜ້າຂອງ​ໝູ່ບ້ານ​ສະຫງົບ​ງຽບທີ່​​ເຕັມ​ໄປ​ດ້ວຍ​ສີຂຽວ​ຂອງ​ທົ່ງ​ນາ, ຕົ້ນ​ໄມ້ ​ມີ​ການ​ປ່ຽນ​ແປງປຽບ​ເໝືອນ​​ໄດ້​ນຸ່ງ​ເສື້ອ​ໃຫມ່​​ດ້ວຍ​ທຸກສີສັນ.

        ກ່ອນ​ ວັນ​ບຸ​ນ ຄຼິດ​ສະມາດ ​ເດືອນ​ຫນຶ່ງ, ນ້ອງ​ມາຍ​ທິ​ແອ​ງ, ດ່ວານ​ທິຊີງ ພ້ອມ​ກັບ​ໝູ່​ເພື່ອ​ນຫລາຍ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຮືອນ​ຂອງ​ອາ​ຈານ ມາຍທິ​ແງ່​ ເພື່ອ​ຮຽນ​ຂັບ​ຮ້ອງ​. ​ເອື້ອຍ ມາຍທິ​ແງ່ ​​ໃຫ້​ຮູ້​ວ່າ: ຍ້ອນ​ບໍ່​ມີ​ເງື່ອນ​ໄຂ ສະ​ນັ້ນ​ໝູ່ຮ້ອງ​ເພງ​​ໂດຍ​ເອື້ອຍ​ຮັບຜິດຊອບ​ພຽງ​ແຕ່​ຮຽນ​ຜ່ານ​ແຜ່ນ CD ​ເ​ທ່ົານັ້ນ.

        ບໍ່​ພຽງ​ແຕ່​ຮຽນ​ຂັບ​ຮ້ອງ​ເທົ່າ​ນັ້ນ, ບັນດາ​ເພື່ອນ​ຫນຸ່ມ​ຢູ່​ເຂດ​ຊາວ​ຄຼິດ ອານ​ເລີບ ຕາ​ແສງ ຮົ່ງຢາງ ຍັງ​ເຂົ້າ​ຮ່ວມ​ວຽກ​ງານ​ລວມຂອງ​ໂບດ​ອີກ​ດ້ວຍ. ນ້ອງ ມາຍ​ທິ​ແອ​ງ ​ເວົ້າວ່າ:

        “ພວກ​ຫລານ​ເຂົ້າ​ຮ່ວມ​ວຽກງານຕ່າງໆ​ໃນ​ໂບດ ແລະ ​ແບ່ງ​ກັນ​ຮັບ​ພິດ​ຊອບ​ວຽກ​ງານ​ຕາມ​ແຕ່ລະ​ຫນ່ວຍ​. ພວກ​ຫລານ​ເຫັນ​ວ່າບັນຍາກາດ​​​ໃນ​ຊຸມ​ມື້​ນີ້ເບິ​ກບ້ານ​ມ່ວນ​ຊຶ່ນ​ຫລາຍ. ຫລານ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​​ແມ່ນຊາວ​ຄຼິດ ທີ່​ໄດ້​ເຈືອ​ຈານໃນ​​ບັນຍາກາດ​ຂອງ ວັນ​ບຸ​ນ ຄຼິດສະມາດ.“

        ​ເພື່ອ​ກະກຽມ​ໃຫ້​ແກ່ ວັນ​ບຸ​ນ ຄຼິດ​ສະມາດ, ​ເຂດ​ຊາວ​ຄຼິດ ອານ​ເລີບ ​ໄດ້​ວາງ​ແຜນການ​ລະອຽດ ​ເພື່ອ​ຕ້ອນຮັບ ວັນ​ບຸ​ນ ຄຼລິດ​ສະມາດ ຢ່າງ​ເບິ​ກບານ​ມ່ວນ​ຊື່ນ ຮຽບຮ້ອຍ​​ ​ແລະ​ສະຫງ່າ​ຜ່າ​ເຜີຍ. ຫົວໜ້າ​ເຂດ​ຊາວ​ຄຼິດ ຫງວຽນ​ວັນ​ຈຽນ ​ໃຫ້​ຮູ້​ວ່າ:

“ເບິ່ງລວມ​ແລ້ວ, ວັນ​ບຸ​ນ ຄຼິດສະມາດ 2011,​​ ​ ພໍ່​ແມ່​ພີ່ນ້ອງ​ມີ​ຄວາມ​ເບິ​ກ​ບານ​ມ່ວນ​ຊຶ່ນ, ​ເພາະວ່າ ​ເສດ​ຖະກິດ​ນັບ​ມື້​ນັບ​ດີ​ຂຶ້ນ ​ແລະ ມີ​ຄວາມ​ເສລີ​ໃນ​ກາ​ນ​ເຊື່ອ​​ຖື, ເຫລືອມ​ໃສ​ສາສະຫນາ. ຊາວ​ຄຼິດຢູ່ ອານ​ເລ​ີບ ລວມມີ 5  ວົງຕະກູ​ນ, ​ເພື່ອ​​ໃຫ້​ບັນດາ​ຄອບຄົວ​ຊາວຄຼິດໄດ້​ຕ້ອນຮັບ​ວັນ​ບຸນ​ຢ່າງ​ເບິ​ກບານ​ມ່ວນ​ຊຶ່ນ, ພວກ​ຂ້າພະ​ເຈົ້າ​ຈະ​ລົງ​ແຕ່ລະ​ຄຸ້ມ​ບ້ານ​ເພື່ອ​ປະດັບ​ປະດາ.“

        ບໍ່ພຽງ​ແຕ່​ເຂດ​ຊາວ​ຄຼິດກະ​ກຽມ​ຕ້ອນຮັບ ວັນ​ບຸ​ນ ຄຼລິດ​ສະມາດ ​ເທົ່າ​ນັ້ນ, ປະຊາຊົນ​ຢູ່​ຕາ​ແສງ ຮົ່ງຢາງ​ ກໍ​ລໍຖ້າຕ້ອນຮັບ​ວັນ​ບຸນ​ນີ້​ເຊັ່ນ​ດຽວ​ກັນ. ຢູ່​ຕາ​ແສງ ຮົ່ງຢາງ, ຈຳນວນ​ຊາວ​ຄຼິດກວມ 50%.  ​ແຕ່​ໃນ​ຊຸມ​ມື້​ນີ້, ​ເມື່ອມາ​ຢ້ຽມຢາມ​ແຫ່ງ​ນີ້ ​ເຮົາ ກໍ່ບໍ່ສາມາດຈຳ​ແນ​ກ​ໄດ້​ຜູ້​ໃດ​ແມ່ນຊາວ​ຄຼິດ . ທ່ານ ຫງວຽນຊວນ​ດີ້​ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຮ່ົງຢາງ ​ໃຫ້​ຮູ້​ວ່າ:

 “​ໃນ​ວັນ​ບຸນ​ສຳຄັນ​ຕ່າງໆ, ອຳນາດ​ການ​ປົກຄອງ​ລ້ວ​ນ​ແຕ່​ມາ​ຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ພໍ່​ແມ່​ປະຊາຊົນ​ຊາວ​ຄຼິດ. ​ແຕ່ລະ​ປີ ​ໃນ​ໂອກາດ​ ວັນ​ບຸ​ນ ຄຼິດສະມາດ ປະຊາຊົນ​ຢູ່​ທີ່​ນີ້​ຕ້ອນຮັບ​ວັນ​ບຸນ​ຢ່າງ​ເບ​ິກບານ​ມ່ວນ​ຊື່ນ ບໍ່​ມີ​ການຈຳ​ແນ​ກຊາວ​ຄຼິດ ຫລື​ປະຊາຊົນ​ສາມັນ.“

        ​ເພ​າະບໍ່​ມີ​ການຈຳ​ແນ​ກ, ສະ​ນັ້ນ ​ເມື່ອ​ໂອກາດ ວັນ​ບຸ​ນ ຄຼິດ​ສະມາດ​ວຽນມາ ບໍ່​ພຽງ​ແຕ່​ປະຊາຊົນ​​ໃນ​ຕາ​ແສງ​ເທົ່າ​ນັ້ນ ຫາກ​ປະຊາຊົນ​ໃນ​ຕາ​ແສງ​ໃກ້​ຄຽງ​ກໍ​ເຕົ້າ​ໂຮມ​ກັນຢູ່​ທີ່​ນີ້​ເປັນ​ຈຳນວນ​ຫລວງຫລາຍ.​ໃນ​ບໍ​ລິ​ເວນ​ໂບດ​​ໃຫຍ່​ຂອງ​ເຂດ​ຊາວ​ຄຼິດ ອານ​ເລີບ ດ້ວຍ​ເນື້ອ​ທີ່​​ເກືອບ 7000 ຕາລາງ​ແມດ​, ກໍ່​ຄື​ຢູ່​ຕາມ​ເສັ້ນທາງ, ຮ່ອມ​ທາງ​ຕ່າງໆ​ໃນເຂດ​ຊາວ​ຄຼິດ, ມີປະຊາຊົນ​ເຕົ້າ​ໂຮມກັນ​​ຢ່າງ​ຄັບຄາ​ຫນາ​ແຫນ້ນ. ທ່ານ ຫງວຽນ​ແທນ​ເຕີມ ຫົວໜ້າ ​ເຂດ​ຊາວ​ຄຼິດ ອານ​ເລີບ ​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ, ​ເຂດ​ຊາວ​ຄຼິດ ​ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເຮັດ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ.

“ ​ແຕ່ລະ​ປີ, ​ເມື່ອ​ໂອ​ກາດວັນ​ບຸ​ນຄຼິດສະມາດ​ວຽນມາ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເມື​ອງ ​ແລະ ທ້ອງ​ຖິ່ນໄດ້​ສົມທົບ​ກັນປະຕິບັດ​ວຽກ​ງານຊ່ວຍ​​ເຫລືອ​ປະຊາຊົນ, ​ເພື່ອ​ຮັບປະກັນໃຫ້​ເຂົາ​ເຈົ້າ​ໄດ້ຕ້ອນຮັບ​ວັນ​ບຸນ​ດ້ວຍຄວາມ​ເບ​ິກບານ​ມ່ວນ​ຊື່ນ ​ແລະ ປອດ​ໄພ“

ມາ​ຮອດ​ຈຸດ​ເວລາ​ນີ້ ປະຊາຊົນ​ຢູ່​ເຂດ​ຊາວ​ຄິຼດອານ​ເລີບ​ເກືອບ​ຄື​ວ່າ​ໄດ້​ສຳ​ເລັດ​​ວຽກ​ງານ​ປະດັບ​ປະດາ​ເຮືອນ​ຊານ ບ້ານ​ຊ່ອງ​ແລ້ວ. ​ຜູ້​ໃດກໍ​ປາ​ຖະຫນາ​ວ່າຈະ​ໄດ້​ຕ້ອນຮັບ​ວັນ​ບຸນຄຼິດສະມາດ​​ດ້ວຍ​ຄວາມເບິ​ກບານ​ມ່ວນ​ຊຶ່ນ, ປອດ​ໄພ ​ແລະ ມີ​ຄວາມ​ຜາ​ສຸກ.

                                                                                               ລານ​​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ