ປື້​ມກະວີ “ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ Mozart”

   ຫວ່າງ​ແລ້ວ​ນີ້, ສະຖານທູ​​ດໂອຕາ​ລິດປະຈຳ​ຫວຽ​ດນາມ ພ້ອມ​ກັບ​ສູນວັດທະນະທຳ​ພາສາ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ ​ໄດ້​ສະ​ເໜີ​ປື້​ມກະວີ ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ Mozart”. ນີ້​ແມ່ນການ​ເຄື​ອ່ນ​ໄຫວ​ເປີດ​ສາກ​ການສະ​ເຫຼີມສະຫຼອງ 40 ປີ​ແຫ່ງວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ໂອ​ຕາ​ລິດ​ໃນ​ປີ 2012 ຢູ່​ຫວຽດນາມ. ຜ່ານ​ບົດ​ແປ່​ຂອງ​ນັກ​ແປ່ພາສາ​ກວາງ​ຈຽນ, ຜູ້​ອ່ານ​ຫວຽດນາມ​ ຈະ​ໄດ້​ຮູ້ຈັກ​ເຖິງ​ພື້ນຖານ​ກາບກອນ​ທັນ​ສະ​ໄໝ​ຂອງ​ໂອ​ຕາ​ລິດ ​ແລະ​ເປັນຄັ້ງທຳ​ອິດ​ຈະ​ຮູ້ຈັກ​ເຖິງ​ບັນດາ​ບົດ​ກະວີ​ກ່າວ​ເຖິງ​ຫົວ​ເລື​ອ່ງສົງຄາມຢູ່​ຫວຽດນາມ ຜ່ານ​ຄວາມ​ຮູ້ສຶກ​ຂອງ​ນັກ​ກະວີ​ໂອ​ຕາ​ລິດ.

ປື້​ມກະວີ “ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ Mozart” - ảnh 1
ພາບ: http//:vietbao.vn

   ນີ້​ແມ່ນຕອນ​ໜື່ງ​ໃນ​ບົດ​ກະວີ “​ໂອ້​ລົມ​ກ່ຽວ​ກັບຕົ້ນ​ໄມ້” ຂອງ​ນັກ​ກະວີ, ນັກ​ປະພັນ​ໂອ​ຕາ​ລິດ Erich Fried ຊື່​ງ ນອນ​ໃນປື້​ມກະວີ“ຈາກ​ບ້ານ​ເກີດ​ເມືອງ​ນອນ​ງຂອງ Mozart”.  ນອກຈາກ​ນັ້ນ​ແລ້ວ, ນັກ​ກະວີ Erich Fried ຍັງ​ມີບົດ​ກະວີ​ທີ່​ມີ​ຊື່​ສຽງ ​ກ່າວ​ເຖິງ​ສົງ​ຄາມ​ຢູ່​ຫວຽດນາມ​ຄື: “ຜູ້​ເປັນ​ແມ່​ຢູ່​ຫວຽດນາມ” “​ບັນທຶກລະອຽດ”…ນອກຈາກ​ການ​ປະພັນ​ບົດ​ກະວີ​ແລ້ວ, ທ່ານ Erich Fried ຍັງ​ເຂົ້າຮ່ວມ​ບັນການ​ເຄື​ອ່ນ​ໄຫວ​ຄັດຄ້ານ​ສົງຄາມ​ຢູ່​ຫວຽດນາມ. ຕາມ​ນັກ​ແປ່​ພາສາ​ກວາງ​ຈຽນ​ແລ້ວ, Erich Fried ສົມ​ກັບ​​ເປັນນາມມະ​ຍົດ “ນັກ​ກະວີ​ຍອມ​ເສຍສະຫຼະ​ເພື່ອ​ຫວຽດນາມ”: “​ໃນ​ຂະນະ​ທີ່​ຊາດ​ຫວຽດນາມ​ທຳ​ການຕໍ່ສູ້​ຕ້ານ​ສັດຕູ, ຢູ່​ແຫ່ງ​ທີ່​ຫ່າງ​ໄກ​ທີ່​ສຸດ ມີ​ນັກ​ກະວີ​ຜູ້​ໜື່ງ​ໄດ້​ພິມ​ປື້​ມກະວີ​​​ເຫຼັ້ມໜື່ງກ່ຽວ​ກັບ​ຫວຽດນາມ​ນັບ​ແຕ່​ປີ 1966. ປື້​ມກະວີ​ດັ່ງກ່າວ​ໄດ້​ກໍ່​ສຽງ​ດັງ​ກ້ອງ​ກັງວານຢູ່​ເຢັຍລະ​ມັນ​ຕາ​ເວັນ​ຕົກ​ໃນ​ເມື່ອ​ກ່ອນ ​ແລະ​ໄດ້​ເປີດ​ສາກ​ໃຫ້​ຂະ​ບວນການ​ຕໍ່ສູ້​ຄັດຄ້ານ​ສົງຄາມ ​ຂອງ​ຊາວ​ໜຸ່ມ​ນັກ​ສຶກສາ​ເຢັຍລະ​ມັນ ຕ້ານ​ການ​ດຳ​ເນີນສົງຄາມ​ຢູ່​ຫວຽດນາມ

​   ເຖິງ​ວ່າບໍ່​ທັນ​ໄດ້​ມາ​ຫວຽດນາມ​ຈັກ​ເທື່ອ​ກໍ່ຕາມ ​ແຕ່​ນັກ​ກະວີ​ຊາວ​ໂອ​ຕາ​ລິດ Erich Fried (1921-1988) ​ໄດ້​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ໃຫ້​ແກ່ຜູ້​ອ່ານ ​ເມື່ອ​ອ່ານ​ບັນດາ​ບົດ​ກະວີ​ກ່າວ​ເຖິງ​ສົງຄາມ​ຢູ່​ຫວຽດນາມ. ກະວີ​ຂອງທ່ານ​ໄດ້​ກ່າວ​ປະນາມ​ສົງຄາມ​ອັນ​ດຸ​ເດືອດ ຊື່​ງ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ. ພິ​ເສດ​ທ່ານ Erich Fried ​ໄດ້​ສະຫງວນ​ອາລົມ​ຈິດຄວາມ​ຮັກ​ແພງ​ອັນ​ສຸດ​ຊຶ້ງ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ​ຊາວ​ຫວຽດນາມ, ທ່ານ​ສົ​ມກັບ​ເປັນ​ເພື່ອນ, ​ເປັນ​ສະຫາຍ​ທີ່​ສະໜິດສະໜົມ​ຂອງ​ຊາວ​ຫວຽດນາມ:

  ນອກຈາກ​ນັ້ນ, ມີ​ນັກ​ກະວີ​ດີ​ເດັ່ນ​ທີ່​ເປັນ​ຕົວ​ແທນ ໃນ​ແຕ່ລະ​ໄລຍະ​ພັດທະນາ​ວັນນະຄະດີ​ໂອ​ຕາ​ລິດ 11 ທ່ານ ກໍ່​ໄດ້​ຮັບ​ການ​ແນະນຳ​ໃນ​ປື້​ມກະວີ​​ເຫຼັ້ມ​ນີ້. ​ເພື່ອ​ແປ່ບັນດາ​ບົດ​ກະວີ​​ອອກເປັນພາສາ​ຫວຽດ, ນັກ​ແປ່​ພາສາກວາງ​ຈຽນ​ໄດ້​​ໃຊ້​ເວລາ​ກ່ວາ 1 ປີ ​ໂດຍ​ມີ​ການ​ຊ່ວຍ​ເຫຼືອຈາກສະຖານທູດ​ໂອ​ຕາ​ລິດ​ປະຈຳ​ຫວຽດນາມ. ນັກ​ກະວີ, ນັກ​ດົນຕີ​ຫງວຽນ​ຈ້ອງ​ຕ້າວ​ເວົ້າວ່າ:    “​ເລື່ອງ​ແປ່​ກະວີ​ຍາກ​ກ່ວາ​ໝູ່​ໃນ​ການ​ແປ່​ວັນນະຄະດີ​ປະ​ເພດ​ຕ່າງໆ. ນັກ​ກະວີ​ກວາງ​ຈຽນ​ໄດ້​ແນະນຳ​ປື້​ມກະວີ​ດັ່ງກ່າວ​ ກໍ່​​ແມ່ນ​ການຢາກ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຕໍ່​ກະວີ​ເວົ້າລວມ ​ແລະ​ຕໍ່​ກະວີ​ໂອ​ຕາ​ລິດ​ເວົ້າສະ​ເພາະ, ​ແຕ່​ກ່ອນ​ອື່ນ​ໝົດ​ ນັກ​ກະວີ​ຢາກ​ແນະນຳ​ວັດທະນະທຳ​ຂອງ​ໂອ​ຕາ​ລິດ​ ກັບ​ຫວຽດນາມ”.
                                                                                                                                             ທູຍຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ