ປະທານໂຮ່ຈິມິນ -ແຫຼ່ງອາລົມຢ່າງມະຫາສານສຳລັບວົງການສິລະປີນ

  

ປະທານໂຮ່ຈິມິນ -ແຫຼ່ງອາລົມຢ່າງມະຫາສານສຳລັບວົງການສິລະປີນ - ảnh 1
ລາຍການໜຶ່ງໃນລາຍການ​ສິລະ​ປະ “ ຖະຫວາຍ​ດອກ​ໄມ້​ຂຶ້ນ​ຕໍ່​ລຸງ​ໂຮ່ ”
( ພາບ: baomoi.com)


   ຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈິມິນ ຍາມໃດກໍແມ່ນແຫຼ່ງອາລົມຢ່າງ ມະຫາສານສຳລັບ​ວົງການນັກ​ສິລະ​ປີນ​ທີ່​ຢາກ​ສະ​ແດງ​ນ້ຳ​ໃຈ​ຂອງ​ຕົນ​ທີ່​ມີ​ຕໍ່​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ​ຜ່າ​ນບົດ​ເພງ​ຕ່າງໆ. ​ແຕ່ລະ​ວາດ​ຟ້ອນ ທຳນອງ​ເພງ​ກ່ຽວ​ກັບ​ລຸງ​ໂຮ່​ໄດ້​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ​ຂອງ​ປະ​​ເທດ​ຊາດດ້ວຍຄວາມ​ເຄົາລົບ​ນັບຖື​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພີ່ນ​ໃນ​ແຕ່ລະ​ປີ.

      ຈັ່ງ​ຫວະ​ຂອງ​ບົດ​ເພງ “ ຄ່ຳ​ຄືນ​ຢູ່​ສາຍພູ​ຫຼວງຄິດ​ຮອດ​ຄິດ​ເຖິງ​ລຸງ​ໂຮ່ ” ​ໄດ້​ດັ່່ງ​ກ້ອງ​ກັງວານຂຶ້ນ ພ້ອມ​ກັບ​ຮູບ​ພາບ​ພວກ​ອ້າຍ​ທະຫານ​ພວມ​ຂ້າມ​ພູຜາ​ປ່າ​ໄມ້ ຄື​ດັ່ງ​ພາ​ຜູ້​ຊົມ​ກັບຄືນ​ສູ່​ ບັນຍາກາດ​ກາດເຄື່ອນ​ທັບ​ໃນ​ຄ່ຳ​ຄືນຕ່າງໆ​ທີ່​ສະຫງ່າ​ອົງອາດ​ຂ້າມ​ສາຍພູ​ຫຼວງ​ເພື່ອ​ຕີ​ສັດຕູ. ​ເນື້ອ​ໃນ​ຂອງ​ບົດ​ເພງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຂອງ​ພວກ​ອ້າຍ​ທະຫານ​ທີ່​ເປັນ​ລູກ​ຮັກ​ຂອງ​ຊາດ​ຫວຽດນາມ ພວມ​ທຳ​ການ​ສູ້​ຮົບ​ຢ່າງ​ພິລະ​ອາດ​ຫານ, ​ແຕ່​​ໃນ​ຫົວ​ໃຈ​ຂອງ​ຕົນ​ຍັງ​ຄົງ​ຝັງ​ເລິກ​ຮູບ​ພາບ​ລຸງ​ໂຮ່. ​​ເລື່ອ​ງ​ໄດ້ເຂົ້າ​ຮ່ວມ​ລາຍການ​ສິລະ​ປະ​ກ່ຽວ​ກັບ ປະທານ ໂຮ່ຈິມິນ ຍາມ​ໃດ​ກໍ​ແມ່ນ​ຄວາມ​ມວ່​ນຊື່ນ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ບັນດາ​ນັກ​ສິລະ​ປີນ. ນັກ​ຮ້ອງ Nguyen Tai Tue ສັງກັດ​ຄະນະ​ສິລະ​ປະກອນ​ແຂວງ Hai Dương ​ເວົ້າຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ :

   “ ຂ້າພ​ະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ບັນດາ​ລາຍການ​ກ່ຽວ​ກັບ​ລຸງ​ໂຮ່ຫຼາ​ຍຄັ້ງ​ແລ້ວ. ມື້​ນີ້, ພວກ​ຂ້າພະ​ເຈົ້າ​ມີ​ໂອກາດ​ມາ​ຮ່າ​ໂນ້ຍ​ເພື່ອ​ສະ​ແດງ​ຮັບ​ໃຊ້​ຊາວ​ນະຄອນຫຼວງ ກໍ​ຄື​ເປັນ​ການສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ລຸງ​ໂຮ່. ​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ແຕ່​ລະ​ຄັ້ງ, ​ໄດ້​ຂັບ​ຮ້ອງ​ບົດ​ເພງ​ກ່ຽວ​ກັບ​ລຸງ​ໂຮ່, ຂ້າພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ຢ່າງ​ສຸດ​ຊຶ້ງ, ຄິດ​ຮອດ​ຄິດ​ເຖິງ ​ແລະ ຮູ້​ບຸນຄຸນ​ຕໍ່​ລຸງ​ໂຮ່​ທີ່​ສຸດ”

       ບັນດາ​ບົດ​ເພງ​ໃນ ລາຍການ​ສິລະ​ປະ “ ຖະຫວາຍ​ດອກ​ໄມ້​ຂຶ້ນ​ຕໍ່​ລຸງ​ໂຮ່ ” ບໍ່​ພຽງ​ແຕ່​ວາດ​ພາບ​ເຖິງ​ລຸງ​ໂຮ່ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ​ແຕ່​ມີ​ຄວາມ​ລຽບ​ງ່າຍ​ດ້ວຍ​ບຸກຄະ​ລິກກະພາບ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ອັນ​ສູງ​ສົ່ງ. ນັກ​ຮ້ອງ​ Lan Anh ​ເອື້ອຍ​ຄູ​ສັງ​ກັດສະ​ຖາ​ບັນ​ດົນຕີ​ຫວຽດນາມ, ຜູ້​ໄດ້​ເຂົ້າຮ່ວມບັນດາ​ລາຍການ​ກ່ຽວ​ກັບ​ລຸງ​ໂຮ່ຫຼາ​ຍຄັ້ງ​ແລ້ວ ​ໃຫ້​ຮູ້​ວ່າ :

   “ຂ້າພະ​ເຈົ້າ​ໂຊກ​ດີ​ຫຼາຍ​ທີ່​ໄດ້​ເຂົ້າຮ່ວມ​ລາຍການນີ້. ນັບ​​ແຕ່​ຫຼາຍ​ປີ​ມາ​ນີ້, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດເຂົ້າຮ່ວມ​ຫຼາຍ​ລາຍການສິລະ​ປະ​ກ່ຽວ​ກັບ​ລຸງ​ໂຮ່. ຂ້າພະ​ເຈົ້າດີ​ໃຈ​ຫຼາຍ ​ແລະ ຮູ້ສຶກມີ​ຄວາມສຸກ​ທີ່​ສຸດ. ຂ້າພະ​ເຈົ້າຄິດ​ວ່າ ບັນດາ​ບົດ​ເພງ​ທີ່​ມ່ວນໆ​ກ່ຽວ​ກັບລຸງ​ໂຮ່​ເຊັ່ນ​ນັ້ນ ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ປະຫວັດ​ສາດ​ຂອງ​ຊາດ​ຫວຽດ ນາມ ​ແລະ ທຸກໆ​ຄົນ​ລ້ວນ​ແຕ່​ຕິດຕາມ​ຮັບ​ຟັງ​ຕະຫຼອດ​ເວລາ  ”

     ລາຍການ​ສິລະ​ປະ “ ຖະຫວາຍ​ດອກ​ໄມ້​ຂຶ້ນ​ຕໍ່​ລຸງ​ໂຮ່ ” ​ໄດ້​ປິດ​ທ້າຍ​ດ້ວຍ​ການສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ຂອງ​ພວກ​ນ້ອງ​ອະນຸຊົນ​ດ້ວຍ​ເພງຕ່າງໆ​ກ່ຽວ​ກັບ​ລຸງ​ໂຮ່ຖືກ​ຂັບ​ຮ້ອງ​ລຽນ​ກັນ, ຊຶ່ງ​ປຽບ​ເໝືອນຂອງ​ຂວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ເພື່ອ​ຖະຫວາຍ​ຂຶ້ນ​ຕໍ່​ລຸງ​ໂຮ່​ ເນື່ອງ​ໃນ​ໂອກາດ​ລະນຶກ 122 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພິ່ນ. ນ້ອງ Kieu Anh Thu ນັກສະ​ແດງ​ໃນ​ກອງ​ສິລະ​ປະ​ເວົ້າ​ວ່າ:

    “ ນ້ອງ​ມີ​ໂອກາດເຂົ້າຮ່ວມ​ຫຼາຍ​ລາຍການສິລະ​ປະ​ກ່ຽວ​ກັບ​ລຸງ​ໂຮ່​. ນ້ອງມີ​ຄວາມ​ຮັກ​ແພງ ​ແລະ ​ເຄົາລົບ​ນັບຖື​ລຸງ​ໂຮ່. ​ເມື່ອເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ແຕ່​ລະ​​ເທື່ອ, ຍາມ​ໃດ​ນ້ອງ​ກໍ​ຮູ້ສຶກ​ມີ​ຄວາມ​ຮັກ​ແພງ​ລຸງ​ໂຮ່ ”

ຕອບກັບ

ຂ່າວ/ບົດ​ອື່ນ