ປະສິດທິຜົນຈາກຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ແຂວງ ດົ່ງທາບ

(VOVWORLD) - ແຂວງ ດົ່ງທາບ ກຳນົດວ່າ ຢາກໃຫ້ການ “ຫັນເປັນດີຈີຕອນ” ບັນລຸຜົນສຳເລັດນັ້ນ, ກ່ອນອື່ນໝົດແມ່ນຕ້ອງປະຕິບັດ “ພົນລະເມືອງດີຈີຕອນ” ເທື່ອລະກ້າວໃຫ້ໄດ້.
ປະສິດທິຜົນຈາກຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ແຂວງ ດົ່ງທາບ - ảnh 1

        ປີ 2023, ແຂວງ ດົ່ງາບ ກຳນົດວ່າ ແມ່ນປີຈຸດສຸມໃນການປະຕິບັດແຜນການຫັນເປັນດີຈີຕອນໃນບໍລິເວນແຂວງ, ດ້ວຍເປົ້າໝາຍສູງສຸດ ແມ່ນສ້າງກຳລັງໜູນພັດທະນາເສດຖະກິດ, ສັງຄົມ. ປະຈຸບັນ, ຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ແຂວງ ດົ່ງທາບ ພວມເສີມຂະຫຍາຍປະສິດທິຜົນ ເມື່ອປະຊາຊົນເຫັນແຈ້ງຜົນປະໂຫຍດ ແລະ ເຂົ້າຮ່ວມປະຕິບັດບັນດາລະບຽບການບໍລິຫານ ໃນສະພາບແວລ້ອມແຫ່ງດີຈີຕອນ. ທາງແຂວງໄດ້ກຳນົດວ່າ ການຫັນເປັນດີຈີຕອນ ແມ່ນໜຶ່ງໃນບັນດາມາດຕະການແກໄຂສຳຄັນ ເພື່ອຊຸກຍູ້ການເຕີບໂຕ, ເຮັດໃຫ້ປ່ຽນແປງວິທີຄຸ້ມຄອງ, ຮູບແບບການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ນີ້ກໍ່ແມ່ນເສັ້ນທາງສັ້ນທີ່ສຸດ ເພື່ອໃຫ້ແຂວງ ດົ່ງທາບ ພັດທະນາຢ່າງໄວ, ທັນສະໄໝ.

        ໃນກວ່າ 1 ເດືອນຜ່ານມາ, 7 ໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຂອງຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ຈັດການແນະນຳໃຫ້ປະຊາຊົນຕິດຕັ້ງບັນດາແອັບ, ຊອບແວ ຄື: ແອັບຄຸ້ມຄອງສຸຂະພາບ, ຈົດທະບຽນກວດສຸຂະພາບຢູ່ເຮືອນ, VneID ແລະ ປະຕິບັດການສົ່ງເອກະສານການບໍລິການສາທາລະນະທາງອອນລາຍ… ແທນທີ່ແນະນຳໃຫ້ປະຊາຊົນຕິດຕັ້ງແອັບຂອງແຕ່ລະຂະແໜງ, ບັນດາໜ່ວຍດັ່ງກ່າວໄດ້ແນະນຳໃຫ້ປະຊາຊົນ ຕິດຕັ້ງຫຼາຍແອັບຂອງຫຼາຍຂະແໜງການໃນຄັ້ງດຽວ ແລະ ແນະນຳວິທີນຳໃຊ້ໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນຮ່ວມເດີນທາງພ້ອມກັບອຳນາດການປົກຄອງ ໃນການຫັນເປັນດີຈີຕອນ. ທ່ານ ຫງວຽນເຟືອກຮືງ, ຢູ່ບ້ານ 4, ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແບ່ງປັນວ່າ:

        ມື້ນີ້ຂ້າພະເຈົ້າມາແຫ່ງນີ້ເພື່ອຕິດຕັ້ງແອັບດ້ານສາທາລະນະສຸກ ແລະ ຊອບແວເພື່ອໃຫ້ຕຳຫຼວດປະຕິບັດການຄຸ້ມຄອງລະດັບ 3, 4 ໃນການບໍລິການສາທາລະນະດ້ານບໍລິຫານ. ເມື່ອມາແຫ່ງນີ້, ຂ້າພະເຈົ້າເຫັນວ່າ ເລື່ອງເຮັດລະບຽບການໃຫ້ແກ່ພໍ່ແມ່ປະຊາຊົນແມ່ນໄວ ແລະ ສະດວກທີ່ສຸ, ຫຼຸດຜ່ອນຄ່າໄປມາ. ຊາວກະສິກອນຄືພວກຂ້າພະເຈົ້າບໍ່ມີເວລາຫຼາຍ ສະນັ້ນ, ເຮັດຄັ້ງໜຶ່ງໄດ້ຫຼາຍແອັບຄືແນວນີ້ແມ່ນສ້າງຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນ”.

        ບັນດາກໍລະນີທີ່ໜ່ວຍເຕັກໂນໂລຊີດີຈີຕອນ ໄດ້ມາເຮືອນເພື່ອແນະນຳ ສ່ວນຫຼາຍແມ່ນຜູ້ອາຍຸສູງ, ບັນດາສະມາຊິກໃນໜ່ວຍ ຕ້ອງອະທິບາຍຢ່າງລະອຽດ. ທ່ານ ເຈິ່ນວັນເງັ້ຍ, ຢູ່ ບ້ານ 2, ຕາແສງ ມີ້ດົງ, ຫາກໍ່ໄດ້ຮັບການແນະນຳຈາກໜ່ວຍເຕັກໂນໂລຊີດີຈີຕອນ, ໃຫ້ຮູ້ວ່າ:

        “ໜ່ວຍນີ້ມີຄວາມຕັ້ງໜ້າ, ມີນ້ຳໃຈເພື່ອປະຊາຊົນ, ໄດ້ຮັບໃຊ້ປະຊົນດີທີ່ສຸດ. ເຂົາເຈົ້າໄດ້ເຮັດວຽກດ້ວຍຄວາມສຸດິດສຸດໃຈ, ໄດ້ອະທິບາຍໃຫ້ປະຊາຊົນມີຄວາມເຂົ້າໄຈຢ່າງງ່າຍດາຍ ແລະ ປະຕິບັດຕາມດ້ວຍຄວາມເບີກບານ. ກ່ອນນີ້ ເຮັດສະເພາະແຕ່ລະແອັບແມ່ນເສຍເວລາຫຼາຍ, ເມື່ອໂຮມເຂົ້າເປັນແອັບດຽວຄືແນວນັ້ນ ແມ່ນປະຢັດເວລາໃຫ້ແກ່ປະຊາຊົນ”.

        ແຂວງ ດົ່ງທາບ ກຳນົດວ່າ ຢາກໃຫ້ການ “ຫັນເປັນດີຈີຕອນ” ບັນລຸຜົນສຳເລັດນັ້ນ, ກ່ອນອື່ນໝົດແມ່ນຕ້ອງປະຕິບັດ “ພົນລະເມືອງດີຈີຕອນ” ເທື່ອລະກ້າວໃຫ້ໄດ້. ໝາຍຄວາມວ່າ, ປະຊາຊົນຕ້ອງຮູ້ ແລະ ມີຄວາມຊຳນານດ້ານ “ເຕັກນິກດີຈີຕອນ”, ໂດຍສະເພາະແມ່ນບັນດາທັກສະພື້ນຖານ, ຄື: ຊອກຫາແຫຼ່ງ “ຂໍ້ມູນດີຈີຕອນ”; ເປັນເຈົ້າການໃນ “ສະພາບແວດລ້ອມດີຈີຕອນ”… ຮູບແບບໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຄືຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ ໄດ້ ແລະ ພວມຜັນຂະຫຍາຍ, ທະວີຄູນ, ຖອດຖອນບົດຮຽນ, ຊອກຫາບັນດາມາດຕະການໃຫ້ບັນລຸປະສິດທິຜົນທີ່ສຸດໃນວິວັດການສ້າງ “ພົນລະເມືອງດີຈີຕອນ”… ທ່ານນາງ ເຈິ່ນທິງອັກເກິມ, ເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນເມືອງ ທາບເມື່ອຍ, ແຂວງ ດົ່ງທາບ, ແບ່ງປັນວ່າ:

        ພວກຂ້າພະເຈົ້າໄດ້ແນະນຳໃຫ້ປະຊາຊົນ ຫາກບໍ່ແມ່ນເຮັດແທນ, ແນະນຳໃຫ້ເຂົາເຈົ້າເຮັດເອກະສານທາງອອນລາຍ, ຄ່ອຍໆຈຳກັດ ແລະ ຈະບໍ່ຮັບເອກະສານໂດຍກົງອີກ. ຜ່ານນັ້ນ, ກໍສ້າງຄວາມລື້ງເຄີຍໃຫ້ແກ່ປະຊາຊົນ, ຮັບປະກັນໃຫ້ປະຊາຊົນໝົດທຸກຄົນ ລ້ວນແຕ່ຮູ້ຈັກກັບການຫັນເປັນດີຈີຕອນ ແລະ ປະຕິບັດຂັ້ນຕອນນີ້ໃຫ້ໄດ້. ວິວັດການແນະນຳນີ້ ຕ້ອງການມີການຈັດແບ່ງວຽກງານຢ່າງຈະແຈ້ງຢູ່ແຕ່ລະຂົເຂດ, ຫຼີກລ້ຽງເລື່ອງຫຼາຍຄົນພ້ອມກັນເຂົ້າຮ່ວມວຽກງານດຽວ”.

        ຈາກລະດັບ 0%, ຜ່ານໄລຍະ 1 ເດືອນທີ່ໄດ້ຜັນຂະຫຍາຍ, ມາຮອດປະຈຸບັນ ໜ່ວຍເຕັກໂນໂລຊີດີຈີຕອນປະຊາຄົມຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ແນະນຳໃຫ້ປະຊາຊົນຕິດຕັ້ງແອັບກວດສຸຂະພາບ, ຄຸ້ມຄອງສຸຂະພາບຂອງຄອບຄົວໄດ້ 35%; ປະຊາຊົນມີປື້ມກວດພະຍາດເອເລັກໂຕນິກ 70%; ແລະ ຕິດຕັ້ງ VneID ເກືອບ 20%...

        ໃນປີ 2023, ແຂວງ ດົ່ງທາບ ໄດ້ວາງອອກບາງເປົ້າໝາຍຄື, 100% ລະບຽບການບໍລິຫານທີ່ມີເງື່ອນໄຂຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍ ຈະໄດ້ຮັບການສະໜອງພາຍໃຕ້ຮູບແບບການບໍລິການສາທາລະນະທາງອອນລາຍ. ຮູບແບບໜ່ວຍເຕັກໂນໂລຊີດີຈີຕອນຄືຢູ່ຕາແສງ ມີ້ດົງ, ເມືອງ ທາບເມື່ອຍ, ແຂວງ ດົ່ງທາບ ໄດ້ ແລະ ພວມປະກອບສ່ວນຫັນເປົ້າໝາຍດັ່ງກ່າວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ