ຜູ້ນິຍົມບານເຕະຫວຽດນາມ ລໍຄອຍການແຂ່ງຂັນລະຫວ່າງທິມ Arsenal ກັບທິມຫວຽດນາມ

ຜູ້ນິຍົມບານເຕະຫວຽດນາມ ລໍຄອຍການແຂ່ງຂັນລະຫວ່າງທິມ Arsenal ກັບທິມຫວຽດນາມ - ảnh 1
ບັນດາ​ນັກ​ກິລາ​ບານ​ເຕະຂອງ ທິມ Arsenal ຈະມາແຂ່ງຂັນກັບທິມຊາດຫວຽດນາມ ຢູ່ຮ່າໂນ້ຍ  (ພາບ : internet )

ໃນ​ຕອນ​ຄ່ຳ​ວັນ​ທີ 17/7 ນີ້, ຜູ້​ນິຍົມ​ບານ​ເຕະ​ຫວຽດນາມຈະ​ມີ​ໂອກາດ​ຮັບ​ຊົມ​ການ​ແຂ່ງຂັນ​ມິດຕະພາບ ​ກິລາ​ບານ​ເຕະລະຫວ່າງ​ທິມບານ​ເຕະ Arsenal ທີ່​ມີ​ຊື່​ສຽງ​ຂອງ​ອັງກິດ​ກັບ​ທິມຊາດ​ບານ​ເຕະ​ຫວຽດນາມ​ຢູ່​ສະໜາມກິລາ ມີ້​ດິງ-ຮ່​າໂນ້ຍ. ​ໃນ​ຈຸດ​ເວລາ​ນີ້, ບັນດາຜູ້​ນິຍົມ​ບານ​ເຕະ​ຫວຽດນາມ ຕ່າງກໍດີໃຈ ລໍຄອຍເຫດການ ນີ້.

    ​ເຖິງ​ວ່າ ຍັງ​ບໍ່​ທັນ​ຮອດ​ວັນ​ແຂ່ງຂັນກໍ​ຕາມ, ​ແຕ່​ບັນດາ​ນັກ​ກິລາ​ບານ​ເຕະຂອງ ທິມ Arsenal ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາຜູ້​ນິຍົມ​ບານ​ເຕະ​ຫວຽດນາມ ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ສຳລັບ​ທ້າວ ​ເຈີ​ນດຶກ​ທັ້ງ, ທິມບານ​ເຕະ Arsenal ​ແມ່ນ​ທິມທີ່​ລາວ​ນິຍົມຊ​ົມຊອບ​ທີ່ສຸດ​ຍ້ອນ​ລີລາ​ການ​ເຕະ​ທີ່​ງາມຕາ. ທ້າວ ​ເຈີ​ນດຶກ​ທັ້ງ ​ເປີດ​ເຜີຍ​ວ່າ :

   “ທິມບານ​ເຕະ Arsenal ແມ່ນ​ທິມທີ່​ຂ້າພະ​ເຈົ້ານິຍົມຊ​ົມຊອບ​ທີ່ສຸດ​. ຢູ່​ຫວຽດນາມ​ມີ ຜູ້​ນິຍົມ​ບານ​ເຕະ​ຫວຽດນາມຫຼາຍ​ຄົນ​ຊົມ​ຊອບທິມບານ​ເຕະ Arsenal ທີ່​ສຸດ. ຂ້າພະ​ເຈົ້າ​ຄອຍ​ຖ້ານັດ​ແຂ່ງຂັນ​ນີ້ ມາ​ແຕ່​ດົນ​ແລ້ວ​. ຂ້າພະ​ເຈົ້າ​ຄາດ​ຄະ​ເນ​ວ່າ ຜົນ​ຂອງ​ການ​ແຂ່ງຂັນ​ຈະ​ສະ​ເໝີ​ກັນ. ຫວັງ​ວ່າ 2 ທິມຈະ​ແຂ່ງຂັນ​ດ້ວຍ​ລີລາ​ການ​ເຕະ​ທີ່​ງາມ​ຕາ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ ”

    ສ່ວນ​ທ້າວ ດັ້ງ​ກວາງ​ເທາະ ​ໂຊ​ເຟີ​ລົດ​ແທກ​ຊີຢູ່ ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ :

   “ ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ຄວາມ​ເປັນ​ກຽດ​ທີ່​ມີ​ຕໍ່ທິມຊາດ​ບານ​ເຕະ​ຫວຽດນາມ ​ເພາະວ່າ ການ​ມາ​ຫວຽດນາມ​ເພື່ອແຂ່ງຂັນ​ມິດຕະພາບ​ຂອງສະ​ໂມ​ສອນບານ​ເຕະທີ່​ມີ​ຊື່​ສຽງ​ແມ່ນ​ມີ​ບໍ່​ເທ​ົ່າ​ໃດ. ​ໃນ​ການ​ແຂ່ງຂັນ​ເທື່ອ​ນີ້, ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ຈະ​ເປັນ​ການ​ຊ່ວຍ​ໃຫ້ ຜູ້​ນິຍົມ​ບານ​ເຕະ​ຍິ່ງ​ຊົມ​ຊອບທິມຊາດ​ບານ​ເຕະ​ຫວຽດນາມຫຼາຍ​ກ່ວາ ”

    ການ​ມາ​ຫວຽດນາມ ແຂ່ງຂັນ​ມິດຕະພາບ​ຂອງສະ​ໂມ​ສອນບານ​ເຕະທີ່​ມີ​ຊື່​ສຽງ​ ຄື  Arsenal ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນກຽດ​ຂອງ​ກິລາ​ບານ​ເຕະ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາຜູ້​ນິຍົມ​ບານ​ເຕະ​ຫວຽດນາມ ​ໄດ້​ພົບ​ໄດ້ເຫັ​ນບັນດາ​ດາລາ​ເຕະບານ​ທີ່​ຕົນ​ນິຍົມ​ຊົມ​ຊອບ. ນາງ ຫງວຽນ​ເຫ້ວຈີ ຜູ້​ນິຍົມ​ ທິມບານ​ເຕະ Arsenal ​ໃຫ້​ຮູ້​ວ່າ :

  “ທິມບານ​ເຕະ Arsenal ບໍ່​ພຽງ​ແຕ່​ແມ່ນ ທິມບານ​ເຕະ​ໃຫຍ່​ຂອງ​ອັງກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ ທິມບານ​ເຕະທີ່​ມີ​ຊື່​ສຽງ​ຂອງ​ໂລກ​ອີກ​ດ້ວຍ. ​ເຖິງ​ວ່າ​ໃນ​ຈຸດ​ເວລາ​ນີ້, ທິມ Arsenal ຍັງ​ບໍ່​ທັນ​ມາ​ຮອດ​ຫວຽດນາມ​ກໍ​ຕາມ, ​ແຕ່​ບັນຍາກາດ​ຢູ່​ສະໜາມກິລາ​ມີ້​ດິງ-ຮ່າ​ໂນ້ຍ ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນທີ່​ສຸດ. ຜູ້​ເຊຍ​ນັບ​ພັນ​ຄົນ​ໄດ້​ຫຼັ່ງ​ໄຫຼ​ພາກັນ​ມາ​ຊື້​ປີ້, ການ​ບໍລິການ​ຄື​ແຕ້ມ​ໜ້າ, ຂາຍ​ທຸງ, ຂາຍ​ເຄື່ອງ​ຂອງ​ທີ່​ລະນຶກ​ກໍ​ຍິ່ງ​ຟົດ​ຟື້ນ​ມ່ວນ​ຊື່ນ​ເພື່ອ​ກະກຽມ​ຮັບ​ຕ້ອນ ທິມບານ​ເຕະ Arsenal

    ໃນ​ຕອນ​ຄ່ຳ​ວັນ​ທີ 17/7 ນີ້ , ຢູ່​ສະໜາມກິລາ ມີ້​ດິງ-ຮ່​າໂນ້ຍມີ​ຜູ້​ມາ​ຊົມ​ການ​ແຂ່ງຂັນ​ບານ​ເຕະ 40.000 ຄົນ ​ແລະ ບໍ່​ມີ​ບ່ອນ​ວ່າງ​ຈັກ​ບ່ອນ​ເລີຍ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ແຂ່ງ​ຂັນ​ມິດຕະພາບຢູ່​ຫວຽດນາມ​ທີ່​ປະຊາຊົນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ, ພ​ິເສດມີຜູ້​ນິຍົມ​ບານ​ເຕະ​ນັບ​ລາ້ນຄົນ, ​ແນ່ນອນ​ວ່າ ບັນດາ​ນັກ​ເຕະບານທິມ Arsenal ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງສະ​ໜິດສະໜົມ .

ຕອບກັບ

ຂ່າວ/ບົດ​ອື່ນ