ພັດທະນາລະບົບຊີວະພາບ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ

(VOVWORLD) -ການ Startup ປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ ພວມໄດ້ຮັບຖືວ່າແມ່ນແກ່ນສານເພື່ອຊຸກຍູ້ການພັດທະນາເສດຖະກິດ, ເຊິ່ງບັນດາຂັ້ນ, ຂະແໜງການ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນເຂົ້າຮ່ວມວິວັດການໜູນຊ່ວຍ, ພິເສດແມ່ນລຸ້ນໜຸ່ມ.
ພັດທະນາລະບົບຊີວະພາບ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ - ảnh 1(ພາບປະກອບ: VGP)

ແຜນຮ່າງ “ໜູນຊ່ວຍລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດຮອດປີ 2025” ເຊິ່ງທ່ານນາຍົກລັດຖະມົນຕີອະນຸມັດຜ່ານແຕ່ປີ 2016, ໄດ້ສ້າງຂີດໝາຍການຜັນປ່ຽນຢ່າງລະອຽດຂອງ ຫວຽດນາມ ເພື່ອພັດທະນາລະບົບ Startup ປ່ຽນແປງໃໝ່ປະດິດຄິດ. ແຜນຮ່າງ 844 ມີເປົ້າໝາຍສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອຊຸກຍູ້, ໜູນຊ່ວຍວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ, ນຳລະບົບ Startup ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ພັດທະນາຕາມທ່າອ່ຽງເຊື່ອມໂຍງ.

ນັບແຕ່ເມື່ອແຜນຮ່າງໜູນຊ່ວຍລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດຮອດປີ 2025 ໄດ້ຮັບການຜັນຂະຫຍາຍນັ້ນ, ການຊຸກຍູ້ລະບົບຊີວະພາບ Startup ກໍບັນລຸໄດ້ຜົນງານໃນເບື້ອງຕົ້ນ. ປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານບາງເນື້ອໃນໃໝ່ເພື່ອແນໃສ່ເປີດກວ້າງຂອບຂດການເຄື່ອນໄຫວຂອງລະບົບຊີວະພາບ Startup ລະດັບຊາດອອກສູ່ສາກົນ. ຈາກນັ້ນໄດ້ເປີດການເຄື່ອນໄຫວເຊື່ອມຕໍ່ກັບນັກຊ່ຽວຊານ, ຜູ້ໃຫ້ຄຳປຶກສາ ແລະ ສ້າງເຄືອຂ່າຍຊາວ ຫວຽດນາມ ຢູ່ຕ່າງປະເທດ. ຜ່ານນັ້ນ, ກໍໄດ້ສ້າງຕັ້ງການພົວພັນຮ່ວມມືຕາມທິດລວງເລິກກັບບາງຄູ່ຮ່ວມມືຍຸດທະສາດ ແນໃສ່ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາເຈົ້າກຳຂອງລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ.

ພັດທະນາລະບົບຊີວະພາບ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ - ảnh 2ທ່ານ ຫງວຽນຫວຽດຢຸງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ
(ພາບ: TTXVN)

ຫວ່າງມໍ່ໆມານີ້, StartupBlink, ສູນຄົ້ນຄວ້າ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ, ໄດ້ປະກາດຕາຕະລາງຈັດລຳດັບລະບົບຊີວະພາບ Startup ປີ 2021 ໃຫ້ແກ່ 1.000 ນະຄອນ ແລະ 100 ປະເທດໃນໂລກ. ຕາມນັ້ນແລ້ວ, ຫວຽດນາມ ຖືກຈັດລຳດັບທີ 59, ສືບຕໍ່ຮັກສາລຳດັບເມື່ອທຽບໃສ່ປີ 2020. ສິ່ງທີ່ໜ້າສົນໃຈ, ທັງ 2 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ລ້ວນແຕ່ຫຍັບລຳດັບຂຶ້ນ. ທ່ານ ຫງວຽນຫວຽດຢຸງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ ຢືນຢັນວ່າ:

“ປະຈຸບັນ, ຕາມສະຖິຕິແລ້ວ, ຈຳນວນ Startup ຂອງ ຫວຽດນາມ ມີປະມານ 5.000 Startup ນັ້ນ, ນະຄອນ ໂຮ່ຈີມິນ ກວມເອົາ 60% ແລະ ທຶນຈາກບັນດາກອງທຶນທີ່ມີຄວາມສ່ຽງລົງທຶນໃຫ້ແກ່ບັນດາ Startup ໃນແຕ່ລະປີຢູ່ນະຄອນ ໂຮ່ຈີມິນ ກໍ່ກວມເອົາ 60% ໃນທົ່ວປະເທດ. ດ້ວຍການຮ່ວມເດີນທາງຂອງ Green Plus, ເຂົາເຈົ້າມີແຫຼ່ງກຳລັງ, ມີຍຸດທະສາດພັດທະນາ, ພິເສດມີເຄືອຂ່າຍລູກຄ້າ. ນັ້ນແມ່ນບັນດາປັດໄຈສຳຄັນ, ຈຳເປັນໃຫ້ແກ່ການເຄື່ອນໄຫວ Startup ຂອງບັນດາໂຮງຮຽນ, ສະຖາບັນ ແລະ ວິສາຫະກິດ Startup”.

ພັດທະນາລະບົບຊີວະພາບ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ - ảnh 3ທ່ານຮອງລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ ເຈິ່ນວັນຕຸ່ງ
(ພາບ: TTXVN)

ບັນດາຕົວເລກດັ່ງກ່າວ ແລະ ການຈັດລຳດັບຂອງສູນຄົ້ນຄວ້າ Startup ແລະ ປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ ໄດ້ຮັບຖືວ່າແມ່ນຜົນງານໃຫຍ່ຫຼວງຂອງລະບົບຊີວະພາບ Startup ຫວຽດນາມ. ພ້ອມທັງສ້າງຄວາມຫວັງວ່າ ດ້ວຍປະຊາກອນເກືອບ 100 ລ້ານຄົນ, ຫວຽດນາມ ຈະມີຫຼາຍກວ່າ 2 ນະຄອນປ່ຽນແປງໃໝ່ປະດິດຄິດສ້າງຖືກຈັດໃນຕາຕະລາງຈັດລຳດັບໃນຊຸມປີຈະມາເຖິງ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ ເຈິ່ນວັນຕຸ່ງ, ເນັ້ນໜັກວ່າ:

“ເລີ່ມແຕ່ປີ 2022 ຫວຽດນາມ ໄດ້ສຸມໃສ່ໂຄສະນາ, ແຜ່ຂະຫຍາຍ, ແນະນຳຄວາມຮູ້ກ່ຽວກັບລະບົບຊີວະພາບ Startup ເປີດ ແລະ ມີບັນດາລາຍການເຊື່ອມຕໍ່ລະຫວ່າງວິສາຫະກິດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ບັນດາວິສາຫະກິດ Startup. ຜ່ານັ້ນ ກໍສາມາດອັບເດດຄວາມຮູ້ໃໝ່ສຸດກ່ຽວກັບລະບົບຊີວະພາບ Startup ປະດິດຄິດສ້າງໃນວິວັດການສຶກສາ”.

ການ Startup ປ່ຽນແປງໃໝ່ປະດິດຄິດສ້າງຢູ່ ຫວຽດນາມ ພວມໄດ້ຮັບຖືວ່າແມ່ນແກ່ນສານເພື່ອຊຸກຍູ້ການພັດທະນາເສດຖະກິດ, ເຊິ່ງບັນດາຂັ້ນ, ຂະແໜງການ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນເຂົ້າຮ່ວມວິວັດການໜູນຊ່ວຍ, ພິເສດແມ່ນລຸ້ນໜຸ່ມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ໂດ້ແອັງດຶກ, ສະມາຊິກໜ່ວຍໃຫ້ຄຳປຶກສາແຜນຮ່າງໜູນຊ່ວຍຊາວໜຸ່ມ Startup 2022 – 2030 ຖືວ່າ:

“ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເພື່ອໜູນຊ່ວຍການ Startup ປ່ຽນແປງໃໝ່ປະດິດຄິດສ້າງ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດ ແລະ ລັດຖະບານ ແນໃສ່ສ້າງສະພາບແວດລ້ອມແຫ່ງຄວາມສະດວກທີ່ສຸດເພື່ອໃຫ້ລຸ້ນໜຸ່ມສາມາດພັດທະນາ ແລະ ປະຕິບັດແນວຄວາມຄິດ Startup ປ່ຽນແປງໃໝ່ປະດິດຄິດສ້າງ. ເພື່ອສາມາດພັດທະນາຈິດໃຈ Startup ປ່ຽນແປງໃໝ່ປະດິດຄິດສ້າງໃນໄວໜຸ່ມກວ່າອີກ, ຂ້າພະເຈົ້າຖືວ່າ ຕ້ອງສ້າງສະພາບແວດລ້ອມເພື່ອຊຸກຍູ້ແນວຄວາມຄິດ, ໂຄງການ Startup ປ່ຽນແປງໃໝ່ປະດິດຄິດສ້າງຂອງລຸ້ນໜຸ່ມຢູ່ພາຍໃນປະເທດ ແລະ ສາກົນ”.

ຢູ່ ຫວຽດນາມ, ຂະບວນການ Startup ພວມນັບມື້ນັບຟົດຟື້ນ ແລະ ການພັດທະນາລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງ ພວມສ້າງການກະທົບທີ່ຕັ້ງໜ້າ, ນຳມາເຊິ່ງໝາກຜົນໃນເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ