ພົນເອກ ຫວໍ້ງວຽນຢາບ ໃນປະຫວັດສາດຂອງຊາດ

(vovworld)- ພົນ​ເອກ ຫວໍ້​ງວຽນ​ຢາ​ບ, ລູກສິດຜູ້ດີ​ເດັ່ນ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ແມ່ນ​ນາຍ​ພົນ​ຜູ້​ປີ​ຊາ​ສາມາດ​ຂອງ​ມະນຸດ​ໃນ​ສະຕະວັດ​ທີ 20. ພາລະ​ກິດ​ຂອງ​ເພີ່ນ​ໄດ້​ຕິດ​ພັນ​ກັບ​ການ​ຕໍ່​ສຸ້ປົດ​ປ່ອຍ​ຊາດ. ພຸມ​ປັນຍາ, ຄຸນ​ນະ​ທາດ, ຄວາມ​ເກັ່ງ​ກ້າ​ສາມາດ, ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຕໍ່​ສຸ້ຍາດ​ເອົາ​​ເອກະລາດ ​ໄດ້​ເຮັດ​ໃຫ້​ຊື່​ສຽງ​ຮຽງ​ນາມ​ຂອງ​ເພີ່ນກໍ່​ຈົດ​ຈຳ​​ໃນ​ປະຫວັດສາດ​ຂອງ​ຊາດ ຫວຽດນາມ ​ແລະ ​​ເປັນ​ຂີດ​ໝາຍ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ.
ພົນເອກ ຫວໍ້ງວຽນຢາບ ໃນປະຫວັດສາດຂອງຊາດ - ảnh 1
ພົນ​ເອກ ຫວໍ້​ງວຽນ​ຢາ​ບ

ໃນ​ຊີວິດ​ແຫ່ງ​ການ​ນຳພາ​ກອງທັບ, ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ໄດ້​ນຳພາ​ກອງທັບ​ປະຕິວັດ, ​ໃນ​ເບື້ອງ​ຕົ້ນ​ກອງ​ທະຫານ ຫວຽດນາມ ​ໂຄສະນາປົດ​ປ່ອຍ​ຊາດມີນັກຮົບ 34 ຄົນ ດ້ວຍ​ປືນກິບ, ຕີນ​ເປົ່າ ​ໄດ້​ກາຍ​ເປັນ​ກອງທັບ​ສູ້​ຮົບ​ເກັ່ງ, ຍາດ​​ເອົາ​ໄດ້​ໄຊຊະນະ​ນີ້ ​ໄປ​ສູ່​ໄຊຊະນະ​ອື່ນ, ​ໃນ​ນັ້ນ​ໄຊຊະນະ​ ດ້ຽນບຽນ​ຝູ ປີ 1954 ​ໄດ້​ກ້ອງ​ກັງວານ​ໃນ​ທົ່ວ​ໂລກ​​ ​ແລະ ມະຫາ​​ໄຊໃນ​ລະດູ​ບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸ​ນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ແມ່ນ​ຕົວຢ່າງ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ. ຮອງ​ສາດສະດາຈານ, ດຣ ຫງວຽນ​ແມ້ງ​ຮ່າ, ຫົວ​ໜ້າ​ສະ​ຖາ​ບັນ​ປະຫວັດສາດ​ພັກ​ກອມ​ມູນິດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ນາຍ​ພົນ​ທີ່​ມີ​ຊີວິດ​ຕິດ​ພັນ​ກັບ​ກອງທັບ​​ໃນ​ໂລ​ຍະ​ຍາວ​ທີ່​ສຸດ ​ແລະ ກໍ່​ແມ່ນ​ນາຍ​ພົນ​ທີ່ທົ່ວ​ກອງທັບ​ເຊີດ​ຊູ​ວ່າແມ່ນ​ອ້າຍ​ກົກ​ຂອງ​ກອງ​ທັບ. ​ເມື​່ອຄິດ​ເຖິງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​ຄິດ​ເຖິງ​ຜູ້ນຳ​ພາ​ທະຫານ, ນັກ​ການ​ທະຫານ​ຜູ້​ປີ​ຊາ​ສາມາດ, ມີ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ຕີເອົາ​ໄຊຊະນະ​​ລ່າ​ເມືອງ​ຂຶ້ນ​ຈັກກະພັດ​ຜູ້ຮຸກ​ຮານ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ສະຕະວັດ​ທີ 20. ດ່ັງ​ນັ້ນ, ມີ​ນັກ​ປະຫວັດສາດ​ຊາວ​ຕ່າງປະ​ເທດ​ໄດ້​ຕີ​ລາຄາ​ວ່າ: ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​ໜຶ່ງ​ໃນ​ບັນ​​ດາ​ບຸກຄົນ​ທີ່​ໄດ້​ສ້າງ​​ເປັນໂລກ​ທັນ​ສະ​ໄໝ​ຂອງ ຫວຽດນາມ ​ແລະ ຂອງ​ທົ່ວ​ໂລກ.”

ພົນເອກ ຫວໍ້ງວຽນຢາບ ໃນປະຫວັດສາດຂອງຊາດ - ảnh 2

ພົນ​ເອກ ຫວໍ້​ງວຽນ​ຢາ​ບ

​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ ປີ 1954, ຕາມ​ຄຳ​ຕັກ​ເຕືອນ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ວ່າ “ບັ້ນ​ຮົບ​ນີ້​ສຳຄັນ​ຫຼາຍ, ຍາດ​ໄດ້​ໄຊຊະນະ​ຢ່າງ​ແນ່ນອນ​ຈຶ່ງ​ຕີ, ຖ້າ​ບໍ່​ແນ​ບໍ່​ຕີ”, ພົນ​ເອກ, ຫົວໜ້າ​ຜູ້​ບັນຊາ​ການ​ສູງສຸດ ຫວໍ້​ງວຽນ​ຢາ​ບ ​ໄດ້​ການ​ຄຳ​ຕັດສິນຊີ້​ຂາດ ຫຍຸ້ງຍາກ​ທີ່​ສຸດ​​ໃນ​ຊີວິດ​ແຫ່ງ​ການ​ນຳ​ພາກອງທັບຂອງ​ຕົນ. ພົນ​ຈັດຕະວາ ຢູງຈີ, ອະ​ດິດນັກຮົບ​​ ດ້ຽນບຽນ​ຝູ ​ເລົ່າ​​ສູ່​ຟັງ ວ່າ:

“ຄາວ​ນັ້ນ, ຂ້າພະ​ເຈົ້າ​ແມ່ນ​ຫົວໜ​້າກອງພັນ​ນ້ອຍ, ຂ້າພະ​ເຈົ້າ​ວ່າທີ່​ພົນ​ເອກ​ເກັ່ງ​ທີ່​ສຸດ​​ໃນ​ການ​ປ່ຽນ​ຍຸດ​​ໂທບ​າຍ. ​ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ຕ້ອງ​ຖອນ​ທະຫານ​ຢ່າງ​ວ່ອງ​ໄວ. ຂ້າພະ​ເຈົ້າ​ຕ້ອງ​ປະຕິບັດ​ຕາມ​ແຕ່​ບໍ່ພໍ​ໃຈ, ຍ້ອນ​ບໍ່​ໄດ້​ຮູ້​ກ່ອນ. ຫຼັງ​ຈາກ​ນັ້ນ, ​ເມື່ອ​ໄປ​ສອດ​ແນມ​ໂນ​ນພູ A1 ຄັ້ງ​ທີ 2 ​ຂ້າພະ​ເຈົ້າຈຶ່ງ​ຮູ້​ຂໍ້​ຕົກລົງບຸກ​ໂຈມ​ຕີ​ຢ່າງ​ໝັ້ນຄົງ ແລະ ການຂຸດ​ຂຸມ​ຄອງ​ສູ້​ຮົບແມ່ນ​ຖືກຕ້ອງ​ທີ່​ສຸດ, ​ເຮັດ​​ໃຫ້​ສັດຕູ​ຮັບ​ມື​ບໍ່​ທັນບໍ່​ສາມາດ​ລຳລຽງ​,​ ຂົນ​ສົ່ງຄົນ​ເຈັບ​ອອກ​ນອກ​ໄດ້.”

ກ້າວ​​ເຂົ້າ​ສູ່​ການ​ຕໍ່​ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ປະຫວັດສາດ​ຂອງ​ຊາດ ຫວຽດນາມ ​ໄດ້​ຮັບ​ຮູ້​ພຸມ​ປັນຍາ​ຂອງ​ໝູ່​ຄະ​ນະ​ທີ່ປີ​ຊາ​ສາມາດ, ​​ໃນ​ຈຸດ​ເວລາ​ຕັດສິນ​ຊີ້​ຂາດ, ດ້ວຍ​ບັນດາ​ລັດຖະນະ​ໂຍບາຍ​ຍຸດ​ທະ​ສາດຊີ້​ນຳ, ບໍລິຫານ, ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ເພື່ອ​ຕໍ່ສູ້​ຍາດ​ເອົາ​ໄຊຊະນະ​ສຸດ​ທ້າຍ. ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ການ​ນຳ​ຂັ້ນ​ສູງ​ມີ​ແຜນນະ​​ໂຍບາຍ​ເປີດ​ເສັ້ນ​ທາງລຳລຽງຍຸດ​ທະ​ສາດ​​ບົນ​ສາຍ​ພູ​ຫຼວງ ​ເຈື່ອງ​ເຊີນ ​ແລະ ​ເສັ້ນທາງ​ຂົນ​ສົ່ງບົ​ນທະ​ເລ. ພົນ​​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​ຜູ້​ສະ​ຫງວນ ​ເວລາ​, ກຳລັງ​ເຫື່ອ​ແຮງຫຼາຍ​ທີ່​ສຸດ​ໃນ​ການຊີ້​ນຳ​ເປີດ​​ເສັ້ນ​ທາງ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ໃຕ້. ພັນ​ເອກ ຮ່ວາງ​ມິ​ນ​ເຟືອງ, ອະ​ດີດຜູ້​ຊ່ວຍວຽກ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ເລົ່າ​ສູ່​ຟັງ​ວ່າ:

“​ເມື່ອ​ສົງຄາມ​ພາກ​ໃຕ້​ນັບມື້​ນັບ​ພັດທະນາ​ຕ້ອງ​ເປີດ​ທາງ​ໃຫ້​ໂອ​ໂຕ ​ແຕ່​ວ່າ​​ເມື່ອ​ຂົນ​ສົ່ງ​ດ້ວຍ​ໂອ​ໂຕ​ໃນ​ເງື່ອນ​ໄຂ ສັດຕູ​ເພີ່ມ​ທະວີ​​ກອງທັບ​ອາກາດ ຕີ​ທຳລາຍ ດັ່ງ​ນັ້ນ​ການ​ຂົນ​ສົ່ງ​ບາງ​ຄັ້ງ​ຖືກ​ປະລາ​ໄຊ​ຢ່າງ​ໜັກ​ໜ່ວງ. ຄາວ​ນັ້ນ, ລຸງ​ ຢາ​ບ ​ແມ່ນ​ຜູ້​ຕັດສິ​ນ​ໃຈ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ​ດ້ວຍ​ການເປີດ​​ເສັ້ນທາງ ​ເຈື່ອງ​ເຊີນ​ຜ່ານ​ປະ​ເທດ ລາວ ​ເພື່ອ​ຂົນ​ສົ່ງ, ດັ່ງ​ນັ້ນ​ເສັ້ນທາງ ​ໂຮ່ຈີ​ມິນ ຈຶ່ງກາຍ​ເປັນ​ທາງ​ທີ່​ກ້ວາງ​ຂວາງ, ມີ​ບາງຕອນ​ຂ້າມ​ປ່າ. ສັດຕູ ​ແລະ ​ເຮືອບິນ​ບໍ່​ສາມາດ​ພົບເຫັນ​ໄດ້.”

ນອກຈາກ​ມີ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ແລ້ວ, ລັກ​ສະ​ນະມະ​ນຸດ​ສະ​ທຳ​ໃນ​ການ​ຊີ້​ນຳນຳພາ​ທະຫານ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ໄດ້​ເຮັດ​ໃຫ້​ເພີ່​ນກາຍ​ເປັນ​ມະນຸດ​ແຫ່ງ​ເທບ​ນິຍາຍ ຍາມ​ໃດ​ເພີ່ນ​ກໍ່​ສາບານ​ຕົວ​ຕ້ອງ​ຍາດ​ໄດ້​ໄຊຊະນະ ​ແຕ່​ກໍ່​ຕ້ອງ​ຊ​ອກຫາ​ວິທີ​ເພື່ອ​ໃຫ້​ຈຳນວນ​ນັກຮົບ​ເສຍ​ຊີວິດ​ຢູ່​ໃນ​ລະດັບ​ຕຳ່​ສຸດ. ​ເພີ່ນ​ເຄີຍ​​ໄປ​ຍັງ​ສະໜາມ​ຮົບ​ເພື່ອ​ລະດົມ​ກຳລັງ​ໃຈ​ນັກຮົບ. ພັນ​​ເອກ, ດຣ ຫວູຕາງ​ບົ່ງ, ອະດີດ​ຫົວໜ້າ​ພະ​ແນ​ກ​ປະຫວັດສາດ​​ແຫ່ງ​ການ​ຕ້ານ ຝຣັ່ງ, ສະ​ຖາ​ບັນ​ປະຫວັດ​ສາດ​ການ​ທະຫານ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ການ​ມີ​ໜ້າ​ຂອງ​ຜູ້​ບັນຊາ​ການ, ພິ​ເສດ​ແມ່ນ​ຜູ້​ບັນຊາ​ການ​ສູງ​ສຸດ ​ພົນ​​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ແນວຄິດ, ຈິດ​​ໃຈ, ​ເຈ​ດຈຳນົງ​ຂອງ​ພະນັກງານ, ນັກຮົບ. ສະ​ເພາະ​ການ​ມີໜ້າ​ຂອງ​ເພີ່ນ​ຢູ່​ສະໜາມຮົບ​ລູກ​ສອນ​ໄຟ​ໄດ​້ປະ​ກອບ​ສ່ວນ​ຍົກ​ສູງ​ຈິດ​ໃຈ, ລະດົມ​ກຳລັງ​ໃຈ​ຢ່າງ​ທັນ​ການ. ”

ມີ​ຫຼາຍ​ຄົນ​ເອີ້ນ​ເພີ່ນ​ວ່າ: ນາຍ​ພົນ​ຜູ້​ປີ​ຊາ​ສາມາດ​ຂອງ​ຊາດ, ​ແຕ່​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ພຽງ​ແຕ່​ຮັບ​ຮູ້​ວ່າຕົນ​​ເອງແມ່ນ​ຢາດ​ນ້ຳ​ໃນ​ທ​ະ​ເລ​ທີ່​ກ້ວາງ​ໃຫຍ່. ​ເພີ່ນ​ເຄີຍ​ເວົ້າ​ວ່າ: ທຸກໆ​ວິລະ​ກຳ​ທີ່​ຍາດ​ມາ​ໄດ້​ແມ່ນ​ອີງ​ໃສ​່ການ​ຊີ້​ນຳ​ທີ່​​ເກັ່ງ​ກ້າ​ສາມາດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ ຫວຽດນາມ, ພິ​ເສດ, ​ເພີ່​ນ​ເຄີຍ​ເວົ້າ​ວ່າ: ນາຍ​ພົນ​ຜູ້​ທີ່​ຍິ່ງ​ໃຫຍ່​ທ່ີ​ສຸດ​ແມ່ນ​ປະຊາຊົນ ຫວຽດນາມ.

ຊີວິດ​ຂອງ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ, ລູກສິດ​ຜູ້ດີ​ເດັ່ນ​ຂອງ​ປະທານ ​ໂຮ່ຈີ​ມິນ, ຕິດ​ພັນ​ກັບ​ບັນດາ​ຂີດ​ໝາຍປະຫວັດສາດ​​ແຫ່ງ​ການກໍ່ສ້າງ ​ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດຊາດ ຫວຽດນາມ ​ໃນ​ສະຕະວັດ​ທີ 20. ວິລະ​ກຳ ​ແລະ ບຸກຄະ​ລິກກະພາບ​ຂອງ​ເພີ່ນ​ໄດ້​​ລະບຸ​ໄວ້​ໃນ​ປະຫວັດສາດ​ຂອງ​ຊາດ ​ແລະ ຍື່ນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ.

       

 

ຕອບກັບ

khamla yys

ວິລະ​ກຳອັນດີເດັ່ນຂອງພົນເອກ ຫວໍ້​ງວຽນ​ຢາ​ບ ອັນຫາສິ່ງໃດຈະປຽບໄດ້ນີ້ ພວກເຮົາທຸກຄົນຂໍຈົດຈຳຕາບນິດລັນ...http://www.youtube.com/watch?v=y7Abjo1fFJ0

ຂ່າວ/ບົດ​ອື່ນ