ປະຫວັດຄວາມເປັນມາຂອງພື້ນຖານດ້ານວິຈິດສິນຫວຽດນາມຕິດພັນກັບການສ້າງຕັ້ງ ແລະ ໄລຍະການກໍ່ສ້າງຂອງມະຫາວິທະຍາໄລວິຈິດສິນຫວຽດນາມ. 90 ປີທີ່ຜ່ານມາ, ຖັນແຖວຈິດຕະກອນ, ປະຕິມະກອນຂອງພື້ນຖານວິຈິດຕະກຳຫວຽດນາມທີ່ທັນສະໄໝລ້ວນແຕ່ໄດ້ຮັບການກໍ່ສ້າງຢູ່ໂຮງຮຽນແຫ່ງນີ້. ໂດຍມີຄວາມເອກອ້າງທະນົງໃຈສືບທອດມູນເຊື້ອອັນສະຫງ່າລາສີນັ້ນ, ໃນທຸກວັນນີ້, ຄູ່ອາຈານ ແລະ ນັກສຶກສາສັງກັດ ມະຫາວິທະຍາໄລວິຈິດສິນຫວຽດນາມ ສືບຕໍ່ມານະພະຍາຍາມປ່ຽນແປງໃໝ່ການຄົ້ນຄ້ວາ, ສິດສອນ, ບຳລຸງສ້າງຖັນແຖວຈິດຕະກອນ, ປະຕິມະກອນ, ນັກວິຈານດ້ານວິຈິດສິນທີ່ມີຄຸນນະພາບໃຫ້ແກ່ສັງຄົມ.
ມະຫາວິທະຍາໄລວິຈິດສິນຫວຽດນາມ ປ່ຽນແປງໃໝ່ເພື່ອ ເຊື່ອມໂຍງເຂົ້າກັບສາກົນ
|
ປີ 1925, ຕາມຂໍ້ຕົກລົງຂອງຜູ້ມີອຳນາດເຕັມແຫ່ງອິນໂດຈີນ, ມະຫາວິທະຍາໄລວິຈິດສິນອິນໂດຈີນ ຊຶ່ງແມ່ນຕົ້ນກຳເນີດຂອງມະຫາວິທະຍາໄລວິຈິດສິນຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ. ມາຮອດໄລຍະປະຈຸບັນ, ມະຫາວິທະຍາໄລວິຈິດສິນຫວຽດນາມແມ່ນໂຮງຮຽນຈຸດສຸມໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຂະແໜງວິຈິດສິນລະດັບມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລໃຫ້ແກ່ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການອະນຸລັກ ແລະ ພັດທະນາພື້ນຖານວິຈິດຕະກຳຫວຽດນາມ ພ້ອມທັງແນະນຳ ແລະ ໂຄສະນາດ້ານວິຈິດຕະກຳຫວຽດນາມໃຫ້ແຫ່ເພື່ອນມິດສາກົນ. ປີ 2015, ມະຫາວິທະຍາໄລວິຈິດສິນຫວຽດນາມໄດ້ຮັບຫຼຽນໄຊໂຮ່ຈິມິນ. ທ່ານຮອງສາດສະດາຈານ ດຣ, ອາຈານດີເດັ່ນ ເລວັນສິວ ອະທິການບໍດີມະຫາວິທະຍາໄລວິຈິດສິນຫວຽດນາມ ໃຫ້ຮູ້ວ່າ :
“ ນີີ້ແມ່ນລາງວັນອັນສູງສົ່ງໃຫ້ແກ່ຫຼາຍລຸ່ນຄົນ, ຍອນ້ຜົນງານຂອງໂຮງຮຽນແຕ່ 90 ປີມານີ້. ສິ່ງທີ່ສຳຄັນ ບໍ່ແມ່ນໄດ້ຮັບການສ້າງຕັ້ງແຕ່ດົນນານ, ຫາກແມ່ນການປະກອບສ່ວນຂອງມັນໃຫ້ແກ່ສັງຄົມ, ນີ້ຈຶ່ງແມ່ນສິ່ງທີ່ເປັນໜ້າຈົດຈຳ”
ຜ່ານແຕ່ບະໄລຍະປະຫວັດສາດ, ມະຫາວິທະຍາໄລວິຈິດສິນຫວຽດນາມໄດ້ເປັນເຈົ້າການປ່ຽນແປງເນື້ອໃນການກໍ່ສ້າງເພື່ອແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ເຊື່ອມຕົວເຂົ້າກັບກິດຈະການປ່ຽນແປງໃໝ່ຂອງປະເທດຊາດ, ໂຮງຮຽນຍາມໃດກໍດັດປັບ, ຍົກສູງຄຸນນະພາບການກໍ່ສ້າງເພື່ອແທດເໝາະກັບສະພາບຕົວຈິງຂອງສັງຄົມ. ທ່ານຮອງສາດສະດາຈານ ດຣ, ອາຈານດີເດັ່ນ ເລວັນສິວ ອະທິການບໍດີມະຫາວິທະຍາໄລວິຈິດສິນຫວຽດນາມ ໃຫ້ຮູ້ວ່າ :
“ ສຳລັບໂຮງຮຽນແລ້ວ, ຕ້ອງຮັກສາສີສັນ ແລະ ສ້າງເຄື່ອງໝາຍໃຫ້ໂຮງຮຽນ. ຕ້ອງມີການດັບປັບ, ປ່ຽນແປງໃໝ່, ພົວພັນແລກປ່ຽນກັບສາກົນເພື່ອໃຫ້ສອດຄ່ອງກັບບັນດາເງື່ອນໄຂໃໝ່ ແຕ່ຍັງຄົງຮັກສາສີສັນສະເພາະຂອງຕົນ ”
ຕາມທ່ານ ດຣ ໂງຕ້ວນຟອງ, ຮອງຫົວໜ້າພະແນກເໜືອມະຫາວິທະຍາໄລ, ໃນແຜນການກໍ່ສ້າງ, ທາງໂຮງຮຽນຍາມໃດກໍໄດ້ຄັດເລືອກຫຼັກສູດການກໍ່ສ້າງທັງຂອງຫວຽດນາມ ແລະ ຕ່າງປະເທດ. ຊຸມປີມໍ່ໆມານີ້, ທາງໂຮງຮຽນໄດ້ຕັ້ງໜ້າພົວພັນແລກປ່ຽນກັບໂຮງຮຽນຕ່າງໆຂອງຍີປຸ່ນ, ເຢຍລະມັນ, ຊູແອດ, ອາເມລິກາ. ທ່ານ ດຣ ໂງຕ້ວນຟອງ ໃຫ້ຮູ້ວ່າ :
“ ທາງດ້ານລະດັບຄວາມຮູ້, ນັກສຶກສາໄດ້ຮັບເອົາຄວາມຮູ້ລະດັບສາກົນ. ເມື່ອຮຽນຈົບ, ພວກນັກສຶກສາສາມາດກຳແໜ້ນວິຊາຊີບ, ມີຄວາມຮູ້ຮອບດ້ານເພື່ອວສາມາດຕອບສະໜອງວຽກງານທີ່ສັງຄົມຕ້ອງການ ”
ສ່ວນນາງ ຫງວຽນທິກິມງາ ອະດີດນັກສຶກສາສັງກັດມະຫາວິທະຍາໄລວິຈິດສິນຫວຽດນາມ, ປະຈຸບັນພວມເປັນນັກຄົ້ນຄ້ວາຂະແໜງຈິດຕະກຳເປີດເຜີຍວ່າ :
“ ເມື່ອເວົ້າວ່າ ຂ້າພະເຈົ້ນຮຽນຈົບຈາກມະຫາວິທະຍາໄລວິຈິດສິນຫວຽດນາມ, ທຸກໆຄົນຕ່າງກໍມີຄວາມນິຍົມນັບຖື. ນີ້ແມ່ນໂຮງຮຽນທີ່ໄດ້ໃຫ້ກຳເນີດຈິດຕະກອນຫຼາຍຄົນທີ່ມີຊື່ສຽງ ບໍ່ພຽງແຕ່ຢູ່ໃນປະເທດຫວຽດນາມເທົ່ານັ້ນ, ຫາກຍັງມີຊື່ສຽງຢູ່ຕ່າງປະເທດອີກດ້ວຍ ”.