“ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳຫວຽດນາມ” ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳ

“ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳຫວຽດນາມ” ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳ - ảnh 1
ທ່ານ ​ເລີມ​ວັນ​ຄາງ ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດທະນະທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເຫດການ​ ມອບໃບຢັ້ງຢືນມອບວັດຖຸພັນໃຫ້ແກ່ບັນດາຄະນະ
(ພາບ: vinaculto.vn)

ສັບປະດາ “ ມະຫາ​ສາມັກ​ຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ ” ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມທີ່ຈັດຂຶ້ນຢູ່ໝູ່ບ້ານ ວັດທະນະ​ທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຮ່າ​ໂນ້ຍ ຫາ​ກໍ​ຖືກ​ອັດ​ລົງ​ໂດຍ​ມີ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ອຸດົມສົມບູນ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຂອງ​ບັນດາ​ເຂດ​ພູດ​ອຍ. ​ເຫດການ​ພິ​ເສດ​ນີ້​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີງາມ​ໃຫ້​ແກ່​​ແຂກ​ທ່ອງ​ທ່ຽວ​ ​​ແລະ​ຊາວ​ທ້ອງ​ຖິ່ນ.

  ສັບປະດາ “ມະຫາ​ສາມັກ​ຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ”ຖື​ກ ດຳ​ເນີນ​ແຕ່​ວັນ​ທີ 18 ຫາ 24/11 ​ໄດ້​ເຕົ້າ​ໂຮມ​ບັນດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍບ້ານ,​ນັກ​ສິລະ​ປະການ​ຂອງ 17 ຊົນ​ເຜົ່າ​ທີ່​ຂຶ້ນ​ກັບ 13 ​ແຂ​ວງ ​ແລະ ນະຄອນ ດ້ວຍ​ຜູ້ຕາງໜ້າ​ໃຫ້​ແກ່​ບັນດາ​ເຂດ​ແຄ້ວ​ນຂອງ​ປະ​ເທດ​ຊາດ​ລວມປະມານ 400 ຄົນ. ​ເປີດ​ສາກ​ໃຫ້​ສັບປະດາ“ມະຫາ​ສາມັກ​ຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ” ​ແມ່ນ​ການ​ຕັ້ງ​ຄ້າຍ​ປະດິດ​ສ້າງ​ທາງ​ດ້ານ​ແກະ​ຄວັດ​ສະຫຼັກ​ເຂດ​ໄຕ​ງວຽນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປະການ 49 ຄົນ​ທີ່​ມາ​ຈາກ​ບັນດາ​ເຜົ່າ​ເຂດ​ໄຕ​ງວຽນ, ​ເຂົາ​ເຈົ້າ​ໄດ້​ພ້ອມ​ກັນ​ສະ​ແດງ​ຄວາມ​ຮັກ​, ການ​ປະດິດ​ສ້າງ ແກະ​ຄວັດ​ສະຫຼັກ​ໄມ້​ດ້ວຍ​ລວດລາຍ​ທີ່​ງາມ​ຕາ. ບັນດານັກ​ສິລະ​ປະການ​ທີ່​ມີ​ສີມື​ດີ​ຂອງ​ເຜົ່າ ​ເຊີ​ດັງ, ບາ​ນາ, ຢາຣາຍ, ​ແຢຈຽງ, ບ​ເຣົາ....​ໄດ້​ເຮັດ​ສຳ​ເລັດຮູບແກະ​ຄວັດ​ສະຫຼັກ 180 ຮູບ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ສິລະ​ປະ, ຊີວິດ​ການ​ເປັນ​ຢູ່, ການ​ເຫຼື້ອມ​ໄສ​..... ທ່ານ ຟານ​ວັນ​ຮ່ວາງ ຫົວໜ້າ​ຂະ​ແໜງ​ວິຊາ​ການ​ວັດທະນະທຳ ສັງກັດ​ພະ​ແນ​ກ ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​​ແຂວງ ກອນ​ຕູມ ​ໃຫ້​ຮູ້​ວ່າ :
 “ ປະຈຸ​ບັນ ຕ້ອງ​ປົກ​ປັກ​ຮັກສາ​ປ່າ, ດັ່ງ​ນັ້ນ ປະຊາ​ຊົນ​ບັນດາ​ເຜົ່າ​ເຂດ​ໄຕ​ງວຽນ​ໄດ້​ຂະຫຍາຍ​ການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ. ຮູບແກະ​ຄວັດ​ສະຫຼັກທີ່​ເຮັດ​ດ້ວຍ​ໄມ້​ຂອງ​ບັນດາ​ເຜົ່າ​ໃນ​ແຂວງ ກອນ​ຕູມ​ເວົ້າສະ​ເພາະ ​ແລະ ​ເຂດໄຕ​ງວຽນ​ເວົ້າ​ລວມ ​ໄດ້​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຄື ຮູບແກະ​ຄວັດ​ສະຫຼັກ ​ແມ່ຍິງ​ເຈ່ຍ​ລູກ, ພວກ​ອ້າຍ​ບາ​ວ ​ໄຕ​ງວຽນ ​ໄປ​ລ່າ​ສັດ...”

      ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າຢູ່​ບັນດາ​ເຂດ​ແຄ້ວ​ນທີ່​ແຕກ​ຕ່າງ​ກັນ ​ໄດ້​ນຳ​ເອົາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ​ມາ​ຮ່ວມ​ໃນ​ວັນ​ບຸນ ມະຫາ​ສາມັກ​ຄີ​. ງານ​ບຸນ​ນາງ ຮາ​ຍ ພາວະນາ​ໃຫ້​ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະທຳ​ການ​ເຫຼື້ອ​ມ​ໄສ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຕ​ໃນ​ແຂວງ ກາວ​ບັງ. ສ່ວນ​ງານ​ບຸນ ກຳ​ເມືອງ ທີ່​ມີ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆ​ຄື : ​ໂຍນ​ໝາກ​ຄອນ, ຫົດ​ນ້ຳ.... ຂອງ​ຊາວ​ເຜົ່າ​ລື້​ໃນ​ແຂວງ ລາຍ​ເຈົາ. ນາງ ວ່າງ​ທິມາຍ ຊາວ​ເຜົ່າ​ມົ້ງ ຢູ່​ເມືອງ​ກວານ​ບະ ​ແຂວງ ຮ່າ​ຢາງ ​ເວົ້າ​ວ່າ :

   “ ​ເຂົ້າ​ຮ່ວມ​ບັນດາ​ງານ​ບຸນ​ໃຫຍ່​ເຊັ່ນ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ທຸກໆ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ແລະ 54 ຊົນ​ເຜົ່າ​ອ້າຍ​ນ້ອງ ກໍ​ລ້ວນ​ແຕ່​ໄດ້​ແລກປ່ຽນ ຖອກ​ຖອນ​ບັດ​ຮຽນ​ຊຶ່ງ​ກັນ ​ແລະ ກັນ​ໃນ​ຊາຍ​ຄາ​ຮ່ວມ. ພວກ​ຂ້າພະ​ເຈົ້າ ໄດ້​ນຳ​ເອົາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ​ມາ​ຮ່ວມ​ໃນ​ວັນ​ບຸນ. ບັນດາ​ເຫດການ​ໃຫຍ່​ເຊັ່ນນີ້, ຄວນ​ດຳ​ເນີນ​ເປັນ​ປະຈຳ​ເພື່ອ​ໃຫ້​ບັນດາ​ເຜົ່າ​​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ”

    ສ່ວນ​ທ່ານ ​ເລີມ​ວັນ​ຄາງ ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດທະນະທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເຫດການ​ໃຫ້​ຮູ້​ວ່າ: 

    “ ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ຖືກ​ດຳ​ເນີນ ຖືກ​ຕາມ​​ແຜນການ ​ແລະ ປະສົບ​ຜົນສຳ​ເລັດ. ມີ​ບາງ​ເຫດການ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີງາມ​ທີ່​ສຸດ​ຄື: ການ​ວາດ​ພາບ​ເຖິງ​​ເຂດຕະຫຼາດບົນ​ໜ້າ​ນ້ຳ ພາກ​ໃຕ້; ການ​ແຂ່ງ​ງົວ ​ໄບນຸ້ຍ ອານ​ຢາງ ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ​ແລະ ຊາວ​ທ້ອງ​ຖິ່ນ​ມາ​ຊົມ​ຢ່າງ​ຫຼວງ​ຫຼາຍ”​​.

ຕອບກັບ

ຂ່າວ/ບົດ​ອື່ນ