ລາຍການສະແດງສິລະປະພິເສດເນື່ອງໃນໂອກາດວັດເດັດ​ນ້ອຍສາກົນ

(VOVWORLD) -ເນື່ອງໃນໂອກາດເດືອນເຄື່ອນໄຫວເພື່ອເດັກ ແລະ ຮັບໃຊ້ເດັກໃນໂອກາດວັນພັກແລ້ງ, ໂຮງລະຄອນໄວໜຸ່ມຮ່າໂນ້ຍ ຫາກໍ່ສົມທົບກັນຈັດຕັ້ງບັນດາລາຍການສະແດງຢູ່ເວທີທີ່ເປັນເອກະລັກສະເພາະໃຫ້ພວກນ້ອງນ້ອຍເຍົາວະຊົນ. ລາຍການແມ່ນຂົວເຊື່ອມຕໍ່ການຖ່າຍທອດບັນດາຄູນຄ່າວັດທະນະທຳມະນຸດ, ຊ່ວຍໃຫ້ເດັກປະຕິບັດຄວາມໄຝ່ຝັນຢ່າງແຮງກ້າ, ແມ່ນກຳລັງໜູນເພື່ອຜ່ານຜ່າຄວາມຫຍຸ້ງຍາກ ມຸ່ງໄປເຖິງຄວາມໄຝ່ຝັນຂອງເດັກນ້ອຍ.

ລາຍການສະແດງສິລະປະພິເສດເນື່ອງໃນໂອກາດວັດເດັດ​ນ້ອຍສາກົນ - ảnh 1 ບົດລະຄອນ ນາງສາວເທວະດາປາ

(ພາບ: qdnd.vn)

ດ້ວຍການສະແດງ 3 ບົດລະຄອນແມ່ນ: ນາງສາວເທວະດາປາ, ຄວາມເບີກບານມ່ວນຊື່ນຂອງຝູງໄກ່ ແລະ ເຮືອນຄົວເກີດມະຫາສົງຄາມ, ລ້ວນແຕ່ໄດ້ຮັບການປະດິດຄິດແຕ່ງຈາກບັນດານັກສິລະປິນ, ຜູ້ກຳກັບທີ່ມີຄວາມໃກ້ຊິດກັບຊີວິດທີ່ທັນສະໄໝຂອງພວກນ້ອງນ້ອຍເຍົາວະຊົນ. ແຕ່ຍັງຮັກສາໄດ້ບັນດາປັດໃຈແຫ່ງເທບນິຍາຍ ແລະ ມີລັກສະນະນຶກຄິດຂອງກົກເຄົ້າເລື່ອງລາວເດີມ.

        ໂດຍໄດ້ຮັບການຈັ້ດຕັ້ງຢ່າງລະອຽດລະອໍ ອີງຕາມເລື່ອງລາວເດີມຂອງນັກປະພັນວັດນະຄະດີ Hans Christian Andersen, ບົດບາດການສະແດງເລື່ອງ ນາງສາວເທວະດາ, ບັນດາຜູ້ຊົມເດັກຄືດັ່ງໄດ້ຈົມຢູ່ທ້ອງທະເລທີ່ກວ້າງໃຫຍ່ໄພສານ, ສວຍງາມ, ຄົ້ນຫາບັນດາສິ່ງທີ່ລຶກລັບຂອງທຳມະຊາດ, ທະເລ. ນ້ອງ ຫງວຽນກວາງຮືງ, ພາຍຫຼັງໄດ້ຮັບຊົມການສະແດງ 3 ບົດລະຄອນດັ່ງກ່າວ, ໃຫ້ຮູ້ວ່າ.

        “ພາຍຫຼັງໄດ້ຮັບຊົມບົດລະຄອນນີ້, ລູກເຫັນວ່າ ມັນມີຄວາມຈັບອົກຈັບໃຈ ແລະ ຮູ້ສຶກສະບາຍໃຈທີ່ສຸດ ພາຍຫຼັງການສອບເສັງເຄັ່ງຕຶງຜ່ານມາ. ຜ່ານການຮັບຊົມນີ້, ລູກກໍ່ໄດ້ມີຄວາມຮູ້ເພີ່ມຕື່ມອີກ. ລູກກໍ່ຢາກໄດ້ຊົມບັນດາບົດລະຄອນອື່ນໆອີກ ຍ້ອນບັນດາບົດລະຄອນນັ້ນແມ່ນມີປະໂຫຍດ, ເໝາະສົມກັບເກນອາຍຸຂອງພວກລູກ”.

        ເມື່ອແບ່ງປັນບັນດາຜົນສຳເລັດໃນຊຸມມື້ຫາກໍ່ສະແດງບັນດາບົດລະຄອນ ທີ່ສະຫງວນໃຫ່ເດັກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 01 ມິຖຸນາ, ທ່ານ ຫງວຽນຊີ້ຕ໋ຽນ, ຮອງຫົວໜ້າໂຮງລະຄອນໄວໜຸ່ມຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ສຳລັບເປົ້າໝາຍແມ່ນເດັກນ້ອຍ, ພວກຂ້າພະເຈົ້າຍາມໃດກໍ່ມີບັນດາບົດຮຽນທີ່ໃກ້ຊິດ ແລະ ມີຜົນປະໂຫຍດຄືບັນດາເລື່ອງລາວກ່ຽວຂ້ອງເຖິງການດຳລົງຊີວິດໃນຄາວຍັງນ້ອຍ, ພວກຂ້າພະເຈົ້າຍາມໃດກໍ່ມີບັນດາພຶດຕິກຳ ເພື່ອເຮັດແນວໃດໃຫ້ພວກເດັກຄ່ອຍໆໄດ້ສຳຜັດກັບບັນດາເລື່ອງລາວຂອງການດຳລົງຊີວິດຢູ່ອ້ອມຂ້າງຜ່ານບັນດາຕົວລະຄອນ ເພື່ອໃຫ້ພວກນ້ອງນ້ອຍສາມາດວາດພາບໄດ້ເຖິງຊີວິດຂອງຕົນ ໃຫ້ອຸດົມສົມບູນກວ່າ ຜ່ານບັນດາຕົວລະຄອນ, ສັດສາວາສິ່ງຕ່າງໆ”.

        ບົດລະຄອນ ຄວາມເບີກບ່ານມ່ວນຊື່ນຂອງຝູງໄກ່ ພັດນຳມາໃຫ້ບັນດາພວກນ້ອງນ້ອຍເຍົາວະຊົນບັນຍາກາດຄຶກຄື້ນມ່ວນຊື່ນ, ຈັບອົກຈັບໃຈຜ່ານບົດຮຽນກ່ຽວກັບນ້ຳໃຈເພື່ອນມິດຢ່າງເລິກເຊິ່ງ. ນອກຈາກນັ້ນ, ບົດລະຄອນເຮືອນຄົວເກີດມະຫາສົງຄາມ ພັດແມ່ນເລື່ອງເລົ່າທີ່ດູດດຶ່ມລະຫວ່າງບັນດາໂຕໝູ ແລະ ແມວ ທີ່ກ້າຫານ. ທ່ານ ຫງວຽນຈິ໋ຈູງ, ຫົວໜ້າໂຮງລະຄອນໄວໜຸ່ມຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ປະສິດທິຜົນ ແລະ ຄວາມເຫັນດີເຫັນພ້ອມສູງທີ່ສຸດໃນໂຮງລະຄອນ ກໍຄືສະພາສິລະປະບັນລຸໄດ້ນັ້ນແມ່ນ ບົດລະຄອນຄວາມໄຝ່ຝັນຂອງນາງສາວເທວະດາປາ. 2 ບົດລະຄອນ ເຮືອນຄົວເກີດມະຫາສົງຄາມ ແລະ ຄວາມເບີກບ່ານມ່ວນຊື່ນຂອງຝູງໄກ ກໍ່ມີຄວາມດຶງດູດທີ່ສຸດ. ພວກເດັກໃນເກນອາຍຸແຕ່ 4 – 9 ປີ ມັກຊົມທີ່ສຸດ. ຈຸດພິເສດແມ່ນ, ໂຮງລະຄອນໄວໜຸ່ມ ແມ່ນແຫ່ງເຕົ້າໂຮມຂອງພວກເດັກໃນໂອກາດວັນເດັກນ້ອຍສາກົນ ແລະ ງານບຸນໄຫວ້ພະຈັນ”.

        ເນື່ອງໃນໂອກາດນີ້, ໂຮງລະຄອນໄວໜຸ່ມ ກໍ່ໄດ້ຈັດລາຍການ “ສ້າງຄວາມໄຝ່ຝັນ”, ລວມມີບັນດາບົດລະຄອນຮ້ອງລຳທຳເພງ - ບົດລະຄອນທີ່ເປັນເອກະລັກສະເພາະ, ບັນດາການລະຫຼີ້ນມ່ວນຊື່ນ ພ້ອມກັບບັນດາການພົບປະແລກປ່ຽນທີ່ດູດດື່ມ ແລະ ມີຜົນປະໂຫຍດ. ບັນດາລາຍການສະແດງໂດຍບັນດານັກສິລະປິນຂອງໂຮງລະຄອນໄວໜຸ່ມ ສ້າງ ແລະ ສະແດງໂດຍບໍ່ເສຍຄ່າ ທີ່ສະຫງວນໃຫ້ເດັກໃນໂອກາດວັນເດັກສາກົນ 01 ມິຖຸນາ ແລະ ວັນສຸກ, ວັນເສົາ ແລະ ວັນອາທິດ ໃນຕະຫຼອດເວລາພັກແລ້ງ 2018.

        ບັນດາລາຍການສະແດງ ແມ່ນເພື່ອແນໃສ່ນຳສິລະປະມາສູ່ເດັກ, ພິເສດແມ່ນເດັກທີ່ປະສົບກັບຄວາມຫຍຸ້ງຍາກ ແມ່ນຂອງຂວັນທີ່ອລ້ຳຄ່າທີ່ສຸດ ເຊິ່ງໂຮງລະຄອນໄວໜຸ່ມຜັນຂະຫຍາຍຢ່າງກ້ວາງຂວາງໃຫ້ເດັກກວ່າ 12.000 ຄົນ ເຊິ່ງແມ່ນນັກຮຽນຢູ່ບັນດາໂຮງຮຽນ, ບັນດາທ້ອງຖິ່ນໃນບໍລິເວນນະຄອນຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນ. ແລະກໍ່ໃນໂອກາດນີ້, ໂຮງລະຄອນໄວໜຸ່ມ ກໍ່ໄດ້ມອບຂອງຂວັນທີ່ແທດຈິງຫຼາຍພູດ ທີ່ສະຫງວນໃຫ້ເດັກປະສົບກັບຄວາມຫຍຸ້ງຍາກ ໃຫ້ມີມານະຈິດ, ເຊື່ອໝັ້ນຕໍ່ອະນາຄົດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ