ວັດທະນະທຳຄ້ຽວໝາກຂອງຊາວຫວຽດນາມ

  ປະ​ເພນີຄ້ຽວ​ໝາກ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ. ມິດ​ຜ່າໝາກ, ຖາດ​ໃສ່​ໝາກ, ​ເຄື່ອງ​ບົດ​ໝາກ ….​ແມ່ນ​ວັດຖຸ​ທີ່ຂາດ​ບໍ່​ໄດ້​ໃນ​ການ​ຄ້ຽວ​ໝາກ. ພ້ອມ​ກັບ​ປະ​ເພນີຄ້ຽວ​ໝາກ​, ບັນດາວັດຖຸ​ເຫຼົ່ານັ້ນພວມ​ຄ່ອຍໆ​ຖືກ​ສູນຫາຍ​ໄປ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ຫວຽດນາມ. ​ໃນ​ຊຸມ​ວັນ​ນີ້, ​ເມື່ອ​ມາ​ຢ້ຽມຢາມ​ຫໍພິພິຕະພັນ​ປະຫວັດສາດ​​ແຫ່ງ​ຊາດ, ທຸກ​ຄົນ​ຈະ​ໄດ້​ເຫັນ​ ວັດຖຸດັ່ງກ່າວ​ໃນ​ງານ​ວາງສະ​ແດງ “ວັດທະນະທຳ​ຄ້ຽວ​ໝາກ“ ​ແລະ ຜ່ານ​ນັ້ນຈະ​ສາມາດ​ວາດ​ພາບວັດທະນະທຳ​ຄ້ຽວ​ໝາກ​ຂອງ​ຄົນລຸ້ນກ່ອນ​​ໄດ້.

ວັດທະນະທຳຄ້ຽວໝາກຂອງຊາວຫວຽດນາມ - ảnh 1

(ພາບ:dantri.com.vn)

   ຮູ​ບພາບຖາດ​ໃສ່​ໝາກ​ຖືກ​ແກະສະ​ລັກ​ຢ່າງ​ລະອຽດແນບ​ນຽນພ້ອມກັບ​ໜ່ວຍໝາກ, ​ໃບ​ພູ​ທີ່​ວາງ​ໄ​ວ້​ເທິງ​ແທ່ນ​ບູຊາ​ຂອງ​ຊາວ​ຫວຽດນາມ ​ໃນ​ສັດຕະວັດ​ທີ 18 ​ໃນ​ງານ​ວາງສະ​ແດງ ​ໄດ້​ວາດ​ພາບ​ໃຫ້​ເຫັນຈຸດ​ວັດທະນະທຳຂອງ​ຊາວ​ຫວຽດນາມ ​ໃນ​ເມື່ອ​ກ່ອນ​ຢ່າງ​ມີ​ຊີວິດ​ຊີວາ​ທີ່​ສຸດ ​ແລະ ​ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​​ໃບ​ພູ​ແລະໝາກ​ໃນ​ຊີວິດ​ດ້ານ​ວັດທະນະທຳ, ການ​ເຫຼື້ອມ​ໃສ​ສາສະໜາ​ຂອງ​ຊາວ​ຫວຽດນາມ. ທ່ານ Nguyen Van Cuong ຜູ້ອຳນວຍການຫໍພິພິຕະພັນ​ປະຫວັດສາດ​​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

   “ວັດທະນະທຳ​ຄ້ຽວ​ໝາກ​ໄດ້​​ເກີດ​ຂຶ້ນ ​ແລະ ພັດທະນາ​ຈາກ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ ​ໂດຍ​ບໍ່​ຈຳ​ແນ​ກ​ເຈົ້າຊີ​ວິດ ຫລື​ສາມັນ​ຊົນ. ວັດທະນະທຳ​ຄ້ຽວ​ໝາກ​ໄດ້​ຄອບ​ງຳ​ຊີວິດ​ວັດທະນະ​ທຳ​ສັງຄົມ​ຂອງ​ຊາວ​ຫວຽດນາມ​ທີ່​ສຸດ: ຈາກ​ພິທີ​ງານ​ສົບ, ສູ່ຂໍ, ​ແຕ່ງດອງ ​ແລະ ບັນດາ​ປະ​ເພດ​ສິລະ​ປະ​ອື່ນໆ​ອີກ ​ວັດທະນະທຳ​ມີ​ມາ​ແຕ່​ນັບພັນປີກ່ອນ​ນັ້ນ​ໄດ້​ສ້າງ​ເປັນ​ສີສັນສະ​ເພາະ​ຂອງ​ຊາວ​ຫວຽດນາມ

   ວັດຖຸ​ພັນ​ບູຮານ​ກ່ວາ 100 ຊີ້ນ​ຄື: ມິດ​ຜ່າໝາກ, ຖາດ​ໃສ່​ໝາກ, ​ເຄື່ອງ​ບົດ​ໝາກ ….​ ດ້ວຍ​ບັນດາຮູບ​ແບບ, ​ເຮັດ​ດ້ວຍ​ວັດ​ສະດຸ​ແຕກ​ຕ່າງ​ກັນ​ໄດ້​ຊ່ວຍ​ໃຫ້​ແຂກ​ມາ​ຊົມ​ວາດ​ພາບ​ໄດ້​ກ່ຽວ​ກັບປະ​ເພນີ​ຄ້ຽວ​ໝາກ. ບັນດາ​ວັດຖຸ​ທີ່​ລະອຽດ​ແນບ​ນຽນ​ເຮັດ​ດ້ວຍ​ຄຳ, ​ເງິນ, ​ໄມ້​ມີຄ່າ…​ທີ່​ແກະ​ສະ​ລັກລວດລາຍ​ຢ່າງ​ລະອຽດ​ອ່ອນນັ້ນ​ໄດ້​ດູດ​ດື່ມ​​ຜູ້​ມາຊົມ​ທີ່​ສຸດ. ບັນດາ​ຊຸດ​ຄ້ຽວ​ໝາກຂອງ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື: ​ເຜົ່າ​ຈຳ, ຂະ​ແມ, ​ໄຕ, ​ໂລ​ໂລ, ​ໄທ…​ທີ່ຖືກນຳ​ມາ​ວາງສະ​ແດງຢູ່​ທີ່​ນີ້ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດສະ​ເພາະ​ໃນ​ວັດທະນະທຳ​ຄ້ຽວໝາກ​ຂອງ​ແຕ່ລະ​ເຂດ​ພາກ. ​ແຂກ​ຕ່າງ​ປະ​ເທດ​ຜູ້​ໜຶ່ງ​ມາ​ຢ້ຽມຢາມ​ງານ​ວາງສະ​ແດງ​ໄດ້​ເວົ້າວ່າ:

   “​ງານ​ວາງສະ​ແດງ​ນີ້​ພິ​ເສດ​ທີ່​ສຸດ, ມັນ​ຊ່ວຍ​ໃຫ້​ຂ້າພະ​ເຈົ້າຮູ້ຈັກ​ກ່ຽວ​ກັບ​ຈຸດ​ວັດທະນະທຳ​ຂອງ​ພວກ​ເພື່ອນຕື່ມ​ອີກ​. ວັດຖຸ​ພັນ​ໄດ້​ວາງສະ​ແດງ​ຢູ່​ນີ້​ພິ​ເສດ​ທີ່​ສຸດ. ​ເຂົ້າເປັນ​ເທື່ອ​ທຳ​ອິດທີ່ຂ້າພະ​ເຈົ້າ​ໄດ້​ເຫັນ​ດັ່ງກ່າວບັນ​ດາ​ວັດຖຸ​ພັນດັ່ງກ່າວ ແລະ ​ໄດ້​​ເຫັນຂົາ​ເຈົ້າຄ້ຽວ​ໝາກ

 

ວັດທະນະທຳຄ້ຽວໝາກຂອງຊາວຫວຽດນາມ - ảnh 2

(ພາບປະກອບ:vov.vn)

  ບໍ່​ພຽງ​ແຕ່​​ສ້າງ​ຄວາມໄດ້ດູດ​ດື່ມ​​ແຂກ​ຕ່າງປະ​ເທດ​ເທົ່າ​ນັ້ນ, ງານ​ວາງສະ​ແດງ “ວັດທະນະທຳ​ຄ້ຽວ​ໝາກ“ ຍັງຄົງ​ດູດ​ດື່ມ​​ພວກ​ເພື່ອນ​ໜຸ່ມ​ຍ້ອນ​ຄວາມ​ງາມ​ຂອງ​ວັດທະນະທຳ​ບັນດາ​ເຜົ່າ​ອີກ​ດ້ວຍ. ​ເພື່ອນ Pham Thuy Anh ​ໃຫ້ຮູ້ວ່າ:

     “​ແມ່​ເຖົ້າຂອງ​ຂ້ອຍ​ເຄີຍ​ຄ້ຽວ​ໝາກ, ສະນັ້ນ, ​ຂ້າພະ​ເຈົ້າກໍ່​ຮູ້ຈັກ​ກັບມິດ​ຜ່າໝາກ, ຖາດ​ໃສ່​ໝາກ, ​ເຄື່ອງ​ບົດ​ໝາກ ….​ ແລ້ວ. ​ແຕ່​ມື້​ນີ້​ຈຶ່ງ​ເຫັນ​ບັນດາ​ວັດຖຸ​ທີ່​ເຮັດ​​ເຄື່ອງ​ຄ້ຽວ​ໝາກດ້ວຍ​ບັນດາ​ແບບທີ່​ຕ່າງ​ກັນ. ​ເຄື່ອງ​ຄ້ຽວ​ໝາກ​ທີ່ສະຫງວນ​ໃຫ້​ພວກ​ຂຸນນາງ​ໃນ​ເມື່ອ​ກ່ອນ​ແມ່ນ​ງາມ​ທີ່​ສຸດ

​​    ເຖິງ​ວ່າ​ປະ​ເພນີ​ຄ້ຽວ​ໝາກ​ໃນ​ປະຈຸ​ບັນ​ຍັງ​ບໍ່​​ໄດ້ຮັບ​​ການ​ເຜີ​ຍ​ແຜ່ອີກ​ແລ້ວ​ກໍ່ຕາມ​ແຕ່​ບັນດາ​​ເຄື່ອງໃຊ້​ໃນ​ການ​ຄ້ຽວ​ໝາກ​ຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມ ​ແລະ ​ແມ່ນ​ຂີດ​ໝາຍ​ຂອງ​ຮີດຄອງ​ປະ​ເພນີ​ຊື່​ງຊາວ​ຫວຽດນາມ ​ໄດ້​ຮັກສາ​ໄວ້​ນັບພັນ​ປີ​ມາ​ນີ້​. ບັນດາ​ວັດຖຸ​ພັນທີ່​ຕິດ​ພັນ​ກັບ​ວັດທະນະທຳ​ຄ້ຽວ​ໝາກ​ຊຶ່ງ​ນຳ​ມາ​ວາງສະ​ແດງ​ຢູ່​ຫໍພິພິຕະພັນ​ປະຫວັດສາດ​ແຫ່ງ​ຊາດ ​ໄດ້​ແນະນຳ​ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ​ຂອງ​ວັດທະນະທຳ​ພິ​ເສດສະ​ເພາະ​ໃນ​ຊີວິດ​ຂອງ​ຊາວ​ຫວຽດນາມ, ຜ່ານ​ນັ້ນ​ໄດ້​ສົ່ງສານກ່ຽວ​ກັບ​ການ​​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ພື້ນ​ເມືອງ​ອັນດີງາມ​ ​ຂອງ​ຊາດ​ເຖິງ​ມະຫາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ