ວັດທະນະທຳຍີ່ປຸ່ນຢູ່ໃຈກາງນະຄອນຮ່າໂນ້ຍ

(vovworld) – ງານ​ວາງສະ​ແດງ “ຕຸກກະຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ“ ​ທີ່ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຍີ່ປຸ່ນ ພວມ​ດຳ​ເນີນ​ໄປ​ຢູ່​ຫໍພິພິດທະພັນ​ແມ່ຍິງ​ຫວຽດນາມ ​ໃນ​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ​ໃນ​ປີ 2013. ​

ວັດທະນະທຳຍີ່ປຸ່ນຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 1

​        ​ເມື່ອ​ມາ​ຢ້ຽມຊົມ​ທີ່​ງານ​ວາງສະ​ແດງ, ຜູ້​ຄົນ​ທັງຫຼາຍບໍ່​ພຽງ​ແຕ່​ໄດ້​ເຫັນ​ປະຈັກ​ຕາ​ຕຸກກະຕາທຸກ​ປະ​ເພດ​ຂອງ​ຍື່ປຸ່ນ​ເທົ່າ​ນັ້ນ, ຫາກ​ຍັງ​​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ, ​ເມື່ອ​ໄດ້​ນຸ່ງ​ຊຸດ​ອາພອນ​ yukata, ​ດ້ວຍ​ສີສັນ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຜູ້ຍິງຍີ່ປຸ່ນ ​ໃນ​ລະດູ​ຮ້ອນ, ຫຼື​ໄດ້​ເຂົ້າ​ຮ່ວມ​ສິລະ​ປະ​ພັບ​ເຈ້ຍ Origami ​ແລະ ການ​ລະ​ຫຼີ້ນ​ພື້ນ​ເມືອງ​ຕ່າງໆ​ຂອງ​ຍີ່ປຸ່ນ. ຫວໍ​ຢູຍກວົກທ້າຍ, ນັກ​ສຶກສາ​ສະ​ຖາ​ບັນ​ການ​ເງິນ​ຫວຽດນາມ, ​ແບ່ງປັນ​ວ່າ:

        “ນີ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ງານ​ວາງສະ​ແດງ​ກ່ຽວ​ກັບ​ຍີ່ປຸ່ນ. ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນ​ຫຼາຍ, ວັດທະນະທຳ​ຂອງ​ຍີ່ປຸ່ນ​ແມ່ນມີ​ຫຼາຍ​ຮູບ​ຫຼາຍ​ສີ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນ້ອງນັ້ນ​ແມ່ນ​ບັນດາຕຸກກະຕາ, ​ເຖິງ​ວ່າ​ມັນ​ມີຂະໜາດ​ໃຫຍ່, ນ້ອຍ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ພັດສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳນານ​​ຂອງ​ບັນດານັກສິລະ​ປະການ“.

ວັດທະນະທຳຍີ່ປຸ່ນຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 2

        ຕຸກກະຕາ​ກວ່າ 200 ​ໂຕ​ທີ່​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​ແມ່ຍິງ​ຫວຽດນາມ​ນັ້ນ, ​ໂດຍ​ບັນດາ​ນັກສິລະ​ປະການຍີ່ປຸ່ນ​ເຮັດ​ເອງ. ບັນດາ​ຮີດຄອງ​ປະ​ເພນີ, ວັດທະນະທຳ, ທັດສະນະ​, ການ​ເຫຼື້ອມ​ໄສ ກໍ່​ຄື​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຊາວ​ຍີ່ປຸ່ນ ​ລ້ວນ​ແຕ່​ຖືກສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​ຜ່ານ​ຕຸກກະຕາ​ແຕ່ລະ​ໂຕ. ສຳລັບ​ຊາວ​ຍີ່ປຸ່ນ, ຕຸກກະຕາ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ. ປ້າ Sachei Ito, ປະທານ​ສະມາຄົມ​ຕຸກກະຕາ Edo – Kemikomi, ​ໃຫ້​ຮູ້​ວ່າ

        “ບັນດາ​ຕຸກກະຕາ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ໂອກາດ​ວັນ​ເກີດ, ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ​ແມ່ນ​ຂອງຂວັນ​ມອບ​ໃຫ້​ເດັກ​ຍິງ, ​ເດັກ​ຊາຍ ​ເພື່ອ​ອວຍພອນ​ໃຫ້​ພວກ​ນ້ອງ​ມີ​ສຸຂະພາບ​ແຂງ​ແຮງ, ​ຮູ້​ຄວາມ ​ແລະ ຮຽນ​ເກັ່ງ. ນອກ​ນັ້ນ, ຕຸກ​ກະ​ຕາ​ຍັງ​​ໃຊ້​ເພື່ອ​ປະດັບ​ປະດາ ດ້ວຍ​ຄວາມ​ຫວັງ​ຄອບຄົວ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບງາມ​ອີກ​ດ້ວຍ“

ວັດທະນະທຳຍີ່ປຸ່ນຢູ່ໃຈກາງນະຄອນຮ່າໂນ້ຍ - ảnh 3

        ​ເຂດ​ສຳລັບ​ສິລະ​ປະ​ພັບ​ເຈ້ຍ Origami ​ເຖິງ​ວ່າ​ບໍ່​ກວ້າງ, ​ແຕ່​ຍັງ​ຄົງ​ດຶງ​ດູດ​ຜູ້​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ດ້ວຍ​​ສີມື​ການ​ຊ່າງ​ຂອງ​ຜູ້​ພັບ, ​ເຈ້ຍ Origami ​ແຕ່ລະ​ໃບ ໄດ້​ກາຍ​ເປັນຫຼາຍ​ຮູບ​ຕາມຄວາມ​ສຳນຶກຂອງ​ເຂົາ​ເຈົ້າ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຊົມ. ປ້າ ​ເລ​ທິ​ແທງ, ອາຍຸ 70 ປີ ຢູ່​ກິມລຽນ, ຮ່າ​ໂນ້ຍ, ​ແບ່ງ​ປັນ​ວ່າ:

        “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ພັບ​ເຈ້ຍ, ພັບຍາກ​ຫຼາຍ​, ​ແຕ່​ພັດ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ພວມ​ພະຍາຍາມ​ພັບ​ດອກ​ໄມ້. ຈາກ​ເຈ້ຍ​ໃບ​ໜຶ່ງ​ກໍ່​ສາມາດ​ພັບ​ເປັນ​ຫຼາຍ​ຮູບ​ໄດ້. ຊາວ​ຍີ່ປຸ່ນ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ສະຫຼາດ​ສະຫຼຽວ​ທີ່​ສຸດ“.

        ງານ​ວາງສະ​ແດງ​ຕຸກກະຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ​ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 7-31/3, ​ໄດ້​ນຳ​ເອົາ​ວັດທະນະທຳ​ຍີ່ປຸ່ນ​ມາ​ໃຫ້​ຜູ້​ນິຍົມ​ສິລະ​ປະ​ຫວຽດນາມ. ປ້າ ບູ່​ຍທິງາ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມາ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ຈັບ​ອົກ​ຈັບ​ໃຈ​ຫຼາຍ. ຕຸກກະຕາ​ຢູ່​ທີ່​ນີ້​ມີ​ຫຼາຍ​ປະ​ເພດ. ຜ່ານ​ນັ້ນ, ຊາວ​ຮ່າ​ໂນ້ຍຈະ​ມີ​ໂອກາດ​ເພື່ອ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບປະ​ເທດ​ຍີ່ປຸ່ນ​ຜ່ານບັນດາ​ຕຸກກະຕາ, ການ​ລະ​ຫຼິ້ນ​ພື້ນ​ເມືອງ… ຈາກ​ນັ້ນ​ຈະ​ປະກອບສ່ວນ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ຊ່ວຍ​ເຫຼືອ​ພ້ອມ​ກັນ​ພັດທະນາ“

        ງານ​ວາງສະ​ແດງ “ຕຸກກະຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຍີ່ປຸ່ນ“ ​ນອນ​ໃນ​ຂອບ​ເຂດ​ລາຍການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ຊ່ວຍ​ໃຫ້​ລຸ້ນໜຸ່ມ​ຫວຽດນາມ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັດທະນະທຳ​ທີ່​ດີງາມ​ຂອງ​ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ