ວິທະຍຸກະຈາຍສຽງຫວຽດນາມ, ເພື່ອນສະຫນິດສະຫນົມຂອງທຸກຄົນ

 ວິທະຍຸກະຈາຍສຽງຫວຽດນາມ, ເພື່ອນສະຫນິດສະຫນົມຂອງທຸກຄົນ - ảnh 1

(vovworld)- ຍັງ​​ພຽງອີກ 2 ມື້​ເທົ່າ​ນັ້ນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ຈັດ​ພິ​ທີສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ (7/9/1945-7/9/2015). ໃນ 70 ປ​ີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ຍາມ​ໃດ​ກໍ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ທ່ານ​ຜູ້​ຟັງເປັນ​ຈຳ​ນວນ​ຫລວງ​ຫລາຍ, ໃນ​ນັ້ນ​ມີ​ຜູ້​ຟັງ​ຫລາຍ​ຄົນ​ໄດ້​ພ້ອ​ມ​ກັນສ້າງ​ຕັ້ງ​ສະ​ໂມ​ສອນ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

           ນັກ​ຮົບ​ເກົ່າ ຮ່າ​ຟີ​ຫາຍ, ຊື່ງ​ແມ່ນສະ​ມາ​ຊິກ​ສະ​ໂມ​ສອນ​ນັກ​ຮົບ​ເກົ່າ​ຟັງ​ວິ​ທະ​ຍຸ ຢູ່ ນະ​ຄອນ ຫວຽດ​ຈີ່ ແຂວງ ຟູ​ທໍ້ ໃຫ້​ຮູ້​ວ່າ: VOV ​ຄື​ດັ່ງ​ເພື່ອນ​ສະ​ຫນິດ​ສະ​ຫນົມ​ຂອງ​ທ່ານ​ນັບ​ແຕ່​ສະ​ໄຫມ​ສົງ​ຄາມ​ຈົນ​ເຖິງ​ໄລ​ຍະ​ສັນ​ຕິ​ພາບ. ແລະ ຈຸດ​ເວ​ລາ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ແມ່ນ ໄດ້​ຮັບ​ຟັງ VOV ແຈ້ງ​ຂ່າວ ປະ​ທານ​ໂຮ່​ຈິ​ມີນ ເຖິງ​ແກ່ມ​ໍ​ລະ​ນະ​ກຳ. VOV ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ ແລະ ກາຍ​ເປັນ​ເພື່ອນ​ສະ​ຫນິດ​ສະ​ຫນົມ​ຂອງ​ບັນ​ດາ​ນັກ​ຮົບ​ໃນ​ສະ​ໄຫມ​ຕໍ່​ຕ້ານ. ປະ​ຈຸ​ບັນ ເຖິງວ່າອາ​ຍຸ​ສູງ​ແລ້ວ, ວິ​ທະ​ຍຸ​​ຍາມ​ໃດ​ກໍແມ່ນ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ. ທ່ານ ຫາຍ ນິ​ຍົມ​ບັນ​ດາ​ລາຍ​ການ​ອອກ​ອາ​ກາດ​ສົດ​ຂອງ VOV ​ໂດຍ​ສະ​ເພາະ​ແມ່ນ​ລາຍ​ການ ​ທີ່​ມີ​ການ​ແລກ​ປ່ຽນ​ກັບ​ຜູ້​ຟັງ. ຕາມ​ທ່ານ ຫາຍ​ແລ້ວ, ນີ້​ແມ່ນ​ສິ່ງ​ທີ່​ໃຫມ່​ອ່ຽມ​ຂອງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​  VOV ໃນປະ​ຈຸ​ບັນ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ VOV ເຜີຍ​ແຜ່​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ຢ່າງ​ທັນ​ການ. ພາຍ​ຫລັງ​​ໄດ້ຮັບ​ຟັງ​ວິ​ທະ​ຍຸ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ ເຜີຍ​ແຜ່​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂ​ອງ​ພັກ, ລັດ ໃຫ້​ແກ່ປະ​ຊາ​ຊົນ​ໃນ​ບ້ານ ເພື່ອ​​ໃຫ້​ເຂົາ​ເຈົ້າ​ຮັບ​ຊາບ ກໍ​ຄື​ເຜີຍ​ແຜ່​ໃຫ້​ລູກ​ຫລານຂອງ​ຕົນ.”

 ວິທະຍຸກະຈາຍສຽງຫວຽດນາມ, ເພື່ອນສະຫນິດສະຫນົມຂອງທຸກຄົນ - ảnh 2
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ຜູ້​ຟັງ​ຂອງVOV

        ຜູ້​ຟັງ​ສາ​ມາດ​ຮັບ​ຟັງລາຍ​ການ​ຕ່າງໆ​ຂອງ VOV ຢູ່​ທຸກ​ບ່ອນ, ທຸກ​ເວ​ລາ ຢ່າງ​ງ່າຍ​ດາຍ ແລະ ສະ​ດວກ. ນັ້​ນ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ​​ແມ່​ຕູ້ ຫງວຽນ​ທິ​ຮຽນ, ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ​​ຜູ້​ຟັງ ວິ​ທະ​ຍ​ຸ ຢູ່​ ບ້ານ ເຫລື້ອ ຕາ​ແສງ ຫວຽດ​ຮຸ່ງ ເມືອງ ເກວ​ຫວໍ ແຂວງ ບັກ​ນີງ. ສຳ​ລັບ​ປ​ະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ແລ້ວ, ​ຍາມ​ໃດ​ກໍ​ຄ້າງ​ຄາກັບ ວຽກ​ໄຮ່​ການ​ນາ, ສະ​ນັ້ນ ເຂົາ​ເຈົ້າ​ພຽງ​ແຕ່​ຮັບ​ຟັງ​ບັນ​ດາ​ລາຍ​ການ​ຜ່ານ​ຄື້ນ​ວິ​ທະ​ຍຸ​ໄດ້​ເທົ່າ​ນັ້ນ. ແມ່​ຕູ້ ຫງວຽນ​ທິ​ຮຽນ ໃຫ​້​ຮູ້​ວ່າ: ລາຍ​ການ​ໃດ​ຂອງ VOV, ແມ່​ກໍ​ຮັບ​ຟັງ​ໝົດ, ພິ​ເສດ​ແມ່ນ​ລາຍ​ການ​ເວົ້າ​ເຖິງ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ​ຊາວ​ກະ​ສິ​ກອນ ຫລື​ບັນ​ດາ​ລາຍ​ການ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທຸກ​ລາຍ​ການ​ຂອງ VOV ລ້ວນ​ແຕ່​ມີ​ຄ​ວາມ​ໝາຍ​ຢ່າງ​ແທດ​ຈິງ, ເປັນ​ຕົ້ນ​ບັນ​ດາ​ລາຍ​ການ​ຄື: ເພື່ອນ​ຂອງ​ຊາວ​ກະ​ສິ​ກອນ ຫລື ລາຍ​ການ ຊ່ວຍ​ເຫລືອ​ກັນ​ສ້າງ​ຄວາມ​ຮັ່ງ​ມີ ຂອງ VOV.  ຂ້າ​ພະ​ເຈົ້າ​ຮັບ​ຟັງ ແລະ ເຜີຍ​ແຜ່​ເຖິງ​ສະ​ມຳ​ຊິກ​ທຸກ​ຄົນ​ໃນ​ສະ​ໂມ​ສອນ​. ບັນ​ດາ​ລາຍ​ການນັ້ນ ໄດ້ຊ່ວຍໃຫ້​ພວກ​ຂ້າ​ພະ​ເຈົ້າ​ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ທົ່ງ​ນາ.”

        ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ຜູ້​ຟັງ​ວິ​ທະ​ຍຸ ເມືອງ ອຽນ​ຢູງ ແຂວງ ບັກ​ຢາງ ຍາມ​ໃດ​ກໍ​ມີ ວິ​ທະ​ຍຸ ເຄື່ອງ​ຫນຶ່ງ​ຕິດ​ໂຕ. ປ້າ ເຈີນ​ທິ​ເລ​ຕວານ, ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ປ້າ​ຮັບ​ຟັງ​ວິ​ທະ​ຍຸ​ໃນ​ທຸກ​ເວ​ລາ. ປ້າ ມັກ​ບັນ​ດາ​ລາຍ​ການ​ດົນ​ຕີ​ພື້ນ​ເມືອງ ທີ່​ອ​ອກ​ອາ​ກາດ​ເປັນ​ປະ​ຈຳ​ທາງ​ຄື້ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​​ວ່າ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫວຽດ​ນາມ ມີ​ຫລາຍ​ລາຍ​ການ​ມ່ວນກວ່າອີກ, ເປັນ​ຕົ້ນ​ແມ່ນ​ລາຍ​ການ​ເພງ​ພື້​ນ​ເມືອງ.  ພວກ​ຂ້າ​ພະ​ເຈົ້າ​ກໍ​ຫວັງ​ວ່າ VOV ຈະ​ອັບ​ເດັດ​ຂ່າວ​ຄາວ​ຢ່າງວ່ອງ​ໄວ, ທັນ​ການ ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​​ສະ​ພາບ​ການໃນ​ແຕ່​ລະ​ມື້.”

        ຜູ້​ຟັງ​ນັບ​ລ້ານໆ​ຄົນ​ໃນ​ທຸ​ກ​ແຖບ​ຖິ່ນ​ຂອງທົ່ວ​ປະ​ເທດ ຈາກ​ເຂດ​ຊາຍ​ແດ​ນ​ຕະ​ຫລອດ​ຮອດ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ ລ້ວນ​ແຕ່​ຕິດ​ຕ​າມ​ລາຍ​ການ​ກະ​ຈາຍສຽງ​ຂອງ VOV ທຸກວັນ​ແລະ​ຄືນ. ບໍ່​ພຽງ​ແຕ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງມີ​ຫລາຍ​ສະ​ໂມ​ສອ​ນ​ຜູ້​ຟັງ​ວິ​ທະ​ຍຸ​ກ​ໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ຕ່າງ​ປະ​ເທດ ແລະ ເຂົາ​ເຈົ້າ​​ໄດ້ສົ່ງ​ຈົດ​ໝາຍ​ມາ​ຍັງ VOV ເປັນ​ປະ​ຈຳ ເພື່ອ​ສະ​ຫນັບ​ສະ​ຫນູນ​ກໍ​ຄື​ປະ​ກອບ​ຄຳ​ເຫັນ​ເຮັດ​ໃຫ້​ VOV  ນັບ​ມື້​ນັບ​ພັດ​ທະ​ນາກວ່າ​ອີກ. ພຽງ​ແຕ່​ມີ​ຄວາມ​ເຊື່ອ​ໝັ້ນ, ຮັກ​ແພງ VOV, ຜູ້​ຟັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຈຶ່ງມ​ີ​ອາ​ລົມ​ຈິດ ຄວາມ​ສະ​ຫນິດ​ຕິດ​ພັນ​ກັບ VOV ຢ່າງ​ເລິກ​ເຊິ່ງ ແລະ ຍາວ​ນານ​ຄື​ແນວນັ້ນ.

ຂ່າວ/ບົດ​ອື່ນ