ວັນບຸນບໍລິຈາກເລືອດລະດູບານໃໝ່ປີ 2013 – ຄວາມຮັກແພງມະນຸດດ້ວຍກັນ

ວັນບຸນບໍລິຈາກເລືອດລະດູບານໃໝ່ປີ 2013 – ຄວາມຮັກແພງມະນຸດດ້ວຍກັນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ​ ໄດ້ມາຖາມຂ່າວ, ລະດົມກຳລັງໃຈແກ່ບັນດາ​ເພື່ອນ​ໜຸ່ມ​ມາ​ເຂົ້າ​ຮ່ວມ​ບັ້ນບໍລິຈາກ​ເລືອດ​  (ພາບ : baomoi.com)

       ວັນທີ 3/3, ຢູ່​ສະໜາມກິລາ​ແຫ່ງ​ຊາດ ມີ້​ດິງ-ຮ່​າໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ​ໄດ້​ປະກາດ​ໄຂ​ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີ 2013 ດ້ວຍສານທີ່ວ່າ “ ຢາດ​ເລືອດ​ແດງ​ເພື່ອ​ຊີວິດ​ມະນຸດ ” . ນີ້ແມ່ນວັນບຸນຖືກຈັດຂຶ້ນປະຈຳປີ, ແນໃສ່ຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບ ແລະ ສູງສົ່ງກ່ວານັ້ນແມ່ນເພື່ອວົງຄະນະຍາດມີສຸຂະພາບເຂັ້ມແຂງ.

    ກໍ​ເຊັ່ນດຽວ​ກັນ​ກັບ​ປີ​ກ່ອນໆ, ​ແຕ່​ເຊົ້າໆ, ຢູ່​ສະໜາມກິລາ​ແຫ່ງ​ຊາດ ມີ້​ດິງ ​ໄດ້​ດຶງ​ດູດ​ບັນດາ​ເພື່ອນ​ໜຸ່ມ​ມາ​ເຂົ້າ​ຮ່ວມ​ບັ້ນບໍລິຈາກ​ເລືອດ​ຢ່າງ​ຫຼວງ​ຫຼາຍ, ​ປະກອບ ສ່ວນ​ຕອບ​ສະໜອງ​ປະລິມານ​ເລືອດ​ເພື່ອ​ປິ່ນປົວ​ຄົນ​ເຈັບ​ຢູ່​ໂຮງໝໍ 120 ກ່ວາ​ແຫ່ງ​ໃນ​ເຂດ​ພາກ​ເໜືອ. ຈຸດ​ພົ້ນ​ເດັ່ນ​ໃນ ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີນີ້, ​ແມ່ນ​ມີ​ບາ​ວສາວ​ພວມ​ເປັນ​ແຟນກັນ​ນັບ​ຮ້ອຍ​ຄູ່ ພ້ອມ​ກັບ​ບັນດາ​ຄ​ອບຄົວ, ຫົວໜ່ວຍ​ຕ່າງໆ​ໄດ້​ມາ​ຮ່ວມ. ​ໂດຍ​ໄດ້​ມີໜ້າແຕ່​​ເຊົ້າ, ທ້າວ ຝ້າ​ມວັນ​ມິ​ງ ​ແລະ ນາງ ຝ້າ​ມທິ​ແທງ​ເວີນ ຊຶ່ງ​ຄູ່ຮັກ​ຄູ່​ໜຶ່ງ​ໃນ​ຈຳນວນ 6000 ຄູ່​ທີ່​ເຂົ້າ​ຮ່ວມ ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີ 2013. ນີ້​ແມ່ນ​ການ​ມາ​ບໍລິຈາກ​ເລືອດຄັ້ງ​ທີ 8 ຂອງ​ເວີນ, ​ແລະ ​ເປັນ​ຄັ້ງ​ທີ 2 ຂອງ​ມິ​ງ. ທັງ 2 ຄົນ​ຕ່າງ​ກໍ​ສະ​ແດງ​ຄວາມ​ຫວັງ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີຕໍ່ໍ່ໆ​ໄປ​ອີກ. ທ້າວ ຝ້າ​ມວັນ​ມິ​ງ ​ເວົ້າ​ວ່າ :

    “ ​ເຮົາ​ກັບ​ເພື່ອນ​ຍິງ​ຂອງ​ຕົນ​ມາ​ນີ້ ຢາກ​ແບ່ງປັນ​ເລືອດ​ຂອງ​ຕົນ. ນີ້​ແມ່ນ​ວັນ​ບຸນ​ໃຫຍ່​ຢ່າງ​ແທ້​ຈິງ, ມີ​ຂອບ​ຂະໜາດ​ໃຫຍ່. ​ໄດ້​ແບ່ງປັນ​​ເລືອດ​ຂອງ​ຕົນ, ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ ​ແລະ ​ເປັນ​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຍ້ອນ​ວ່າ ​ເຮົາ​ເອງ​ໄດ້​ປະຕິບັດ​ຕາມ​ຄວາມ​ຫວັງ ”

    ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີ 2013 ມີ​ຄວາມ​ອົບ​ອຸ່ນ ຍິ່ງ​ຂຶ້ນ ​ແລະ ​ແຕກ​ຕ່າງ​ກັບ ວັນ​ບຸນ​ບໍລິຈາກ​ເລືອດ​ຄັ້ງ​ກ່ອນໆ, ​ເມື່ອ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ເປັນ​ແມ່​ໂດຍ​ສະໝັກ​ໃຈ. ມີ​ແມ່​ປ້າ 60 ຄົນ​ຂອງ​ພວກ​ເພື່ອນ​ໜຸ່ມ​ອາສາ​ສະໝັກ​ຂົນຂວາຍບໍລິຈາກ​ເລືອດ​​ໄດ້​ມີໜ້າ​ແຕ່​ເຊົ້າ​ເພື່ອ​ເຂົ້າ​ຮ່ວມ​ບັ້ນ​ບໍລິຈາກ​ເລືອດ​ພ້ອມ​ກັບ​ລູກໆ​ຂອງ​ຕົນ. ປ້າ ລິວ​ທິຖຽບ ມາ​ຈາກ​ແຂວງ ນິງບີ​ງ ຊຶ່ງ​ເປັນ​ແມ່​ຂອງ​ເພື່ອ​ນ ຫງວຽນ​ທິທູ​ເວີນ ຜູ້​ອາສາ​ສະໝັກ​ບໍລິຈາກ​ເລືອດ​ສັງກັດ​ມະຫາ ວິທະຍາ​ໄລວິທະຍາສາດ​ສັງຄົມ ​ແລະ ມະນຸດຊາດ ​ເປີດ​ເຜີຍ​ວ່າ :

   “ ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ເບີກບານ​ມ່ວນ​ຊື່ນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ແມ່ ​ແມ່ນ​​ໄດ້​ເຫັນ​ລູກ​ຂອງ​ຕົນ​ແຂງ​ແຮງ, ​ເຕີບ​ໃຫຍ່ ​ແລະ ມີ​ຜົນ​ປະ​ໂຫຍ​ດຕໍ່​ສັງຄົມ. ບັນດາ​ວຽກ​ງານ​ທີ່​ພວກ​ລູກ​ຫຼານ​ພວມ​ເຮັດ​ນັ້ນ, ຈະ​ນຳ​ມາ​ເຊິ່ງຄວາມ​ມ່ວນ​ຊື່ນ ​ແລະ ຄວາມ​​ເອກອ້າງທະ​ນົງ​ໃຈ​ໃຫ້​ແກ່​ບັນດາ​ຜູ້​ເປັນ​ແມ່​ຄື ຂ້າພະ​ເຈົ້າ. ຍິ່ງ​ກວ່າ​ນັ້ນ, ບັນດາ​ວຽກ​ງານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ມະນຸດ​ນີ້​ຂອງ​ພວກ​ລູກ ຈະຊ່ວຍກອບ ກູ້ເອົາຊີວິດຂອງຄົນເຈັບ. ສິ່ງນີ້ແມ່ນບໍ່ມີຫຍັງປະເສີດເລີດລ້ຳກ່ວາ ”

  ໂດຍຕາງໜ້າຄະນະຈັດຕັ້ງ, ທ່ານນາງ ຫງວຽນທິຊວຽນ ຮອງລັດຖະມົນຕີ ກະຊວງສາທາລະນະ​ສຸກ​ຫວຽດນາມ ​ໄດ້​ຮຽກຮ້ອງ​ປະຊາຊົນ​ທັງ​ປວງ ຈົ່ງ​ພ້ອມ​ກັນຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບຊຶ່ງ​ພວມ​ຕ້ອງການ​ເລືອດດ້ວຍ​ນ້ຳ​ໃຈ, ຄວາມ​ເປັນ​ມະນຸດ​ດ້ວຍກັນ. ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ ​ໄດ້​ກາຍ​ເປັນ​ວັນ​ບຸນ​ແຫ່ງ​ຄວາມ​ຮັກ​ແພງ​ມະນຸດ​ດ້ວຍ​ກັນ​ຂອງ​ທັງ​ປະ​ເທດ. ທ່ານນາງ ຫງວຽນ ທິຊວຽນ ຮອງລັດຖະມົນຕີ ກະຊວງສາທາລະນະ​ສຸກ​ຫວຽດນາມ ກ່າວ​ວ່າ :  

  “ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວັນ​ບຸນ​ບໍລິຈາກ​ເລືອດ​ລະດູບານ​ໃໝ່​ປີນີ້ ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ປະຊາຊົນ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​​ໄວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ. ຂ້າພະ​ເຈົ້າ​ຮຽກຮ້ອງ​ມາ​ຍັງ​ປະຊາຊົນ​ທັງ​ປວງ ຈົ່ງ​ກະທຳ​ເພື່ອ​ພ້ອມ​ກັນ ກອບກູ້ເອົາຊີວິດຂອງຄົນເຈັບດ້ວຍ​ນ້ຳ​ໃຈ, ຄວາມ​ເປັນ​ມະນຸດ ​ແລະ ດ້ວຍ​ເລືອດ​ຂອງ​ຕົນ ”.

ຕອບກັບ

ຂ່າວ/ບົດ​ອື່ນ