​ສະ​ຖານ​ທີ່ລະຫຼີ້ນໃນໄລຍະພັກແລ້ງສຳລັບເດັກເຂດພູສູງ

(VOVWORLD) -ໃນໄລຍະພັກແລ້ງນີ້, ນ້ອງໆເຍົາວະຊົນເຂດພູສູງຂອງບັນດາຕາແສງຢູ່ເມືອງ ແບກທົງ, ແຂວງ ບັກກ້ານ ຈະບໍ່ຕ້ອງໄປຊອກຫາບ່ອນລະຫຼີ້ນ. ໄລຍະພັກແລ້ງທີ່ມີຄວາມໝາຍພວມລໍຖ້ານ້ອງໆ ດ້ວຍກິດຈະກຳຫຼາຍຢ່າງ ໂດຍບັນດາສະມາຊິກຊາວໜຸ່ມຂອງຕາແສງຈັດຂຶ້ນ ເປັນຕົ້ນແມ່ນ: ການສອນລອຍນ້ຳ, ສອນຕີປິງປອງ, ສອນຂັບແທນ ແລະ ພິນຕິງອີກດ້ວຍ.
​ສະ​ຖານ​ທີ່ລະຫຼີ້ນໃນໄລຍະພັກແລ້ງສຳລັບເດັກເຂດພູສູງ - ảnh 1ນ້ອງໆເຍົາວະຊົນກຳລັງຮຽນເຕັກນິກການລອຍນ້ຳ (ພາບ: VOV) 

ແຕ່ 2 ປີມານີ້, ເມື່ອໄລຍະພັກແລ້ງວຽນມາ, ຢູ່ເຂດນ້ຳຕົກຕາດຕົ້ນນ້ຳ ວີເຮືອງ ກໍເຕັມໄປດ້ວຍສຽງຫົວສຽງຮ້ອງໂຮຂອງການສອນລອຍນໍ້າ ໂດຍບັນດາສະມາຊິກຊາວໜຸ່ມ ຕາແສງ ວີເຮືອງ, ເມືອງ ແບກທົງ ຈັດຂ້ຶນ. ເຂົ້າຮ່ວມຊຸດຮຽນໂດຍບໍ່ເສຍຄ່ານີ້, ນ້ອງໆນັກຮຽນບໍ່ພຽງແຕ່ໄດ້ຮຽນເຕັກນິກ ການລອຍນໍ້າ, ດໍານໍ້າແບບພື້ນຖານເທົ່ານັ້ນ, ຫາກຍັງໄດ້ຮຽນທັກສະປ້ອງກັນ, ແລະ  ປິ່ນປົວປະຖົມພະຍາບານເມື່ອຖືກດຶກນ້ຳເປັນຕົ້ນອີກດ້ວຍ. ສະຖານທີ່ຮຽນລອຍນ້ຳ ກໍແມ່ນບັນດາສະຖານທີ່ປອດໄພ, ເໝາະກັບແຕ່ລະເພດໄວ. ອ້າຍ ງອກຮຸຍຮວັນ, ເລຂາຄະນະຊາວໜຸ່ມຕາແສງ ວີເຮືອງ, ເມືອງ ແບກທົງ ໃຫ້ຮູ້ວ່າ:

“ໃນຊຸດຮຽນລອຍນ້ຳນີ້, ຫຼັກໆແມ່ນສະຫາຍຮອງເລຂາຄະນະຊາວໜຸ່ມຕາແສງ, ທັງເປັນຕຳຫຼວດຂອງຕາແສງ ເຊິ່ງເປັນບຸກຄົນທີ່ມີທັກສະພື້ນຖານເປັນຜູ້ແນະນຳ. ສຳລັບເວລາ, ປົກກະຕິແລ້ວ ຈະສອນໃນວັນທ້າຍອາທິດເປັນສ່ວນຫຼາຍ, ສ່ວນໃນໄລຍະພັກແລ້ງ, ພວກຂ້າພະເຈົ້າກໍໄດ້ເປີດຊຸດໃໝ່ເພື່ອໃຫ້ນ້ອງໆເຍົາວະຊົນຢູ່ບ້ານຕ່າງໆໄດ້ຜັດປ່ຽນກັນຮຽນ”.

ສຳລັບບັນດານ້ອງນ້ອຍຢູ່ທີ່ນີ້, ໄລຍະພັກແລ້ງ ສ່ວນຫຼາຍຈະໄປຊ່ວຍພໍ່ແມ່ເຮັດໄຮ່ເຮັດນາ ຫຼື ໄປລ້ຽງຄວາຍ, ຕັດຫຍ້າ ແລະ ມ່ວນທີ່ສຸດແມ່ນໄດ້ລອຍນ້ຳຢູ່ຕາມແມ່ນ້ຳ, ຫ້ວຍນ້ຳສາຍຕ່າງໆຢູ່ໃກ້ບ້ານ. ຍ້ອນເຫດນັ້ນ, ຄວາມສ່ຽງເກີດອຸປະຕິເຫດດຶກນ້ຳໄດ້ກາຍເປັນຄວາມເປັນຫ່ວງເປັນໃຍຂອງຜູ້ເປັນພໍ່ແມ່ຂອງເດັກ. ປ້າ ຈ້ຽວທິດຶກ, ຢູ່ບ້ານຖຸຍດ້ຽນ, ຕາແສງ ວີເຮືອງ ໃຫ້ຮູ້ວ່າ:

“ຢູ່ທີ່ນີ້, ໄລຍະພັກແລ້ງ ພວກຫຼານນ້ອຍມັກອອກໄປຫຼີ້ນນ້ຳຢູ່ຕາມແມ່ນຳລຳເຊ. ພວກຂ້າພະເຈົ້າກໍເປັນຫ່ວງຫຼາຍ, ຢ້ານຈະບັນຫາເກີດຂຶ້ນ. ປັດຈຸບັນນີ້, ບັນດາອ້າຍເອື້ອຍສະມາຊິກຊາວໜຸ່ມ ໄດ້ມາສອນລອຍນ້ຳ, ພວກຂ້າພະເຈົ້າກໍມີຄວາມອຸ່ນອ່ຽນໃຈຫຼາຍຂຶ້ນກວ່າເກົ່າ”.

​ສະ​ຖານ​ທີ່ລະຫຼີ້ນໃນໄລຍະພັກແລ້ງສຳລັບເດັກເຂດພູສູງ - ảnh 2ນ້ອງນ້ອຍຝຶກຕີປີງປອງ (ພາບ: VOV)

ສ່ວນຢູ່ເທດສະບານເມືອງ ຝູທົງ, ເມືອງ ແບກທົງ, ຊຸດຮຽນຕີປີງປອງສຳລັບນັກຮຽນໃນໄລຍະພັກແລ້ງໂດຍບໍ່ເສຍຄ່າ ກໍໄດ້ຈັດຂຶ້ນ. ອ້າຍຮວິ່ງຕຽນຖັງ, ນັກກິລາປີງປອງ ໄດ້ຫັກເງິນສ່ວນຕົວໄປເຊົ່າສະຖານທີ່, ຊື້ວັດຖຸອຸປະກອນ ແລະ ສ້າງຕັ້ງສະໂມສອນ ເພື່ອໃຫ້ບັນດານ້ອງນ້ອຍມີບ່ອນຝຶກແອບໃນຊຸມວັນພັກແລ້ງ. ຕອນບ່າຍທຸກໆມື້, ໃນເຮືອນຫຼັງນ້ອຍໆ ກໍເຕັມໄປດ້ວຍສຽງເວົ້ານົວຫົວມ່ວນ, ສຽງລູກປີງປອງຂອງຊາວໜຸ່ມເຍົາວະຊົນກວ່າ 40 ຄົນໃນເທດສະບານເມືອງ ຝູທົງ ແລະ ບັນດາຕາແສງຢູ່ເຂດໃກ້ຄຽງ.

ສະໂມສອນດັ່ງກ່າວເຖິງວ່າຫາກໍໄດ້ສ້າງຕັ້ງຂຶ້ນກໍຕາມ ແຕ່ມີນ້ອງໆນັກຮຽນຫຼາຍຄົນໄດ້ກາຍເປັນແກ່ນສານຂອງຂະບວນການຕີປີງປອງຂອງເມືອງ ແລະ ເຂົ້າຮ່ວມການແຂ່ງຂັນກໍຍາດໄດ້ລາງວັນສູງຂອງແຂວງ ບັກກ້ານ. ອ້າຍ ຮວິ່ງຕຽນຖັງ ກໍມີຄວາມປະຫຼາດໃຈຕໍ່ຄວາມເມົາມົວຂອງນ້ອງໆນັກຮຽນເຂດພູສູງທີ່ມີຕໍ່ກິລາປະເພດນີ້.

“ຂ້າພະເຈົ້າຮູ້ສຶກປະຫຼາດໃຈທີ່ສຸດ ຍ້ອນບໍ່ຄິດວ່າ ຈະປະສົບຜົນສຳເລັດຂະໜາດນີ້. ໃນເບື້ອງຕົ້ນ, ຂ້າພະເຈົ້າ ມານີ້ກໍເປັນເລື່ອງບັງເອີນ, ຂ້າພະເຈົ້ານຳກິລາປີງປອງມາໃຫ້ນ້ອງໆເພື່ອໃຫ້ນ້ອງໆໄດ້ຫຼີ້ນມ່ວນຊື່ນ, ຢາກໃຫ້ພວກນ້ອງໄດ້ຫຼີ້ນຄືກັບນ້ອງໆນັກຮຽນຢູ່ນະຄອນໃຫຍ່. ຄາດວ່າ ປະມານອີກ 2 3 ມື້, ຂ້າພະເຈົ້າຈະສືບຕໍ່ເປີດຊຸດຮຽນຕີປີງປອງໃໝ່ຢູ່ຕາແສງ ກວັນຮ່າ, ຫ່າງຈາກນີ້ປະມານ 2 3 ຫຼັກ”.

        ທ່າມກາງອາກາດທີ່ຮ້ອນເອົ້າ, ໃນເຮືອນມຸ່ງຫຼັງຄາສັງກະສີທີ່ຮ້ອນຫຸ່ມໆ ແຕ່ບໍ່ອາດກີດຂວາງຄວາມເມົາມົວຫຼີ້ນປີງປອງຂອງນ້ອງໆໄດ້. ນ້ອງ ຮວ່າງທຽນລາມ, ຜູ້ເຂົ້າຮ່ວມຊຸດຮຽນຕີປີງປອງດັ່ງກ່າວ ໃຫ້ຮູ້ວ່າ:

“ເຖິງວ່າອາກາດຮ້ອນຄືແນວນີ້ກໍຕາມ ແຕ່ຄູຝຶກມີຄວາມສຸດຈິດສຸດໃຈຊ່ວຍພວກນ້ອງຝືກແອບ. ຄູຝຶກກໍຮັກແພງພວກນ້ອງຫຼາຍ, ຍາມໃດກໍເປັນຫ່ວງວ່າພວກນ້ອງຈະດ້ອຍໂອກາດ ແລະ ຫວັງຢາກມີພື້ນຖານວັດຖຸໃຫ້ຄົບຖ້ວນທີ່ສຸດໃຫ້ພວກນ້ອງຝຶກແອບ. ເຂົ້າຮ່ວມຊຸດຮຽນຕີປີງປອງນີ້, ນ້ອງມ່ວນຫຼາຍ. ເຂົ້າຮ່ວມກິລາປະເພດນີ້ ຊ່ວຍໃຫ້ພວກນ້ອງປາສະຈາກການຫຼິ້ນເກມທາງອິນເຕີເນັດ”.

     ອ້າຍ ຫງວຽນຫວູໝາວ, ເລຂາຊາວໜຸ່ມເມືອງ ແບກທົງ, ແຂວງ ບັກກ້ານ ໃຫ້ຮູ້ວ່າ ບັນດາໜ່ວຍຊາວໜຸ່ມ ຈະສືບຕໍ່ມີຫຼາຍກິດຈະກຳທີ່ມີຄວາມໝາຍ, ແທດເໝາະກັບເງື່ອນໄຂຂອງແຕ່ລະບ້ານ, ຕາແສງໃນຊຸມວັນພັກແລ້ງ.

“ພວກຂ້າພະເຈົ້າໄດ້ສຸມໃສ່ບັນດາການເຄື່ອນໄຫວຝຶກແອບທັກສະຕ່າງໆໃຫ້ແກ່ນ້ອງໆເຍົາວະຊົນ, ໃນນັ້ນ ມີກິດຈະກຳສອນທັກສະລອຍນ້ຳ, ປ້ອງກັນ, ຕ້ານການດຶກນ້ຳ. ນອກຈາກນັ້ນ, ບັນດາການເຄື່ອນໄຫວຝຶກແອບພອນສະຫວັນ ເປັນຕົ້ນແມ່ນ ປີງປອງ, ຂັບແທນ ພິນຕິງ ກໍໄດ້ປະຕິບັດເປັນປະຈຳ. ພວກຂ້າພະເຈົ້າກໍຈະເຊື່ອມຕໍ່ກັບແຫຼ່ງກຳລັງຕ່າງໆ ເພື່ອສ້າງສ້າງເວທີລະຫຼີ້ນບັນເທິງທີ່ປອດໄພໃຫ້ແກ່ນ້ອງໆເຍົາວະຊົນໃນບໍລິເວນຊຸມຊົນ”.

ໄລຍະພັກແລ້ງນີ້, ພວກນ້ອງເຍົາວະຊົນເຂດພູສູງຢູ່ແຂວງ ບັກກ້ານ ໄດ້ມີສະຖານທີ່ລະຫຼີ້ນທີ່ເປັນປະໂຫຍດ. ຜ່ານນັ້ນ, ນ້ອງໆກໍໄດ້ຝຶກແອບທັກສະດຳລົງຊີວິດຕ່າງໆ ແລະ ມີອະນຸສອນເປັນໜ້າຈື່ຈຳໃນຊຸມວັນພັກແລ້ງນີ້./.


ຕອບກັບ

ຂ່າວ/ບົດ​ອື່ນ