ສະຖານທີ່ແດງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ຢູ່ນະຄອນຫລວງ ຮ່າໂນ້ຍ, ມີເຂດຊຸມຊົນແຫ່ງໜຶ່ງ ເຊິ່ງປະຊາຊົນລາວແຕ່ລະຄົນເມື່ອມາ ຫວຽດນາມ ລ້ວນແຕ່ຖືເຂດຊຸມຊົນນີ້ແມ່ນເຮືອນຂອງຕົນ, ເພື່ອພົບກັບຍາດຕິພີ່ນ້ອງຂອງຕົນ. ນັ້ນແມ່ນເຂດຊຸມຊົນຂອງຄະນະປະຕິບັດງານພາກຕາເວັນຕົກເລກທີ 79  81 ຖະໜົນ ຫຼີນາມເດ໊, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ. 

ດ້ວຍບັນດາການປະກອບສ່ວນອັນຍິ່ງໃຫຍ່ໃນການພົວພັນ ຫວຽດນາມ - ລາວ ນັ້ນ, ວັນທີ 27 ຕຸລາ 2009, ປະທານປະເທດແຫ່ງ ສປປ.ລາວ ໄດ້ເຊັນລັດຖະດຳລັດມອບຫຼຽນໄຊມິດຕະພາບໃຫ້ແກ່ພະນັກງານ, ປະຊາຊົນເຂດຊຸມຊົນ. ນີ້ທັງແມ່ນຄວາມເປັນກຽດ ທັງແມ່ນຄວາມຮັບຜິດຊອບອັນສູງສົ່ງຂອງຄົນລຸ້ນຕ່າງໆຢູ່ເຂດຊຸມຊົນ ຕໍ່ນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ. ບົດຂຽນຂອງນັກຂ່າວ VOV.

ວັນທີ 02 ກໍລະກົດ 1959, ຄະນະປະຕິບັດງານພາກຕາເວັນຕົກໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍທ່ານພົນເອກ ຫວໍງວຽນຢ໊າບ ເປັນຫົວໜ້າຄະນະ ເພື່ອແນໃສ່ຊ່ວຍຕິດຕາມ, ຄົ້ນຄວ້າ, ຊີ້ນຳການຊ່ວຍເຫຼືອໃຫ້ແກ່ການປະຕິວັດ ລາວ ໃນໄລຍະຕໍ່ສູ້ຕ້ານ ຝຣັ່ງ ແລະ ອາເມລິກາ. ນີ້ແມ່ນອົງການປິດລັບ ດັ່ງນັ້ນ ທ່ານພົນເອກ ຫວໍງວຽນຢ໊າບ ຈຶ່ງຕັ້ງສຳນັກງານເຮັດວຽກຢູ່ກຸ່ນເຮືອນເລກທີ 89 ຫາເລກທີ 93 ຖະໜົນ ຫຼີນາມເດ໊ ແລະ ເຂດຊຸມຊົນພະນັກງານ, ພາລະກອນແມ່ນຕັ້ງຢູ່ກຸ່ມເຮືອນເລກທີ 79 ຫາເລກທີ 81 ຖະໜົນ ຫຼີນາມເດ໊, ພາຍໃຕ້ການຄຸ້ມຄອງຂອງກະຊວງປ້ອງກັນປະເທດ ຫວຽດນາມ.

ສະຖານທີ່ແດງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 1  ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢ້ຽມຢາມເຂດຊຸມຊົນ ຫຼີນາມເດ໊

60 ປີໄດ້ຜ່ານພົ້ນໄປ ແຕ່ບັນດາຄອບຄົວຂອງພະນັກງານ, ນັກຮົບທີ່ເປັນທະຫານອາສາສະໝັກ, ຜູ້ຊ່ຽວຊານ, ພາລະກອນໃນຄະນະປະຕິບັດງານພາກຕາເວັນຕົກນີ້ ຍັງຄົງສືບທອດມູນເຊືຶ້ອຂອງລຸ້ນພໍ່ລຸ້ນອ້າຍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ຊາດຢ່າງບໍ່ຢຸດຢັ້ງ.

ກຳເນີດ ແລະ ເຕີບໃຫຍ່ຢູ່ ລາວ, ຫລັງຈາກນັ້ນ ໄດ້ເຂົ້າຮ່ວມກອງທະຫານອາສາສະໝັກ, ແລ້ວເປັນຜູ້ຊ່ຽວຊານດ້ານວັດທະນະທຳຢູ່ ລາວ, ທັງຊີວິດຂອງລຸງ ຫງວຽນຊວັນກວາງ ໄດ້ຜູກພັນກັບປະເທດ ແລະ ປະຊາຊົນ ລາວ. ສະນັ້ນບໍ່ວ່າຈະຢູ່ບ່ອນໃດ ແຕ່ລະເທື່ອທີ່ໄດ້ພົບກັບເພື່ອນມິດລາວອ້າຍນ້ອງ ສຳລັບລຸງເອງ ແມ່ນປຽບເໝືອນໄດ້ພົບກັບຍາດຕິພີ່ນ້ອງໃນຄອບຄົວຂອງຕົນ. ລຸງເລົ່າສູ່ຟັງກ່ຽວກັບບັນດາຄວາມຊົງຈຳເມື່ອເຄື່ອນໄຫວຢູ່ລາວວ່າ.

“ເຄື່ອນໄຫວຢູ່ ລາວ ຕ້ອງໄດ້ນອນຢູ່ປ່າ, ບາງເທື່ອກໍ່ບໍ່ມີຂອງກິນ, ຫາໄດ້ໝາກຫຍັງ, ຈັບໄດ້ສັດໂຕໃດກໍ່ກິນອັນນັ້ນ, ສະພາບການໃນຄາວນັ້ນ ແມ່ນຂາດເຂີນທີ່ສຸດ. ປະຊາຊົນ ລາວ ເຂົ້າໃຈມີຄວາມເຂົ້າໃຈຕໍ່ຄວາມຂາດເຂີນນັ້ນ ເຂົາເຈົ້າກໍ່ໄດ້ເອົາເຂົ້າຈ້າວ, ເຂົ້າໜຽວ, ຊີ້ນປີ້ງ, ປາທີ່ຫາໄດ້ມາໃຫ້ພວກຂ້າພະເຈົ້າກິນ ແລະ ພວກຂ້າພະເຈົ້າກໍ່ມີການປະພຶດທີ່ດີຕໍ່ປະຊາຊົນ ລາວ ຄືດັ່ງ ປາກັບນ້ຳ, ປະຊາຊົນ ລາວ ຮັກແພງພວກຂ້າພະເຈົ້າຫລາຍ.”

ສະຖານທີ່ແດງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 2  ເຂດຊຸມຊົນ ຫຼີນາມເດ໊

ດ້ວຍຈິດໃຈສາກົນອັນສູງສົ່ງ, ນັກຮົບອາສາສະໝັກ, ຜູ້ຊ່ຽວຊານ, ພະນັກງານ, ພາລະກອນ ຫວຽດນາມ ນັບພັນຄົນໄດ້ໄປປະຕິບັດໜ້າທີ່ຢູ່ ລາວ ນັບແຕ່ກ່ອນການປະຕິວັດເດືອນ ສິງຫາ ຈົນເຖິງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝຣັ່ງ, ຈັກກະພັດ ອາເມລິກາ ແລະ ພາຍຫລັງປະເທດ ລາວ ໄດ້ຮັບການປົດປ່ອຍ. ເຂົາເຈົ້າໄດ້ໄປທົ່ວທຸກເຂດພາກໃນປະເທດ ຫວຽດນາມ, ດ້ວຍສະຕິຄວາມຮັບຮູ້ກ່ຽວກັບຄຳສັ່ງສອນຂອງລຸງ ໂຮ່ ຢ່າງເລິກເຊິ່ງ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ສູ້ຮົບຢູ່ສະໜາຮົບ ລາວ ເພື່ອຕ້ານສັດຕູໂຕດຽວກັນ,  ເພື່ອພັນທະສາກົນ ແລະ ເພື່ອຜົນປະໂຫຍດຢ່າງແທດຈິງຂອງການປະຕິວັດ ຫວຽດນາມ. ບໍ່ຫວາດຫວັ່ນຕໍ່ຄວາມທຸກຍາກລຳບາກ, ບໍ່ຢ້ານເສຍຊີວິດ.

ສົງຄາມໄດ້ສິ້ນສຸດລົງມາເປັນເວລາຫລາຍປີແລ້ວ, ບັນດານັກຮົບທີ່ເຂົ້າຮ່ວມການຕໍ່ສູ້, ເສຍສະຫຼະຄວາມໜຸ່ມແໜ້ນຂອງຕົນ ເພື່ອພື້ນຖານເອກະລາດຂອງປະເທດເພື່ອນລາວໃນເມື່ອກ່ອນນັ້ນ, ປັດຈຸບັນຜູ້ຍັງມີຊີວິດກໍ່ຍັງມີຢູ່ ແລະ ມີຫລາຍຄົນກໍ່ໄດ້ເສຍຊີວິດແລ້ວ. ແຕ່ນ້ຳໃຈຄວາມສາມັກຄີສັດຊື່ບໍລິສຸດລະຫວ່າງ ຫວຽດນາມ - ລາວ ຍັງຄົງໄດ້ຮັບການເສີມຂະຫຍາຍດ້ວຍຄົນລຸ້ນຫລັງຢ່າງບໍ່ຢຸດຢັ້ງ. ທ່ານນາງ ຫງວຽນທິກິມອວັນ, ຫົວໜ້າສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກໃຫ້ຮູ້ວ່າ:

ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນວ່າພໍ່ຂອງຂ້າພະເຈົ້າແມ່ນພໍ່ຕູ້ ຫງວຽນຊິງຢາວ - ຮອງຫົວໜ້າຄະນະປະຕິບັດງານພາກຕາເວັນຕົກໄດ້ມີການເຄື່ອນໄຫວຢູ່ ລາວ ໃນໄລຍະລຳບາກກາກກຳທີ່ສຸດ, ຖືກສັດຕູຈັບຫລາຍຄັ້ງ ແລະ ຖືກກັກຂ້າຢູ່ ໄທ. ໃນວິວັດການເຄື່ອນໄຫວຢູ່ ລາວ, ພໍ່ຂອງຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອ, ປົກປ້ອງຈາກພໍ່ແມ່ປະຊາຊົນ ລາວ ຈຶ່ງລອດໄດ້ຈາກການຕາມລ່າຂອງພວກສັດຕູ. ຕ້ອງເວົ້າວ່າ ບໍ່ມີປະເທດໃດໃນໂລກທີ່ມີນ້ຳໃຈຜູກພັນສະໜິດແໜ້ນຄື ຫວຽດນາມ - ລາວ ມີ, ນ້ຳໃຈນີ້ກໍ່ແມ່ນເລິກເຊິ່ງເຂັ້ມຂຸ້ນທີ່ສຸດ, ເມື່ອເບິ່ງບັນດາແບບຢ່າງນັ້ນແລ້ວ, ພວກລູກຫຼານຢູ່ເຂດຊຸມຊົນກໍ່ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ ເພື່ອສືບທອດລຸ້ນພໍ່ລຸ້ນອ້າຍ.

ສະຖານທີ່ແດງແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 3  ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະ ພັນລະຍາຢ້ຽມຢາມເຂດຊຸມຊົນ ຫຼີນາມເດ໊

60 ປີຜ່ານມາ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກຍັງແມ່ນຊາຍຄາເຮືອນທີ່ເຕັມໄປດ້ວຍສາຍມິດຈິດໃຈ ເພື່ອໃຫ້ບັນດາເພື່ອນ ລາວ ອ້າຍນ້ອງກັບມາໃນໂອກາດບຸນເຕັດ ແລະ ບັນດາວັນບຸນໃຫຍ່ຂອງ 2 ປະເທດ, ກາຍເປັນ “ສະຖານທີ່ແດງ” ແຫ່ງນ້ຳໃຈມິດຕະພາບສາມັກຄີລະຫວ່າງ ຫວຽດນາມ - ລາວ. ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ໃນດວງໃຈຂອງພໍ່ແມ່ປະຊາຊົນຢູ່ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກນັ້ນ, ໃນໄລຍະເວລາທີ່ດຳລົງຊີວິດ ແລະ ສູ້ຮົບຢູ່ ລາວ ກໍ່ຍັງເປັນອະນຸສອນອັນດີງາມທີ່ສຸດ ເຊິ່ງເຂົາເຈົ້າມັກເລົ່າໃຫ້ລູກຫຼານຟັງ. ເຂົາເຈົ້າຍາມໃດກໍ່ຈົດຈຳບຸນຄຸນ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າຂອງບັນດາລຸ້ນພໍ່ລຸ້ນອ້າຍ ເສຍສະຫຼະເລືອດເນື້ອສ້າງນ້ຳໃຈໄມຕີຈິດມິດຕະພາບ, ເພື່ອໃຫ້ຄົນລຸ້ນຫລັງຮັກສາ ແລະ ປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ໄດ້ຕັກເຕືອນວ່າ: “ຮັກຫອມກັນໝາຍໝັ້ນ ຫລາຍເສັ້ນພູກໍ່ປີນໄຕ່; ຫລາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ; ສອງຊາດ ລາວ - ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ; ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”./.

ຕອບກັບ

ຂ່າວ/ບົດ​ອື່ນ