ສະມາຄົມດົນຕີເພື່ອເດັກນ້ອຍຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນຫວຽດນາມ


ໂດຍ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄວາມ​ເຈັບ​ປວດ​ຂອງ​ເດັກນ້ອຍ​ຫວຽ​ດນາມ, ຜູ້​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ, ນັກ​ຮ້ອງ​ຜູ້​ໜຶ່ງ​ທີ່​ອາ​ໄສ​ຢູ່ Bordeaux, ​ແຫ່ງ​ປະ​ເທດ​ຝລັ່ງ​ໄດ້​ສ້າງ​ຕັ້ງ​ສະມາຄົມ​ດົນຕີ​ທີ່​ໃສ່​ຊື່ວ່າ: Dioxine Country Mascaret, ​ເພື່ອ​ສະ​ແດງ​ຄວາມ​ຮັກ, ຄວາມ​ຫວັງ, ນັບ​ທັງ​ປະກອບດ້ານ​ວັດຖຸ​ໃຫ້​ເດັກນ້ອຍ​ທີ່​ປະສົບ​ເຄາະ​ຮ້ອຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ໂດຍ​ທະຫານ​ອາ​ເມ​ລິ​ກາ​ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ.

ສະມາຄົມດົນຕີເພື່ອເດັກນ້ອຍຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນຫວຽດນາມ - ảnh 1

ນັກ​ຮ້ອງ Christian Filhos

    ​ເນື້ອ​ໃນ​ບົດ​ເພງ​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ, ພ້ອມ​ກັບ​ທຳນອງ​ດົນຕີ​ອອນ​ຊອນ, ບົດ​ເພງ ”ກີ​ຕາ​ຂອງ Jeremie” ປຽບ​ເໝືອນ​ສານ​ສະບັບ​ໃໝ່, ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 4 ບົດ​ເພງ​ເຊິ່ງນັກ​ຮ້ອງ Christian Filhos (ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ Gignac) ຫາ​ກໍ່​ອັດ​ສຽງ ​ເພື່ອ​ສະຫງວນ​ໃຫ້​ແກ່​ເດັກນ້ອຍ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ. ລາວ​ຄາດ​ວ່າ​ຈະ​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ນີ້​ໃນ​ໂອກາດ​ພິ​ເສດ​ເພື່ອ​ບໍລິຈາກ​ເງິນ​ສະໜັບສະໜູນ​ໃຫ້​ແກ່​ເດັກນ້ອຍ.

    ສະມາຄົມ​ດົນຕີ​ Dioxine Country Mascaret ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ຕົ້ນ​ເດືອນ 1 ຜ່ານ​ມາ. ​ເມື່ອ​ອະທິບາຍ​ກ່ຽວ​ກັບ​ຊື່​ຂອງ​ສະມາຄົມ​ Gignac ​ໃຫ້​ຮູ້​ ຢາກ​ຝາກ​ຄວາມ​ຮັກ​, ຄວາມມຸ້ງ​ຫວັງ​ຈາກ​ປະ​ເທດ​ຝລັ່ງ​ເຖິງ​ຫວຽດນາມ, ​ເພື່ອ​ເພີ່ມ​ກຳລັງ​ແຮງ ​ແລະ ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ບັນດາ​ເດັກ​ອາພັບ​ທີ່​ພວມ​ຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ເຄມີ ​ໂດຍ​ກອງທັບ ອາ​ເມ​ລິ​ກາ​ຫວ່ານ​ລົງ​ຫວຽດນາມ ​ໃນ​ປາງ​ສົງຄາມ.

    ”ຂ້າພະ​ເຈົ້າ​ມີ​ເພື່ອນ​ຫວຽດນາມ​ຜູ້​ໜຶ່ງ​ແມ່ນ​ນັກ​ດົນຕີ ​ໂຮ່ຫາຍ​ກວາງ, ລາວ​ໄດ້​ມີ​ການ​ເຄື່ອນ​ໄຫວ​ດົນຕີ​ຫຼາຍ​ຢ່າງ ​ເພື່ອ​ຊ່ວຍ​ເຫຼືອ​ເດັກນ້ອຍ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ. ດ້ວຍ​ການ​ປຸກລະດົມ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ເລື່ອງ​ສ້າງ​ຕັ້ງ​ສະມາຄົມ, ​ແລະ​ ນຳ​ໃຊ້​ດົນຕີ​​ເພື່ອ​ສະ​​ແດງ​ອາລົມ​ຈິດ, ຄວາມ​ຮັກ, ຄວາມ​ມຸ້ງ​ຫວັງ​ເຖິງ​ພວກ​ນ້ອງ, ​ແລະ​ນີ້​ກໍ່​ແມ່ນ​ວິທີ​ເພື່ອ​ຮຽກຮ້ອງ​ການ​ບໍລິຈາກ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ພວກ​ນ້ອງ. ຜ່ານ​ນັ້ນ​ພວກຂ້າພະ​ເຈົ້າ​ຈະ​ເຮັດ​ໃຫ້​ຊາວ​ຝລັ່ງ​ເຂົ້າ​ໃຈ​ໄດ້​ວ່າ ທາດ​ພິດສີ​ສົ້ມ​ແມ່ນ​ຫຍັງ, ​ແລະ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ມັນ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ”

    ສະມາຄົມ​ດົນຕີ​ Dioxine Country Mascaret ​ໄດ້​ແຮກສ່ຽວ ​ແລະ​ຮ່ຳຮຽນ​ແບບ​ວິທີ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ດົນຕີ​ບໍ່​ຂື້ນ​ກັບ​ລັດຖະບານ Orange Dihoxyn ຂອງ​ນັກ​ດົນຕີ ​ໂຮ່ຫາຍ​ກວາງ, ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຝລັ່ງ. ຕາມ​ນັ້ນ​ແລ້ວ, ນອກຈາກ​ວິທີ​ມອບ​ເງິນ​ໂດຍ​ກົງ, ​ເຂົາ​ເຈົ້າ​ສາມາດ​ສະ​ໜັບສະ​ໜູນ​ພວກ​ນ້ອງ​ດ້ວຍ​ວິທີດາວ​​ໂລດບົດ​ເພງ​ໃນ​ເວັບ​ໄຊ​ຂອງ​ສະມາຄົມ, ຫຼື​ຜູ້​ໃດ​ທີ່​ມີ​ຄວາມ​ສາມາດປະພັນ​ດົນຕີ ​ແລະ​ຂັບ​ຮ້ອງ ສາມາດ​ມອບ​ບົດ​ເພງ​ຈຳນວນ​ໜຶ່ງ​ໃຫ້​ສະມາຄົມ​ເພື່ອ​ອັບ​ເດັດ​ເຂົ້າ​​ເວັບ​ໄຊ. ການ​ຈົດ​ຊື່​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະມາຄົມ​ກໍ່​ແມ່ນ​ວິທີ​ງ່າຍດາຍ​ທີ່​ສຸດ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ ​ແລະ​ເຫັນ​ອົກ​ເຫັນ​ໃຈ​ທີ່​ມີ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ.

    ນັກ​ຮ້ອງ Gignac ສະ​ແດງ​ຄວາມ​ຫວັງ​ວ່າ, ​ໃນ​ບໍ່​ຊ້າ​ນີ້​ລາວ​ຈະ​ມີໜ້າ​ຢູ່​ຫວຽດນາມ ​ແລະ ​ຈະຂັບ​ຮ້ອງ​ໃຫ້​ພວກ​ນ້ອງ​ຟັງ​ໂດຍ​ກົງ

    ”​ໃນ​ເວັບ​ໄຊ​ຂອງ​ສະມາຄົມ, ມີ​ຮູບ​ຂ້າພະ​ເຈົ້າ​ພ້ອມ​ກັບ​ພິນກີ​ຕາ, ​ແລະ ຢູ່​ໄກ້ໆ​ນັ້ນ​ແມ່ນ​ເດັກນ້ອຍ​ຫວຽດນາມ​ຜູ້​ໜຶ່ງ​ທີ່​ພວມ​ສົ່ງ​ສາຍຕາ​ມາ​ຍັງ​ຂ້າພະ​ເຈົ້າ. ດ້ວຍ​ອາລົມ​ຈິດ, ຄວາມ​ຈິງ​ໃຈຂອງ​ຕົນ, ຜ່ານ​ດົນຕີ, ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ສານ​ແຫ່ງ​ຄວາມ​ສາມັກຄີ, ຄວາມ​ມຸ້ງ​ຫວັງ ​ແລະ​ຄວາມ​ຮັກ​ແພງ​ເຖິງ​ພວກ​ນ້ອງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ”

    ​ເຖິງ​ວ່າ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ແຕ່​ດ້ວຍ​ອາລົມ​ຈິດ​ອັນ​ຈິງ​ໃຈ ​ແລະ​ຈຸດປະສົງ​ທີ່​ດີ​ນັ້ນ ສະມາຄົມ​ດົນຕີ​ Dioxine Country Mascaret  ຈະ​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ